ປະຖົມມະການ 2:1-25

  • ພະເຈົ້າ​ຢຸດ​ພັກ​ໃນ​ມື້​ທີ 7 (1-3)

  • ພະເຢໂຫວາ​ພະເຈົ້າ​ຜູ້​ສ້າງ​ຟ້າ​ກັບ​ໂລກ (4)

  • ຜູ້​ຊາຍ​ແລະ​ຜູ້​ຍິງ​ຢູ່​ໃນ​ສວນ​ເອເດັນ (5-25)

    • ພະເຈົ້າ​ສ້າງ​ຄົນ​ຈາກ​ຂີ້​ດິນ (7)

    • ຕົ້ນ​ໄມ້​ທີ່​ໃຫ້​ຮູ້​ຄວາມ​ດີ​ຄວາມ​ຊົ່ວ​ທີ່​ພະເຈົ້າ​ຫ້າມ​ບໍ່​ໃຫ້​ກິນ (15-17)

    • ການ​ສ້າງ​ຜູ້​ຍິງ (18-25)

2  ຕອນ​ນີ້ ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພະເຈົ້າ​ສ້າງ​ທີ່​ຢູ່​ເທິງ​ຟ້າ ແລະ​ທີ່​ຢູ່​ໃນ​ໂລກ​ກໍແລ້ວ​ໝົດ​ແລ້ວ.+  ເມື່ອ​ມາ​ຮອດ​ມື້​ທີ 7 ພະເຈົ້າ​ກໍ​ເຮັດ​ວຽກ​ຂອງ​ເພິ່ນ​ແລ້ວ​ໝົດ​ແລ້ວ ແລະ​ມື້​ນັ້ນ​ເພິ່ນ​ໄດ້​ເລີ່ມ​ຢຸດ​ພັກ​ຈາກ​ວຽກ​ທັງ​ໝົດ​ຂອງ​ເພິ່ນ.+  ພະເຈົ້າ​ໄດ້​ອວຍພອນ​ໃຫ້​ມື້​ທີ 7 ນັ້ນ ແລະ​ໄດ້​ກັນ​ມື້​ນັ້ນ​ໄວ້​ເພື່ອຈຸດ​ປະສົງພິເສດ​ຂອງ​ເພິ່ນ ຍ້ອນ​ເພິ່ນ​ເລີ່ມ​ຢຸດ​ພັກ​ຈາກ​ວຽກ​ທັງ​ໝົດ ເພາະ​ທຸກ​ຢ່າງ​ໄດ້​ເປັນ​ໄປ​ຕາມ​ທີ່​ເພິ່ນ​ຕ້ອງການ​ແລ້ວ.  ທັງ​ໝົດ​ນີ້​ແມ່ນ​ເລື່ອງ​ກ່ຽວ​ກັບ​ຕອນ​ທີ່​ພະ​ເຢໂຫວາ*ໄດ້​ສ້າງ​ຟ້າ​ກັບ​ໂລກ.+  ຕອນ​ນັ້ນ​ຍັງ​ບໍ່​ມີ​ພືດ​ຜັກ​ເກີດຂຶ້ນ​ເທິງ​ໜ້າ​ດິນ​ເທື່ອ ຍ້ອນ​ວ່າ​ພະ​ເຢໂຫວາ​ຍັງ​ບໍ່​ທັນ​ໄດ້​ໃຫ້​ມີ​ຝົນ​ຕົກ​ໃສ່​ດິນ ແລະ​ຍັງ​ບໍ່​ມີ​ຄົນ​ເຮັດ​ໄຮ່​ເຮັດ​ສວນ.  ແຕ່​ມີ​ອາຍນ້ຳ​ຂຶ້ນ​ມາ​ຈາກ​ໜ້າ​ດິນ​ເຮັດ​ໃຫ້​ດິນ​ຊຸ່ມ.  ແລ້ວ​ພະ​ເຢໂຫວາ​ພະເຈົ້າ​ໄດ້ສ້າງ​ຄົນ​ຈາກ​ຂີ້​ດິນ+ ແລະ​ເປົ່າ​ລົມ​ໃສ່​ຮູດັງເຮັດ​ໃຫ້​ລາວ​ມີ​ຊີວິດ+ ຄົນ​ນັ້ນ​ຈຶ່ງ​ມີ​ຊີວິດ.+  ພະ​ເຢໂຫວາ​ພະເຈົ້າ​ໄດ້​ສ້າງ​ສວນໜຶ່ງຊື່​ເອເດັນ+ໄວ້​ທາງ​ທິດ​ຕາເວັນ​ອອກ ແລະ​ໃຫ້​ມະນຸດຢູ່​ຫັ້ນ.