ຈົດໝາຍເຖິງຄລິດສະຕຽນໃນເມືອງໂກໂລຊາຍ 3:1-25

  • ນິດໄສ​ເກົ່າ​ແລະ​ນິດໄສ​ໃໝ່ (1-17)

    • ກຳຈັດ​ຄວາມ​ຕ້ອງການ​ຂອງ​ອະໄວຍະວະ​ຕ່າງ⁠​ໆ​ໃນ​ຮ່າງກາຍ (5)

    • ຄວາມ​ຮັກ​ຜູກພັນ​ຄົນ​ເຮົາ​ໃຫ້​ເປັນ​ນ້ຳໜຶ່ງ​ໃຈດຽວ​ກັນ (14)

  • ຄຳ​ແນະນຳ​ສຳລັບ​ຄອບຄົວ​ຄລິດສະຕຽນ (18-25)

3  ໃນ​ເມື່ອ​ພະເຈົ້າ​ເຮັດ​ໃຫ້​ພວກ​ເຈົ້າ​ມີ​ຊີວິດ​ຮ່ວມ​ກັບ​ພະຄລິດ​ແລ້ວ+ ພວກ​ເຈົ້າ​ຕ້ອງ​ໃຫ້​ຄວາມ​ສຳຄັນ​ກັບ​ສິ່ງ​ຕ່າງ​ໆ​ທີ່​ຢູ່​ໃນ​ສະຫວັນ​ສະເໝີ ເຊິ່ງ​ເປັນ​ບ່ອນ​ທີ່​ພະຄລິດ​ນັ່ງ​ຢູ່​ເບື້ອງ​ຂວາ​ມື​ຂອງ​ພະເຈົ້າ.+  ໃຫ້​ພວກ​ເຈົ້າ​ຄິດ​ເຖິງ​ແຕ່​ສິ່ງ​ທີ່​ຢູ່​ໃນ​ສະຫວັນ​ສະເໝີ+ ບໍ່​ແມ່ນ​ຄິດ​ເຖິງ​ສິ່ງ​ທີ່​ຢູ່​ໃນ​ໂລກ​ນີ້.+  ພວກ​ເຈົ້າ​ຕາຍ​ແລ້ວ ແລະ​ຊີວິດ​ຂອງ​ພວກ​ເຈົ້າ​ຝາກ​ໄວ້​ກັບ​ພະຄລິດ​ຕາມ​ທີ່​ພະເຈົ້າ​ຕ້ອງການ.  ເມື່ອ​ພະຄລິດ​ຜູ້​ເປັນ​ຊີວິດ​ຂອງ​ພວກເຮົາ+​ມາ​ສະແດງ​ລິດເດດ​ຂອງ​ເພິ່ນ ພວກ​ເຈົ້າ​ກໍ​ຈະ​ມາ​ພ້ອມ​ກັບ​ກຽດ​ຂອງ​ເພິ່ນ.+  ໃຫ້​ພວກ​ເຈົ້າກຳຈັດ​ຄວາມ​ຕ້ອງການ​ຂອງ​ອະໄວຍະວະ​ຕ່າງ​ໆ​ໃນ​ຮ່າງກາຍ+​ເຊິ່ງ​ແມ່ນ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ* ການ​ກະທຳ​ທີ່​ບໍ່​ສະອາດ ຕັນຫາ​ແບບ​ທີ່​ບໍ່​ມີ​ການ​ຄວບຄຸມ+ ຄວາມ​ຕ້ອງການທີ່​ສ້າງຄວາມ​ເສຍຫາຍ ແລະ​ຄວາມ​ໂລບ​ທີ່​ເປັນ​ຮູບແບບ​ໜຶ່ງ​ຂອງ​ການ​ຂາບໄຫວ້​ຮູບ​ບູຊາ.  