ຂ່າວດີທີ່ຂຽນໂດຍມັດທາຍ 19:1-30

  • ການ​ແຕ່ງດອງ​ແລະ​ການ​ຢ່າຮ້າງ (1-9)

  • ການ​ຢູ່​ເປັນ​ໂສດ (10-12)

  • ພະ​ເຢຊູ​ອວຍພອນ​ເດັກນ້ອຍ (13-15)

  • ຄຳ​ຖາມ​ຂອງ​ເສດຖີ​ໜຸ່ມ (16-24)

  • ເສຍ​ສະລະ​ເພື່ອ​ການ​ປົກຄອງ​ຂອງ​ພະເຈົ້າ (25-30)

19  ເມື່ອ​ພະ​ເຢຊູ​ເວົ້າ​ເລື່ອງ​ທັງໝົດ​ນີ້​ແລ້ວ ເພິ່ນ​ກໍ​ເດີນ​ທາງ​ອອກ​ຈາກ​ແຂວງ​ຄາລີເລ ຂ້າມ​ແມ່​ນ້ຳ​ຈໍແດນ ແລະ​ມາ​ໃກ້​ເຂດ​ແດນ​ແຂວງ​ຢູດາຍ.+  ມີ​ຄົນ​ບັກ​ຫຼາຍ​ໆ​ຕິດຕາມ​ເພິ່ນ​ໄປ ແລະ​ເພິ່ນ​ໄດ້​ປົວ​ຄົນ​ເຈັບ​ປ່ວຍ​ຢູ່​ຫັ້ນ.  ແລ້ວ​ພວກ​ຟາຣີຊາຍ​ກໍ​ມາ​ທົດສອບ​ພະ​ເຢຊູ. ເຂົາເຈົ້າ​ຖາມ​ວ່າ: “ຜິດ​ບໍ​ຖ້າ​ຜູ້​ຊາຍ​ຈະ​ຢ່າຮ້າງ​ກັບ​ເມຍ​ບໍ່​ວ່າ​ຍ້ອນ​ເຫດຜົນ​ໃດ​ກໍ​ຕາມ?”+  ພະ​ເຢຊູ​ຕອບ​ວ່າ: “ພວກ​ເຈົ້າ​ບໍ່​ໄດ້​ອ່ານ​ບໍ​ວ່າ ໃນ​ຕອນ​ທຳອິດ ພະເຈົ້າ​ໄດ້​ສ້າງ​ມະນຸດ​ເປັນ​ຜູ້​ຊາຍ​ແລະ​ຜູ້​ຍິງ+  ແລະ​ເພິ່ນ​ບອກ​ວ່າ ‘ຜູ້​ຊາຍຈະ​ຈາກ​ພໍ່​ແມ່​ໄປ​ຢູ່​ກັບ​ເມຍ ແລະ​ເຂົາເຈົ້າ​ກໍ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ’?*+  ເຂົາເຈົ້າ​ຈຶ່ງ​ບໍ່​ເປັນ 2 ອີກ​ຕໍ່​ໄປ ແຕ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ. ດັ່ງນັ້ນ ເມື່ອ​ພະເຈົ້າ​ໃຫ້ 2 ຄົນ​ມາ​ຢູ່​ນຳ​ກັນ​ແລ້ວ* ກໍ​ຢ່າ​ໃຫ້​ມະນຸດ​ເຮັດ​ໃຫ້​ແຍກ​ຈາກ​ກັນ.”+  ພວກ​ຟາຣີຊາຍ​ຖາມ​ຕໍ່​ໄປ​ວ່າ: “ຄັນຊັ້ນ ເປັນ​ຫຍັງ​ໂມເຊ​ສັ່ງ​ວ່າ ໃຫ້​ເຮັດ​ໃບ​ຢ່າຮ້າງ​ໃຫ້​ເມຍ​ແລ້ວ​ກໍ​ຢ່າຮ້າງ​ໄດ້?”+  ພະ​ເຢຊູ​ຕອບ​ເຂົາເຈົ້າ​ວ່າ: “ໂມເຊ​ຍອມ​ໃຫ້​ຢ່າຮ້າງ​ກັບ​ເມຍ​ຍ້ອນ​ພວກ​ເຈົ້າ​ເປັນ​ຄົນ​ຫົວ​ແຂງ.