ສຸພາສິດ 20:1-30

  • ເຫຼົ້າແວງ​ເຮັດ​ໃຫ້​ເປັນ​ຄົນ​ມັກ​ເຍາະເຍີ້ຍ (1)

  • ຄົນ​ຂີ້​ຄ້ານ​ບໍ່​ຍອມ​ໄຖ​ນາ​ໃນ​ລະດູ​ໜາວ (4)

  • ຄວາມຄິດ​ໃນ​ໃຈ​ຂອງ​ຄົນ​ເປັນ​ຄື​ກັບ​ນ້ຳ​ເລິກ (5)

  • ເຕືອນ​ບໍ່​ໃຫ້​ຟ້າວ​ເຮັດ​ສັນຍາ​ແບບ​ບໍ່​ຄິດ​ຄັກ​ໆ​ (25)

  • ຄວາມ​ງາມ​ຂອງ​ຄົນ​ໜຸ່ມ​ແມ່ນ​ເຫື່ອ​ແຮງ​ຂອງ​ເຂົາເຈົ້າ (29)

20  ຄົນ​ທີ່​ກິນ​ເຫຼົ້າແວງ​ຫຼາຍ​ກາຍ​ເປັນ​ຄົນ​ທີ່​ມັກ​ເຍາະເຍີ້ຍ+​ແລະ​ຄົນ​ທີ່​ກິນ​ເຫຼົ້າ​ຫຼາຍ​ກາຍ​ເປັນ​ຄົນ​ທີ່​ຄວບຄຸມ​ໂຕເອງ​ບໍ່​ໄດ້.+ຄົນ​ທີ່​ເຮັດ​ຜິດ​ຍ້ອນ​ເມົາ​ເຫຼົ້າ​ກໍ​ເປັນ​ຄົນ​ບໍ່​ສະຫຼາດ.+   ກະສັດ​ເຮັດ​ໃຫ້​ຄົນ​ຢ້ານ​ຫຼາຍ​ຄື​ກັບ​ໂຕ​ສິງ​ທີ່​ກຳລັງ​ແຜດ​ສຽງ​ຮ້ອງ.+ຄົນ​ທີ່​ໄປ​ຍົວະ​ໃຫ້​ລາວ​ໃຈຮ້າຍ​ກໍ​ເຮັດ​ໃຫ້​ໂຕເອງ​ສ່ຽງ​ຊີວິດ.+   ຄົນ​ທີ່​ຫ້າມ​ໂຕເອງ​ໄວ້​ບໍ່​ໃຫ້​ໄປ​ຜິດ​ຖຽງ​ກັບ​ຄົນອື່ນ​ກໍ​ເປັນ​ຄົນ​ທີ່​ໜ້າ​ນັບຖື+ແຕ່​ຄົນ​ໂງ່​ທຸກ​ຄົນ​ມັກ​ໄປ​ຜິດ​ຖຽງ​ກັບ​ຄົນອື່ນ.+   ຄົນ​ຂີ້ຄ້ານ​ບໍ່​ຍອມ​ໄຖ​ນາ​ໃນ​ລະດູ​ໜາວ.ລາວ​ຈຶ່ງ​ຕ້ອງ​ໄປ​ຂໍ​ຄົນອື່ນ​ກິນ​ໃນ​ລະດູ​ເກັບ​ກ່ຽວ​ຕອນ​ທີ່​ລາວ​ບໍ່​ມີ​ຫຍັງ.*+   ຄວາມຄິດ*​ໃນ​ໃຈ​ຂອງ​ຄົນ​ເປັນ​ຄື​ກັບ​ນ້ຳ​ເລິກແຕ່​ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ຈະ​ຕັກ​ຂຶ້ນ​ມາ​ໄດ້.   ຫຼາຍ​ຄົນ​ບອກ​ວ່າ​ໂຕເອງ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງແຕ່​ມັນ​ຍາກ​ທີ່​ຈະ​ຊອກຫາ​ຄົນ​ທີ່​ສະແດງ​ຄວາມ​ຮັກ​ແບບນັ້ນ​ແທ້​ໆ​.   ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຈະ​ໃຊ້​ຊີວິດ​ຢ່າງ​ສັດຊື່.+ ລູກ​ຫຼານ*​ຂອງ​ລາວ​ຈະ​ມີ​ຄວາມສຸກ.