ພະເຈົ້າ​ຈະ​ສະແດງ​ຄວາມ​ໃຈຮ້າຍ​ຕໍ່​ຄົນ​ທີ່ເຮັດ​ສິ່ງ​ເຫຼົ່າ​ນັ້ນ.  ແຕ່ກີ້ ພວກ​ເຈົ້າ​ກໍ​ເຄີຍ​ເຮັດ​ສິ່ງ​ເຫຼົ່າ​ນີ້​ຕອນ​ທີ່​ໃຊ້​ຊີວິດ​ແບບ​ເກົ່າ.+  ແຕ່​ຕອນນີ້ ພວກ​ເຈົ້າ​ຕ້ອງ​ກຳຈັດ​ຄວາມ​ໃຈຮ້າຍ ການ​ຮ້າຍ​ໃສ່​ຄົນ​ອື່ນ ຄວາມ​ຊົ່ວ+ ແລະ​ການ​ເວົ້າ​ດູຖູກ​ໃຫ້​ໝົດ​ໄປ​ຈາກ​ພວກ​ເຈົ້າ.+ ຢ່າ​ໃຫ້​ຄຳເວົ້າ​ລາມົກ+​ອອກ​ມາ​ຈາກ​ປາກ​ພວກ​ເຈົ້າ.  ຢ່າ​ເວົ້າ​ຕົວະ​ກັນ.+ ໃຫ້​ຖິ້ມ*​ນິດໄສ​ເກົ່າ+​ກັບ​ສິ່ງ​ຕ່າງ​ໆ​ທີ່​ເຄີຍ​ເຮັດ 10  ແລ້ວ​ໃຫ້​ປ່ຽນ*​ນິດໄສ​ໃໝ່+​ທີ່​ມາ​ຈາກ​ພະເຈົ້າ​ໂດຍ​ໃຊ້​ຄວາມ​ຮູ້​ທີ່​ຖືກຕ້ອງ ເຊິ່ງ​ເປັນ​ນິດໄສ​ທີ່​ຄ່ອຍ​ໆ​ຖືກ​ສ້າງ​ຂຶ້ນ​ຕາມ​ແບບ​ເພິ່ນ.+ 11  ເມື່ອ​ມີ​ນິດໄສ​ແບບ​ນັ້ນ​ກໍ​ຈະ​ບໍ່​ມີ​ການ​ແບ່ງ​ແຍກ​ລະຫວ່າງ​ຄົນ​ກຣີກ​ກັບ​ຄົນ​ຢິວ ຄົນ​ທີ່​ຮັບ​ສິນຕັດ*​ກັບ​ຄົນ​ທີ່​ບໍ່​ຮັບ​ສິນຕັດ ຄົນ​ຕ່າງຊາດ ຄົນ​ຊີເທຍ* ທາດ​ຫຼື​ຄົນ​ທີ່​ມີ​ອິດສະຫຼະ. ພະຄລິດ​ກ່ຽວຂ້ອງ​ກັບ​ທຸກ​ດ້ານ​ຂອງ​ນິດໄສ​ນີ້ ແລະ​ພວກ​ເຮົາ​ກໍ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ເພິ່ນ.+ 12  ເມື່ອ​ພວກ​ເຈົ້າ​ເປັນ​ຄົນ​ທີ່​ພະເຈົ້າ​ເລືອກ​ແລ້ວ+ ເປັນ​ຄົນ​ບໍລິສຸດ​ແລະ​ເປັນ​ຄົນ​ທີ່​ເພິ່ນ​ຮັກ ກໍ​ໃຫ້​ປູກຝັງ*​ຄວາມ​ເຫັນອົກ​ເຫັນໃຈ+ ຄວາມ​ເມດຕາ ຄວາມ​ຖ່ອມ+ ຄວາມ​ອ່ອນໂຍນ+ ແລະ​ຄວາມ​ອົດທົນ.