ຈົດໝາຍສະບັບທຳອິດຂອງເປໂຕ 3:1-22

  • ຜົວ​ແລະ​ເມຍ (1-7)

  • ເຫັນອົກ​ເຫັນໃຈ​ກັນ; ສ້າງ​ສັນຕິ (8-12)

  • ທົນທຸກ​ລຳບາກ​ຍ້ອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ (13-22)

    • ພ້ອມ​ຢູ່​ສະເໝີ​ທີ່​ຈະ​ອະທິບາຍ​ເລື່ອງ​ຄວາມ​ຫວັງ​ຂອງ​ພວກ​ເຈົ້າ (15)

    • ການ​ຮັບ​ບັບເຕມາ​ແລະ​ໃຈ​ຮູ້​ຜິດ​ຮູ້​ຖືກ (21)

3  ໃຫ້​ເຈົ້າ​ທີ່​ເປັນ​ເມຍ​ຍອມ​ເຊື່ອຟັງ​ຜົວ.+ ເຖິງ​ວ່າ​ຜົວ​ບໍ່​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພະເຈົ້າ ແຕ່​ການ​ປະພຶດ​ຂອງ​ເຈົ້າ​ກໍ​ອາດ​ຊະນະ​ໃຈ​ລາວ​ໄດ້​ໂດຍ​ບໍ່​ຕ້ອງ​ໃຊ້​ຄຳເວົ້າ+  ຍ້ອນ​ລາວ​ເຫັນ​ວ່າ​ເຈົ້າ​ປະພຶດ​ດີ*+​ແລະ​ນັບຖື​ລາວ​ຈາກ​ໃຈ.  ຢ່າ​ໃຫ້​ຄວາມ​ງາມ​ຂອງ​ເຈົ້າຢູ່​ແຕ່​ພາຍ​ນອກ ເຊິ່ງ​ກໍ​ແມ່ນ​ການ​ເປຍ​ຜົມ* ການ​ໃສ່​ເຄື່ອງ​ປະດັບ​ທີ່​ເປັນ​ຄຳ+ ຫຼື​ການ​ນຸ່ງ​ເຄື່ອງ​ທີ່​ແພງ​ໆ​.  ແຕ່​ໃຫ້​ຄວາມ​ງາມ​ຂອງ​ເຈົ້າ​ຢູ່​ພາຍ​ໃນ ເຊິ່ງ​ກໍ​ແມ່ນ​ໃຈ​ທີ່​ສະຫງົບ​ແລະ​ອ່ອນໂຍນ.+ ຄວາມ​ງາມ​ແບບ​ນີ້​ມີ​ຄ່າ​ຫຼາຍ​ໃນ​ສາຍ​ຕາ​ພະເຈົ້າ​ແລະ​ບໍ່​ມີ​ວັນ​ຈືດຈາງ.  ພວກ​ຜູ້​ຍິງ​ສະໄໝ​ກ່ອນ​ທີ່​ບໍລິສຸດ​ແລະ​ຝາກ​ຄວາມ​ຫວັງ​ໄວ້​ກັບ​ພະເຈົ້າ​ກໍ​ເຮັດ​ໃຫ້​ໂຕເອງ​ງາມ​ດ້ວຍ​ວິທີ​ນີ້​ຄື​ກັນ. ເຂົາເຈົ້າ​ຍອມ​ເຊື່ອຟັງ​ຜົວ  ຄື​ກັບ​ທີ່​ຊາຣາ​ເຊື່ອຟັງ​ອັບຣາຮາມ​ແລະ​ເອີ້ນ​ລາວ​ວ່າ “ນາຍ.”+ ຖ້າ​ເຈົ້າ​ເຮັດ​ດີ​ຕໍ່​ໄປ​ແລະ​ບໍ່​ຢ້ານ​ຫຍັງ+ ເຈົ້າ​ກໍ​ເປັນ​ລູກ​ຂອງ​ລາວ.  ໃຫ້​ເຈົ້າ​ທີ່​ເປັນ​ຜົວ​ປະຕິບັດ​ກັບ​ເມຍ*​ດ້ວຍ​ຄວາມ​ເຂົ້າໃຈ.* ໃຫ້​ກຽດ​ເມຍ+​ແລະ​ທະນຸ​ຖະໜອມ​ລາວ​ຄື​ກັບ​ທີ່​ເຈົ້າ​ຈະ​ເຮັດ​ກັບ​ໂຖ​ງາມ​ໆ​ທີ່​ບອບບາງ ຍ້ອນ​ລາວ​ເປັນ​ຜູ້​ຍິງ ເພື່ອ​ຈະ​ບໍ່​ມີ​ຫຍັງ​ເປັນ​ອຸປະສັກ​ຂັດຂວາງ​ຄຳ​ອະທິດຖານ​ຂອງ​ເຈົ້າ. ໃຫ້​ຈື່​ໄວ້​ວ່າ​ທັງ​ເຈົ້າ​ກັບ​ລາວ​ເປັນ​ຜູ້​ຮັບ​ຊີວິດ​ເປັນ​ມໍລະດົກ​ຮ່ວມ​ກັນ+​ທີ່​ມາ​ຈາກ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່.  