ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕອນ​ທີ 8

ຈະ​ຮັບ​ມື​ກັບ​ບັນຫາ​ຮ້າຍແຮງ​ໄດ້​ແນວ​ໃດ

ຈະ​ຮັບ​ມື​ກັບ​ບັນຫາ​ຮ້າຍແຮງ​ໄດ້​ແນວ​ໃດ

“ທ່ານ​ທັງ​ຫຼາຍ​ຊົມຊື່ນ​ຍິນດີ​ຫຼາຍ ແມ່ນ​ວ່າ​ທ່ານ​ທັງ​ຫຼາຍ​ຍັງ​ມີ​ຄວາມ​ທຸກ​ລຳບາກ​ໃນ​ບັດ​ນີ້​ສັກ​ເວລາ​ໜ້ອຍ​ດ້ວຍ​ການ​ທົດລອງ​ຕ່າງໆ ຖ້າ​ຕ້ອງ​ປະສົບ​ຄວາມ​ທຸກ​ນັ້ນ.”—1 ເປໂຕ 1:6

ເຖິງ​ວ່າ​ທ່ານ​ໄດ້​ພະຍາຍາມ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ໃຫ້​ຊີວິດ​ຄູ່​ແລະ​ຄອບຄົວ​ມີ​ຄວາມ​ສຸກ ແຕ່​ສິ່ງ​ທີ່​ບໍ່​ໄດ້​ຄາດ​ຄິດ​ທີ່​ເກີດ​ຂຶ້ນ ອາດ​ຈະ​ເຮັດ​ໃຫ້​ທ່ານ​ບໍ່​ມີ​ຄວາມ​ຍິນດີ​ອີກ​ຕໍ່​ໄປ. (ຜູ້​ເທສະໜາ​ປ່າວ​ປະກາດ 9:11) ດ້ວຍ​ຄວາມ​ຮັກ​ພະ​ເຢໂຫວາ​ຈຶ່ງ​ຈັດ​ກຽມ​ໃຫ້​ມີ​ວິທີ​ຊ່ວຍເຫຼືອ​ເຮົາ​ໃຫ້​ຜ່ານ​ຄວາມ​ຫຍຸ້ງຍາກ​ໄດ້. ຖ້າທ່ານ​ເຮັດຕາມ​ຫຼັກ​ການ​ໃນ​ຂໍ້​ພະ​ຄຳພີ​ທີ່​ຍົກ​ມາ​ນີ້ ທ່ານ​ກັບ​ຄອບຄົວ​ກໍ​ຈະ​ມີ​ວິທີ​ຮັບ​ມື​ໄດ້​ເຖິງ​ວ່າ​ຈະ​ຕົກ​ໃນ​ສະພາບການ​ທີ່​ຮ້າຍແຮງ​ຫຼາຍ​ປານ​ໃດ​ກໍ​ຕາມ.

1 ເຊື່ອ​ໝັ້ນ​ໃນ​ພະ​ເຢໂຫວາ

ຄຳພີ​ໄບເບິນ​ແນະນຳ​ວ່າ: “ຄວາມ​ອຸກ​ໃຈ​ຂອງ​ທ່ານ​ທັງ​ຫຼາຍ​ທັງ​ໝົດ​ຈົ່ງ​ປົງ​ໄວ້​ຢູ່​ເທິງ​ພະອົງ ເພາະ​ວ່າ​ພະອົງ​ລ້ຽງ​ຮັກສາ [ຫ່ວງໃຍ] ພວກ​ທ່ານ.” (1 ເປໂຕ 5:7) ຢ່າ​ລືມ​ວ່າ​ບັນຫາ​ຕ່າງໆທີ່​ທ່ານ​ປະສົບ​ນັ້ນ​ບໍ່​ໄດ້​ມາ​ຈາກ​ພະເຈົ້າ. (ຢາໂກໂບ 1:13) ໃນ​ຂະນະ​ທີ່​ທ່ານ​ໃກ້​ຊິດ​ກັບ​ພະອົງ ພະອົງ​ຈະ​ຊ່ວຍ​ທ່ານ​ໃຫ້​ມີ​ທາງ​ອອກ​ທີ່​ດີ​ທີ່​ສຸດ. (ເອຊາອີ 41:10) ໃຫ້​ທ່ານ “ຖອກ​ໃຈ​ອອກ​ຕໍ່​ໜ້າ​ພະອົງ.”—ຄຳເພງ 62:8

