ຈົດໝາຍຂອງຢາໂກໂບ 3:1-18

  • ລີ້ນ​ຝຶກ​ບໍ່​ໄດ້ (1-12)

    • ຫຼາຍ​ຄົນ​ບໍ່​ຄວນ​ເປັນ​ຄູ​ສອນ (1)

  • ສະຕິ​ປັນຍາ​ຈາກ​ພະເຈົ້າ (13-18)

3  ພີ່ນ້ອງ​ເອີ້ຍ ພວກ​ເຈົ້າ​ຫຼາຍ​ຄົນ​ບໍ່​ຄວນ​ເປັນ​ຄູ​ສອນ. ພວກ​ເຈົ້າ​ຮູ້​ວ່າ​ຖ້າ​ເປັນ​ຄູ​ສອນ​ກໍ​ຕ້ອງ​ຮັບຜິດຊອບ​ຕໍ່​ພະເຈົ້າ​ຫຼາຍ​ກວ່າ​ຄົນອື່ນ.+  ພວກ​ເຮົາ​ທຸກ​ຄົນ​ເຮັດ​ຜິດ​ພາດ​ຢູ່​ເລື້ອຍ​ໆ​.+ ຖ້າ​ຜູ້​ໃດ​ບໍ່​ຜິດ​ພາດ​ເລີຍ​ໃນຄຳເວົ້າ ລາວ​ກໍ​ເປັນ​ຄົນ​ສົມບູນແບບ​ແລ້ວ ແລະ​ສາມາດ​ຄວບຄຸມ​ຮ່າງກາຍ​ໄດ້​ທຸກ​ສ່ວນ.  ຖ້າ​ພວກ​ເຮົາ​ເອົາ​ເຊືອກ*​ຄາດ​ໃສ່​ປາກ​ມ້າ​ເພື່ອ​ໃຫ້​ມັນ​ເຊື່ອຟັງ​ເຮົາ ພວກ​ເຮົາ​ກໍ​ຄວບຄຸມ​ມັນ​ໄດ້​ທຸກ​ສ່ວນ.  ເຮືອ​ກໍ​ຄື​ກັນ ເຖິງ​ວ່າ​ມັນ​ຈະ​ລຳ​ໃຫຍ່​ແລະ​ແລ່ນ​ໄປ​ໂດຍ​ໃຊ້​ແຮງ​ຂອງ​ລົມ ແຕ່​ມັນ​ກໍ​ຖືກ​ຄວບຄຸມ​ໂດຍ​ຫາງເສືອ​ນ້ອຍ​ໆ​ເພື່ອ​ໃຫ້​ແລ່ນ​ໄປ​ຕາມ​ທີ່​ຜູ້​ຂັດທ້າຍ​ເຮືອ​ຕ້ອງການ.  ລີ້ນ​ກໍ​ຄື​ກັນ ມັນ​ເປັນ​ອະໄວຍະວະ​ນ້ອຍ​ໆ​ແຕ່​ເວົ້າ​ໃຫຍ່. ຄິດ​ເບິ່ງ​ແມ້ ແປວ​ໄຟ​ນ້ອຍ​ໆ​ກໍ​ສາມາດ​ຈູດ​ປ່າ​ທີ່​ໃຫຍ່​ໆ​ໃຫ້​ໝົດ​ໄດ້!  ລີ້ນ​ເປັນ​ຄື​ກັບ​ໄຟ.+ ໃນ​ອະໄວຍະວະ​ຕ່າງ​ໆ​ຂອງ​ຮ່າງກາຍ ລີ້ນ​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຫຼາຍ​ຢ່າງ. ມັນ​ເຮັດ​ໃຫ້​ທຸກ​ສ່ວນ​ຂອງ​ຮ່າງກາຍ​ບໍ່​ສະອາດ+​ແລະ​ທຳລາຍ​ຊີວິດ​ຄົນ​ຄື​ກັບ​ການ​ເຜົາ​ໄໝ້​ຂອງ​ໄຟ​ຈາກ​ເກເຮັນນາ.*  ສັດ​ທຸກ​ຊະນິດຝຶກ​ໄດ້ ບໍ່​ວ່າ​ຈະ​ເປັນ​ສັດ​ປ່າ ນົກ ສັດ​ເລືອຄານ ຫຼື​ສັດ​ໃນ​ທະເລ ແລະ​ມີ​ຄົນ​ເຄີຍ​ຝຶກ​ພວກ​ມັນ​ມາ​ແລ້ວ.  ແຕ່​ບໍ່​ມີ​ໃຜ​ຝຶກ​ລີ້ນ​ໄດ້. ມັນ​ຄວບຄຸມ​ບໍ່​ໄດ້ ສ້າງ​ຄວາມ​ເສຍຫາຍ ແລະ​ມີ​ພິດ​ຮ້າຍແຮງຈົນ​ເຮັດ​ໃຫ້​ຕາຍ.+  ພວກ​ເຮົາ​ໃຊ້​ລີ້ນ​ສັນລະເສີນ​ພະ​ເຢໂຫວາ*​ພໍ່​ຂອງ​ພວກ​ເຮົາ ແຕ່​ກໍ​ຍັງ​ໃຊ້​ມັນ​ປ້ອຍ​ດ່າ​ມະນຸດ​ທີ່​ຖືກ​ສ້າງ “ຄ້າຍຄື​ກັບ​ພະເຈົ້າ.”