ສຸດທ້າຍ​ນີ້ ໃຫ້​ພວກ​ເຈົ້າ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ*+ ເຫັນອົກ​ເຫັນໃຈ​ກັນ ຮັກ​ກັນ​ແບບ​ພີ່ນ້ອງ ອີ່ຕົນ​ກັນ+ ແລະຖ່ອມ​ໂຕ.+  ຢ່າ​ເຮັດ​ຊົ່ວ​ຕອບ​ແທນ​ຊົ່ວ+​ແລະ​ຢ່າ​ດ່າ​ຄືນ+ ແຕ່​ໃຫ້​ເຮັດ​ດີ​ກັບ​ຄົນ​ອື່ນ+ ຍ້ອນ​ພະເຈົ້າ​ເລືອກ​ພວກ​ເຈົ້າ​ມາ​ໃຫ້​ເຮັດ​ແບບ​ນີ້​ແລະ​ເພິ່ນ​ຈະ​ເຮັດ​ດີ​ກັບ​ພວກ​ເຈົ້າ.* 10  ພວກ​ເຈົ້າ​ຕ້ອງ​ເຮັດ​ແບບ​ນີ້ ຍ້ອນ​ມີ​ຄຳ​ຂຽນ​ໄວ້​ວ່າ “ຄົນ​ທີ່​ຢາກ​ມີ​ຊີວິດ​ທີ່​ດີ​ແລະ​ຢາກ​ມີ​ອາຍຸ​ຍືນ​ຍາວ​ກໍ​ຕ້ອງ​ລະວັງ​ຢ່າ​ເວົ້າ​ຫຍັງ​ທີ່​ບໍ່​ດີ+​ແລະ​ຢ່າ​ເວົ້າ​ຫຼອກລວງ. 11  ໃຫ້​ລາວ​ເຊົາ​ເຮັດ​ຊົ່ວ+ ແຕ່​ໃຫ້​ເຮັດ​ດີ.+ ໃຫ້​ລາວ​ສ້າງ​ສັນຕິ​ກັບ​ຄົນ​ອື່ນ​ແລະ​ເຮັດ​ແບບ​ນັ້ນ​ຕໍ່​ໆ​ໄປ.+ 12  ຍ້ອນ​ພະ​ເຢໂຫວາ*​ເຝົ້າ​ເບິ່ງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ເພິ່ນ​ຟັງ​ຄຳ​ອ້ອນ​ວອນ​ຂອງ​ເຂົາ​ເຈົ້າ+ ແຕ່​ພະ​ເຢໂຫວາ*​ບໍ່​ຍອມຮັບ​ຄົນ​ທີ່​ເຮັດ​ຊົ່ວ.”+ 13  ທີ່ຈິງ ຜູ້​ໃດ​ຈະ​ມາ​ທຳຮ້າຍ​ພວກ​ເຈົ້າ ຖ້າ​ພວກ​ເຈົ້າ​ຕັ້ງໃຈ​ເຮັດ​ດີ?+ 14  ແຕ່​ເຖິງ​ວ່າ​ພວກ​ເຈົ້າ​ຕ້ອງ​ທົນທຸກ​ລຳບາກ​ຍ້ອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ພວກ​ເຈົ້າ​ກໍ​ຍັງ​ມີ​ຄວາມ​ສຸກ.+ ຢ່າ​ຢ້ານ​ສິ່ງ​ທີ່​ຄົນ​ອື່ນ​ຢ້ານ*​ແລະ​ຢ່າ​ອຸກໃຈ.+ 15  ແຕ່​ໃນ​ໃຈ​ພວກ​ເຈົ້າ ໃຫ້​ນັບຖື​ພະຄລິດ​ເປັນ​ນາຍ ແລະ​ໃຫ້​ພ້ອມ​ຢູ່​ສະເໝີ​ທີ່​ຈະ​ອະທິບາຍ​ເລື່ອງ​ຄວາມ​ຫວັງ​ຂອງ​ພວກ​ເຈົ້າ​ກັບ​ຄົນ​ທີ່​ສົງໄສ​ວ່າ​ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຫວັງ​ແບບ​ນັ້ນ ແຕ່​ໃຫ້​ເຮັດ​ແບບ​ສຸພາບ+​ແລະ​ດ້ວຍ​ຄວາມ​ນັບຖື.+ 16  ພວກ​ເຈົ້າ​ທີ່​ເປັນ​ລູກສິດ​ຂອງ​ພະຄລິດ​ຕ້ອງ​ມີ​ການ​ປະພຶດ​ທີ່​ດີ. ຖ້າ​ເຮັດ​ແບບ​ນັ້ນ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ພວກ​ເຈົ້າ​ຈະ​ບໍ່​ຖືກ​ລົບກວນ+ ແລະ​ຖ້າ​ມີ​ຄົນ​ເວົ້າ​ໃສ່​ຮ້າຍ​ພວກ​ເຈົ້າ ເຂົາ​ເຈົ້າ​ກໍ​ຈະ​ອາຍ+​ເມື່ອ​ເຫັນ​ການ​ປະພຶດ​ທີ່​ດີ​ຂອງ​ພວກ​ເຈົ້າ.