+ ແຕ່​ຕອນ​ທຳອິດ​ທີ່​ພະເຈົ້າ​ສ້າງ​ຜູ້​ຊາຍ​ແລະ​ຜູ້​ຍິງ ມັນ​ບໍ່​ໄດ້​ເປັນ​ແບບ​ນັ້ນ.+  ດັ່ງນັ້ນ ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຄົນ​ທີ່​ຢ່າຮ້າງ​ກັບ​ເມຍ​ແລ້ວ​ໄປ​ແຕ່ງດອງ​ໃໝ່​ກໍ​ຖື​ວ່າ​ລາວ​ມີ​ຊູ້+ ນອກ​ຈາກ​ວ່າ​ລາວ​ຢ່າຮ້າງ​ກັບ​ເມຍ​ຍ້ອນ​ເມຍ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ.”* 10  ພວກ​ລູກສິດ​ບອກ​ພະ​ເຢຊູ​ວ່າ: “ຄັນ​ເປັນ​ແນວ​ນີ້ ບໍ່​ແຕ່ງດອງ​ກໍ​ດີ​ກວ່າ.” 11  ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ບໍ່​ແມ່ນ​ທຸກ​ຄົນ​ຈະ​ເຮັດ​ແບບ​ນັ້ນ​ໄດ້ ມີ​ແຕ່​ຄົນ​ທີ່​ໄດ້​ຮັບ​ພອນ*​ຈາກ​ພະເຈົ້າ​ເທົ່າ​ນັ້ນ​ຈຶ່ງ​ເຮັດ​ໄດ້.+ 12  ບາງ​ຄົນ​ແຕ່ງດອງ​ບໍ່​ໄດ້​ຍ້ອນ​ເປັນ​ຂັນທີ​ຕັ້ງແຕ່​ເກີດ* ບາງ​ຄົນ​ແຕ່ງດອງ​ບໍ່​ໄດ້​ຍ້ອນ​ຖືກ​ເຮັດ​ໃຫ້​ເປັນ​ຂັນທີ* ແລະ​ບາງ​ຄົນ​ກໍ​ບໍ່​ແຕ່ງດອງ*​ເພື່ອ​ຈະ​ສະໜັບ​ສະໜູນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ໄດ້​ຫຼາຍ​ຂຶ້ນ. ຖ້າ​ຜູ້​ໃດ​ຈັດ​ຊີວິດ​ໄດ້​ແບບ​ນັ້ນ ກໍ​ໃຫ້​ລາວ​ເຮັດ​ໂລດ.”+ 13  ແລ້ວ​ກໍ​ມີ​ຄົນ​ພາ​ເດັກນ້ອຍ​ມາ​ເພື່ອ​ໃຫ້​ພະ​ເຢຊູ​ວາງ​ມື​ອວຍພອນ​ແລະ​ອະທິດຖານ​ໃຫ້​ເຂົາເຈົ້າ ແຕ່​ພວກ​ລູກສິດ​ໄດ້​ຫ້າມ​ໄວ້.+ 14  ພະ​ເຢຊູ​ເວົ້າ​ວ່າ: “ໃຫ້​ພວກ​ເດັກນ້ອຍ​ເຂົ້າ​ມາ​ຫາ​ຂ້ອຍ​ໂລດ. ບໍ່​ຕ້ອງ​ຫ້າມ​ເຂົາເຈົ້າ ຍ້ອນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ເປັນ​ຂອງ​ຄົນ​ແບບ​ນີ້​ແຫຼະ.”+ 15  ແລ້ວ​ພະ​ເຢຊູ​ໄດ້​ວາງ​ມື​ອວຍພອນ​ເດັກນ້ອຍ ແລະ​ກໍ​ອອກ​ໄປ​ຈາກ​ຫັ້ນ. 16  ຈາກນັ້ນ ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ມາ​ຫາ​ພະ​ເຢຊູ​ແລ້ວ​ຖາມ​ວ່າ: “ອາຈານ ຂ້ອຍ​ຕ້ອງ​ເຮັດ​ດີ​ແນວ​ໃດ​ຈຶ່ງ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ?”