ທ່ານ​ຈະ​ໄດ້​ກຳລັງ​ໃຈ​ເມື່ອ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ​ທຸກໆມື້. ຜົນ​ກໍ​ຄື ທ່ານ​ຈະ​ເຫັນ​ວິທີ​ທີ່​ພະ​ເຢໂຫວາ “ເລົ້າໂລມ [ປອບ​ໂຍນ] ພວກ​ເຮົາ​ໃນ​ການ​ທຸກ​ໂສກ​ຂອງ​ພວກ​ເຮົາ​ທຸກ​ຢ່າງ.” (2 ໂກລິນໂທ 1:3, 4; ໂລມ 15:4) ພະອົງ​ສັນຍາ​ວ່າ​ຈະ​ປະທານ “ຄວາມ​ສຸກ​ສຳລານ​ແຫ່ງ​ພະເຈົ້າ​ອັນ​ເຫຼືອ​ລົ້ນ​ທີ່​ຈະ​ເຂົ້າ​ໃຈ” ໃຫ້​ແກ່​ທ່ານ.—ຟີລິບ 4:6, 7, 13

ຄຳ​ແນະນຳ:

  • ໃຫ້​ອະທິດຖານ​ເຖິງ​ພະ​ເຢໂຫວາ ຂໍ​ໃຫ້​ມີ​ຄວາມ​ສະຫງົບ​ໃຈ​ແລະ​ມີ​ຄວາມ​ຄິດ​ປອດ​ໂປ່ງ

  • ໃຫ້​ທົບ​ທວນ​ທາງ​ເລືອກ​ທັງ​ໝົດ​ທີ່​ມີ​ຢູ່​ນັ້ນ​ແລະ​ໃຫ້​ເລືອກ​ວິທີ​ທີ່​ດີ​ທີ່​ສຸດ​ສຳລັບ​ທ່ານ

2 ເບິ່ງ​ແຍງ​ຕົວ​ເອງ​ແລະ​ຄອບຄົວ

ຄຳພີ​ໄບເບິນ​ແນະນຳ​ວ່າ: “ໃຈ​ຂອງ​ຄົນ​ປັນຍາ​ໄດ້​ຄວາມ​ຮູ້​ມາກ​ຂຶ້ນ.” (ສຸພາສິດ 18:15) ໃຫ້​ເກັບ​ກຳ​ຂໍ້​ມູນ​ຕາມ​ສະພາບ​ຄວາມ​ເປັນ​ຈິງ​ທັງ​ໝົດ ໃຫ້ເລືອກ​ເຟັ້ນ​ເບິ່ງ​ວ່າ​ສິ່ງ​ໃດ​ເໝາະ​ກັບ​ຄວາມ​ຈຳເປັນ​ຂອງ​ທຸກ​ຄົນ​ໃນ​ຄອບຄົວ. ຈາກ​ນັ້ນ ບອກ​ໃຫ້​ເຂົາ​ເຈົ້າ​ຮູ້​ແລະ​ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ເຂົາເຈົ້າ​ນຳ.—ສຸພາສິດ 20:5

ຖ້າ​ຫາກ​ວ່າ​ຄົນ​ທີ່​ເຮົາ​ຮັກ​ເສຍ​ຊີວິດ​ເດ? ບໍ່​ຕ້ອງ​ອາຍ​ທີ່​ຈະ​ໂສກ​ເສົ້າ​ອອກ​ມາ. ຢ່າ​ລືມ​ວ່າ​ແມ່ນ​ແຕ່​ພະ​ເຍຊູ​ກໍ “ໄດ້​ຮ້ອງໄຫ້​ນ້ຳ​ຕາ​ໄຫຼ​ອອກ.” (ໂຢຮັນ 11:35; ຜູ້​ເທສະໜາ​ປ່າວ​ປະກາດ 3:4) ສິ່ງ​ທີ່​ສຳຄັນ​ແມ່ນ​ຕ້ອງ​ໄດ້​ພັກຜ່ອນ​ແລະ​ນອນ​ຫຼັບ​ຢ່າງ​ພຽງ​ພໍ. (ຜູ້​ເທສະໜາ​ປ່າວ​ປະກາດ 4:6) ການ​ເຮັດ​ເຊັ່ນ​ນັ້ນ​ຈະ​ຊ່ວຍ​ທ່ານ​ໃຫ້​ຮັບ​ມື​ກັບ​ຄວາມ​ໂສກ​ເສົ້າ​ໄດ້​ງ່າຍ​ຂຶ້ນ.

