ຈົດໝາຍເຖິງຄລິດສະຕຽນໃນເມືອງເອເຟໂຊ 5:1-33

  • ຄຳເວົ້າ​ແລະ​ການ​ກະທຳ​ທີ່​ບໍລິສຸດ (1-5)

  • ໃຊ້​ຊີວິດ​ແບບ​ຄົນ​ທີ່​ຢູ່​ໃນ​ຄວາມ​ສະຫວ່າງ (6-14)

  • ໃຫ້​ມີ​ພະລັງ​ຂອງ​ພະເຈົ້າ​ຫຼາຍ⁠​ໆ​ (15-20)

    • ໃຊ້​ເວລາ​ໃຫ້​ເປັນ​ປະໂຫຍດ​ຫຼາຍ​ທີ່​ສຸດ (16)

  • ຄຳ​ແນະນຳ​ສຳລັບ​ຜົວ​ເມຍ (21-33)

5  ດັ່ງນັ້ນ ໃຫ້​ພວກ​ເຈົ້າ​ຮຽນ​ແບບ​ພະເຈົ້າ+​ຄື​ກັບ​ລູກ​ທີ່​ຮັກ​ຂອງ​ເພິ່ນ  ແລະ​ໃຊ້​ຊີວິດ​ດ້ວຍ​ຄວາມ​ຮັກ​ຕໍ່ໄປ+​ຄື​ກັບ​ທີ່​ພະຄລິດ​ຮັກ​ພວກ​ເຮົາ.*+ ເພິ່ນ​ຍອມ​ສະລະ​ຊີວິດ​ເປັນ​ເຄື່ອງ​ບູຊາ​ທີ່​ມີ​ກິ່ນ​ຫອມ​ສຳລັບ​ພະເຈົ້າ​ເພື່ອ​ພວກ​ເຮົາ.+  ຢ່າ​ເວົ້າ​ລົມ​ກັນ​ໃນ​ເລື່ອງ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ* ການ​ກະທຳ​ທີ່​ບໍ່​ສະອາດ​ທຸກ​ຮູບແບບ​ຫຼື​ຄວາມ​ໂລບ+ ຍ້ອນ​ມັນ​ບໍ່​ເໝາະສົມ​ກັບ​ຄົນ​ບໍລິສຸດ.+  ຢ່າ​ເຮັດ​ເລື່ອງ​ໜ້າ​ອາຍ ແລະ​ຢ່າ​ເວົ້າ​ເລື່ອງ​ບໍ່​ມີ​ສາລະຫຼື​ເລື່ອງ​ຕະຫຼົກ​ລາມົກ​ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ເໝາະສົມ+ ແຕ່​ໃຫ້​ຂອບໃຈ​ພະເຈົ້າ​ດີ​ກວ່າ.+  ພວກ​ເຈົ້າ​ຮູ້​ແລ້ວ​ວ່າ​ຄົນ​ທີ່​ເຮັດ​ຜິດ​ສິນລະທຳ​ທາງ​ເພດ*+ ຄົນ​ທີ່​ເຮັດ​ສິ່ງ​ທີ່​ບໍ່​ສະອາດ ຫຼື​ຄົນ​ໂລບ+​ທີ່​ເປັນ​ຄື​ກັບ​ຄົນ​ຂາບໄຫວ້​ຮູບ​ບູຊາ ຈະ​ບໍ່​ມີ​ສ່ວນ​ໃນ​ການ​ປົກຄອງ*​ຂອງ​ພະຄລິດ​ແລະ​ຂອງ​ພະເຈົ້າ.