ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງໂກຣິນໂທ 7:1-40

  • ຄຳ​ແນະນຳ​ສຳລັບ​ຄົນ​ໂສດ​ແລະ​ຄົນ​ທີ່​ແຕ່ງດອງ​ແລ້ວ (1-16)

  • ໃຫ້​ຢູ່​ໃນ​ສະພາບ​ຄື​ກັບ​ຕອນ​ທີ່​ຖືກ​ເລືອກ (17-24)

  • ຄົນ​ໂສດ​ແລະ​ຄົນ​ທີ່​ເປັນ​ໝ້າຍ (25-40)

    • ຂໍ້​ໄດ້​ປຽບ​ຂອງ​ຄົນ​ທີ່​ເປັນ​ໂສດ (32-35)

    • ແຕ່ງດອງ​ກັບ ‘ຜູ້​ທີ່​ເຊື່ອ​ໃນ​ຜູ້​ເປັນ​ນາຍ’ (39)

7  ໃນ​ເລື່ອງ​ທີ່​ພວກ​ເຈົ້າ​ຂຽນ​ມາ​ຖາມ​ນັ້ນ ຂ້ອຍ​ຂໍ​ຕອບ​ວ່າ ຖ້າ​ຜູ້ຊາຍ​ບໍ່​ມີ​ເພດສຳພັນ​ກັບ​ຜູ້ຍິງ​ກໍ​ດີ​ກວ່າ.  ແຕ່​ຍ້ອນ​ການ​ເຮັດ​ຜິດ​ສິນລະທຳ​ທາງເພດ*​ມີ​ຫຼາຍ ໃຫ້​ຜູ້ຊາຍ​ແຕ່​ລະ​ຄົນ​ມີ​ເມຍ+ ແລະ​ໃຫ້​ຜູ້ຍິງ​ແຕ່​ລະ​ຄົນ​ມີ​ຜົວ.+  ຜົວ​ຄວນ​ໃຫ້​ເມຍ​ຕາມ​ທີ່​ເມຍ​ຄວນ​ໄດ້​ຮັບ* ແລະ​ເມຍ​ກໍ​ຄວນ​ໃຫ້​ຜົວ​ຕາມ​ທີ່​ຜົວ​ຄວນ​ໄດ້​ຮັບ.+  ເມຍ​ບໍ່​ໄດ້​ເປັນ​ເຈົ້າຂອງ​ຮ່າງກາຍ​ໂຕເອງ ແຕ່​ຜົວ​ເປັນ​ເຈົ້າຂອງ. ຜົວ​ກໍ​ຄື​ກັນ ບໍ່​ໄດ້​ເປັນ​ເຈົ້າຂອງ​ຮ່າງກາຍ​ໂຕເອງ ແຕ່​ເມຍ​ເປັນ​ເຈົ້າຂອງ.  ຢ່າ​ກີດກັນ​ສິດ​ຂອງ​ອີກ​ຝ່າຍ​ໜຶ່ງ ນອກ​ຈາກ​ທັງ​ສອງ​ຄົນ​ຈະ​ຕົກ​ລົງ​ກັນ​ແບບ​ນັ້ນ​ໄລຍະ​ໜຶ່ງ​ເພື່ອ​ທຸ່ມເທ​ໂຕ​ໃນ​ການ​ອະທິດຖານ. ຫຼັງ​ຈາກ​ນັ້ນ​ກໍ​ໃຫ້​ກັບມາ​ຢູ່​ນຳ​ກັນ​ອີກ ເພື່ອ​ຈະ​ບໍ່​ຖືກ​ຊາຕານ​ລໍ້ໃຈ​ຈົນ​ຄວບຄຸມ​ໂຕເອງ​ບໍ່​ໄດ້.  ຖ້າ​ພວກ​ເຈົ້າ​ເຮັດ​ໄດ້​ຕາມ​ທີ່​ຂ້ອຍ​ເວົ້າ​ກໍ​ດີ ແຕ່​ນີ້​ບໍ່​ແມ່ນ​ຄຳສັ່ງ.  