ຈົດໝາຍເຖິງຄລິດສະຕຽນໃນແຂວງຄາລາເຕຍ 6:1-18

  • ຊ່ວຍ​ແບກ​ພາລະ​ໜັກ​ຂອງ​ກັນ​ແລະ​ກັນ (1-10)

    • ຫວ່ານ​ສິ່ງ​ໃດ​ກໍ​ຕ້ອງ​ເກັບ​ກ່ຽວ​ສິ່ງ​ນັ້ນ (7, 8)

  • ການ​ຮັບ​ສິນຕັດ​ບໍ່​ມີ​ປະໂຫຍດ (11-16)

    • ຄົນ​ທີ່​ຖືກ​ສ້າງ​ຂຶ້ນ​ໃໝ່ (15)

  • ຄຳ​ລົງ​ທ້າຍ (17, 18)

6  ພີ່ນ້ອງ​ເອີ້ຍ ຖ້າ​ຜູ້​ໃດ​ກຳລັງ​ໄປ​ຜິດ​ທາງ​ໂດຍ​ບໍ່​ຮູ້​ໂຕ ກໍ​ໃຫ້​ພວກ​ເຈົ້າ​ເຊິ່ງ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້ນຳ​ຈາກ​ພະລັງ​ບໍລິສຸດ​ພະຍາຍາມ​ຊ່ວຍ​ຜູ້​ນັ້ນ​ໃຫ້​ກັບມາ​ໃນ​ທາງ​ທີ່​ຖືກຕ້ອງ​ດ້ວຍ​ຄວາມ​ອ່ອນໂຍນ.+ ແຕ່​ກໍ​ໃຫ້​ລະວັງ​ໂຕເອງ​ນຳ.+ ຄັນ​ບໍ່​ຊັ້ນ ພວກ​ເຈົ້າ​ເອງ​ກໍ​ອາດ​ຖືກ​ລໍ້ໃຈ​ຄື​ກັນ.+  ໃຫ້​ຊ່ວຍ​ແບກ​ພາລະ​ໜັກ​ຂອງ​ກັນ​ແລະ​ກັນ​ຕໍ່ໄປ.+ ການ​ເຮັດ​ແບບ​ນີ້​ສະແດງ​ວ່າ​ພວກ​ເຈົ້າ​ເຊື່ອຟັງ​ກົດໝາຍ​ຂອງ​ພະຄລິດ.+  ຖ້າ​ຜູ້​ໃດ​ຄິດ​ວ່າ​ໂຕເອງ​ສຳຄັນ​ທັງ​ໆ​ທີ່​ລາວ​ບໍ່​ສຳຄັນ+ ຜູ້​ນັ້ນ​ກໍ​ກຳລັງ​ຕົວະ​ໂຕເອງ.  ໃຫ້​ແຕ່​ລະ​ຄົນ​ກວດ​ເບິ່ງ​ສິ່ງ​ທີ່​ໂຕເອງ​ເຮັດ+ ແລ້ວ​ລາວ​ຈະ​ພູມໃຈ​ກັບ​ໂຕເອງ ແລະ​ຢ່າ​ປຽບທຽບ​ກັບ​ຄົນອື່ນ.+  ແຕ່​ລະ​ຄົນ​ຕ້ອງ​ແບກ​ຄວາມ​ຮັບຜິດຊອບ​ຂອງ​ໂຕເອງ.+  ໃຫ້​ຜູ້​ທີ່​ຮຽນ​ຄຳສອນ​ຂອງ​ພະເຈົ້າ​ແບ່ງ​ປັນ​ສິ່ງ​ດີ​ໆ​ໃຫ້ຜູ້​ທີ່​ສອນ.+  ຢ່າ​ຕົວະ​ໂຕເອງ​ເດີ້ ບໍ່​ມີ​ຜູ້​ໃດ​ຫຼອກລວງ​ພະ​ເຈົ້າ​ໄດ້. ຜູ້​ໃດ​ຫວ່ານ​ສິ່ງ​ໃດ​ກໍ​ຕ້ອງ​ເກັບກ່ຽວ​ສິ່ງ​ນັ້ນ.+  ຜູ້​ທີ່​ຫວ່ານ​ເພື່ອ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ມີ​ບາບ​ຈະ​ເກັບກ່ຽວ​ຜົນ​ເສຍຫາຍ*​ຈາກ​ຮ່າງກາຍ​ທີ່​ມີ​ບາບ ແຕ່​ຜູ້​ທີ່​ຫວ່ານ​ຕາມ​ທີ່​ພະລັງ​ຂອງ​ພະເຈົ້າ​ຊີ້ນຳ​ຈະ​ເກັບກ່ຽວ​ຊີວິດ​ຕະຫຼອດໄປ​ຈາກ​ພະລັງ​ນັ້ນ.+  ຂໍ​ໃຫ້​ພວກ​ເຮົາ​ຢ່າ​ເຊົາ​ເຮັດ​ດີ ເພາະ​ຖ້າ​ພວກ​ເຮົາ​ບໍ່​ທໍ້ຖອຍ​ໃນ​ການ​ເຮັດ​ດີ ພວກ​ເຮົາ​ຈະ​ເກັບກ່ຽວ​ຜົນ​ເມື່ອ​ຮອດ​ເວລາ.