+  ຢ່າ​ໃຫ້​ຜູ້​ໃດ​ຫຼອກລວງ​ພວກ​ເຈົ້າ​ດ້ວຍ​ຄຳ​ເວົ້າ​ທີ່​ບໍ່​ແມ່ນ​ຄວາມ​ຈິງ ຍ້ອນ​ພະເຈົ້າ​ຈະ​ລົງໂທດ​ຄົນ​ທີ່​ບໍ່​ເຊື່ອຟັງ​ທີ່​ເຮັດ​ສິ່ງ​ເຫຼົ່າ​ນັ້ນ.  ດັ່ງນັ້ນ ຢ່າ​ເຮັດ​ຄື​ກັບ​ເຂົາເຈົ້າ.  ພວກ​ເຈົ້າ​ເຄີຍ​ຢູ່​ໃນ​ຄວາມ​ມືດ* ແຕ່​ຕອນນີ້​ຢູ່​ໃນ​ຄວາມ​ສະຫວ່າງ​ແລ້ວ*+​ຍ້ອນ​ພວກ​ເຈົ້າ​ເປັນ​ຄົນ​ຂອງ​ຜູ້​ເປັນ​ນາຍ.+ ຂໍ​ໃຫ້​ໃຊ້​ຊີວິດ​ແບບ​ຄົນ​ທີ່​ຢູ່​ໃນ​ຄວາມ​ສະຫວ່າງ​ຕໍ່ໄປ.  ຜົນ​ຂອງ​ຄວາມ​ສະຫວ່າງ​ແມ່ນ​ຄວາມ​ດີ​ທຸກຢ່າງ ຄວາມ​ຖືກຕ້ອງ ແລະ​ຄວາມ​ສັດຊື່.+ 10  ໃຫ້​ກວດ​ເບິ່ງ​ຢູ່​ສະເໝີ​ວ່າ​ສິ່ງ​ທີ່​ພວກ​ເຈົ້າ​ເຮັດ​ເປັນ​ສິ່ງ​ທີ່​ຜູ້​ເປັນ​ນາຍ​ພໍໃຈ​ຫຼື​ບໍ່.+ 11  ໃຫ້​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ມີ​ຄ່າ​ທີ່​ກ່ຽວກັບ​ຄວາມ​ມືດ+ ແຕ່​ໃຫ້​ເປີດໂປງ​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ຊົ່ວ. 12  ຍ້ອນ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ແບບ​ລັບ​ໆ​ນັ້ນ​ຖ້າ​ຈະ​ເວົ້າ​ເຖິງ​ກໍ​ເປັນ​ຕາ​ໜ້າ​ອາຍ. 13  ຄວາມ​ສະຫວ່າງ​ເປີດເຜີຍ​ທຸກສິ່ງ ທຸກສິ່ງ​ທີ່​ຖືກ​ເປີດເຜີຍ​ຈຶ່ງ​ແຈ້ງ​ສະຫວ່າງ. 14  ພະຄຳພີ​ບອກ​ໄວ້​ວ່າ: “ຄົນ​ທີ່​ນອນ​ຫຼັບ​ຢູ່ ຕື່ນ​ແມ້. ລຸກ​ຂຶ້ນ​ຈາກ​ຕາຍ​ແມ້+ ແລ້ວ​ພະຄລິດ​ຈະ​ສ່ອງແສງ​ສະຫວ່າງ​ມາ​ໃຫ້​ເຈົ້າ.”+ 15  ດັ່ງນັ້ນ ລະວັງ​ໃຫ້​ດີ​ສະເໝີ ຢ່າ​ໃຊ້​ຊີວິດ​ຄື​ຄົນ​ໂງ່ ແຕ່​ໃຫ້​ໃຊ້​ຊີວິດ​ຄື​ຄົນ​ສະຫຼາດ. 16  ໃຊ້​ເວລາ​ໃຫ້​ເປັນ​ປະໂຫຍດ​ຫຼາຍ​ທີ່​ສຸດ*+​ຍ້ອນ​ສະໄໝ​ນີ້​ຊົ່ວ​ຫຼາຍ. 17  ດັ່ງນັ້ນ ຢ່າ​ເປັນ​ຄົນ​ບໍ່​ຮູ້​ຈັກ​ຄິດ ແຕ່​ໃຫ້​ພະຍາຍາມ​ເຂົ້າໃຈ​ວ່າ​ພະ​ເຢໂຫວາ*​ຕ້ອງ​ການ​ຫຍັງ.