ໃຈ​ຂ້ອຍ​ຢາກ​ໃຫ້​ທຸກ​ຄົນ​ຢູ່​ເປັນ​ໂສດ​ຄື​ຂ້ອຍ ແຕ່​ວ່າ​ແຕ່​ລະ​ຄົນ​ໄດ້​ຮັບ​ພອນ*+​ຈາກ​ພະເຈົ້າ​ບໍ່​ຄື​ກັນ. ບາງຄົນ​ຢູ່​ເປັນ​ໂສດ ສ່ວນ​ບາງຄົນ​ກໍ​ແຕ່ງດອງ.  ຕອນນີ້ ຂ້ອຍ​ຂໍ​ເວົ້າ​ກັບ​ຄົນ​ທີ່​ຍັງ​ບໍ່​ແຕ່ງດອງ​ແລະ​ແມ່ໝ້າຍ​ວ່າ ຖ້າ​ພວກ​ເຈົ້າ​ຢູ່​ແບບ​ນີ້​ໄດ້​ຄື​ຂ້ອຍ​ຕໍ່ໄປ​ກໍ​ດີ.+  ແຕ່​ຖ້າ​ຄວບຄຸມ​ໂຕເອງ​ບໍ່​ໄດ້​ກໍ​ໃຫ້​ແຕ່ງດອງ​ໂລດ ເພາະ​ເຮັດ​ແບບນັ້ນ​ກໍ​ດີ​ກວ່າ​ມີ​ໃຈ​ເຜົາ​ຮ້ອນ​ດ້ວຍ​ຕັນຫາ.+ 10  ຂ້ອຍ​ຂໍ​ສັ່ງ​ຄົນ​ທີ່​ແຕ່ງດອງ​ແລ້ວ ບໍ່​ແມ່ນ​ຄຳສັ່ງ​ຂອງ​ຂ້ອຍ​ເອງ ແຕ່​ເປັນ​ຄຳສັ່ງ​ຂອງ​ຜູ້​ເປັນ​ນາຍ​ວ່າ ຢ່າ​ໃຫ້​ເມຍ​ໄປ​ຈາກ​ຜົວ.+ 11  ແຕ່​ຖ້າ​ລາວ​ໄປ​ຈາກ​ຜົວ ກໍ​ຢ່າ​ແຕ່ງດອງ​ໃໝ່. ຄັນ​ບໍ່​ຊັ້ນ​ກໍ​ໃຫ້​ລາວ​ກັບ​ໄປ​ຄືນດີ​ກັບ​ຜົວ. ສ່ວນ​ຜົວ​ກໍ​ຢ່າ​ໄປ​ຈາກ​ເມຍ.+ 12  ຂ້ອຍ​ຂໍ​ເວົ້າ​ກັບ​ຄົນອື່ນ​ໆ​ຄື​ກັນ ແຕ່​ນີ້​ແມ່ນ​ຂ້ອຍ​ເວົ້າ​ເອງ ບໍ່​ແມ່ນ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ເວົ້າ.+ ຂ້ອຍ​ຂໍ​ບອກ​ວ່າ ຖ້າ​ພີ່ນ້ອງ​ຄົນ​ໃດ​ມີ​ເມຍ​ທີ່​ບໍ່​ມີ​ຄວາມເຊື່ອ​ແລະ​ເມຍ​ພໍໃຈ​ຈະ​ຢູ່​ກັບ​ຜົວ ກໍ​ຢ່າ​ໃຫ້​ຜົວ​ຖິ້ມ​ເມຍ. 13  ຖ້າ​ຜູ້ຍິງ​ຄົນ​ໃດ​ມີ​ຜົວ​ທີ່​ບໍ່​ມີ​ຄວາມເຊື່ອ ແລະ​ຜົວ​ພໍໃຈ​ຈະ​ຢູ່​ກັບ​ເມຍ ກໍ​ຢ່າ​ໃຫ້​ເມຍ​ຖິ້ມ​ຜົວ. 14  ຜົວ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ໄດ້​ປະໂຫຍດ​ຍ້ອນ​ຢູ່​ນຳ​ເມຍ ແລະ​ເມຍ​ທີ່​ບໍ່​ມີ​ຄວາມເຊື່ອ​ໄດ້​ປະໂຫຍດ​ຍ້ອນ​ຢູ່​ນຳ​ຜົວ. ຖ້າ​ເຂົາເຈົ້າ​ບໍ່​ຢູ່​ນຳ​ກັນ ພະເຈົ້າ​ກໍ​ຈະ​ຖື​ວ່າ​ລູກ​ຂອງ​ເຂົາເຈົ້າ​ບໍ່​ສະອາດ ແຕ່​ຕອນນີ້ ລູກ​ຂອງ​ເຂົາເຈົ້າ​ບໍລິສຸດ​ແລ້ວ. 15  ແຕ່​ຖ້າ​ຝ່າຍ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ຢາກ​ຈະ​ແຍກ​ໄປ​ກໍ​ໃຫ້​ລາວ​ໄປ​ໂລດ. ເມື່ອ​ເປັນ​ແນວ​ນັ້ນ ຝ່າຍ​ທີ່​ມີ​ຄວາມ​ເຊື່ອ​ກໍ​ບໍ່​ມີ​ຂໍ້​ຜູກມັດ​ທີ່​ຈະ​ຢູ່​ກັບ​ລາວ​ຕໍ່ໄປ ຍ້ອນ​ພະເຈົ້າ​ເອີ້ນ​ພວກ​ເຈົ້າ​ມາ​ໃຫ້​ຢູ່​ຢ່າງ​ສະຫງົບສຸກ.+ 16  ເຈົ້າ​ທີ່​ເປັນ​ເມຍ ຖ້າ​ເຈົ້າ​ຢູ່​ກັບ​ຜົວ​ຕໍ່ໄປ ເຈົ້າ​ອາດຈະ​ຊ່ວຍ​ຜົວ​ໃຫ້​ລອດ​ກໍ​ໄດ້.+ ເຈົ້າ​ທີ່​ເປັນ​ຜົວ ຖ້າ​ເຈົ້າ​ຢູ່​ກັບ​ເມຍ​ຕໍ່ໄປ ເຈົ້າ​ອາດຈະ​ຊ່ວຍ​ເມຍ​ໃຫ້​ລອດ​ກໍ​ໄດ້. 17  ຕອນ​ທີ່​ພະ​ເຢໂຫວາ*​ເລືອກ​ເຈົ້າ​ໃຫ້​ມາ​ເຊື່ອ​ເພິ່ນ ບໍ່​ວ່າ​ເພິ່ນ​ຍອມ​ໃຫ້​ເຈົ້າ​ຢູ່​ໃນ​ສະພາບ​ໃດ​ກໍ​ໃຫ້​ໃຊ້​ຊີວິດ​ແບບ​ນັ້ນ​ຕໍ່ໄປ.+ ຂ້ອຍ​ຂໍ​ສັ່ງ​ແບບ​ນີ້​ກັບ​ທຸກ​ປະຊາຄົມ​ຄື​ກັນ. 18  ຖ້າ​ຜູ້ຊາຍ​ຄົນ​ໃດ​ຮັບ​ສິນຕັດ*​ກ່ອນ​ທີ່​ລາວ​ຈະ​ມາ​ເຊື່ອ​ພະເຈົ້າ+ ກໍ​ໃຫ້​ລາວ​ຢູ່​ແບບນັ້ນ​ຕໍ່ໄປ. ແຕ່​ຖ້າ​ຜູ້ຊາຍ​ຄົນ​ໃດ​ບໍ່​ໄດ້​ຮັບ​ສິນຕັດ​ກ່ອນ​ທີ່​ຈະ​ມາ​ເຊື່ອ​ພະເຈົ້າ ກໍ​ຢ່າ​ໃຫ້​ລາວ​ຮັບ​ສິນຕັດ.+ 19  ຊິ​ຮັບ​ສິນຕັດ​ຫຼື​ບໍ່​ຮັບ​ກໍ​ບໍ່​ສຳຄັນ​ດອກ.+ ສິ່ງ​ທີ່​ສຳຄັນ​ແມ່ນ​ການ​ເຮັດ​ຕາມ​ຄຳສັ່ງ​ຂອງ​ພະເຈົ້າ.+ 20  ຕອນ​ທີ່​ພະເຈົ້າ​ເລືອກ ແຕ່​ລະ​ຄົນ​ຢູ່​ໃນ​ສະພາບ​ໃດ​ກໍ​ໃຫ້​ຢູ່​ໃນ​ສະພາບ​ນັ້ນ​ຕໍ່ໄປ.