ເພງສັນລະເສີນ 19:1-14

  • ສິ່ງ​ທີ່​ພະເຈົ້າ​ສ້າງ​ແລະ​ກົດໝາຍ​ຂອງ​ເພິ່ນ​ເປັນ​ພະຍານ

    • “ສິ່ງ​ຕ່າງໆ​ທີ່​ຢູ່​ເທິງ​ຟ້າ​ປະກາດ​ສະຫງ່າ​ລາສີ​ຂອງ​ພະເຈົ້າ” (1)

    • ກົດໝາຍ​ຂອງ​ພະເຈົ້າ​ເຮັດ​ໃຫ້​ມີ​ແຮງ​ອີກ​ເທື່ອ​ໜຶ່ງ (7)

    • “ຄວາມ​ຜິດ​ທີ່​ລູກ​ເຮັດ​ໂດຍ​ບໍ່​ຮູ້​ໂຕ” (12)

ເຖິງ​ຜູ້​ຄວບຄຸມ​ດົນຕີ. ເພງ​ຂອງ​ດາວິດ. 19  ສິ່ງ​ຕ່າງ​ໆ​ທີ່​ຢູ່​ເທິງ​ຟ້າ​ປະກາດ​ສະຫງ່າ​ລາສີ​ຂອງ​ພະເຈົ້າ+ແລະ​ບອກ​ເຖິງ​ສິ່ງ​ທີ່​ເພິ່ນ​ສ້າງ.+   ທຸກ​ໆ​ມື້​ຄຳເວົ້າ​ຂອງ​ສິ່ງ​ເຫຼົ່າ​ນັ້ນ​ອອກ​ມາ​ຄື​ກັບ​ນ້ຳ​ທີ່​ທັ່ງ​ອອກ​ຢູ່​ຕະຫຼອດແລະ​ທຸກ​ໆ​ຄືນ​ພວກ​ມັນ​ເປີດເຜີຍ​ຄວາມ​ຮູ້​ຂອງ​ເພິ່ນ.   ເຖິງ​ວ່າ​ພວກ​ມັນ​ຈະ​ບໍ່​ໄດ້​ເວົ້າ​ຫຍັງແລະ​ເຖິງ​ວ່າ​ຈະ​ບໍ່​ມີ​ສຽງ​ຫຍັງ​ອອກ​ມາ​ຈາກ​ພວກ​ມັນ   ແຕ່​ທົ່ວ​ໂລກ​ກໍ​ໄດ້​ຍິນ​ຄຳ​ພະຍານ​ຂອງ​ພວກ​ມັນ*ແລະ​ຂ່າວ​ສານ​ທີ່​ພວກ​ມັນ​ປະກາດ​ກໍ​ໄປ​ເຖິງ​ຄົນ​ທີ່​ຢູ່​ສຸດ​ຂອບ​ໂລກ.+ ພະເຈົ້າ​ໄດ້​ຕັ້ງ​ເຕັ້ນ​ໃຫ້​ຕາເວັນ​ຢູ່​ເທິງ​ຟ້າ.   ມັນ​ເປັນ​ຄື​ກັບ​ເຈົ້າ​ບ່າວ​ທີ່​ອອກ​ມາ​ຈາກ​ຫ້ອງແລະ​ມັນ​ດີໃຈ​ຄື​ກັບ​ຜູ້​ຊາຍ​ແຂງແຮງ​ທີ່​ໄດ້​ອອກ​ໄປ​ແລ່ນ​ແຂ່ງ.   ມັນ​ອອກ​ມາ​ຈາກ​ຂອບ​ຟ້າ​ຟາກ​ໜຶ່ງແລ້ວ​ໄປ​ອີກ​ຟາກ​ໜຶ່ງ+ແລະ​ບໍ່​ມີ​ຫຍັງ​ລີ້​ຈາກ​ຄວາມ​ຮ້ອນ​ຂອງ​ມັນ​ໄດ້.   ກົດໝາຍ​ຂອງ​ພະ​ເຢໂຫວາ​ສົມບູນແບບ+​ແລະ​ເຮັດ​ໃຫ້​ມີ​ແຮງ​ອີກ​ເທື່ອ​ໜຶ່ງ.