+ 13  ແຕ່​ຖ້າ​ຜູ້​ໃດ​ມີ​ສາເຫດ​ຈະ​ຈົ່ມ​ໃຫ້​ຄົນ​ອື່ນ+ ກໍ​ຂໍ​ໃຫ້​ອົດທົນ​ຕໍ່​ກັນ​ແລະ​ກັນ ແລະໃຫ້​ອະ​ໄພ​ກັນ​ຢ່າງ​ໃຈກວ້າງ​ຕໍ່​ໆ​ໄປ.+ ພວກ​ເຈົ້າ​ຕ້ອງ​ເຕັມໃຈ​ໃຫ້​ອະ​ໄພ​ໃຫ້​ກັນ​ຄື​ກັບ​ທີ່​ພະ​ເຢໂຫວາ*​ເຕັມ​ໃຈ​ໃຫ້​ອະ​ໄພ​ໃຫ້​ພວກ​ເຈົ້າ.+ 14  ນອກ​ຈາກ​ນັ້ນ ໃຫ້​ປູກຝັງ​ຄວາມ​ຮັກ+ ຍ້ອນ​ຄວາມ​ຮັກ​ຜູກພັນ​ຄົນເຮົາ​ໃຫ້​ເປັນ​ນ້ຳໜຶ່ງ​ໃຈດຽວ​ກັນ.+ 15  ຂໍ​ໃຫ້​ສັນຕິສຸກ​ຈາກ​ພະຄລິດ​ເປັນ​ພະລັງ​ຄວບຄຸມ​ໃຈ​ພວກ​ເຈົ້າ+ ຍ້ອນ​ພວກ​ເຈົ້າ​ຖືກ​ເລືອກ​ເພື່ອ​ໃຫ້​ເປັນ​ອະໄວຍະວະ​ໃນ​ຮ່າງກາຍ​ດຽວ​ທີ່​ມີ​ສັນຕິສຸກ ແລະ​ໃຫ້​ພວກ​ເຈົ້າ​ສະແດງ​ຄວາມ​ຂອບໃຈ. 16  ໃຫ້​ຄຳສອນ​ຂອງ​ພະຄລິດ​ມີ​ຜົນ​ຕໍ່​ພວກ​ເຈົ້າ​ຢ່າງ​ເຕັມທີ​ແລະ​ເຮັດ​ໃຫ້​ພວກ​ເຈົ້າ​ມີ​ສະຕິ​ປັນຍາ​ທຸກ​ຢ່າງ. ໃຫ້​ພວກ​ເຈົ້າ​ສອນ​ແລະ​ໃຫ້​ກຳລັງ​ໃຈ​ກັນ*​ສະເໝີ​ດ້ວຍ​ເພງ​ສັນລະເສີນ+ ເພງ​ຍ້ອງຍໍ​ພະເຈົ້າ ແລະ​ເພງ​ນະມັດສະການ​ພະເຈົ້າ​ທີ່​ຮ້ອງ​ດ້ວຍ​ຄວາມ​ສຳນຶກ​ບຸນຄຸນ. ໃຫ້​ຮ້ອງ​ເພງ​ຈາກ​ໃຈ​ໃຫ້​ພະ​ເຢໂຫວາ*​ສະເໝີ.+ 17  ບໍ່​ວ່າ​ພວກ​ເຈົ້າ​ຈະ​ເວົ້າ​ຫຼື​ເຮັດ​ຫຍັງ ກໍ​ໃຫ້​ເຮັດ​ທຸກ​ສິ່ງ​ໃນ​ນາມ​ພະ​ເຢຊູ​ຜູ້​ເປັນ​ນາຍ ແລະ​ຂອບໃຈ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພວກເຮົາ​ໃນ​ນາມ​ພະ​ເຢຊູ.+ 18  ຜູ້​ທີ່​ເປັນ​ເມຍ ໃຫ້​ເຊື່ອຟັງ​ຜົວ+ ຍ້ອນ​ເປັນ​ສິ່ງ​ທີ່​ລູກສິດ​ຂອງ​ພະຄລິດ​ຄວນ​ເຮັດ. 19  ຜູ້​ທີ່​ເປັນ​ຜົວ ໃຫ້​ຮັກ​ເມຍ​ສະເໝີ+​ແລະ​ຢ່າ​ຮຸນແຮງ​ຕໍ່​ເມຍ.