+ 21  ຖ້າ​ພະເຈົ້າ​ເລືອກ​ເຈົ້າ​ຕອນ​ທີ່ເປັນ​ທາດຢູ່​ກໍ​ບໍ່​ຕ້ອງ​ອຸກໃຈ+ ແຕ່​ຖ້າ​ມີ​ໂອກາດ​ເປັນ​ອິດສະຫຼະ​ໄດ້​ກໍ​ໃຫ້​ເຮັດ​ໂລດ. 22  ຄົນ​ທີ່​ເປັນ​ທາດ​ຕອນ​ທີ່​ຖືກ​ເລືອກ​ໃຫ້​ມາ​ເປັນ​ລູກສິດ​ຂອງ​ຜູ້​ເປັນ​ນາຍ ກໍ​ກາຍ​ເປັນ​ຄົນ​ທີ່​ໄດ້​ຮັບ​ອິດສະຫຼະ​ແລະ​ເປັນ​ຄົນ​ຂອງ​ຜູ້​ເປັນ​ນາຍ.+ ສ່ວນ​ຄົນ​ທີ່​ມີ​ອິດສະຫຼະ​ຕອນ​ທີ່​ຖືກ​ເລືອກ ກໍ​ກາຍ​ເປັນ​ທາດ​ຂອງ​ພະຄລິດ. 23  ເຈົ້າ​ຖືກ​ຊື້​ໄວ້​ແລ້ວ​ດ້ວຍ​ລາຄາ​ສູງ+ ຢ່າ​ເປັນ​ທາດ​ຂອງ​ມະນຸດ​ເລີຍ. 24  ພີ່ນ້ອງ​ເອີ້ຍ ຕອນ​ທີ່​ພະເຈົ້າ​ເລືອກ​ເຈົ້າ​ໃຫ້​ມາ​ເຊື່ອ​ເພິ່ນ ຜູ້​ໃດ​ຢູ່​ໃນ​ສະພາບ​ໃດ​ກໍ​ໃຫ້​ຢູ່​ໃນ​ສະພາບ​ນັ້ນ ແລະ​ໃຫ້​ຮັກສາ​ສາຍສຳພັນ​ກັບ​ພະເຈົ້າ​ຕໍ່ໄປ. 25  ຕອນນີ້ ຂ້ອຍ​ຂໍ​ເວົ້າ​ກັບ​ຄົນ​ໂສດ*​ຄື​ກັນ. ຂ້ອຍ​ບໍ່​ໄດ້​ຮັບ​ຄຳສັ່ງ​ຫຍັງ​ຈາກ​ຜູ້​ເປັນ​ນາຍ ແຕ່​ຂ້ອຍ​ຂໍ​ໃຫ້​ຄວາມ​ເຫັນ+​ໃນ​ຖານະ​ຜູ້​ສັດຊື່​ຄົນ​ໜຶ່ງ​ທີ່​ໄດ້​ຮັບ​ຄວາມ​ເມດຕາ​ຈາກ​ຜູ້​ເປັນ​ນາຍ. 26  ເມື່ອ​ຄິດເຖິງ​ສະໄໝ​ນີ້​ທີ່​ມີ​ແຕ່​ຄວາມ​ຍາກ​ລຳບາກ ຂ້ອຍ​ຈຶ່ງ​ເຫັນ​ວ່າ​ດີ​ແລ້ວ​ທີ່​ເຈົ້າ​ຈະ​ເປັນ​ແບບ​ທີ່​ເປັນ​ຢູ່​ໃນ​ຕອນນີ້​ຕໍ່ໄປ. 27  ຖ້າ​ເຈົ້າ​ມີ​ເມຍ ຢ່າ​ຫາ​ເລື່ອງ​ຖິ້ມ​ເມຍ.+ ຖ້າ​ຕອນນີ້​ເຈົ້າ​ບໍ່​ມີ​ເມຍ​ແລ້ວ ກໍ​ຢ່າ​ຄິດ​ຊອກຫາ​ເມຍ​ໃໝ່. 28  ຖ້າ​ເຈົ້າ​ຈະ​ແຕ່ງດອງ ເຈົ້າ​ກໍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ ແລະ​ຖ້າ​ຄົນ​ໂສດ​ຈະ​ແຕ່ງດອງ ລາວ​ກໍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ. ແຕ່​ຂໍ​ໃຫ້​ຮູ້​ວ່າ​ຄົນ​ທີ່​ແຕ່ງດອງ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ ແລະ​ຂ້ອຍ​ບໍ່​ຢາກ​ໃຫ້​ພວກ​ເຈົ້າ​ເຈິ​ກັບ​ສິ່ງ​ເຫຼົ່ານັ້ນ. 29  ພີ່ນ້ອງ​ເອີ້ຍ ຂ້ອຍ​ຂໍ​ບອກ​ພວກ​ເຈົ້າ​ວ່າ​ເວລາ​ເຫຼືອ​ໜ້ອຍ​ແລ້ວ.