ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕອນ​ທີ 1

ຄອບຄົວ​ຈະ​ມີ​ຄວາມ​ສຸກ​ເມື່ອ​ໝາຍ​ເພິ່ງ​ພະເຈົ້າ

ຄອບຄົວ​ຈະ​ມີ​ຄວາມ​ສຸກ​ເມື່ອ​ໝາຍ​ເພິ່ງ​ພະເຈົ້າ

“ຜູ້​ໄດ້​ສ້າງ​ມະນຸດ​ແຕ່​ຕົ້ນເດີມ​ໄດ້​ສ້າງ​ເຂົາ​ເປັນ​ຊາຍ​ເປັນ​ຍິງ.”—ມັດທາຍ 19:4

ພະ​ເຢໂຫວາ a ພະເຈົ້າ​ເປັນ​ຜູ້​ທຳອິດ​ທີ່​ກໍ່​ຕັ້ງ​ໃຫ້​ມີ​ຄອບຄົວ. ຄຳພີ​ໄບເບິນ​ບອກ​ວ່າ​ພະເຈົ້າ​ໄດ້​ສ້າງ​ຜູ້​ຍິງ​ຄົນທຳອິດແລະ​ໄດ້ “ຍົກ​ໃຫ້​ຜູ້​ຊາຍ​ນັ້ນ.” ລາວ​ແມ່ນ​ອາດາມ ລາວ​ມີ​ຄວາມ​ສຸກ​ຫຼາຍ​ແລະ​ເວົ້າ​ວ່າ: “ຜູ້​ນີ້​ແມ່ນ​ກະດູກ​ມາ​ແຕ່​ກະດູກ​ຂອງ​ເຮົາ​ແລະ​ເນື້ອ​ໜັງ​ມາ​ແຕ່​ເນື້ອ​ໜັງ​ຂອງ​ເຮົາ.” (ຕົ້ນເດີມ 2:22, 23) ພະ​ເຢໂຫວາ​ຢາກ​ໃຫ້​ຄົນ​ທີ່​ແຕ່ງ​ດອງ​ກັນ​ຢ່າງ​ຖືກຕ້ອງ​ຕາມ​ກົດ​ໝາຍ​ມີ​ຄວາມ​ສຸກ.

ເມື່ອ​ທ່ານ​ແຕ່ງ​ດອງ​ແລ້ວ ທ່ານ​ອາດ​ຈະ​ຄິດ​ວ່າ​ຊີວິດ​ຈະ​ພຽບ​ພ້ອມ​ທຸກ​ຢ່າງ. ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ​ບໍ່​ວ່າ​ຜົວ​ແລະ​ເມຍ​ຈະ​ຮັກ​ກັນ​ຫຼາຍ​ປານ​ໃດ ກໍ​ຍັງ​ຈະ​ມີ​ບັນຫາ​ເກີດ​ຂຶ້ນ. (1 ໂກລິນໂທ 7:28) ສະນັ້ນ ປຶ້ມ​ນີ້​ຈຶ່ງ​ໄດ້​ຊີ້​ໃຫ້​ເຫັນ​ຫຼັກ​ການ​ຕ່າງໆໃນ​ຄຳພີ​ໄບເບິນ ຖ້າ​ເຮັດ​ຕາມ​ນັ້ນ ທ່ານ​ກໍ​ຈະ​ມີ​ຊີວິດ​ຄູ່​ແລະ​ມີ​ຄອບຄົວ​ທີ່ມີ​ຄວາມ​ສຸກ​ໄດ້.—ຄຳເພງ 19:8-11

1 ຍອມ​ຮັບ​ບົດບາດ​ທີ່​ພະ​ເຢໂຫວາ​ມອບ​ໝາຍ​ໃຫ້

ຄຳພີ​ໄບເບິນ​ແນະນຳ​ວ່າ: ຜົວ​ເປັນ​ຫົວ​ໜ້າ​ຂອງ​ຄອບຄົວ.—ເອເຟດ 5:23

ພະ​ເຢໂຫວາ​ຄາດ​ໝາຍ​ໃຫ້​ຜູ້​ທີ່​ເປັນ​ຜົວ​ປະຕິບັດ​ຕໍ່​ເມຍ​ຢ່າງ​ນຸ່ມນວນ. (1 ເປໂຕ 3:7) ພະອົງ​ປະທານ​ເມຍ​ໃຫ້​ເປັນ​ຜູ້​ຊ່ວຍ​ເສີມ​ທ່ານ ແລະ​ພະອົງ​ຕ້ອງການ​ໃຫ້​ທ່ານ​ປະຕິບັດ​ຕໍ່​ເມຍ​ຢ່າງ​ໃຫ້​ກຽດ​ແລະ​ດ້ວຍ​ຄວາມ​ຮັກ. (ຕົ້ນເດີມ 2:18) ທ່ານ​ຕ້ອງ​ຮັກ​ເມຍ​ໃຫ້​ຫຼາຍ​ຈົນ​ເຖິງ​ຂັ້ນ​ວ່າ​ເຕັມ​ໃຈ​ໃຫ້​ສິ່ງ​ທີ່​ເມຍ​ມັກ​ມາ​ກ່ອນ​ສິ່ງ​ທີ່​ຕົນ​ມັກ.—ເອເຟດ 5:25-29