+ 20  ຜູ້​ທີ່​ເປັນ​ລູກ ໃຫ້​ເຊື່ອຟັງ​ພໍ່​ແມ່​ສະເໝີ+ ຍ້ອນ​ການ​ເຮັດ​ແນວ​ນັ້ນ​ເຮັດ​ໃຫ້​ພະຄລິດ​ພໍໃຈ. 21  ຜູ້​ທີ່​ເປັນ​ພໍ່ ຢ່າ​ຍົວະ​ລູກ​ໃຫ້​ໃຈຮ້າຍ*+​ເພື່ອ​ລູກ​ຈະ​ບໍ່​ທໍ້ໃຈ. 22  ຜູ້​ທີ່​ເປັນ​ທາດ ໃຫ້​ເຊື່ອຟັງ​ນາຍ​ທີ່​ເປັນ​ມະນຸດ​ສະເໝີ+ ບໍ່​ແມ່ນ​ເຊື່ອຟັງ​ແຕ່​ຕອນ​ທີ່​ນາຍ​ເຫັນ​ເພື່ອ​ເອົາ​ໃຈ​ລາ​ວ​ເທົ່າ​ນັ້ນ ແຕ່​ໃຫ້​ເຊື່ອຟັງ​ຈາກ​ໃຈ​ດ້ວຍ​ຄວາມ​ຢ້ານຢຳ​ພະ​ເຢໂຫວາ.* 23  ບໍ່​ວ່າ​ພວກ​ເຈົ້າ​ຈະ​ເຮັດ​ຫຍັງ ກໍ​ໃຫ້​ເຮັດ​ສຸດ​ຄວາມ​ສາມາດ​ຄື​ກັບ​ເຮັດ​ໃຫ້​ພະ​ເຢໂຫວາ*+ ບໍ່​ແມ່ນ​ເຮັດ​ໃຫ້​ມະນຸດ. 24  ພວກ​ເຈົ້າ​ຮູ້​ແລ້ວ​ວ່າ​ຈະ​ໄດ້​ຮັບ​ລາງວັນ*​ຈາກ​ພະ​ເຢໂຫວາ.*+ ໃຫ້​ເຮັດ​ວຽກ​ແບບ​ທາດ​ເພື່ອ​ພະຄລິດ​ຜູ້​ເປັນ​ນາຍ. 25  ສ່ວນ​ຄົນ​ທີ່​ເຮັດ​ຜິດ​ກໍ​ຈະ​ໄດ້​ຮັບ​ຜົນ​ຕາມ​ຄວາມ​ຜິດ​ຂອງ​ໂຕເອງ​ແນ່ນອນ+ ຍ້ອນ​ພະເຈົ້າ​ບໍ່​ລຳອຽງ.+

ຂໍຄວາມໄຂເງື່ອນ

ຄຳ​ພາສາ​ກຣີກ​ແມ່ນ​ພໍເນຍ. ເບິ່ງ​ຄຳ​ວ່າ “ພໍເນຍ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ແປ​ຕາມ​ໂຕ​ວ່າ “ແກ້”
ແປ​ຕາມ​ໂຕ​ວ່າ “ນຸ່ງ.” ໝາຍເຖິງ​ການ​ນຸ່ງ​ເຄື່ອງ​ໂຕ​ໃໝ່.
ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ
ໝາຍເຖິງ​ຄົນ​ປ່າ​ເຖື່ອນ
ແປ​ຕາມ​ໂຕ​ວ່າ “ນຸ່ງ”
ຫຼື “ເຕືອນ​ສະຕິ​ກັນ”
ຫຼື “ໃຫ້​ຫງຸດຫງິດ”
ແປ​ຕາມ​ໂຕ​ວ່າ “ໄດ້​ຮັບ​ມໍລະດົກ​ເປັນ​ລາງວັນ”