+  ພະ​ເຢໂຫວາ​ພະເຈົ້າ​ເຮັດ​ໃຫ້​ມີ​ຕົ້ນ​ໄມ້​ທຸກ​ຊະນິດ​ທີ່​ສວຍ​ງາມ​ແລະ​ມີ​ໝາກ​ເປັນ​ຕາ​ກິນ ລວມ​ທັງ​ຕົ້ນ​ໄມ້​ທີ່​ໃຫ້​ຊີວິດ+​ທີ່​ຢູ່​ກາງ​ສວນ ແລະ​ຕົ້ນ​ໄມ້​ທີ່​ໃຫ້​ຮູ້​ຄວາມ​ດີ​ຄວາມ​ຊົ່ວ.+ 10  ມີ​ແມ່ນ້ຳ​ທີ່​ໄຫຼ​ອອກ​ມາ​ຈາກ​ສວນ​ເອເດັນ​ເພື່ອ​ເຮັດ​ໃຫ້​ສວນ​ນັ້ນ​ຊຸ່ມ. ແມ່ນ້ຳ​ນັ້ນ​ແບ່ງ​ອອກ​ເປັນ 4 ສາຍ. 11  ແມ່ນ້ຳ​ສາຍ​ທຳ​ອິດ​ຊື່​ປີໂຊນ. ແມ່ນ້ຳ​ນີ້​ໄຫຼ​ອ້ອມ​ຮາວິລາ​ເຊິ່ງ​ເປັນ​ບ່ອນ​ທີ່​ມີ​ຄຳ​ຫຼາຍ. 12  ຄຳ​ຢູ່​ບ່ອນ​ນັ້ນດີ​ຫຼາຍ ຍັງ​ມີ​ຢາງ​ໄມ້​ຫອມ​ແລະຫີນ​ໂອນິກນຳອີກ. 13  ແມ່ນ້ຳ​ສາຍ​ທີ 2 ຊື່​ກີໂຮນ. ແມ່ນ້ຳ​ນີ້​ໄຫຼ​ອ້ອມ​ກູເຊ.* 14  ແມ່ນ້ຳ​ສາຍ​ທີ 3 ຊື່​ຕິກຣິດ.+ ແມ່ນ້ຳ​ນີ້​ໄຫຼ​ໄປ​ທາງ​ທິດ​ຕາເວັນ​ອອກ​ຂອງ​ອັດ​ຊີເຣຍ.+ ແມ່ນ້ຳ​ສາຍ​ທີ 4 ຊື່​ເອິຟາຣາດ.+ 15  ພະ​ເຢໂຫວາ​ພະເຈົ້າ​ໃຫ້​ຜູ້​ຊາຍ​ຄົນ​ນັ້ນ​ຢູ່​ໃນ​ສວນ​ເອເດັນ. ເພິ່ນ​ໃຫ້​ລາວ​ເບິ່ງ​ແຍງ​ແລະ​ຂະຫຍາຍ​ສວນ​ນັ້ນ.+ 16  ພະ​ເຢໂຫວາ​ພະເຈົ້າ​ບອກ​ຜູ້​ຊາຍ​ຄົນ​ນັ້ນ​ວ່າ: “ເຈົ້າ​ກິນ​ໝາກ​ໄມ້​ທຸກ​ຊະນິດ​ໃນ​ສວນໄດ້​ຢ່າງ​ເຕັມທີ​ໂລດ.+ 17  ແຕ່​ຫ້າມ​ເຈົ້າ​ກິນ​ໝາກ​ໄມ້​ທີ່​ໃຫ້​ຮູ້​ຄວາມ​ດີ​ຄວາມ​ຊົ່ວ​ນັ້ນ ຖ້າ​ເຈົ້າ​ກິນ​ມື້​ໃດ​ເຈົ້າ​ກໍ​ຈະ​ຕາຍ​ມື້​ນັ້ນ.”+ 18  ຈາກ​ນັ້ນ ພະ​ເຢໂຫວາ​ພະເຈົ້າ​ບອກ​ວ່າ: “ຖ້າ​ຈະ​ໃຫ້​ຜູ້​ຊາຍ​ຄົນ​ນັ້ນ​ຢູ່​ຜູ້​ດຽວ​ມັນ​ກໍ​ບໍ່​ດີ ເຮົາ​ຈະ​ສ້າງ​ຜູ້​ຊ່ວຍ​ເພື່ອ​ໃຫ້​ເປັນ​ຄູ່​ຂອງ​ລາວ.”