ພະ​ເຢໂຫວາ​ຄາດ​ໝາຍ​ໃຫ້​ເມຍ​ນັບຖື​ຜົວ​ຢ່າງ​ສຸດ​ຊຶ້ງ ແລະ​ເປັນ​ຜູ້​ຊ່ວຍ​ເສີມ​ຜົວ​ໃຫ້​ເຮັດ​ໜ້າ​ທີ່​ຂອງ​ຕົນ​ໃຫ້​ສຳເລັດ. (1 ໂກລິນໂທ 11:3; ເອເຟດ 5:33) ເມຍ​ຕ້ອງ​ເຕັມ​ໃຈ​ຮ່ວມ​ມື​ກັບ​ຜົວ​ແລະ​ສະໜັບສະໜູນ​ການ​ຕັດສິນ​ໃຈ​ຂອງ​ຜົວ. (ໂກໂລດ 3:18) ຖ້າ​ເມຍ​ເຮັດ​ໄດ້​ແບບ​ນັ້ນ ເມຍ​ກໍ​ຈະ​ມີ​ຄຸນຄ່າ​ຫຼາຍໃນ​ສາຍ​ຕາ​ຂອງ​ຜົວ​ແລະ​ພະ​ເຢໂຫວາ.—1 ເປໂຕ 3:1-6

ຄຳ​ແນະນຳ:

  • ໃຫ້​ຖາມ​ຄູ່​ຂອງ​ທ່ານ​ເບິ່ງ​ວ່າ ທ່ານ​ຄວນ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ເປັນ​ຜົວ​ຫຼື​ເມຍ​ທີ່ດີ​ຂຶ້ນ. ໃຫ້​ຕັ້ງ​ໃຈ​ຟັງ​ດີໆເມື່ອ​ລາວ​ເວົ້າ ແລ້ວ​ລົງ​ມື​ເຮັດ​ໃນ​ສິ່ງ​ທີ່​ຈະ​ປັບ​ປຸງ​ຕົວ​ທ່ານເອງ

  • ໃຫ້​ອົດ​ທົນ ຕ້ອງ​ໄດ້​ໃຊ້​ເວລາ​ເພື່ອ​ທ່ານ​ທັງ​ສອງ​ຈະ​ຮຽນ​ຮູ້​ວິທີ​ທີ່​ຈະ​ເຮັດ​ໃຫ້​ອີກ​ຝ່າຍ​ໜຶ່ງ​ມີ​ຄວາມ​ສຸກ

2 ໃສ່​ໃຈ​ດ້ານ​ອາລົມ​ຄວາມ​ຮູ້ສຶກ​ຂອງ​ຄູ່​ຂອງ​ທ່ານ

ຄຳພີ​ໄບເບິນ​ແນະນຳ​ວ່າ: ທ່ານ​ຕ້ອງ​ຈັດ​ໃຫ້​ຜົນ​ປະໂຫຍດ​ຂອງ​ຜົວ​ຫຼື​ເມຍ​ຂອງ​ທ່ານ​ມາ​ກ່ອນ. (ຟີລິບ 2:3, 4) ຕາມ​ຄຳ​ແນະນຳ​ນັ້ນ ທ່ານຄວນ​ປະຕິບັດ​ຕໍ່​ຜົວ​ຫຼື​ເມຍ​ຢ່າງ​ໃຫ້​ກຽດ ຢ່າ​ລືມ​ວ່າ​ພະ​ເຢໂຫວາ​ຄາດ​ໝາຍ​ໃຫ້​ຜູ້​ທີ່ຮັກ​ພະອົງ​ເປັນ​ຄົນ “ມີ​ໃຈ​ອ່ອນ​ໃຈ​ຫວານ​ກັບ​ຄົນ​ທັງ​ປວງ.” (2 ຕີໂມເຕ 2:24) “ມີ​ຄົນ​ທີ່​ມັກ​ເວົ້າ​ຖ້ອຍຄຳ​ທີ່​ແທງ​ຄື​ດາບ ແຕ່​ວ່າ​ລີ້ນ​ຂອງ​ຄົນ​ປັນຍາ​ທັງຫຼາຍ​ກໍ​ເປັນ​ຄວາມ​ສຳບາຍ​ຢູ່.” ດັ່ງ​ນັ້ນ ຕ້ອງ​ໄດ້​ເລືອກ​ເຟັ້ນ​ຄຳ​ເວົ້າ​ເປັນ​ຢ່າງ​ດີ. (ສຸພາສິດ 12:18) ໂດຍ​ການ​ກະຕຸ້ນ​ຈາກ​ພະລັງ​ຂອງ​ພະ​ເຢໂຫວາ ທ່ານ​ສາມາດ​ເວົ້າ​ດ້ວຍ​ຄວາມ​ຮັກ​ແລະ​ກະລຸນາ.—ຄາລາຊີ 5:22, 23; ໂກໂລດ 4:6

