ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕອນ​ທີ 4

ວິທີ​ໃຊ້​ວິທີ​ປະຢັດ​ເງິນ

ວິທີ​ໃຊ້​ວິທີ​ປະຢັດ​ເງິນ

“ການ​ທັງ​ຫຼາຍ​ກໍ​ຕັ້ງ​ໝັ້ນ​ຄົງ​ຢູ່ [ສຳເລັດ] ດ້ວຍ​ການ​ປຶກສາ​ກັນ.”—ສຸພາສິດ 20:18

ເຮົາ​ທຸກ​ຄົນ​ຕ້ອງ​ມີ​ເງິນ​ເພື່ອ​ຈະ​ມີ​ສິ່ງ​ທີ່​ຈຳເປັນ​ສຳລັບ​ຄອບຄົວ. (ສຸພາສິດ 30:8) ນອກ​ຈາກ​ນັ້ນ ‘ເງິນ​ຍັງ​ໃຫ້​ການ​ປົກ​ປ້ອງ.’ (ຜູ້​ເທສະໜາ​ປ່າວ​ປະກາດ 7:12) ການ​ທີ່​ຜົວ​ແລະ​ເມຍ​ຈະ​ເວົ້າ​ເລື່ອງ​ເງິນ​ນຳ​ກັນ​ກໍ​ບໍ່​ແມ່ນ​ເລື່ອງ​ງ່າຍ ແຕ່​ຢ່າ​ຍອມ​ໃຫ້​ເງິນ​ສ້າງ​ບັນຫາ​ໃນ​ຊີວິດ​ຄູ່​ຂອງ​ທ່ານ. (ເອເຟດ 4:32) ເມື່ອ​ຜົວ​ແລະ​ເມຍ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ການ​ໃຊ້​ຈ່າຍ​ເງິນ ທັງ​ສອງ​ຄວນ​ຈະ​ຮ່ວມ​ມື​ແລະ​ໄວ້​ວາງໃຈ​ກັນ.

1 ວາງ​ແຜນ​ຢ່າງ​ຮອບຄອບ

ຄຳພີ​ໄບເບິນ​ແນະນຳ​ວ່າ: “ຖ້າ​ຜູ້​ໃດ​ຢາກ​ກໍ່​ສ້າງ​ປ້ອມ ຜູ້​ນັ້ນ​ຈະ​ບໍ່​ນັ່ງ​ລົງ​ກ່ອນ​ແລະ​ຄຶດ​ລາຄາ​ແລະ​ນັບ​ເບິ່ງ​ວ່າ​ຈະ​ມີ​ເຂົ້າ​ຂອງ​ພໍ​ໄດ້​ກະທຳ​ໃຫ້​ສຸດ​ແລ້ວ​ຫຼື?” (ລືກາ 14:28) ດັ່ງ​ນັ້ນ ສຳຄັນ​ຫຼາຍ​ທີ່​ພວກ​ທ່ານ​ຕ້ອງ​ວາງ​ແຜນ​ນຳ​ກັນ​ກ່ຽວ​ກັບ​ການ​ໃຊ້​ຈ່າຍ​ເງິນ. (ອາໂມດ 3:3) ໃຫ້​ທ່ານ​ຕັດສິນ​ໃຈ​ວ່າ​ສິ່ງ​ໃດ​ຈຳເປັນ​ຕ້ອງ​ຊື້​ແລະ​ຕ້ອງ​ໃຊ້​ເງິນ​ຫຼາຍ​ປານ​ໃດ. (ສຸພາສິດ 31:16) ບໍ່​ແມ່ນ​ວ່າ​ມີເງິນ​ພໍ​ທີ່​ຈະ​ຊື້​ໄດ້ ແລ້ວ​ກໍ​ຊື້​ໂລດ. ຄວນ​ໃຊ້​ຈ່າຍ​ເງິນ​ຕາມ​ທີ່​ມີ​ຢູ່​ນັ້ນ ແລະ​ໃຫ້ຫຼີກ​ລ່ຽງ​ການ​ເປັນ​ໜີ້.—ສຸພາສິດ 21:5; 22:7

