ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕອນ​ທີ 5

ຈະ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ຍາດ​ພີ່​ນ້ອງ​ໄດ້​ແນວ​ໃດ

ຈະ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ຍາດ​ພີ່​ນ້ອງ​ໄດ້​ແນວ​ໃດ

“ເອົາ . . . ຄວາມ​ດີ [ກະລຸນາ] ຄວາມ​ຖ່ອມ​ຕົວ​ລົງ ຄວາມ​ອ່ອນ​ຫວານ ຄວາມ​ອົດ​ທົນ​ໄວ້​ມາ​ຫົ່ມ​ຕົວ​ໄວ້.”—ໂກໂລດ 3:12

ການ​ແຕ່ງ​ດອງ​ເປັນ​ການ​ສ້າງ​ຄອບຄົວ​ໃໝ່ ດັ່ງ​ນັ້ນ ຄູ່​ຂອງ​ທ່ານ​ຈຶ່ງ​ເປັນ​ຄົນ​ທີ່​ສຳຄັນ​ທີ່​ສຸດ​ສຳລັບ​ທ່ານ. ຍາດ​ພີ່​ນ້ອງ​ບາງ​ຄົນ​ອາດ​ຈະ​ຍອມ​ຮັບ​ເລື່ອງ​ນີ້​ໄດ້​ຍາກ ເພາະ​ທີ່​ຜ່ານ​ມາ​ທ່ານ​ມີ​ຄວາມ​ຮັກ​ແລະ​ຄວາມ​ນັບຖືໃຫ້​ພຽງ​ແຕ່​ພໍ່​ແມ່​ເທົ່າ​ນັ້ນ. ແຕ່​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ສາມາດ​ຊ່ວຍ​ທ່ານ​ໃຫ້​ປະຕິບັດ​ຢ່າງ​ເໝາະ​ສົມ ໃນ​ຂະນະ​ທີ່​ພະຍາຍາມ​ສ້າງ​ສາຍ​ສຳພັນ​ກັບ​ຄູ່​ຂອງ​ທ່ານ ທ່ານ​ກໍ​ຍັງ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ຍາດ​ພີ່​ນ້ອງ​ນຳ.

1 ຮັກສາ​ຄວາມ​ຄິດ​ທີ່​ເໝາະ​ສົມ​ກ່ຽວ​ກັບ​ຍາດ​ພີ່​ນ້ອງ

ຄຳພີ​ໄບເບິນ​ແນະນຳ​ວ່າ: “ຈົ່ງ​ນັບຖື​ພໍ່​ແມ່​ຂອງ​ເຈົ້າ.” (ເອເຟດ 6:2) ບໍ່ວ່າ​ທ່ານ​ຈະ​ມີ​ອາຍຸ​ຫຼາຍ​ເທົ່າ​ໃດ​ກໍ​ຕາມ ທ່ານ​ຕ້ອງ​ໃຫ້​ກຽດ​ແລະ​ນັບຖື​ພໍ່​ແມ່. ຄູ່ຂອງ​ທ່ານ​ກໍ​ຕ້ອງ​ຍອມ​ຮັບ​ເລື່ອງ​ນີ້​ຄື​ກັນ ບໍ່​ວ່າ​ຈະ​ເປັນ​ລູກ​ສາວ​ຫຼື​ລູກ​ຊາຍ​ກໍ​ຕ້ອງ​ໄດ້​ເອົາໃຈໃສ່​ຄວາມ​ຈຳເປັນ​ຂອງ​ພໍ່​ແມ່. “ຄວາມ​ຮັກ​ບໍ່​ຫຶງສາ [ອິດສາ]” ດັ່ງ​ນັ້ນ ທ່ານ​ບໍ່​ຄວນ​ຮູ້ສຶກ​ບໍ່​ພໍ​ໃຈ​ຖ້າ​ເບິ່ງ​ຄື​ວ່າ​ຄູ່​ຂອງ​ທ່ານ​ສະແດງ​ຄວາມ​ຮັກ​ຕໍ່​ພໍ່​ແມ່​ຂອງ​ລາວ​ເປັນ​ພິເສດ.—1 ໂກລິນໂທ 13:4; ຄາລາຊີ 5:26

ຄຳ​ແນະນຳ:

  • ໃຫ້​ຫຼີກ​ລ່ຽງ​ຄຳ​ເວົ້າ​ໃນ​ທຳນອງ​ນີ້ “ຄອບຄົວ​ຂອງ​ເຈົ້າ​ບໍ່​ເຄີຍ​ຍອມ​ຮັບ​ຂ້ອຍ​ເລີຍ” ຫຼື “ຂ້ອຍ​ເຮັດ​ຫຍັງ​ກໍ​ບໍ່​ເຄີຍ​ຖືກ​ໃຈ​ແມ່​ຂອງ​ເຈົ້າ​ຈັກ​ເທື່ອ”

  • ໃຫ້​ພະຍາຍາມ​ເບິ່ງ​ເລື່ອງ​ຕ່າງໆຄື​ກັບ​ທີ່​ຄູ່ຂອງ​ທ່ານ​ເບິ່ງ

2 ເຮັດ​ໜ້າ​ທີ່​ຂອງ​ຕົນ

ຄຳພີ​ໄບເບິນ​ແນະນຳ​ວ່າ: “ຜູ້​ຊາຍ​ຈະ​ລາ​ພໍ່​ແມ່​ແຫ່ງ​ຕົນ​ແລະ​ຈະ​ຕິດ​ພັນ​ຢູ່​ກັບ​ເມຍ​ແຫ່ງ​ຕົນ​ແລະ​ເຂົາ​ທັງ​ສອງ​ຈະ​ເປັນ​ເນື້ອ​ໜັງ​ອັນ​ດຽວ​ກັນ.” (ຕົ້ນເດີມ 2:24) ເມື່ອ​ທ່ານ​ແຕ່ງ​ດອງ​ແລ້ວ ພໍ່​ແມ່​ອາດ​ຮູ້ສຶກ​ວ່າ​ຍັງ​ຕ້ອງ​ເບິ່ງ​ແຍງ​ທ່ານ​ຢູ່ ພວກ​ເພິ່ນ​ຈຶ່ງ​ຢາກ​ມີ​ສ່ວນ​ໃນ​ຄອບຄົວ​ຂອງ​ທ່ານ​ເຊິ່ງ​ອາດ​ຈະ​ຫຼາຍ​ເກີນ​ໄປ.

ຜົວ​ແລະ​ເມຍ​ຕ້ອງ​ໄດ້​ຕົກ​ລົງ​ກັນ​ເອງ​ວ່າ​ຈະ​ໃຫ້​ພໍ່​ແມ່​ເຂົ້າ​ມາ​ມີ​ສ່ວນ​ໄດ້​ຫຼາຍ​ສ່ຳ​ໃດ ແລ້ວ​ເວົ້າ​ກັບ​ພວກ​ເພິ່ນ​ຢ່າງ​ອ່ອນ​ໂຍນ. ໂດຍ​ໃຫ້​ກຽດ​ພໍ່​ແມ່ ທ່ານ​ສາມາດ​ເວົ້າ​ແບບ​ກົງ​ໄປ​ກົງ​ມາ​ແລະ​ເຈາະ​ຈົງ​ໄດ້. (ສຸພາສິດ 15:1) ຄວາມ​ຖ່ອມ ຄວາມ​ອ່ອນ​ໂຍນ ແລະ​ຄວາມ​ອົດ​ທົນ​ຈະ​ຊ່ວຍ​ພວກ​ທ່ານ​ໃຫ້​ມີສາຍ​ສຳພັນ​ທີ່​ດີ​ກັບ​ຍາດ​ພີ່​ນ້ອງ​ແລະ​ເສີມ​ສ້າງ “ກັນ​ແລະ​ກັນ​ໃນ​ຄວາມ​ຮັກ” ຕໍ່ໆໄປ.—ເອເຟດ 4:2

ຄຳ​ແນະນຳ:

  • ຖ້າ​ທ່ານ​ກັງວົນ​ວ່າ​ຍາດ​ພີ່​ນ້ອງ​ຈະ​ເຂົ້າ​ມາ​ມີສ່ວນ​ຮ່ວມ​ໃນ​ຄອບຄົວ​ຂອງ​ທ່ານ​ຫຼາຍ​ເກີນ​ໄປ ໃຫ້​ລົມ​ເລື່ອງ​ນັ້ນ​ກັບ​ຄູ່​ຂອງ​ທ່ານ​ເມື່ອ​ສະພາບການ​ສະຫງົບ

  • ໃຫ້​ຜົວ​ແລະ​ເມຍ​ຕົກ​ລົງ​ກັນ​ເອງ​ວ່າ​ຈະ​ແກ້ໄຂ​ໃນ​ເລື່ອງ​ເຫຼົ່າ​ນີ້​ແນວ​ໃດ