ສຸພາສິດ 8:1-36

  • ສະຕິປັນຍາ​ເວົ້າ (1-36)

    • “ຂ້ອຍ​ເປັນ​ຜູ້​ທຳອິດ​ທີ່​ພະ​ເຢໂຫວາ​ສ້າງ” (22)

    • ‘ຂ້ອຍ​ຢູ່​ຂ້າງ​ໆ​ພະເຈົ້າ​ແລະ​ເປັນ​ນາຍ​ຊ່າງ​ຂອງ​ເພິ່ນ’ (30)

    • “ຂ້ອຍ​ຮັກ​ມະນຸດ​ຫຼາຍ” (31)

8  ສະຕິ​ປັນຍາ​ກຳລັງ​ເອີ້ນ​ຢູ່. ຄວາມ​ເຂົ້າໃຈ​ກຳລັງ​ຮ້ອງ​ສຽງ​ດັງ.+   ເຈົ້າ​ຈະ​ໄດ້​ຍິນ​ສຽງ​ຂອງ​ສະຕິປັນຍາຈາກ​ໂນນພູ+​ຕາມ​ຫົນທາງ​ແລະ​ຢູ່​ຕາມ​ທາງແຍກ.   ຢູ່​ທາງ​ຂ້າງ​ປະຕູ​ເມືອງແລະ​ຢູ່​ທາງເຂົ້າ​ເມືອງສະຕິປັນຍາ​ຮ້ອງ​ສຽງ​ດັງ​ບໍ່​ຢຸດ​ບໍ່​ເຊົາ​ວ່າ:+   “ປະຊາຊົນ​ເອີ້ຍ ຂ້ອຍ​ກຳລັງ​ເອີ້ນ​ພວກເຈົ້າ.ຂ້ອຍ​ກຳລັງ​ຮ້ອງ​ພວກເຈົ້າ​ທຸກຄົນ.   ພວກ​ຄົນ​ທີ່​ຂາດ​ປະສົບການ​ເອີ້ຍ ໃຫ້​ຮຽນຮູ້​ທີ່​ຈະ​ຄິດ​ຢ່າງ​ຮອບຄອບ.+ພວກເຈົ້າ​ທີ່​ເປັນ​ຄົນ​ໂງ່​ເອີ້ຍ ໃຫ້​ພະຍາຍາມ​ເພື່ອ​ຈະ​ໄດ້​ຄວາມ​ເຂົ້າໃຈ.*   ໃຫ້​ຟັງ​ເດີ້ ຍ້ອນ​ສິ່ງ​ທີ່​ຂ້ອຍ​ເວົ້າ​ສຳຄັນ​ຫຼາຍ.ຂ້ອຍ​ເວົ້າ​ແຕ່​ສິ່ງ​ທີ່​ຖືກຕ້ອງ.   ຂ້ອຍ​ເວົ້າ​ຄວາມຈິງ​ກັບ​ຄົນອື່ນ​ດ້ວຍ​ນ້ຳສຽງ​ທີ່​ມ່ວນ​ໆ​.ປາກ​ຂອງ​ຂ້ອຍ​ຊັງ​ຄຳເວົ້າ​ຫຼອກລວງ.   ທຸກສິ່ງ​ທີ່​ຂ້ອຍ​ເວົ້າ​ເປັນ​ສິ່ງ​ທີ່​ຖືກຕ້ອງ. ບໍ່​ມີ​ສິ່ງ​ໃດ​ບິດເບືອນ​ຫຼື​ເຮັດ​ໃຫ້​ຫຼົງຜິດ​ເລີຍ.   ຄຳເວົ້າ​ຂອງ​ຂ້ອຍ​ຈະແຈ້ງ​ສຳລັບ​ຄົນ​ທີ່​ມີ​ຄວາມ​ເຂົ້າໃຈແລະ​ຖືກຕ້ອງ​ສຳລັບ​ຄົນ​ທີ່​ມີ​ຄວາມຮູ້. 10  ໃຫ້​ເລືອກ​ເອົາ​ການ​ສັ່ງສອນ​ຂອງ​ຂ້ອຍ​ແທນທີ່​ຈະ​ເລືອກ​ເອົາ​ເງິນແລະ​ເລືອກ​ເອົາ​ຄວາມຮູ້​ແທນທີ່​ຈະ​ເລືອກ​ເອົາ​ຄຳ​ທີ່​ດີ​ທີ່ສຸດ+ 11  ຍ້ອນ​ສະຕິ​ປັນຍາ​ດີ​ກວ່າ​ປະກາລັງ*ແລະ​ສິ່ງ​ອື່ນ​ໆ​ທັງໝົດ​ທີ່​ຄົນ​ຢາກ​ໄດ້​ກໍ​ທຽບ​ກັບ​ສະຕິ​ປັນຍາ​ບໍ່​ໄດ້​ເລີຍ. 12  ຂ້ອຍ​ແມ່ນ​ສະຕິ​ປັນຍາ​ແລະ​ຂ້ອຍ​ຢູ່​ກັບ​ຄວາມ​ຮອບຄອບ.