ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຮຽນ 11

ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເປັນ​ປະໂຫຍດ​ຕໍ່​ເຮົາ​ຄື​ແນວ​ໃດ?

ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເປັນ​ປະໂຫຍດ​ຕໍ່​ເຮົາ​ຄື​ແນວ​ໃດ?

1. ເປັນ​ຫຍັງ​ເຮົາ​ຈຶ່ງ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຊີ້​ນຳ?

ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ຊີ້​ນຳ​ເຮົາ​ແນວ​ໃດ​ໃນ​ການ​ກຽມ​ການ​ປ້ອງ​ກັນ​ໄພ?—ຄຳເພງ 36:9

ພະ​ຜູ້​ສ້າງ​ຂອງ​ເຮົາ​ສະຫຼາດ​ສຸຂຸມ​ກວ່າ​ເຮົາ. ເຊັ່ນ​ດຽວ​ກັບ​ພໍ່​ທີ່​ມີ​ຄວາມ​ຮັກ ພະອົງ​ເປັນ​ຫ່ວງ​ພວກ​ເຮົາ. ອີກ​ຢ່າງ​ໜຶ່ງ ພະອົງ​ກໍ​ບໍ່​ໄດ້​ສ້າງ​ເຮົາ​ໃຫ້​ເປັນ​ເອກະເທດ​ຈາກ​ພະອົງ. (ເຢເຣມີ 10:23) ດັ່ງ​ນັ້ນ ຄື​ກັບ​ເດັກ​ນ້ອຍໆຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພໍ່​ແມ່ ພວກ​ເຮົາ​ທຸກ​ຄົນ​ກໍ​ຈຳເປັນ​ຕ້ອງ​ໃຫ້​ພະເຈົ້າ​ຊີ້​ນຳ. (ເອຊາອີ 48:17, 18) ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເປັນ​ຂອງ​ປະທານ​ທີ່​ມາ​ຈາກ​ພະເຈົ້າ.—ອ່ານ 2 ຕີໂມເຕ 3:16

ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ເປັນ​ປະໂຫຍດ​ຕໍ່​ພວກ​ເຮົາ. ກົດ​ໝາຍ​ໃນ​ພະ​ຄຳພີ​ສອນ​ແນວ​ທາງ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​ພວກ​ເຮົາ​ໃນ​ຕອນ​ນີ້ ແລະ​ບອກ​ໃຫ້​ເຮົາ​ຮູ້​ວິທີ​ທີ່​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ​ໃນ​ອະນາຄົດ. ເນື່ອງ​ຈາກ​ວ່າ​ພະເຈົ້າ​ໄດ້​ສ້າງ​ພວກ​ເຮົາ ຈຶ່ງ​ນັບ​ວ່າ​ເໝາະ​ສົມ​ແລ້ວ​ທີ່​ເຮົາ​ຈະ​ເຊື່ອ​ຟັງ​ພະອົງ.—ອ່ານ​ຄຳເພງ 19:7, 11; ຄຳປາກົດ 4:11

2. ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເປັນ​ແນວ​ໃດ?

ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ແມ່ນ​ຫຼັກ​ພື້ນຖານ​ຂອງ​ຄວາມ​ຈິງ. ສ່ວນ​ກົດ​ໝາຍ​ແມ່ນ​ໃຊ້​ໃນ​ສະຖານະການ​ໃດ​ໜຶ່ງ​ທີ່​ສະເພາະ​ເຈາະ​ຈົງ. (ພະບັນຍັດ 22:8) ເຮົາ​ຕ້ອງ​ໃຊ້​ຄວາມ​ສາມາດ​ໃນ​ການ​ຄິດ​ເພື່ອ​ຈະ​ເຂົ້າ​ໃຈ​ແລະ​ນຳ​ໃຊ້​ຫຼັກ​ການ​ຕາມ​ແຕ່​ລະ​ສະຖານະການ. (ສຸພາສິດ 2:10-12) ຕົວຢ່າງ​ເຊັ່ນ ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ສອນ​ວ່າ ຊີວິດ​ເປັນ​ຂອງ​ປະທານ​ທີ່​ມາ​ຈາກ​ພະເຈົ້າ. ບໍ່​ວ່າ​ເຮົາ​ກຳລັງ​ເຮັດ​ວຽກ ຢູ່​ເຮືອນ ຫຼື​ຂະນະ​ທີ່​ຂັບ​ຂີ່​ລົດ ເຮົາ​ໃຫ້​ຫຼັກ​ການ​ນີ້​ຊີ້​ນຳ​ເຮົາ ຈຶ່ງ​ມີ​ການ​ກຽມ​ການ​ປ້ອງກັນ​ໄພ.—ອ່ານ​ກິດຈະການ 17:28

3. ສອງ​ຫຼັກ​ການ​ທີ່​ເປັນ​ພື້ນຖານ​ມີ​ຫຍັງ​ແດ່?

ພະ​ເຍຊູ​ເວົ້າ​ເຖິງ​ຫຼັກ​ການ​ສອງ​ຢ່າງ​ທີ່​ສຳຄັນ​ທີ່​ສຸດ. ຫຼັກ​ການ​ຢ່າງ​ທຳອິດ ບອກ​ໃຫ້​ຮູ້​ຈຸດ​ມຸ່ງ​ໝາຍ​ຂອງ​ຊີວິດ—ຮູ້ຈັກ​ຮັກ​ແລະ​ຮັບໃຊ້​ພະເຈົ້າ​ຢ່າງ​ສັດ​ຊື່. ເຮົາ​ຄວນ​ໃຫ້​ຫຼັກ​ການ​ທຳອິດ​ນີ້​ຊີ້​ນຳ​ເຮົາ​ໃນ​ການ​ຕັດສິນ​ໃຈ​ທຸກ​ເລື່ອງ. (ສຸພາສິດ 3:6) ຄົນ​ທີ່​ໃສ່​ໃຈ​ກັບ​ຫຼັກ​ການ​ນີ້​ຈະ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະເຈົ້າ ມີ​ຄວາມ​ສຸກ​ແທ້ ແລະ​ມີ​ຊີວິດ​ຕະຫຼອດ​ໄປ.—ອ່ານ​ມັດທາຍ 22:36-38

ຫຼັກ​ການ​ຢ່າງ​ທີ​ສອງ​ຊີ້​ນຳ​ເຮົາ​ໃຫ້​ສ້າງ​ສາຍ​ສຳພັນ​ທີ່​ເປັນ​ມິດ​ໄມຕີ​ກັບ​ຄົນ​ອື່ນ. (1 ໂກລິນໂທ 13:4-7) ການ​ນຳ​ໃຊ້​ຫຼັກ​ການ​ຢ່າງ​ທີ​ສອງ​ນີ້​ແມ່ນ​ກ່ຽວ​ຂ້ອງ​ກັບ​ການ​ຮຽນ​ແບບ​ພະເຈົ້າ​ໃນ​ການ​ປະຕິບັດ​ຕໍ່​ຄົນ​ອື່ນ.—ອ່ານ​ມັດທາຍ 7:12; 22:39, 40

4. ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເປັນ​ປະໂຫຍດ​ຕໍ່​ເຮົາ​ຄື​ແນວ​ໃດ?

ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ສອນ​ໃຫ້​ຄອບຄົວ​ສາມັກຄີ​ຮັກ​ແພງ​ກັນ​ບົນ​ພື້ນ​ຖານ​ຂອງ​ຄວາມ​ຮັກ. (ໂກໂລດ 3:12-14) ພະ​ຄຳ​ຂອງ​ພະເຈົ້າ​ຍັງ​ປົກ​ປ້ອງ​ຄອບຄົວ​ໂດຍ​ສອນ​ຫຼັກ​ການ​ອີກ​ຢ່າງ​ໜຶ່ງ​ນັ້ນ​ຄື ຊີວິດ​ແຕ່ງ​ດອງ​ເປັນ​ການ​ຜູກ​ພັນ​ທີ່​ຖາວອນ.—ອ່ານ​ຕົ້ນເດີມ 2:24

ໂດຍ​ການ​ປະຕິບັດ​ຕາມ​ຫຼັກ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ພວກ​ເຮົາ​ຈຶ່ງ​ໄດ້​ການ​ປົກ​ປ້ອງ​ທາງ​ດ້ານ​ວັດຖຸ​ແລະ​ທາງ​ອາລົມ. ຕົວຢ່າງ​ເຊັ່ນ ນາຍ​ຈ້າງ​ຕ້ອງການ​ຄົນ​ງານ​ທີ່​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ເປັນ​ຄົນ​ສັດ​ຊື່​ແລະ​ດຸ​ໝັ່ນ. (ສຸພາສິດ 10:4, 26; ເຫບເລີ 13:18) ພະ​ຄຳ​ຂອງ​ພະເຈົ້າ​ກໍ​ຍັງ​ສອນ​ພວກ​ເຮົາ​ໃຫ້​ອີ່ມ​ໃຈ​ກັບ​ສິ່ງ​ທີ່​ຈຳເປັນ​ແລະ​ຖື​ວ່າ​ສາຍ​ສຳພັນ​ກັບ​ພະເຈົ້າ​ມີ​ຄ່າ​ກວ່າ​ສິ່ງ​ວັດຖຸ​ໃດໆ.—ອ່ານ​ມັດທາຍ 6:24, 25, 33; 1 ຕີໂມເຕ 6:8-10

ການ​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ມີ​ສຸຂະພາບ​ທີ່​ແຂງແຮງ. (ສຸພາສິດ 14:30; 22:24, 25) ຕົວຢ່າງ​ເຊັ່ນ ກົດ​ໝາຍ​ຂອງ​ພະເຈົ້າ​ຫ້າມ​ການ​ເມົາ​ເຫຼົ້າ​ເຊິ່ງ​ປ້ອງກັນ​ເຮົາ​ຈາກ​ພະຍາດ​ທີ່​ເຖິງ​ແກ່​ຄວາມ​ຕາຍ ແລະ​ອຸບັດ​ຕິ​ເຫດ. (ສຸພາສິດ 23:20) ພະ​ເຢໂຫວາ​ອະນຸຍາດ​ໃຫ້​ເຮົາ​ດື່ມ​ເຄື່ອງ​ດື່ມ​ປະເພດ​ມຶນ​ເມົາ​ຢ່າງ​ພໍ​ປະມານ. (ຄຳເພງ 104:15; 1 ໂກລິນໂທ 6:10) ຫຼັກ​ການ​ຂອງ​ພະເຈົ້າ​ເປັນ​ປະໂຫຍດ​ແກ່​ເຮົາ​ເພາະ​ໃຫ້​ການ​ຊີ້​ນຳ​ທັງ​ການ​ກະທຳ​ແລະ​ຄວາມ​ຄິດ​ຂອງ​ເຮົາ. (ຄຳເພງ 119:97-100) ແຕ່​ຄລິດສະຕຽນ​ແທ້​ບໍ່​ໄດ້​ເຊື່ອ​ຟັງ​ເພາະ​ເຫັນ​ແກ່​ຜົນ​ປະໂຫຍດ​ສ່ວນ​ຕົວ. ເຂົາ​ເຈົ້າ​ເຊື່ອ​ຟັງ​ເພາະ​ຕ້ອງການ​ໃຫ້​ກຽດ​ພະ​ເຢໂຫວາ.—ອ່ານ​ມັດທາຍ 5:14-16