+ 17  ພະ​ເຢຊູ​ຕອບ​ວ່າ: “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຖາມ​ຂ້ອຍ​ເລື່ອງ​ສິ່ງ​ທີ່​ດີ? ມີ​ແຕ່​ພະເຈົ້າ​ເທົ່າ​ນັ້ນ​ທີ່​ດີ​ແທ້​ໆ​.+ ແຕ່​ຖ້າ​ເຈົ້າ​ຢາກ​ໄດ້​ຊີວິດ​ກໍ​ໃຫ້​ເຮັດ​ຕາມ​ກົດໝາຍ​ຂອງ​ພະເຈົ້າ​ຕໍ່​ໆ​ໄປ.”+ 18  ລາວ​ຖາມ​ເພິ່ນ​ວ່າ: “ກົດໝາຍ​ຂໍ້​ໃດ?” ພະ​ເຢຊູ​ຕອບ​ວ່າ: “ຂໍ້​ທີ່​ວ່າ ຫ້າມ​ຂ້າ​ຄົນ+ ຫ້າມ​ຫຼິ້ນຊູ້+ ຫ້າມ​ລັກ+ ຫ້າມ​ເປັນ​ພະຍານ​ຕົວະ+ 19  ໃຫ້​ນັບຖື​ພໍ່​ແມ່+ ແລະ​ໃຫ້​ຮັກ​ເພື່ອນ​ບ້ານ​ຄື​ກັບ​ຮັກ​ໂຕເອງ.”+ 20  ຊາຍ​ໜຸ່ມ​ຄົນ​ນັ້ນ​ບອກ​ພະ​ເຢຊູ​ວ່າ: “ຂ້ອຍ​ເຮັດ​ຕາມ​ທຸກ​ຂໍ້​ຢູ່​ແລ້ວ. ຂ້ອຍ​ຍັງ​ຕ້ອງ​ເຮັດ​ຫຍັງ​ອີກ​ບໍ?” 21  ພະ​ເຢຊູ​ຕອບ​ລາວ​ວ່າ: “ຖ້າ​ເຈົ້າ​ຢາກ​ເປັນ​ຄົນ​ດີ​ຄົບ​ຖ້ວນ​ກໍ​ໃຫ້​ໄປ​ຂາຍ​ທຸກ​ສິ່ງ​ທີ່​ເຈົ້າ​ມີ​ແລະ​ເອົາ​ເງິນ​ໄປ​ຊ່ວຍ​ຄົນ​ທຸກ ແລ້ວ​ເຈົ້າ​ຈະ​ມີ​ຊັບ​ສົມບັດ​ໃນ​ສະຫວັນ+ ແລະ​ໃຫ້​ເຈົ້າ​ຕິດຕາມ​ຂ້ອຍ​ມາ.”+ 22  ເມື່ອ​ໄດ້​ຍິນ​ແບບ​ນັ້ນ ລາວ​ກໍ​ຍ່າງ​ຄໍ​ຕົກ​ອອກ​ໄປ ຍ້ອນ​ລາວ​ມີ​ຊັບ​ສົມບັດ​ຫຼາຍ.+ 23  ພະ​ເຢຊູ​ຈຶ່ງ​ເວົ້າ​ກັບ​ພວກ​ລູກສິດ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ມັນ​ຍາກ​ແທ້​ໆ​ທີ່​ຄົນ​ຮັ່ງ​ຈະ​ມີ​ສ່ວນ​ໃນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ.+ 24  ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ອີກ​ວ່າ ໂຕ​ອູດ​ຈະ​ລອດ​ຮູ​ເຂັມ​ກໍ​ຍັງ​ງ່າຍ​ກວ່າ​ທີ່​ຄົນ​ຮັ່ງ​ຈະ​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ.”