ຄຳ​ແນະນຳ:

  • ໃຫ້​ລົມ​ກັນ​ເປັນ​ປະຈຳ​ພາຍ​ໃນ​ຄອບຄົວ ເຖິງ​ວ່າ​ຈະ​ບໍ່​ມີ​ຄວາມ​ທຸກ​ໃດໆກໍ​ຕາມ ເມື່ອ​ມີ​ບັນຫາ​ເກີດ​ຂຶ້ນ ເຂົາ​ເຈົ້າ​ຈະ​ສະດວກ​ໃຈ​ທີ່​ຈະ​ເວົ້າ​ນຳ​ທ່ານ

  • ໃຫ້​ລົມ​ກັບ​ຜູ້​ທີ່​ອາດ​ເຄີຍ​ປະສົບ​ກັບ​ສະພາບການ​ທີ່​ຄ້າຍໆກັນ

3 ຂໍ​ການ​ຊ່ວຍເຫຼືອ​ທີ່​ຈຳເປັນ

ຄຳພີ​ໄບເບິນ​ແນະນຳ​ວ່າ: “ສ່ຽວ​ຮັກ​ຢູ່​ທຸກ​ເວລາ​ແລະ​ອ້າຍ​ນ້ອງ​ຜູ້​ໜຶ່ງ​ໄດ້​ເກີດ​ເພື່ອ​ຈະ​ຊ່ອຍ​ໃນ​ເວລາ​ຂັດສົນ​ຫຼາຍ.” (ສຸພາສິດ 17:17) ໝູ່​ເພື່ອນ​ກໍ​ຢາກ​ຊ່ວຍ​ທ່ານ ແຕ່​ເຂົາ​ເຈົ້າ​ອາດ​ຈະ​ບໍ່​ຮູ້​ວ່າ​ຈະ​ຊ່ວຍ​ຫຍັງ​ໄດ້. ດັ່ງ​ນັ້ນ ຖ້າ​ທ່ານ​ມີ​ສິ່ງ​ທີ່​ຈຳເປັນ​ໃຫ້​ເຂົາ​ເຈົ້າ​ຊ່ວຍ​ກໍ​ຢ່າ​ເກງ​ໃຈ. (ສຸພາສິດ 12:25) ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ໃຫ້​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ຜູ້​ທີ່​ມີ​ຄວາມ​ເຂົ້າ​ໃຈ​ໃນ​ຂໍ້​ຄຳພີ​ໄບເບິນ ເພື່ອ​ທ່ານ​ຈະ​ຮູ້​ວິທີ​ໃຊ້​ຫຼັກ​ການ​ຕ່າງໆໃນ​ຄຳພີ​ໄບເບິນ​ເຊິ່ງ​ຈະ​ຊ່ວຍ​ທ່ານ​ໃຫ້​ຮັບ​ມື​ກັບ​ບັນຫາ​ໄດ້.—ຢາໂກໂບ 5:14

ນອກ​ຈາກ​ນັ້ນ ທ່ານ​ຈະ​ໄດ້​ຮັບ​ກຳລັງ​ໃຈ​ເມື່ອ​ທ່ານ​ຄົບຫາ​ເປັນ​ປະຈຳ​ກັບ​ຜູ້​ທີ່​ມີ​ຄວາມ​ເຊື່ອ​ແລະ​ໄວ້​ວາງໃຈ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ. ທ່ານ​ເອງ​ຍັງ​ຈະ​ໄດ້​ການ​ໜູນ​ໃຈ​ຫຼາຍ​ເຊັ່ນ​ກັນ​ເມື່ອ​ທ່ານ​ຊ່ວຍເຫຼືອ​ຄົນ​ທີ່​ຕ້ອງການ​ກຳລັງ​ໃຈ​ໃນ​ຍາມ​ທີ່​ເຂົາ​ເຈົ້າ​ທໍ້​ຖອຍ​ໃຈ. ທ່ານ​ຕ້ອງ​ຊ່ວຍ​ຄົນ​ອື່ນ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ແລະ​ໃນ​ຄຳ​ສັນຍາ​ຂອງ​ພະອົງ. ໃຫ້​ຫາ​ແນວ​ເຮັດ​ຢູ່​ສະເໝີ​ໂດຍ​ການ​ຊ່ວຍເຫຼືອ​ຄົນ​ອື່ນ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ຈຳເປັນ ແລະ​ບໍ່​ຕ້ອງ​ແຍກ​ຕົວ​ຢູ່​ຕ່າງ​ຫາກ​ຈາກ​ຄົນ​ທີ່​ຮັກ​ແລະ​ຫ່ວງໃຍ​ທ່ານ.—ສຸພາສິດ 18:1; 1 ໂກລິນໂທ 15:58

ຄຳ​ແນະນຳ:

  • ໃຫ້​ລົມ​ກັບ​ໝູ່​ສະໜິດ​ແລະ​ຂໍ​ໃຫ້​ລາວ​ຊ່ວຍ​ທ່ານ

  • ໃຫ້​ເວົ້າ​ແບບ​ເຈາະ​ຈົງ​ແລະ​ບໍ່​ຕ້ອງ​ປິດ​ບັງ​ໃນ​ສິ່ງ​ທີ່​ທ່ານ​ຕ້ອງການ​ຂໍ​ຄວາມ​ຊ່ວຍເຫຼືອ