+ 10  ດັ່ງນັ້ນ ເມື່ອ​ມີ​ໂອກາດ​ກໍ​ໃຫ້​ພວກ​ເຮົາ​ເຮັດ​ດີ​ກັບ​ທຸກ​ຄົນ ໂດຍ​ສະເພາະ​ກັບ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຂອງ​ພວກ​ເຮົາ. 11  ຂ້ອຍ​ຂຽນ​ຈົດໝາຍ​ສະບັບ​ນີ້​ດ້ວຍ​ໂຕເອງ ເຫັນ​ບໍ​ວ່າ​ໂຕ​ໜັງສື​ໃຫຍ່​ສ່ຳ​ໃດ. 12  ຄົນ​ທີ່​ຢາກ​ໃຫ້​ຄົນອື່ນ​ມັກ​ໂຕເອງ ເຂົາເຈົ້າ​ພະຍາຍາມ​ບັງຄັບ​ພວກ​ເຈົ້າ​ໃຫ້​ຮັບ​ສິນຕັດ* ເພື່ອ​ເຂົາເຈົ້າ​ຈະ​ບໍ່​ຖືກ​ຂົ່ມເຫງ​ຍ້ອນ​ເລື່ອງ​ເສົາ​ທໍລະມານ*​ຂອງ​ພະຄລິດ. 13  ແມ່ນ​ແຕ່​ພວກ​ທີ່​ຮັບ​ສິນຕັດ​ກໍ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ​ໄດ້​ບໍ່​ຄົບ​ທຸກ​ຂໍ້+ ແຕ່​ເຂົາເຈົ້າ​ຢາກ​ໃຫ້​ພວກ​ເຈົ້າ​ຮັບ​ສິນຕັດ​ເພື່ອ​ຈະ​ໄດ້​ອວດ​ເລື່ອງ​ທີ່​ເຂົາເຈົ້າ​ຊັກຊວນ​ພວກ​ເຈົ້າ​ໃຫ້​ຮັບ​ສິນຕັດ​ໄດ້. 14  ແຕ່​ຂ້ອຍ​ຈະ​ບໍ່​ອວດ​ຫຍັງ​ນອກ​ຈາກ​ເລື່ອງ​ເສົາ​ທໍລະມານ​ຂອງ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ.+ ຂ້ອຍ​ຖື​ວ່າ​ໂລກ​ນີ້​ຕາຍ​ຈາກ​ຂ້ອຍ​ໄປ​ແລ້ວ​ຍ້ອນ​ພະຄລິດ ແລະ​ຂ້ອຍ​ກໍ​ຄື​ກັບ​ວ່າ​ຕາຍ​ຈາກ​ໂລກ​ນີ້​ໄປ​ແລ້ວ​ຄື​ກັນ. 15  ຊິ​ຮັບ​ສິນຕັດ​ຫຼື​ບໍ່​ຮັບ​ກໍ​ບໍ່​ສຳຄັນ​ດອກ+ ແຕ່​ສິ່ງ​ສຳຄັນ​ແມ່ນ​ການ​ເປັນ​ຄົນ​ທີ່​ຖືກ​ສ້າງ​ຂຶ້ນ​ໃໝ່.+ 16  ຂໍ​ໃຫ້​ທຸກ​ຄົນ​ທີ່​ໃຊ້​ຊີວິດ​ຕາມ​ກົດ​ນີ້ ເຊິ່ງ​ກໍ​ແມ່ນ​ອິດສະຣາເອນ​ຂອງ​ພະເຈົ້າ+ ມີ​ສັນຕິສຸກ​ແລະ​ໄດ້​ຮັບ​ຄວາມ​ເມດຕາ​ຈາກ​ເພິ່ນ. 17  ຕໍ່​ໄປ​ນີ້ ຢ່າ​ໃຫ້​ຜູ້​ໃດ​ສ້າງ​ບັນຫາ​ໃຫ້​ຂ້ອຍ​ອີກ ເພາະ​ຕົນ​ໂຕ​ຂອງ​ຂ້ອຍ​ມີ​ແຕ່​ຮອຍ​ບາດ​ທີ່​ສະແດງ​ວ່າ​ຂ້ອຍ​ເປັນ​ທາດ​ຂອງ​ພະ​ເຢຊູ.+ 18  ພີ່ນ້ອງ​ເອີ້ຍ ຂໍ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຈາກ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ ຍ້ອນ​ນ້ຳໃຈ​ທີ່​ພວກ​ເຈົ້າ​ສະແດງ. ອາແມນ.*

ຂໍຄວາມໄຂເງື່ອນ

ຫຼື “ຄວາມ​ຈິບຫາຍ”
ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ
ຫຼື “ຂໍ​ໃຫ້​ເປັນ​ແນວ​ນັ້ນ”