+ ຂໍ້​ເຕືອນ​ໃຈ​ຂອງ​ພະ​ເຢໂຫວາ​ໄວ້ໃຈ​ໄດ້+​ແລະ​ເຮັດ​ໃຫ້​ຄົນ​ທີ່​ບໍ່​ມີ​ປະສົບການ​ສະຫຼາດ​ຂຶ້ນ.+   ຂໍ້​ກຳນົດ​ຂອງ​ພະ​ເຢໂຫວາ​ຍຸຕິທຳ​ແລະ​ເຮັດ​ໃຫ້​ມີ​ຄວາມສຸກ.+ຄຳສັ່ງ​ຂອງ​ພະ​ເຢໂຫວາ​ດີ​ແທ້​ໆ​ແລະ​ເຮັດ​ໃຫ້​ມີ​ຄວາມ​ເຂົ້າໃຈ​ຫຼາຍ​ຂຶ້ນ.+   ການ​ນັບຖື​ພະ​ເຢໂຫວາ+​ເປັນ​ສິ່ງ​ທີ່​ບໍລິສຸດ​ແລະ​ໝັ້ນຄົງ​ຕະຫຼອດໄປ. ການ​ຕັດສິນ​ຂອງ​ພະ​ເຢໂຫວາ​ຍຸຕິທຳ*​ແລະ​ຖືກຕ້ອງ​ສະເໝີ.+ 10  ສິ່ງ​ເຫຼົ່ານີ້​ມີຄ່າ​ຫຼາຍ​ກວ່າ​ຄຳຫຼາຍ​ກວ່າ​ຄຳ​ທີ່​ຖືກ​ຫຼອມ​ຢ່າງ​ດີ+ແລະ​ຫວານ​ກວ່າ​ນ້ຳ​ເຜີ້ງ+​ທີ່​ຍ້ອຍ​ຈາກ​ຮັງ. 11  ສິ່ງ​ເຫຼົ່ານີ້​ໄດ້​ເຕືອນ​ຜູ້​ຮັບໃຊ້​ຂອງ​ພະອົງ+ແລະ​ຜູ້​ທີ່​ເຮັດ​ຕາມ​ຈະ​ໄດ້​ລາງວັນ​ໃຫຍ່.+ 12  ໃຜ​ຊິ​ຮູ້​ວ່າ​ໂຕເອງ​ເຮັດ​ຜິດ?+ ຂໍ​ພະອົງ​ຍົກ​ໂທດ​ໃຫ້​ລູກ*​ໃນ​ຄວາມ​ຜິດ​ທີ່​ລູກ​ເຮັດ​ໂດຍ​ບໍ່​ຮູ້​ໂຕ. 13  ຂໍ​ຊ່ວຍ​ລູກ​ບໍ່​ໃຫ້​ເປັນ​ຄົນ​ເຮັດ​ເກີນ​ສິດ+ແລະ​ບໍ່​ໃຫ້​ເປັນ​ຄົນ​ລ່ວງ+ ເພື່ອ​ລູກ​ຈະ​ເປັນ​ຄົນ​ທີ່​ບໍ່​ມີ​ບ່ອນ​ຕິ+ແລະ​ເປັນ​ຄົນ​ທີ່​ບໍ່​ໄດ້​ເຮັດ​ຜິດ​ແລ້ວ​ເຮັດ​ຜິດ​ອີກ.* 14  ພະ​ເຢໂຫວາ​ຜູ້​ເປັນ​ຫີນ​ຜາ+​ແລະ​ຜູ້​ໄຖ່​ຂອງ​ລູກ+ຂໍ​ຊ່ວຍ​ລູກ​ໃຫ້​ເວົ້າ​ແລະ​ຄິດ​ຕຶກຕອງ​ແຕ່​ສິ່ງ​ທີ່​ພະອົງ​ພໍໃຈ.+

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ແຕ່​ສາຍ​ແທກ​ຂອງ​ພວກ​ມັນ​ອອກ​ໄປ​ທົ່ວ​ໂລກ”
ຫຼື “ເປັນ​ຄວາມຈິງ”
ຫຼື “ປະກາດ​ວ່າ​ລູກ​ບໍ່​ມີ​ຄວາມ​ຜິດ”
ຫຼື “ບໍ່​ໄດ້​ເຮັດ​ຜິດ​ຮ້າຍແຮງ”