+   ເມື່ອ​ກະສັດ​ນັ່ງ​ເທິງ​ບັນລັງ​ເພື່ອ​ຕັດສິນ​ຄະດີ+ລາວ​ໃຊ້​ຕາ​ຂອງ​ລາວ​ເພື່ອ​ໄຈ້​ແຍກ*​ສິ່ງ​ຊົ່ວ​ຮ້າຍ​ທັງໝົດ​ອອກ​ໄປ.+   ໃຜ​ຈະ​ເວົ້າ​ໄດ້​ວ່າ: “ຂ້ອຍ​ເຮັດ​ໃຫ້​ຫົວໃຈ​ຂອງ​ຂ້ອຍ​ສະອາດ​ແລ້ວ.+ຂ້ອຍ​ບໍລິສຸດ​ແລະ​ບໍ່​ມີ​ບາບ​ແລ້ວ”?+ 10  ພະ​ເຢໂຫວາ​ຂີ້ດຽດ​ຕາຊິງແລະ​ຕຸ້ມ​ນ້ຳໜັກ​ທີ່​ບໍ່​ທ່ຽງ.*+ 11  ການ​ກະທຳ​ຂອງ​ເດັກນ້ອຍ*​ເຮັດ​ໃຫ້​ຄົນອື່ນ​ຮູ້​ໄດ້​ວ່າລາວ​ເປັນ​ຄົນ​ທີ່​ບໍລິສຸດ​ແລະ​ສັດຊື່​ຫຼື​ບໍ່.+ 12  ຫູ​ທີ່​ໄດ້​ຍິນ​ແລະ​ຕາ​ທີ່​ເບິ່ງ​ເຫັນພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ທັງ​ສອງ​ຢ່າງ​ນີ້.+ 13  ຢ່າຊູ່​ມັກ​ນອນ​ຫຼາຍ ຄັນ​ບໍ່​ຊັ້ນ​ເຈົ້າ​ຈະ​ກາຍ​ເປັນ​ຄົນ​ທຸກ.+ ໃຫ້​ມືນ​ຕາ​ແລະ​ລຸກ​ຂຶ້ນ​ມາ ເຈົ້າ​ຈະ​ໄດ້​ມີ​ອາຫານ​ກິນ​ຈົນ​ໜຳໃຈ.+ 14  ຄົນ​ຊື້​ມັກ​ເວົ້າ​ວ່າ: “ມັນ​ບໍ່​ດີ​ຈັ່ງຊັ້ນ ມັນ​ບໍ່​ດີ​ຈັ່ງຊີ້!”ຫຼັງ​ຈາກ​ຊື້​ແລ້ວ ລາວ​ກໍ​ໄປ​ເວົ້າ​ອວດ​ຄົນອື່ນ​ວ່າ​ໂຕເອງ​ໄດ້​ມາ​ໃນ​ລາຄາ​ຖືກ.+ 15  ຄຳ​ກໍ​ມີ​ຫຼາຍ​ແລະ​ປະກາລັງ*​ກໍ​ມີ​ຫຼາຍແຕ່​ຄຳເວົ້າ​ທີ່​ສະຫຼາດ​ກໍ​ມີຄ່າ​ຫຼາຍ​ກວ່າ​ສິ່ງ​ເຫຼົ່ານັ້ນ​ອີກ.+ 16  ຖ້າ​ຜູ້​ໃດ​ໄປ​ຄ້ຳປະກັນ​ໃຫ້​ຄົນ​ແປກໜ້າ​ກໍ​ໃຫ້​ຍຶດ​ເອົາ​ເຄື່ອງນຸ່ງ​ຂອງ​ລາວ​ໄປ.+ຖ້າ​ຜູ້​ໃດ​ໄປ​ຄ້ຳປະກັນ​ໃຫ້​ຜູ້ຍິງ​ຕ່າງ​ຊາດ*​ກໍ​ໃຫ້​ຍຶດ​ເອົາ​ເຄື່ອງຂອງ​ຂອງ​ລາວ​ໄປ.+ 17  ເຂົ້າຈີ່​ທີ່​ລັກ​ມາ​ກໍ​ມີ​ລົດ​ຊາດ​ແຊບແຕ່​ຫຼັງ​ຈາກ​ນັ້ນ​ປາກ​ຂອງ​ຄົນ​ທີ່​ກິນ​ກໍ​ຈະ​ເຕັມ​ແຕ່​ຂີ້ຫີນ.+ 18  ຖ້າ​ມີການ​ປຶກສາ​ກັນ* ແຜນການ​ກໍ​ຈະ​ສຳເລັດ*+ແລະ​ຖ້າ​ມີ​ຄຳແນະນຳ​ຈາກ​ຄົນ​ທີ່​ເກັ່ງ​ໆ​*​ກໍ​ຈະ​ຊະນະ​ສົງຄາມ.