ຈົດໝາຍເຖິງຄລິດສະຕຽນໃນແຂວງຄາລາເຕຍ 5:1-26

  • ອິດສະຫຼະ​ຂອງ​ຄລິດສະຕຽນ (1-15)

  • ໃຊ້​ຊີວິດ​ຕາມ​ການ​ຊີ້ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ (16-26)

    • ການ​ກະທຳ​ທີ່​ເກີດ​ຈາກ​ຄວາມ​ຕ້ອງ​ການ​ຂອງ​ຄົນ​ທີ່​ບໍ່​ສົມບູນແບບ (19-21)

    • ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ (22, 23)

5  ເມື່ອ​ພະຄລິດ​ປົດປ່ອຍ​ພວກ​ເຮົາ​ໃຫ້​ເປັນ​ອິດສະຫຼະ​ແບບ​ນັ້ນ​ແລ້ວ ຂໍ​ໃຫ້​ພວກ​ເຮົາ​ຮັກສາ​ໄວ້.+ ຢ່າ​ກັບ​ໄປ​ແບກ​ແອກ​ຄື​ກັບ​ທາດ​ອີກ​ຕໍ່​ໄປ.+  ໃຫ້​ຕັ້ງໃຈ​ຟັງ​ດີ​ໆ​. ຂ້ອຍ​ໂປໂລ​ຂໍ​ບອກ​ໃຫ້​ຮູ້​ວ່າ ຖ້າ​ພວກ​ເຈົ້າ​ຮັບ​ສິນຕັດ* ສິ່ງ​ທີ່​ພະຄລິດ​ເຮັດ​ຈະ​ບໍ່​ເປັນ​ປະໂຫຍດ​ກັບ​ພວກ​ເຈົ້າ​ເລີຍ.+  ຂ້ອຍ​ຂໍ​ເວົ້າ​ອີກ​ເທື່ອ​ໜຶ່ງ​ກັບ​ທຸກ​ຄົນ​ທີ່​ຮັບ​ສິນຕັດ​ວ່າ ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ​ໃຫ້​ຄົບ​ທຸກ​ຂໍ້​ເດີ້.+  ພວກ​ເຈົ້າ​ຜູ້​ໃດ​ທີ່​ພະຍາຍາມ​ໃຫ້​ພະເຈົ້າ​ຍອມຮັບ​ໂດຍ​ການ​ເຮັດ​ຕາມ​ກົດໝາຍ​ນັ້ນ​ກໍ​ຂາດ​ຈາກ​ພະຄລິດ+ ແລະ​ຜູ້​ນັ້ນ​ຈະ​ບໍ່​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຈາກ​ພະຄລິດ​ອີກ​ຕໍ່​ໄປ.  ສ່ວນ​ພວກ​ເຮົາ ພວກ​ເຮົາ​ຕັ້ງໃຈ​ລໍ​ຖ້າ​ໃຫ້​ພະເຈົ້າ​ຍອມຮັບ ເຊິ່ງ​ຈະ​ເປັນ​ໄປ​ໄດ້​ດ້ວຍ​ພະລັງ​ຂອງ​ເພິ່ນ​ແລະ​ດ້ວຍ​ຄວາມ​ເຊື່ອ​ຂອງ​ພວກ​ເຮົາ.  ຊິ​ຮັບ​ສິນຕັດ​ຫຼື​ບໍ່​ຮັບ​ກໍ​ບໍ່​ສຳຄັນ​ສຳລັບ​ພະຄລິດ​ເຢຊູ+ ແຕ່​ສິ່ງ​ສຳຄັນ​ແມ່ນ​ການ​ສະແດງ​ຄວາມ​ເຊື່ອ​ທີ່​ເກີດ​ຈາກ​ຄວາມ​ຮັກ.  ພວກ​ເຈົ້າ​ກໍ​ເຮັດ​ໄດ້​ດີ*​ມາ​ຕະຫຼອດ.+ ຜູ້​ໃດ​ຂັດຂວາງ​ພວກ​ເຈົ້າ​ໃຫ້​ເຊົາ​ເຮັດ​ຕາມ​ຄວາມຈິງ?  ຜູ້​ໃດ​ຊັກຊວນ​ພວກ​ເຈົ້າ​ໃຫ້​ເຮັດ​ແບບ​ນີ້? ບໍ່​ແມ່ນ​ພະເຈົ້າ​ຜູ້​ທີ່​ເລືອກ​ພວກ​ເຈົ້າ​ດອກ.  ເຊື້ອ​ເຂົ້າຈີ່​ແຕ່​ໜ້ອຍ​ດຽວ​ກໍ​ເຮັດ​ໃຫ້​ແປ້ງ​ຟູ​ຂຶ້ນ​ໝົດ​ກ້ອນ.