+ 18  ຢ່າ​ເມົາ​ເຫຼົ້າ+ ຍ້ອນ​ຈະ​ເຮັດ​ໃຫ້​ຂາດ​ສະຕິ* ແຕ່​ໃຫ້​ພວກ​ເຈົ້າ​ມີ​ພະລັງ​ຂອງ​ພະເຈົ້າ​ຫຼາຍ​ໆ​ຢູ່​ສະເໝີ. 19  ໃຫ້​ກະຕຸ້ນ​ກັນ*​ໂດຍ​ການ​ຮ້ອງ​ເພງສັນລະເສີນ ເພງ​ຍ້ອງຍໍ​ພະເຈົ້າ+ ແລະ​ເພງ​ນະມັດສະການ​ພະເຈົ້າ. ໃຫ້​ຮ້ອງ​ເພງ​ແລະ​ເຮັດ​ທຳນອງ​ດົນຕີ+​ໃນ​ໃຈ​ໃຫ້​ພະ​ເຢໂຫວາ*+ 20  ແລະ​ຂອບໃຈ​ພະເຈົ້າ+​ຜູ້​ເປັນ​ພໍ່​ຂອງ​ພວກ​ເຮົາ​ສະເໝີ​ສຳລັບ​ທຸກສິ່ງ​ທຸກຢ່າງ​ໃນ​ນາມ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ.+ 21  ໃຫ້​ເຊື່ອຟັງ​ກັນ​ແລະ​ກັນ+​ດ້ວຍ​ຄວາມ​ຢ້ານຢຳ​ພະຄລິດ. 22  ໃຫ້​ເມຍ​ເຊື່ອຟັງ​ຜົວ+​ຄື​ກັບ​ທີ່​ລາວ​ເຊື່ອຟັງ​ພະຄລິດ 23  ຍ້ອນ​ຜົວ​ເປັນ​ຜູ້​ນຳ*​ຂອງ​ເມຍ+​ຄື​ກັບ​ທີ່​ພະຄລິດ​ເປັນ​ຜູ້​ນຳ​ຂອງ​ປະຊາຄົມ.+ ປະຊາຄົມ​ເປັນ​ຮ່າງກາຍ​ຂອງ​ພະຄລິດ​ທີ່​ເພິ່ນ​ຊ່ວຍ​ໃຫ້​ລອດ. 24  ດັ່ງນັ້ນ ໃຫ້​ເມຍ​ເຊື່ອຟັງ​ຜົວ​ສະເໝີ​ຄື​ກັບ​ທີ່​ປະຊາຄົມ​ເຊື່ອຟັງ​ພະຄລິດ 25  ສ່ວນ​ຜົວ​ກໍ​ໃຫ້​ຮັກ​ເມຍ​ສະເໝີ+​ຄື​ກັບ​ທີ່​ພະຄລິດ​ຮັກ​ປະຊາຄົມ​ແລະ​ສະລະ​ຊີວິດ​ເພື່ອ​ເຂົາເຈົ້າ.+ 26  ເພິ່ນ​ເຮັດ​ແບບ​ນີ້​ເພື່ອ​ຈະ​ລ້າງ​ປະຊາຄົມ​ໃຫ້​ສະອາດ​ດ້ວຍ​ນ້ຳ​ທີ່​ເປັນ​ຄຳ​ສອນ​ຂອງ​ພະເຈົ້າ.+ 27  ເມື່ອ​ເຮັດ​ແນວ​ນີ້ ເພິ່ນ​ຈະ​ເຮັດ​ໃຫ້​ປະຊາຄົມ​ງົດງາມ​ສຳລັບ​ເພິ່ນ ເປັນ​ປະຊາຄົມ​ທີ່​ບໍ່​ມີ​ຮອຍ​ດ່າງ ຮອຍ​ຫ່ຽວ ຫຼື​ຂໍ້​ບົກພ່ອງ​ຫຍັງ​ເລີຍ+ ແຕ່​ບໍລິສຸດ​ແລະ​ບໍ່​ມີ​ຕຳໜິ.