+ 19  ພະ​ເຢໂຫວາ​ພະເຈົ້າ​ໄດ້​ພາ​ສັດ​ທີ່​ເພິ່ນ​ສ້າງ​ຈາກ​ຂີ້​ດິນ ທັງ​ສັດ​ປ່າ​ແລະ​ສັດ​ທີ່​ບິນ​ໄດ້​ທຸກ​ຊະນິດ​ມາ​ຫາ​ມະນຸດ ເພື່ອ​ເບິ່ງ​ວ່າ​ລາວ​ຈະ​ເອີ້ນ​ສັດ​ເຫຼົ່ານັ້ນ​ແນວ​ໃດ. ບໍ່​ວ່າ​ລາວ​ຈະ​ເອີ້ນ​ພວກ​ມັນ​ແນວ​ໃດ ພວກ​ມັນ​ກໍ​ມີ​ຊື່​ຕາມ​ນັ້ນ.+ 20  ຜູ້​ຊາຍ​ຄົນ​ນັ້ນ​ໄດ້​ຕັ້ງ​ຊື່​ໃຫ້​ສັດ​ທັງ​ໝົດ ທັງ​ສັດ​ບ້ານ ສັດ​ປ່າ ແລະ​ສັດ​ທີ່​ບິນ​ໄດ້​ທຸກ​ຊະນິດ​ຢູ່​ເທິງ​ຟ້າ. ແຕ່​ລາວ​ຍັງ​ບໍ່​ທັນ​ມີ​ຜູ້​ຊ່ວຍ​ທີ່​ຈະ​ມາ​ເປັນ​ຄູ່​ຂອງ​ລາວ​ເທື່ອ. 21  ພະ​ເຢໂຫວາ​ພະເຈົ້າ​ເລີຍ​ເຮັດ​ໃຫ້​ຜູ້​ຊາຍ​ຄົນ​ນັ້ນ​ນອນ​ຫຼັບ​ແບບ​ບໍ່​ຮູ້ສຶກ​ໂຕ. ໃນ​ຕອນ​ທີ່​ລາວ​ນອນ​ຫຼັບ​ຢູ່ ເພິ່ນ​ໄດ້​ເອົາ​ກະດູກ​ຂ້າງ​ອັນ​ໜຶ່ງ​ຂອງ​ລາວອອກ ແລະ​ເຮັດ​ໃຫ້​ໜັງ​ຈອດ​ຕິດ​ກັນ​ຄື​ເກົ່າ. 22  ພະ​ເຢໂຫວາ​ພະເຈົ້າ​ເອົາ​ກະດູກ​ຂ້າງ​ຂອງ​ຜູ້​ຊາຍ​ຄົນ​ນັ້ນ​ສ້າງ​ເປັນ​ຜູ້​ຍິງ ແລະເອົາຜູ້​ຍິງ​ຄົນ​ນັ້ນໃຫ້​ລາວ.+ 23  ຜູ້​ຊາຍ​ຄົນ​ນັ້ນ​ເລີຍ​ເວົ້າ​ວ່າ: “ກະດູກ​ຂອງ​ລາວ​ກໍ​ມາ​ຈາກ​ກະດູກ​ຂ້ອຍ​ເຮົາ​ຕົ໋ວ​ນິແລະ​ເນື້ອ​ໜັງ​ຂອງ​ລາວ​ກໍ​ແມ່ນ​ເນື້ອ​ໜັງ​ຂ້ອຍ​ເຮົາ​ຕົ໋ວ​ນິ. ຄັນ​ຊັ້ນ ຂ້ອຍ​ຊິ​ເອີ້ນ​ລາວ​ວ່າ​ຜູ້​ຍິງເພາະ​ວ່າ​ລາວ​ຖືກ​ສ້າງ​ຈາກ​ຜູ້​ຊາຍ.”+ 24  ດັ່ງນັ້ນ ຜູ້​ຊາຍ​ຈະ​ຈາກ​ພໍ່​ແມ່​ໄປ​ຢູ່​ກັບ​ເມຍ ແລະ​ເຂົາເຈົ້າ​ກໍ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.*+ 25  ຜູ້​ຊາຍ​ຄົນ​ນັ້ນ​ກັບ​ເມຍ​ປະ​ເປືອຍ​ຢູ່+ ແຕ່​ກໍ​ບໍ່​ອາຍ​ເລີຍ.

ຂໍຄວາມໄຂເງື່ອນ

ນີ້​ເປັນ​ເທື່ອ​ທຳອິດ​ທີ່​ມີ​ຊື່​ຂອງ​ພະເຈົ້າ. ໃນ​ພາສາ​ເຮັບເຣີ​ແມ່ນ יהוה (ຍຫວຫ). ເບິ່ງ​ພາກ​ຜະໜວກ ກ4.
ຫຼື “ເອທິໂອເປຍ”
ຫຼື “ເປັນ​ຄື​ກັບ​ຄົນ​ໆ​ດຽວ​ກັນ”