+ ຕັ້ງແຕ່​ນີ້​ໄປ ໃຫ້​ຄົນ​ທີ່​ມີ​ເມຍ​ເປັນ​ຄື​ກັບ​ຄົນ​ທີ່​ບໍ່​ມີ​ເມຍ 30  ໃຫ້​ຄົນ​ທີ່​ໂສກເສົ້າ​ເປັນ​ຄື​ກັບ​ຄົນ​ທີ່​ບໍ່​ໂສກເສົ້າ ໃຫ້​ຄົນ​ທີ່​ດີໃຈ​ເປັນ​ຄື​ກັບ​ຄົນ​ທີ່​ບໍ່​ດີໃຈ ໃຫ້​ຄົນ​ທີ່​ຊື້​ສິ່ງ​ຂອງ​ເປັນ​ຄື​ກັບ​ຄົນ​ທີ່​ບໍ່​ໄດ້​ເປັນ​ເຈົ້າຂອງ​ສິ່ງ​ເຫຼົ່ານັ້ນ 31  ແລະ​ໃຫ້​ຄົນ​ທີ່​ໃຊ້​ປະໂຫຍດ​ຈາກ​ໂລກ​ນີ້​ເປັນ​ຄື​ກັບ​ຄົນ​ທີ່​ບໍ່​ໄດ້​ໃຊ້​ຢ່າງ​ເຕັມທີ ຍ້ອນ​ໂລກ​ນີ້​ກຳລັງ​ປ່ຽນ​ໄປ​ຄື​ກັບ​ລະຄອນ​ປ່ຽນ​ສາກ. 32  ທີ່ຈິງ ຂ້ອຍ​ບໍ່​ຢາກ​ໃຫ້​ມີ​ຫຍັງ​ມາ​ເຮັດ​ໃຫ້​ພວກເຈົ້າ​ຕ້ອງ​ກັງວົນ. ຄົນ​ທີ່​ບໍ່​ແຕ່ງດອງ​ກໍ​ຈະ​ສົນໃຈ​ແຕ່​ເລື່ອງ​ຂອງ​ຜູ້​ເປັນ​ນາຍ​ເພື່ອ​ເອົາ​ໃຈ​ເພິ່ນ. 33  ແຕ່​ຜູ້​ຊາຍ​ທີ່​ແຕ່ງດອງ​ແລ້ວ​ກໍ​ຈະ​ກັງວົນ​ເລື່ອງ​ສິ່ງ​ຈຳເປັນ​ຂອງ​ຄອບຄົວ+​ເພື່ອ​ເຮັດ​ໃຫ້​ເມຍ​ພໍໃຈ 34  ແລະ​ໃຈ​ຂອງ​ລາວ​ກໍ​ຖືກ​ແບ່ງ​ແຍກ. ສ່ວນ​ຜູ້​ຍິງ​ທີ່​ບໍ່​ແຕ່ງດອງ​ຫຼື​ສາວ​ບໍລິສຸດ​ກໍ​ສົນໃຈ​ແຕ່​ເລື່ອງ​ຂອງ​ຜູ້​ເປັນ​ນາຍ+​ວ່າ​ຈະ​ເຮັດ​ແນວ​ໃດ​ໃຫ້​ໂຕເອງ​ບໍລິສຸດ​ທັງ​ຮ່າງກາຍ​ແລະ​ຈິດ​ໃຈ. ແຕ່​ຜູ້​ຍິງ​ທີ່​ແຕ່ງດອງ​ແລ້ວ​ກໍ​ຈະ​ກັງວົນ​ເລື່ອງ​ສິ່ງ​ຈຳເປັນ​ຂອງ​ຄອບຄົວ​ເພື່ອ​ເຮັດ​ໃຫ້​ຜົວ​ພໍໃຈ. 35  ຂ້ອຍ​ເວົ້າ​ແບບ​ນີ້​ກໍ​ເພື່ອ​ປະໂຫຍດ​ຂອງ​ພວກ​ເຈົ້າ ບໍ່​ແມ່ນ​ເພື່ອ​ຈະ​ບັງຄັບ​ພວກ​ເຈົ້າ ແຕ່​ເພື່ອ​ໃຫ້​ພວກ​ເຈົ້າ​ເຮັດ​ສິ່ງ​ທີ່​ເໝາະສົມ ແລະ​ເພື່ອ​ໃຫ້​ພວກ​ເຈົ້າ​ຮັບໃຊ້​ຜູ້​ເປັນ​ນາຍ​ດ້ວຍ​ສຸດ​ຫົວໃຈ​ສະເໝີ​ໂດຍ​ບໍ່​ມີ​ສິ່ງ​ໃດ​ມາ​ຂັດຂວາງ. 