+ 10  ທັງ​ຄຳ​ສັນລະເສີນ​ແລະ​ຄຳ​ປ້ອຍ​ດ່າ​ກໍ​ອອກ​ມາ​ຈາກ​ປາກ​ດຽວ​ກັນ. ພີ່ນ້ອງ​ເອີ້ຍ ຢ່າ​ໃຫ້​ເປັນ​ແບບ​ນັ້ນ​ເລີຍ.+ 11  ນ້ຳ​ຈືດ​ກັບ​ນ້ຳ​ເຄັມ​ຈະ​ອອກ​ມາ​ຈາກ​ບໍ່​ດຽວ​ກັນ​ໄດ້​ບໍ? 12  ພີ່ນ້ອງ​ເອີ້ຍ ໝາກ​ກອກ​ຈະ​ເປັນ​ໝາກ​ຢູ່​ຕົ້ນ​ໝາກ​ເດື່ອ​ໄດ້​ບໍ? ໝາກເດື່ອ​ຈະ​ເປັນ​ໝາກ​ຢູ່​ຕົ້ນ​ໝາກ​ລະແຊັງ​ໄດ້​ບໍ?+ ຄັນຊັ້ນ ນ້ຳ​ຈືດ​ຈະ​ອອກ​ມາ​ຈາກ​ບໍ່​ນ້ຳ​ເຄັມ​ກໍ​ບໍ່​ໄດ້​ຄື​ກັນ. 13  ໃນ​ພວກ​ເຈົ້າ​ມີ​ໃຜ​ທີ່​ມີ​ສະຕິ​ປັນຍາ​ແລະ​ຄວາມ​ເຂົ້າໃຈ​ບໍ? ໃຫ້​ລາວ​ເຮັດ​ໃຫ້​ເຫັນ​ໂດຍ​ການ​ປະພຶດ​ທີ່​ດີ ແລະ​ເຮັດ​ທຸກ​ຢ່າງ​ດ້ວຍ​ຄວາມ​ອ່ອນໂຍນ​ທີ່​ມາ​ຈາກ​ສະຕິ​ປັນຍາ​ຂອງ​ພະເຈົ້າ. 14  ແຕ່​ຖ້າ​ໃນ​ໃຈ​ພວກ​ເຈົ້າ​ມີ​ຄວາມ​ອິດສາ+​ແລະ​ນ້ຳໃຈ​ຊີງດີ​ຊີງເດັ່ນ*+ ກໍຢ່າ​ອວດ​ວ່າ​ໂຕເອງ​ມີສະຕິ​ປັນຍາ.+ ຖ້າ​ພວກ​ເຈົ້າ​ເຮັດ​ແບບ​ນັ້ນ​ກໍ​ສະແດງ​ວ່າ​ພວກ​ເຈົ້າ​ເວົ້າ​ຂັດ​ກັບ​ຄວາມຈິງ. 15  ສະຕິ​ປັນຍາ​ນີ້​ບໍ່​ໄດ້​ມາ​ຈາກ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ ແຕ່​ເປັນ​ສະຕິ​ປັນຍາ​ແບບ​ໂລກ+ ແບບ​ສັດ ແລະ​ແບບ​ປີສາດ. 16  ຖ້າ​ບ່ອນ​ໃດ​ມີ​ຄວາມ​ອິດສາ​ແລະ​ນ້ຳໃຈ​ຊີງດີ​ຊີງເດັ່ນ ບ່ອນ​ນັ້ນ​ກໍ​ມີ​ຄວາມ​ວຸ່ນວາຍ​ແລະ​ຄວາມ​ຊົ່ວ​ຮ້າຍ​ທຸກ​ຢ່າງ.+ 17  ແຕ່​ສະຕິ​ປັນຍາ​ຈາກ​ພະເຈົ້າ​ນັ້ນ ທຳອິດ​ເຮັດ​ໃຫ້​ຄົນ​ມີ​ຫົວໃຈ​ບໍລິສຸດ.+ ຈາກນັ້ນ ມັນ​ກໍ​ເຮັດ​ໃຫ້​ລາວ​ເປັນ​ຄົນ​ສ້າງ​ສັນຕິສຸກ+ ຍອມ​ຄົນອື່ນ+ ພ້ອມ​ຈະ​ເຊື່ອຟັງ ຮູ້ສຶກ​ອີ່ຕົນ​ຄົນອື່ນ ເຮັດ​ສິ່ງ​ທີ່​ດີ+ ບໍ່​ລຳອຽງ+ ແລະ​ບໍ່​ໜ້າ​ຊື່​ໃຈ​ຄົດ.+ 18  ນອກ​ຈາກ​ນັ້ນ ຄົນ​ທີ່​ເຮັດ​ດີ​ກັບ​ຄົນ​ອື່ນ​ກໍ​ເຮັດ​ສິ່ງ​ທີ່​ຖືກຕ້ອງ+ ແລະ​ເຮັດ​ໃຫ້​ຄົນ​ອື່ນ​ມີ​ສັນຕິສຸກ​ນຳ.+

ຂໍຄວາມໄຂເງື່ອນ

ເຊືອກ​ນີ້​ມັດ​ຢູ່​ສອງ​ສົ້ນ​ຂອງ​ເຫຼັກ​ສຳລັບ​ໃສ່​ປາກ​ມ້າ​ເພື່ອ​ຈະ​ຄວບຄຸມ​ມັນ​ໄດ້
ຫຼື​ອາດ​ແປ​ວ່າ “ຄວາມ​ທະເຍີທະຍານ​ທີ່​ເຫັນ​ແກ່​ໂຕ”