+ 25  ເມື່ອ​ພວກ​ລູກສິດ​ໄດ້​ຍິນ​ກໍ​ພາກັນ​ງົງ​ແລະ​ຖາມ​ວ່າ: “ຖ້າ​ເປັນ​ແນວ​ນີ້ ຜູ້​ໃດ​ຈະ​ລອດ​ໄດ້?”+ 26  ພະ​ເຢຊູ​ແນມ​ເບິ່ງ​ເຂົາເຈົ້າ​ແລະ​ເວົ້າ​ວ່າ: “ມະນຸດ​ເຮັດ​ບໍ່​ໄດ້ ແຕ່​ພະເຈົ້າ​ເຮັດ​ໄດ້​ທຸກ​ຢ່າງ.”+ 27  ເປໂຕ​ຈຶ່ງ​ເວົ້າ​ວ່າ: “ພວກ​ເຮົາ​ຍອມ​ຖິ້ມ​ທຸກ​ສິ່ງ​ທຸກ​ຢ່າງ​ແລະ​ຕິດຕາມ​ທ່ານ​ມາ ແລ້ວ​ພວກ​ເຮົາ​ຈະ​ໄດ້​ຫຍັງ​ແດ່?”+ 28  ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຕອນ​ທີ່​ພະເຈົ້າ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່ ລູກ​ມະນຸດ​ຈະ​ນັ່ງ​ເທິງ​ບັນລັງ​ອັນ​ຍິ່ງໃຫຍ່ ແລະ​ພວກ​ເຈົ້າ​ທີ່​ຕິດຕາມ​ຂ້ອຍ​ຈະ​ໄດ້​ນັ່ງ​ເທິງ​ບັນລັງ 12 ບັນລັງ ແລະ​ຕັດສິນ​ອິດສະຣາເອນ 12 ຕະກູນ.+ 29  ທຸກ​ຄົນ​ທີ່​ໄດ້​ສະລະ​ເຮືອນ ຫຼື​ອ້າຍ​ເອື້ອຍ​ນ້ອງ ຫຼື​ພໍ່​ແມ່ ຫຼື​ລູກ ຫຼື​ໄຮ່​ນາ​ເພື່ອ​ຕິດຕາມ​ຂ້ອຍ ເຂົາເຈົ້າ​ຈະ​ໄດ້​ຄືນ 100 ເທົ່າ ແລະ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ​ເປັນ​ລາງວັນ.+ 30  ແຕ່​ຫຼາຍ​ຄົນ​ທີ່​ເປັນ​ຄົນ​ທຳອິດ​ຈະ​ກາຍ​ເປັນ​ຄົນ​ສຸດທ້າຍ ແລະ​ຫຼາຍ​ຄົນ​ທີ່​ເປັນ​ຄົນ​ສຸດທ້າຍ​ຈະ​ໄດ້​ເປັນ​ຄົນ​ທຳອິດ.”+

ຂໍຄວາມໄຂເງື່ອນ

ຫຼື “ເປັນ​ຄື​ກັບ​ຄົນ​ໆ​ດຽວ​ກັນ”
ຫຼື “ໃສ່​ແອກ​ຢູ່​ເທິງ 2 ຄົນ​ແລ້ວ”
ຄຳ​ພາສາ​ກຣີກ​ແມ່ນ​ພໍເນຍ. ເບິ່ງ​ຄຳ​ວ່າ “ພໍເນຍ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ແປ​ຕາມ​ໂຕ​ວ່າ “ຂອງຂວັນ”
ໝາຍເຖິງ​ຜູ້​ຊາຍ​ທີ່​ມີ​ອະໄວຍະວະ​ເພດ​ຜິດ​ປົກກະຕິ​ຕັ້ງແຕ່​ເກີດ
ແປ​ຕາມ​ໂຕ​ວ່າ “ເຮັດ​ໂຕເອງ​ໃຫ້​ເປັນ​ຂັນທີ”