+ 17  ຖ້າ​ພະເຈົ້າ​ຍອມ​ໃຫ້​ພວກ​ເຈົ້າ​ເຈິ​ຄວາມ​ລຳບາກ​ຍ້ອນ​ເຮັດ​ດີ+ ກໍ​ຍັງ​ດີ​ກວ່າ​ທີ່​ພວກ​ເຈົ້າ​ຕ້ອງ​ເຈິ​ຄວາມ​ລຳບາກ​ຍ້ອນ​ເຮັດ​ຊົ່ວ.+ 18  ພະຄລິດ​ຕາຍ​ເທື່ອ​ດຽວ​ເພື່ອ​ໄຖ່​ບາບ+ ເຊິ່ງ​ແມ່ນ​ການ​ຕາຍ​ຂອງ​ຄົນ​ດີ​ເພື່ອ​ຄົນ​ຊົ່ວ+ ເພື່ອ​ເພິ່ນ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ຄືນດີ​ກັບ​ພະເຈົ້າ​ໄດ້.+ ເພິ່ນ​ຖືກ​ຂ້າ​ໃນ​ຮ່າງກາຍ​ມະນຸດ+ ແຕ່​ໄດ້​ຊີວິດ​ໃໝ່​ໃນ​ຮ່າງກາຍ​ສຳລັບ​ສະຫວັນ.+ 19  ໃນ​ສະພາບ​ນີ້​ແຫຼະ​ທີ່​ເພິ່ນ​ໄປ​ປະກາດ*​ກັບ​ພວກ​ທູດສະຫວັນ​ທີ່​ຢູ່​ໃນ​ຄຸກ.+ 20  ທູດສະຫວັນ​ເຫຼົ່າ​ນັ້ນ​ບໍ່​ເຊື່ອຟັງ​ໃນ​ສະໄໝ​ໂນອາ. ຕອນນັ້ນ​ພະເຈົ້າ​ລໍ​ຖ້າ​ຢ່າງ​ອົດທົນ+​ໃຫ້​ມີ​ການ​ສ້າງ​ເຮືອ*​ຈົນ​ແລ້ວ+ ເພື່ອ 8 ຄົນ​ຈະ​ລອດ​ຈາກ​ນ້ຳຖ້ວມ​ໄດ້.+ 21  ເລື່ອງ​ນີ້​ທຽບ​ໄດ້​ກັບ​ການ​ຮັບ​ບັບເຕມາ. ຕອນ​ນີ້ ການ​ຮັບ​ບັບເຕມາ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຍ້ອນ​ພວກ​ເຈົ້າ​ເຊື່ອ​ໃນ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ພະ​ເຢຊູ​ຄລິດ. ການ​ຮັບ​ບັບເຕມາ​ບໍ່​ແມ່ນ​ການ​ເຮັດ​ໃຫ້​ຮ່າງກາຍ​ສະອາດ ແຕ່​ເປັນ​ການ​ຂໍ​ພະເຈົ້າ​ເພື່ອ​ຊ່ວຍ​ບໍ່​ໃຫ້​ມີ​ຫຍັງ​ລົບກວນ​ໃຈ​ຮູ້​ຜິດ​ຮູ້​ຖືກ.+ 22  ພະຄລິດ​ໄປ​ສະຫວັນ​ແລ້ວ ແລະ​ຕອນ​ນີ້​ເພິ່ນ​ຢູ່​ເບື້ອງ​ຂວາ​ມື​ຂອງ​ພະເຈົ້າ.+ ພະເຈົ້າ​ໃຫ້​ພວກ​ທູດສະຫວັນ​ກັບ​ຜູ້​ມີ​ອຳນາດ​ທັງໝົດຢູ່​ໃຕ້​ອຳນາດ​ເພິ່ນ.+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ສະອາດ”
ໝາຍເຖິງ​ເຮັດ​ຊົງ​ຜົມ​ແບບ​ອະລັງການ
ຫຼື “ຢູ່​ກິນ​ກັບ​ເມຍ​ຕໍ່​ໄປ”
ຫຼື “ດ້ວຍ​ຄວາມ​ເຫັນອົກເຫັນໃຈ”
ຫຼື “ຄິດ​ສອດ​ຄ່ອງ​ກັນ”
ແປ​ຕາມ​ໂຕ​ວ່າ “ພວກ​ເຈົ້າ​ຈະ​ໄດ້​ຮັບ​ພອນ​ເປັນ​ມໍລະດົກ”
ຫຼື​ອາດ​ແປ​ວ່າ “ຢ່າ​ຢ້ານ​ການ​ຂົ່ມ​ຂູ່”
ຫຼື “ປະກາດ​ຄຳ​ຕັດສິນ”
ແປ​ຕາມ​ໂຕ​ວ່າ “ຫີບ.” ໝາຍເຖິງ​ເຮືອ​ໃຫຍ່​ທີ່​ມີ​ຮູບ​ຮ່າງ​ຄື​ກັບ​ກ່ອງ​ສີ່​ລ່ຽມ.