36  ແຕ່​ຖ້າ​ຜູ້​ໃດ​ຄິດ​ວ່າ​ຈະ​ຄວບຄຸມ​ໂຕເອງ​ບໍ່​ໄດ້​ຖ້າ​ຍັງ​ເປັນ​ໂສດ​ຕໍ່ໄປ ແລະ​ລາວ​ກາຍ​ໄວ​ໜຸ່ມ​ສາວ​ໄປ​ແລ້ວ ກໍ​ໃຫ້​ລາວ​ແຕ່ງດອງ​ຕາມ​ທີ່​ລາວ​ຕ້ອງການ.+ ຖ້າ​ເຮັດ​ແບບນັ້ນ​ລາວ​ກໍ​ບໍ່​ໄດ້​ເຮັດ​ຜິດ. 37  ແຕ່​ຜູ້​ໃດ​ທີ່​ຕັ້ງໃຈ​ແທ້​ໆ​ແລ້ວ​ວ່າ​ຈະ​ຢູ່​ເປັນ​ໂສດ​ແລະ​ຄິດ​ວ່າ​ບໍ່​ຈຳເປັນ​ຕ້ອງ​ແຕ່ງດອງ ຖ້າ​ລາວ​ຄວບຄຸມ​ໂຕເອງ​ໄດ້​ແລະ​ຍຶດ​ໝັ້ນ​ກັບ​ການ​ຕັດສິນໃຈ​ນັ້ນ ລາວ​ກໍ​ເຮັດ​ດີ​ແລ້ວ.+ 38  ຄົນ​ທີ່​ແຕ່ງດອງ​ກໍ​ເຮັດ​ດີ​ຄື​ກັນ ແຕ່​ຄົນ​ທີ່​ຢູ່​ເປັນ​ໂສດ​ກໍ​ເຮັດ​ດີ​ກວ່າ.+ 39  ເມຍ​ຕ້ອງ​ຢູ່​ກັບ​ຜົວ​ໄປ​ຕະຫຼອດ​ຊີວິດ+ ແຕ່​ຖ້າ​ຜົວ​ຕາຍ​ແລ້ວ ເມຍ​ກໍ​ມີ​ອິດສະຫຼະ​ທີ່​ຈະ​ແຕ່ງດອງ​ກັບ​ໃຜ​ກໍ​ໄດ້​ທີ່​ລາວ​ຕ້ອງການ ຖ້າ​ຜູ້​ນັ້ນ​ເຊື່ອ​ໃນ​ຜູ້​ເປັນ​ນາຍ.+ 40  ແຕ່​ຂ້ອຍ​ຄິດ​ວ່າ​ຖ້າ​ລາວ​ຢູ່​ຄົນ​ດຽວ​ຕໍ່ໄປ​ກໍ​ຈະ​ມີ​ຄວາມສຸກ​ຫຼາຍ​ກວ່າ ແລະ​ຂ້ອຍ​ໝັ້ນໃຈ​ວ່າ​ພະລັງ​ຂອງ​ພະເຈົ້າ​ຊີ້ນຳ​ຂ້ອຍ​ໃຫ້​ແນະນຳ​ແບບ​ນີ້.

ຂໍຄວາມໄຂເງື່ອນ

ຄຳ​ພາສາ​ກຣີກ​ແມ່ນ​ພໍເນຍ. ເບິ່ງ​ຄຳ​ວ່າ “ພໍເນຍ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ໝາຍເຖິງ​ຄວາມ​ສຳພັນ​ທາງ​ເພດ
ແປ​ຕາມ​ໂຕ​ວ່າ “ຂອງຂວັນ”
ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ
ຫຼື “ຄົນ​ທີ່​ບໍ່​ເຄີຍ​ແຕ່ງດອງ”