ຂ້ອຍ​ມີ​ຄວາມ​ຮູ້​ແລະ​ມີ​ຄວາມ​ສາມາດ​ໃນ​ການ​ຄິດ.+ 13  ການ​ຢ້ານຢຳ​ພະ​ເຢໂຫວາ​ໝາຍເຖິງ​ການ​ຊັງ​ສິ່ງ​ຊົ່ວ.+ ຂ້ອຍ​ຊັງ​ການ​ຍົກຍ້ອງ​ໂຕເອງ ຄວາມ​ຍິ່ງ+ ການ​ເຮັດ​ຊົ່ວ ແລະ​ການ​ເວົ້າ​ຕົວະ.+ 14  ຂ້ອຍ​ມີ​ຄຳແນະນຳ​ທີ່​ດີ​ແລະ​ສະຕິ​ປັນຍາ​ທີ່​ໃຊ້​ໄດ້​ແທ້.+ຄວາມ​ເຂົ້າໃຈ+​ແລະ​ອຳນາດ+​ກໍ​ເປັນ​ຂອງ​ຂ້ອຍ. 15  ພວກ​ກະສັດ​ທີ່​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ຂ້ອຍ​ກໍ​ປົກຄອງ​ໄດ້​ຍາວນານແລະ​ພວກເຈົ້າ​ໜ້າທີ່​ລະດັບ​ສູງ​ກໍ​ອອກ​ກົດໝາຍ​ທີ່​ຍຸຕິທຳ.+ 16  ພວກ​ເຈົ້ານາຍ​ທີ່​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ຂ້ອຍ​ກໍ​ປົກຄອງ​ໄດ້ດົນແລະ​ພວກ​ເຈົ້າເມືອງ​ກໍ​ຕັດສິນ​ຢ່າງ​ຍຸຕິທຳ. 17  ຂ້ອຍ​ຮັກ​ຄົນ​ທີ່​ຮັກ​ຂ້ອຍແລະ​ຄົນ​ທີ່​ຊອກຫາ​ຂ້ອຍ​ກໍ​ຈະ​ພົບ​ຂ້ອຍ.+ 18  ຄວາມ​ລ່ຳລວຍ​ແລະ​ກຽດຕິຍົດ​ກໍ​ຢູ່​ກັບ​ຂ້ອຍ.ຄວາມ​ຮັ່ງມີ​ທີ່​ໝັ້ນຄົງ*​ແລະ​ຄວາມ​ຍຸຕິທຳ​ກໍ​ຢູ່​ກັບ​ຂ້ອຍ​ຄືກັນ. 19  ສິ່ງ​ທີ່​ຂ້ອຍ​ເອົາ​ໃຫ້​ດີ​ກວ່າ​ຄຳ​ທີ່​ດີ​ທີ່ສຸດແລະ​ສິ່ງ​ທີ່​ເຈົ້າ​ໄດ້​ຈາກ​ຂ້ອຍ​ກໍ​ດີ​ກວ່າ​ເງິນ​ທີ່​ດີ​ທີ່ສຸດ.+ 20  ຂ້ອຍ​ຍ່າງ​ຢູ່​ໃນ​ທາງ​ທີ່​ຖືກຕ້ອງ.ຂ້ອຍ​ຍ່າງ​ຢູ່​ກາງ​ຫົນທາງ​ຂອງ​ຄວາມ​ຍຸຕິທຳ. 21  ຂ້ອຍ​ໃຫ້​ມໍລະດົກ​ທີ່​ມີຄ່າ​ຫຼາຍ​ກັບ​ຄົນ​ທີ່​ຮັກ​ຂ້ອຍແລະ​ຂ້ອຍ​ເຮັດ​ໃຫ້​ສາງ​ຂອງ​ເຂົາເຈົ້າ​ເຕັມ. 22  ຂ້ອຍ​ເປັນ​ຜູ້​ທຳອິດ​ທີ່​ພະ​ເຢໂຫວາ​ສ້າງ.+ຂ້ອຍ​ເປັນ​ຜົນງານ​ທຳອິດ​ຂອງ​ເພິ່ນ​ຕັ້ງແຕ່​ດົນນານ​ມາ​ແລ້ວ.+ 23  ຕັ້ງແຕ່​ບູຮານ​ເພິ່ນ​ໃຫ້​ຕຳແໜ່ງ​ທີ່​ມີ​ກຽດ​ກັບ​ຂ້ອຍ+ຕັ້ງແຕ່​ຕອນ​ເລີ່ມຕົ້ນ ກ່ອນ​ຈະ​ມີ​ໂລກ​ນີ້.+ 24  ຂ້ອຍ​ເກີດ​ມາ​ຕັ້ງແຕ່​ຕອນ​ທີ່​ຍັງ​ບໍ່​ມີ​ນ້ຳເລິກ+ຕັ້ງແຕ່​ຕອນ​ທີ່​ຍັງ​ບໍ່​ມີ​ນ້ຳພຸ. 