+ 19  ຄົນ​ທີ່​ມັກ​ໃສ່ຮ້າຍ​ມັກ​ເລາະ​ໄປ​ແພ່​ຄວາມລັບ.+ຢ່າ​ໄປ​ຄົບ​ກັບ​ຄົນ​ທີ່​ມັກ​ເວົ້າ​ຂວັນ​ຄົນອື່ນ. 20  ຖ້າ​ໃຜ​ສາບແຊ່ງ​ພໍ່​ແມ່​ຂອງ​ໂຕເອງເມື່ອ​ຄວາມ​ມືດ​ມາ ຕະກຽງ​ຂອງ​ລາວ​ກໍ​ຈະ​ຖືກ​ມອດ.+ 21  ຖ້າ​ຜູ້​ໃດ​ໄດ້​ມູນ​ມໍລະດົກ​ມາ​ດ້ວຍ​ວິທີ​ທີ່​ບໍ່​ຖືກຕ້ອງໃນທີ່ສຸດ​ລາວ​ກໍ​ຈະ​ບໍ່​ໄດ້​ຮັບ​ພອນ.+ 22  ຢ່າ​ເວົ້າ​ວ່າ: “ຂ້ອຍ​ຈະ​ແກ້ແຄ້ນ​ລາວ”+ ແຕ່​ໃຫ້​ລໍ​ຖ້າ​ພະ​ເຢໂຫວາ+​ແລະ​ເພິ່ນ​ຈະ​ຊ່ວຍ​ເຈົ້າ.+ 23  ພະ​ເຢໂຫວາ​ຂີ້ດຽດ​ຕຸ້ມ​ນ້ຳໜັກ​ທີ່​ບໍ່​ທ່ຽງແລະ​ການ​ໃຊ້​ຕາຊິງ​ທີ່​ຂີ້ໂກງ​ກໍ​ເປັນ​ເລື່ອງ​ທີ່​ຜິດ. 24  ພະ​ເຢໂຫວາ​ຊີ້ນຳ​ບາດ​ກ້າວ​ຂອງ​ມະນຸດ+ຍ້ອນ​ມະນຸດ​ບໍ່​ຮູ້ຈັກ​ທາງ​ທີ່​ຈະ​ໄປ.* 25  ຖ້າ​ຜູ້​ໃດ​ຟ້າວ​ສັນຍາ​ກັບ​ພະເຈົ້າ+ ແລ້ວ​ຫຼັງ​ຈາກ​ນັ້ນ​ຈຶ່ງ​ມາ​ຄິດ​ຄັກ​ໆ​ກ່ຽວກັບ​ຄຳ​ສັນຍາ​ນັ້ນ ລາວ​ກໍ​ຈະ​ຕົກ​ຢູ່​ໃນ​ອັນຕະລາຍ.+ 26  ກະສັດ​ທີ່​ສະຫຼາດ​ຈະ​ໄຈ້ແຍກ​ຄົນ​ຊົ່ວ​ອອກ​ມາ+ແລ້ວ​ລາວ​ກໍ​ຈະ​ເອົາ​ກົງລໍ້​ລົດ​ກ່ຽວເຂົ້າ​ຢຽບ​ເຂົາເຈົ້າ.+ 27  ລົມ​ຫາຍໃຈ​ຂອງ​ມະນຸດ​ເປັນ​ຄື​ກັບ​ຕະກຽງ​ຂອງ​ພະ​ເຢໂຫວາທີ່​ໃຊ້​ເພື່ອ​ກວດ​ເບິ່ງ​ສ່ວນ​ທີ່​ເລິກ​ທີ່ສຸດ​ໃນ​ໂຕ​ມະນຸດ. 28  ຄວາມ​ຮັກ​ທີ່​ໝັ້ນຄົງ​ແລະ​ຄວາມ​ສັດຊື່​ຈະ​ປົກປ້ອງ​ກະສັດ.+ຄວາມ​ຮັກ​ທີ່​ໝັ້ນຄົງ​ເຮັດ​ໃຫ້​ບັນລັງ​ຂອງ​ລາວ​ໝັ້ນຄົງ.+ 29  ຄວາມ​ງາມ​ຂອງ​ຄົນ​ໜຸ່ມ​ແມ່ນ​ເຫື່ອແຮງ​ຂອງ​ເຂົາເຈົ້າ+ແລະ​ຄວາມ​ສະຫງ່າ​ງາມ​ຂອງ​ຜູ້​ເຖົ້າ​ແມ່ນ​ຜົມຫງອກ​ຂອງ​ເຂົາເຈົ້າ.+ 30  ຮອຍຊ້ຳ​ແລະ​ບາດແຜ​ຊ່ວຍ​ກຳຈັດ*​ຄວາມ​ຊົ່ວ+ແລະ​ການໃຊ້​ແສ້​ຟາດ​ຊ່ວຍ​ເຮັດ​ໃຫ້​ໃຈ​ສະອາດ.