+ 10  ຂ້ອຍ​ໝັ້ນ​ໃຈ​ວ່າ​ພວກ​ເຈົ້າ​ທີ່​ເປັນ​ລູກສິດ​ຂອງ​ຜູ້​ເປັນ​ນາຍ+​ຈະ​ຄິດ​ຄື​ກັບ​ຂ້ອຍ. ແຕ່​ຜູ້​ໃດ​ທີ່​ເຮັດ​ໃຫ້​ພວກ​ເຈົ້າ​ສັບສົນ+ ລາວ​ຈະ​ຕ້ອງ​ຮັບ​ໂທດ​ຕາມ​ນັ້ນ. 11  ພີ່ນ້ອງ​ເອີ້ຍ ຖ້າ​ຂ້ອຍ​ຍັງ​ສອນ​ໃຫ້​ຮັບ​ສິນຕັດ​ຢູ່ ຂ້ອຍ​ກໍ​ຄື​ຊິ​ບໍ່​ຖືກ​ຂົ່ມເຫງ​ດອກ ແລະ​ເລື່ອງ​ທີ່​ຂ້ອຍ​ສອນ​ກ່ຽວ​ກັບ​ການ​ຕາຍ​ຂອງ​ພະ​ເຢຊູ​ເທິງ​ເສົາ​ທໍລະມານ*+​ກໍ​ຈະ​ບໍ່​ຜິດ​ໃຈ​ໃຜ​ອີ​ກ​ຕໍ່​ໄປ. 12  ຂ້ອຍ​ຢາກ​ໃຫ້​ຄົນ​ທີ່​ພະຍາຍາມ​ທຳລາຍ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ຕອນ​ໂຕເອງ​ສະ.* 13  ພີ່ນ້ອງ​ເອີ້ຍ ພວກ​ເຈົ້າ​ຖືກ​ເລືອກ​ໃຫ້​ເປັນ​ອິດສະຫຼະ​ແລ້ວ. ຢ່າ​ໃຊ້​ອິດສະຫຼະ​ນັ້ນ​ເພື່ອ​ເປັນ​ຂໍ້ອ້າງ​ທີ່​ຈະ​ປ່ອຍ​ໂຕ​ຕາມ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ມີ​ບາບ+ ແຕ່​ໃຫ້​ຮັບໃຊ້​ກັນ​ດ້ວຍ​ຄວາມ​ຮັກ.+ 14  ກົດໝາຍ​ຂອງ​ໂມເຊ​ທັງ​ໝົດ​ສະຫຼຸບ​ໄດ້​ໃນ​ຂໍ້​ດຽວ​ວ່າ “ໃຫ້​ຮັກ​ເພື່ອນ​ບ້ານ​ຄື​ກັບ​ຮັກ​ໂຕເອງ.”+ 15  ແຕ່​ຖ້າ​ພວກ​ເຈົ້າ​ຍັງ​ກັດ​ກັນ​ແລະ​ທຳຮ້າຍ​ກັນ​ກໍ​ລະວັງ​ໃຫ້​ດີ+ ຍ້ອນ​ພວກ​ເຈົ້າ​ຈະ​ທຳລາຍ​ກັນ​ເອງ​ຈົນ​ຈິບຫາຍ.+ 16  ຂ້ອຍ​ຂໍ​ບອກ​ວ່າ ໃຫ້​ພວກ​ເຈົ້າ​ໃຊ້​ຊີວິດ​ຕາມ​ການ​ຊີ້ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ+ ແລ້ວ​ພວກ​ເຈົ້າ​ຈະ​ບໍ່​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຄົນ​ທີ່​ບໍ່​ສົມບູນ​ແບບ.+ 17  ຄວາມ​ຕ້ອງການ​ທີ່​ຜິດ​ໆ​ຂັດແຍ່ງ​ກັບ​ພະລັງ​ຂອງ​ພະເຈົ້າ ແລະ​ພະລັງ​ຂອງ​ພະເຈົ້າ​ກໍ​ຂັດແຍ່ງ​ກັບ​ຄວາມ​ຕ້ອງການ​ທີ່​ຜິດ​ໆ​. ສອງ​ຢ່າງ​ນີ້​ຕໍ່ຕ້ານ​ກັນ​ຢູ່ ພວກ​ເຈົ້າ​ຈຶ່ງ​ເຮັດ​ໃນ​ສິ່ງ​ທີ່​ຢາກ​ເຮັດ​ບໍ່​ໄດ້.