+ 28  ຜົວ​ກໍ​ຄື​ກັນ ຄວນ​ຮັກ​ເມຍ​ຄື​ກັບ​ຮັກ​ຮ່າງກາຍ​ຂອງ​ໂຕເອງ. ຜູ້​ຊາຍ​ທີ່​ຮັກ​ເມຍ​ກໍ​ຮັກ​ໂຕເອງ. 29  ບໍ່​ມີ​ຜູ້​ຊາຍ​ຄົນ​ໃດ​ຊັງ​ຮ່າງກາຍ​ໂຕເອງ ແຕ່​ລາວ​ຈະ​ເບິ່ງແຍງ​ແລະ​ທະນຸ​ຖະໜອມ​ມັນ​ຄື​ກັບ​ທີ່​ພະຄລິດ​ເຮັດ​ຕໍ່​ປະຊາຄົມ. 30  ເພິ່ນ​ເຮັດ​ແນວ​ນັ້ນ​ຍ້ອນ​ພວກ​ເຮົາ​ເປັນ​ອະໄວຍະວະ​ໃນ​ຮ່າງກາຍ​ຂອງ​ເພິ່ນ.+ 31  “ດັ່ງນັ້ນ ຜູ້​ຊາຍ​ຈະ​ຈາກ​ພໍ່​ແມ່​ໄປ​ຢູ່​ກັບ​ເມຍ ແລະ​ເຂົາເຈົ້າ​ກໍ​ຈະ​ເປັນ​ອັນໜຶ່ງ​ອັນດຽວ​ກັນ.”*+ 32  ຄວາມ​ລັບ​ສັກສິດ+​ເລື່ອງ​ນີ້​ສຳຄັນ​ຫຼາຍ ເປັນ​ເລື່ອງ​ກ່ຽວກັບ​ພະຄລິດ​ແລະ​ປະຊາຄົມ.+ 33  ແຕ່​ສຳລັບ​ພວກ​ເຈົ້າ ໃຫ້​ຜົວ​ທຸກ​ຄົນ​ຮັກ​ເມຍ+​ຄື​ກັບ​ຮັກ​ໂຕເອງ ສ່ວນ​ເມຍ​ກໍ​ຄວນ​ນັບຖື​ຜົວ​ຈາກ​ໃຈ.+

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ພວກ​ເຈົ້າ”
ຄຳ​ພາສາ​ກຣີກ​ແມ່ນ​ພໍເນຍ. ເບິ່ງ​ຄຳ​ວ່າ “ພໍເນຍ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ແປ​ຕາມ​ໂຕ​ວ່າ “ບໍ່​ໄດ້​ຮັບ​ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ມໍລະດົກ”
ແປ​ຕາມ​ໂຕ​ວ່າ “ເຄີຍ​ເປັນ​ຄວາມ​ມືດ”
ແປ​ຕາມ​ໂຕ​ວ່າ “ເປັນ​ຄວາມ​ສະຫວ່າງ​ແລ້ວ”
ຫຼື “ຊື້​ເວລາ​ມາ​ໃຊ້”
ຫຼື “ເຮັດ​ໃຫ້​ກາຍ​ຂອບເຂດ”
ຫຼື​ອາດ​ແປ​ວ່າ “ໃຫ້​ເວົ້າ​ກັບ​ໂຕເອງ”
ແປ​ຕາມ​ໂຕ​ວ່າ “ຫົວ”
ຫຼື “ເປັນ​ຄື​ກັບ​ຄົນ​​ໆ​ດຽວ​ກັນ”