ຄຳ​ແນະນຳ:

  • ຖ້າ​ທ່ານ​ມີ​ເງິນ​ເຫຼືອ​ໃນ​ຕອນ​ທ້າຍ​ຂອງ​ເດືອນ ໃຫ້​ຕັດສິນ​ໃຈ​ນຳ​ກັນ​ວ່າ​ຈະ​ເຮັດ​ຫຍັງ​ກັບ​ເງິນ​ນັ້ນ

  • ຖ້າ​ທ່ານ​ຈ່າຍ​ເງິນ​ເກີນ​ງົບ​ທີ່​ຕັ້ງ​ໄວ້ ໃຫ້​ວາງ​ແຜນ​ຢ່າງ​ຄັກ​ແນ່​ເພື່ອ​ຫຼຸດ​ຜ່ອນ​ການ​ໃຊ້​ຈ່າຍ​ລົງ. ເຊັ່ນ​ວ່າ ທ່ານ​ສາມາດ​ແຕ່ງ​ກິນ​ເອງ​ແທນ​ທີ່​ຈະ​ໄປ​ຊື້​ຂອງ​ກິນ​ສຸກ​ຫຼື​ໄປກິນ​ຢູ່​ຮ້ານ​ອາຫານ

2 ສັດ​ຊື່​ແລະ​ເບິ່ງ​ຕາມ​ຕົວ​ຈິງ

ຄຳພີ​ໄບເບິນ​ແນະນຳ​ວ່າ: ໃຫ້ “ຊອກ​ຫາ​ສິ່ງ​ທີ່​ສັດ​ຊື່​ຕໍ່​ໜ້າ​ພະອົງ​ເຈົ້າ [ພະ​ເຢໂຫວາ] ບໍ່​ໃຊ່​ເທົ່າ​ນັ້ນ​ແຕ່​ວ່າ​ຕໍ່​ໜ້າ​ຄົນ​ທັງ​ປວງ​ດ້ວຍ.” (2 ໂກລິນໂທ 8:21) ທ່ານ​ຄວນ​ສັດ​ຊື່​ຕໍ່​ຄູ່​ຂອງ​ທ່ານ​ໃນ​ເລື່ອງ​ລາຍ​ຮັບ​ລາຍ​ຈ່າຍ​ຂອງ​ທ່ານ.

ໃຫ້​ປຶກສາ​ຫາ​ລື​ກັບ​ຄູ່​ຂອງ​ທ່ານ​ເມື່ອ​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ໃຫຍ່ໆທາງ​ການ​ເງິນ. (ສຸພາສິດ 13:10) ການ​ປຶກສາ​ກັນ​ກ່ອນ​ໃນ​ເລື່ອງ​ເງິນ​ຈະ​ຊ່ວຍ​ຫຼີກ​ລ່ຽງ​ການ​ຜິດ​ຖຽງ​ກັນ​ໄດ້. ໃຫ້​ຄິດ​ວ່າ​ລາຍ​ຮັບ​ທີ່​ທ່ານ​ຫາ​ມາ​ໄດ້​ນັ້ນ​ບໍ່​ແມ່ນເງິນ​ສ່ວນ​ຕົວ ແຕ່​ແມ່ນ​ເງິນ​ຂອງ​ຄອບຄົວ.—1 ຕີໂມເຕ 5:8

ຄຳ​ແນະນຳ:

  • ໃຫ້​ຕົກ​ລົງ​ກັນ​ໃນ​ເລື່ອງ​ຈຳນວນ​ເງິນ​ທີ່​ແຕ່ລະ​ຄົນ​ສາມາດ​ຈ່າຍ​ໄດ້​ໂດຍ​ທີ່​ບໍ່​ຕ້ອງ​ຖາມ​ກັນ​ກ່ອນ

  • ບໍ່​ຄວນ​ລໍ​ຖ້າ​ໃຫ້​ບັນຫາ​ເກີດ​ຂຶ້ນ​ກ່ອນ ແລ້ວ​ຈຶ່ງ​ລົມ​ກັນ​ເລື່ອງ​ເງິນ