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ລາວ​ຈະ​ໄປ​ຊອກຫາ​ໃນ​ລະດູ​ເກັບ​ກ່ຽວ ແຕ່​ຈະ​ບໍ່​ເຈິ​ຫຍັງ”
ຫຼື “ເຈຕະນາ.” ແປ​ຕາມ​ໂຕ​ວ່າ “ຄຳແນະນຳ.”
ແປ​ຕາມ​ໂຕ​ວ່າ “ພວກ​ລູກ​ຊາຍ”
ຫຼື “ກັ່ນ​ຕອງ”
ຫຼື “ຫີນ​ທີ່​ໃຊ້​ຊັ່ງ​ນ້ຳ​ໜັກ​ແລະ​ແນວ​ຜອງ​ສອງ​ຊຸດ​ທີ່​ຕ່າງ​ກັນ”
ຫຼື “ເດັກນ້ອຍ​ຜູ້​ຊາຍ”
ຫຼື “ຄົນ​ຕ່າງ​ຊາດ”
ຫຼື “ຄຳແນະນຳ”
ຫຼື “ແນ່ນອນ”
ຫຼື “ການ​ຊີ້ນຳ​ທີ່​ສະຫຼາດ”
ຫຼື “ບໍ່​ເຂົ້າ​ໃຈ​ທາງ​ຂອງ​ໂຕເອງ”
ຫຼື “ຂັດ; ລ້າງ”