+ 18  ແຕ່​ຖ້າ​ພະລັງ​ຂອງ​ພະເຈົ້າ​ຢູ່​ນຳ​ພວກ​ເຈົ້າ​ແທ້​ໆ​ ພວກ​ເຈົ້າ​ກໍ​ຈະ​ບໍ່​ຢູ່​ໃຕ້​ກົດໝາຍ​ຂອງ​ໂມເຊ. 19  ຄວາມ​ຕ້ອງການ​ຂອງ​ຄົນ​ທີ່​ບໍ່​ສົມບູນ​ແບບ​ເຫັນ​ໄດ້​ແຈ້ງ. ເຂົາ​ເຈົ້າ​ມັກ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ*+ ເຮັດ​ສິ່ງ​ທີ່​ບໍ່​ສະອາດ ເຮັດ​ຊົ່ວ​ແບບ​ບໍ່​ອາຍ*+ 20  ຂາບໄຫວ້​ຮູບ​ບູຊາ ຫຼິ້ນ​ໄສຍະສາດ*+ ເປັນ​ສັດຕູ​ກັນ ຜິດ​ຖຽງ​ກັນ ລະແວງ​ກັນ ໃຈຮ້າຍ​ໃຫ້​ກັນ ຂັດແຍ່ງ​ກັນ ແບ່ງ​ພັກ​ແບ່ງ​ພວກ ແຍກ​ເປັນ​ນິກາຍ​ຕ່າງ​ໆ​ 21  ອິດສາ​ກັນ ເມົາ​ເຫຼົ້າ+ ກິນລ້ຽງ​ເຮຮາ​ຈົນ​ສຸດຂີດ ແລະ​ມັກ​ເຮັດ​ແນວ​ອື່ນ​ໆ​ທີ່​ຄ້າຍ​ກັບ​ສິ່ງ​ເຫຼົ່າ​ນີ້.+ ຂ້ອຍ​ຂໍ​ເຕືອນ​ພວກ​ເຈົ້າ​ໄວ້​ກ່ອນ​ແບບ​ທີ່​ຂ້ອຍ​ເຄີຍ​ເຕືອນ​ມາ​ແລ້ວ​ວ່າ ຄົນ​ທີ່​ເຮັດ​ສິ່ງ​ເຫຼົ່າ​ນີ້​ຈະ​ບໍ່​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ.*+ 22  ແຕ່​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ​ແມ່ນ​ຄວາມ​ຮັກ ຄວາມ​ຍິນດີ ສັນຕິສຸກ ຄວາມ​ອົດທົນ ຄວາມ​ເມດຕາ ຄວາມ​ດີ+ ຄວາມ​ເຊື່ອ 23  ຄວາມ​ອ່ອນໂຍນ ແລະ​ການ​ຄວບຄຸມ​ໂຕເອງ.+ ສິ່ງ​ເຫຼົ່າ​ນີ້​ບໍ່​ມີ​ກົດໝາຍ​ຫ້າມ​ເລີຍ. 24  ທຸກ​ຄົນ​ທີ່​ເປັນ​ຄົນ​ຂອງ​ພະຄລິດ​ເຢຊູ​ກໍ​ເອົາ​ຮ່າງກາຍ​ທີ່​ມີ​ບາບ​ພ້ອມ​ກັບ​ຄວາມ​ຕ້ອງການ​ຕ່າງ​ໆ​ຂອງ​ຮ່າງກາຍ​ຄຶງ​ໄວ້​ຢູ່​ເທິງ​ເສົາ​ແລ້ວ.+ 25  ຖ້າ​ພວກ​ເຮົາ​ຍອມ​ໃຫ້​ພະລັງ​ຂອງ​ພະເຈົ້າ​ຊີ້ນຳ ກໍ​ໃຫ້​ພວກ​ເຮົາ​ໃຊ້​ຊີວິດ​ຕໍ່​ໆ​ໄປ​ຕາມ​ທີ່​ພະລັງ​ຂອງ​ພະເຈົ້າ​ຊີ້ນຳ.+ 26  ຢ່າ​ຖື​ວ່າ​ໂຕເອງ​ສຳຄັນ​ກວ່າ​ຄົນ​ອື່ນ+ ຢ່າ​ຍົວະ​ໃຫ້​ມີ​ການ​ແຂ່ງຂັນ​ກັນ+ ແລະ​ຢ່າ​ອິດສາ​ກັນ.

ຂໍຄວາມໄຂເງື່ອນ

ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ
ແປ​ຕາມ​ໂຕ​ວ່າ “ແລ່ນ​ໄດ້​ດີ”
ຫຼື “ທຳລາຍ​ອະໄວຍະວະ​ເພດ​ຂອງ​ໂຕເອງ​ເລີຍ.” ເມື່ອ​ເຮັດ​ແບບ​ນັ້ນ ກໍ​ຈະ​ເຮັດ​ໃຫ້​ລາວ​ບໍ່​ມີ​ຄຸນສົມບັດ​ທີ່​ຈະ​ເຮັດ​ໜ້າທີ່​ສອນ​ກົດໝາຍ​ຂອງ​ໂມເຊ.
ຫຼື “ໃຊ້​ຄາຖາອາຄົມ; ໃຊ້​ຢາ​ຫຼື​ຢາເສບຕິດ”
ແປ​ຕາມ​ໂຕ​ວ່າ “ບໍ່​ໄດ້​ຮັບ​ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ມໍລະດົກ”