ຄຳ​ແນະນຳ:

  • ໃຫ້​ອະທິດຖານ​ຂໍ​ຄວາມ​ສະຫງົບ​ໃຈ ແລະໃຫ້​ເປີດ​ໃຈ​ກ່ອນ​ທີ່​ຈະ​ປຶກສາ​ເລື່ອງ​ທີ່ສຳຄັນ​ກັບ​ຄູ່​ຂອງ​ທ່ານ

  • ໃຫ້​ຄິດ​ຄັກໆວ່າ​ຈະ​ເວົ້າ​ຄຳ​ໃດ​ແລະ​ຈະເວົ້າ​ແນວ​ໃດ

3 ເຮັດ​ວຽກ​ນຳ​ກັນ​ເປັນ​ຄູ່

ຄຳພີ​ໄບເບິນ​ແນະນຳ​ວ່າ: ເມື່ອ​ແຕ່ງ​ດອງ​ກັນ​ແລ້ວ ທ່ານ​ກໍ​ເປັນ “ເນື້ອ​ໜັງ​ອັນ​ດຽວ​ກັນ” ກັບ​ຄູ່​ຂອງ​ທ່ານ. (ມັດທາຍ 19:5) ແຕ່​ທ່ານ​ຍັງ​ເປັນ​ຄົນ​ລະ​ຄົນກັນ​ແລະ​ອາດ​ມີ​ຄວາມ​ຄິດ​ທີ່​ແຕກຕ່າງ​ກັນ. ດັ່ງ​ນັ້ນ​ທ່ານ​ຈະ​ຕ້ອງ​ປັບ​ຄວາມ​ຄິດ​ແລະ​ອາລົມ​ຄວາມ​ຮູ້ສຶກ​ໃຫ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. (ຟີລິບ 2:2) ສິ່ງ​ທີ່​ສຳຄັນ​ແມ່ນ​ທ່ານ​ທັງ​ສອງ​ຕ້ອງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ເມື່ອ​ຕັດສິນ​ໃຈ. ຄຳພີ​ໄບເບິນ​ແນະນຳ​ວ່າ “ການ​ທັງ​ຫຼາຍ​ກໍ​ຕັ້ງ​ໝັ້ນ​ຄົງ​ຢູ່ [ສຳເລັດ] ດ້ວຍ​ການປຶກສາ​ກັນ.” (ສຸພາສິດ 20:18) ເມື່ອ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ທີ່​ສຳຄັນ​ນຳ​ກັນ ທັງ​ຜົວ​ແລະ​ເມຍ​ຕ້ອງ​ໝາຍ​ເພິ່ງ​ຫຼັກ​ການ​ທີ່​ມີ​ໃນ​ຄຳພີ​ໄບເບິນ.—ສຸພາສິດ 8:32, 33

ຄຳ​ແນະນຳ:

  • ບໍ່​ພຽງ​ແຕ່​ຖ່າຍ​ທອດ​ຂໍ້​ມູນ​ຫຼື​ຄວາມ​ຄິດ​ເຫັນ​ເທົ່າ​ນັ້ນ ແຕ່​ທ່ານ​ຕ້ອງ​ສະແດງ​ຄວາມ​ຮູ້ສຶກ​ຂອງ​ທ່ານ​ອອກ​ມາ​ພ້ອມ

  • ກ່ອນ​ຈະ​ເຮັດ​ສັນຍາ​ຫຼື​ຂໍ້​ຜູກ​ມັດ​ໃດໆໃຫ້​ປຶກສາ​ກັບ​ຄູ່​ຂອງ​ທ່ານ​ກ່ອນ

a ເຢໂຫວາ​ແມ່ນ​ຊື່​ຂອງ​ພະເຈົ້າ ຊື່​ນີ້​ປາກົດ​ໃນ​ຄຳພີ​ໄບເບິນ.