25  ຂ້ອຍ​ເກີດ​ມາ​ກ່ອນ​ໂນນ​ພູ​ຕ່າງ​ໆ​ທັງໝົດກ່ອນ​ທີ່​ພູ​ຕ່າງ​ໆ​ຈະ​ຖືກ​ຕັ້ງ​ໃນ​ບ່ອນ​ຂອງ​ພວກມັນ 26  ກ່ອນ​ທີ່​ພະເຈົ້າ​ຈະ​ສ້າງ​ແຜ່ນດິນ​ແລະ​ທົ່ງພຽງແລະ​ກ່ອນ​ທີ່​ເພິ່ນ​ຈະ​ສ້າງ​ຂີ້ດິນ​ເມັດ​ທຳອິດ. 27  ຂ້ອຍ​ຢູ່​ກັບ​ເພິ່ນ​ຕອນ​ທີ່​ເພິ່ນ​ສ້າງ*​ສະຫວັນ+ຕອນທີ່​ເພິ່ນ​ກຳນົດ​ເສັ້ນ​ຂອບຟ້າ*​ເທິງ​ໜ້າ​ນ້ຳ+ 28  ຕອນ​ທີ່​ເພິ່ນ​ສ້າງ*​ຂີ້ເຝື້ອ​ເທິງ​ຟ້າຕອນ​ທີ່​ເພິ່ນ​ສ້າງ​ນ້ຳອອກບໍ່​ຢູ່​ບ່ອນ​ເລິກ​ໆ​ 29  ຕອນ​ທີ່​ເພິ່ນ​ກັ້ນ​ຂອບເຂດ​ໃຫ້​ທະເລແລະ​ສັ່ງ​ຄື້ນ​ນ້ຳ​ບໍ່​ໃຫ້​ໄປ​ກາຍ​ບ່ອນ​ທີ່​ເພິ່ນ​ກຳນົດ​ໄວ້+ຕອນ​ທີ່​ເພິ່ນ​ວາງ​ຮາກຖານ​ຂອງ​ໂລກ 30  ຕອນ​ນັ້ນ​ຂ້ອຍ​ຢູ່​ຂ້າງ​ໆ​ເພິ່ນ​ແລະ​ເປັນ​ນາຍຊ່າງ​ຂອງ​ເພິ່ນ.+ ຂ້ອຍ​ເຮັດ​ໃຫ້​ເພິ່ນ​ມີ​ຄວາມສຸກ+​ທຸກ​ໆ​ມື້.ຂ້ອຍ​ມີ​ຄວາມສຸກ​ຕະຫຼອດ​ເວລາ​ທີ່​ໄດ້​ຢູ່​ນຳ​ເພິ່ນ.+ 31  ຂ້ອຍ​ດີໃຈ​ຫຼາຍ​ທີ່​ເພິ່ນ​ກຽມ​ໂລກ​ໃຫ້​ຄົນ​ຢູ່ແລະ​ຂ້ອຍ​ຮັກ​ມະນຸດ​ຫຼາຍ. 32  ລູກ​ເອີ້ຍ ຕອນນີ້​ໃຫ້​ຟັງ​ຂ້ອຍ​ເດີ້.ຄົນ​ທີ່​ເຮັດ​ຕາມ​ສິ່ງ​ທີ່​ຂ້ອຍ​ເວົ້າ​ຈະ​ມີ​ຄວາມສຸກ. 33  ໃຫ້​ຟັງ​ການ​ສັ່ງສອນ+​ແລະ​ເປັນ​ຄົນ​ສະຫຼາດ​ຂຶ້ນແລະ​ຢ່າ​ປະຖິ້ມ​ມັນ​ເດັດຂາດ. 34  ຄົນ​ທີ່​ມາ​ເຮືອນ​ຂອງ​ຂ້ອຍ​ແຕ່​ເຊົ້າ​ໆ​ທຸກມື້ແລະ​ມາ​ຖ້າ​ຢູ່​ປະຕູ​ຂອງ​ຂ້ອຍເພື່ອ​ຈະ​ຟັງ​ຂ້ອຍ​ກໍ​ມີ​ຄວາມສຸກ. 35  ຄົນ​ທີ່​ຊອກຫາ​ຂ້ອຍ​ຈະ​ໄດ້​ຊີວິດ+ແລະ​ພະ​ເຢໂຫວາ​ຈະ​ພໍໃຈ​ລາວ 36  ແຕ່​ຄົນ​ທີ່​ບໍ່​ສົນໃຈ​ຂ້ອຍ​ກໍ​ທຳຮ້າຍ​ໂຕເອງແລະ​ຄົນ​ທີ່​ຊັງ​ຂ້ອຍ​ກໍ​ເອົາ​ຄວາມຕາຍ​ມາ​ໃຫ້​ໂຕເອງ.”+

ຂໍຄວາມໄຂເງື່ອນ

ຫຼື “ຫົວໃຈ​ທີ່​ເຂົ້າ​ໃຈ”
ຫຼື “ສິ່ງ​ທີ່​ຕົກ​ທອດ​ມາ​ຈາກ​ປູ່ຍ່າຕານາຍ”
ແປ​ຕາມ​ໂຕ​ວ່າ “ວົງມົນ”
ຫຼື “ຕັ້ງ”
ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ແຂງແຮງ”