ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕອນ​ທີ 6

ເມື່ອ​ມີ​ລູກ​ແລ້ວ​ຊີວິດ​ທ່ານ​ຈະ​ປ່ຽນ​ໄປ

ເມື່ອ​ມີ​ລູກ​ແລ້ວ​ຊີວິດ​ທ່ານ​ຈະ​ປ່ຽນ​ໄປ

“ລູກ​ຊາຍ [ລູກ] ທັງ​ຫຼາຍ​ເປັນ​ມູນ​ມາ​ແຕ່​ພະ​ເຢໂຫວາ.”—ຄຳເພງ 127:3

ຜົວ​ແລະ​ເມຍ​ຮູ້ສຶກ​ຕື່ນ​ເຕັ້ນ​ແລະ​ດີ​ໃຈ​ຫຼາຍ​ເມື່ອ​ເຫັນ​ໜ້າ​ລູກ​ນ້ອຍ​ທີ່​ເກີດ​ມາ. ແຕ່​ຜູ້​ທີ່​ຫາ​ກໍ​ເປັນ​ພໍ່​ເປັນ​ແມ່​ອາດ​ບໍ່​ນຶກ​ບໍ່​ຝັນ​ວ່າ​ຕ້ອງ​ໃຊ້​ເວລາ​ແລະ​ເຫື່ອ​ແຮງ​ທັງ​ໝົດ​ເພື່ອ​ເບິ່ງ​ແຍງ​ລູກ​ນ້ອຍ. ການ​ອຶດ​ນອນ​ເປັນ​ເວລາ​ດົນໆພ້ອມ​ກັບ​ການ​ປ່ຽນ​ແປງ​ທາງ​ອາລົມ​ສາມາດ​ເຮັດ​ໃຫ້​ຄວາມ​ສຳພັນ​ຂອງ​ທ່ານ​ເຄັ່ງ​ຕຶງ​ໄດ້. ທ່ານ​ກັບ​ຄູ່​ຂອງ​ທ່ານ​ຕ້ອງ​ໄດ້​ປັບ​ໂຕ​ເພື່ອ​ຈະ​ເບິ່ງ​ແຍງ​ລູກ​ນ້ອຍ​ແລະ​ຮັກສາ​ຊີວິດ​ຄູ່​ຂອງ​ທ່ານ​ໄວ້. ແຕ່​ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ທີ່​ຈະ​ຊ່ວຍ​ທ່ານ​ໃຫ້​ຮັບ​ມື​ກັບ​ຄວາມ​ຫຍຸ້ງຍາກ​ເຫຼົ່າ​ນີ້​ໄດ້​ແນວ​ໃດ?

1 ເມື່ອ​ມີ​ລູກ​ແລ້ວ​ຊີວິດ​ທ່ານ​ຈະ​ປ່ຽນ​ໄປ

ຄຳພີ​ໄບເບິນ​ແນະນຳ​ວ່າ: “ຄວາມ​ຮັກ​ກໍ​ອົດ​ທົນ​ດົນ​ນານ​ແລະ​ເຕັມ​ດ້ວຍ​ຄວາມ​ດີ.” ນອກ​ຈາກ​ນັ້ນ​ຄວາມ​ຮັກ​ຍັງ “ບໍ່​ຊອກ​ຫາ​ສ່ວນ​ຂອງ​ຕົນ​ເອງ ບໍ່​ຮ້າຍ​ງ່າຍ.” (1 ໂກລິນໂທ 13:4, 5) ເປັນ​ເລື່ອງ​ທຳມະດາ​ທີ່​ຜູ້​ຫາ​ກໍ​ເປັນ​ແມ່​ຈະ​ຈົດຈໍ່​ຢູ່​ກັບ​ການ​ເບິ່ງ​ແຍງ​ລູກ​ນ້ອຍ. ຢ່າງ​ໃດ​ກໍ​ຕາມ ຜົວ​ຂອງ​ທ່ານ​ອາດ​ຮູ້ສຶກ​ວ່າ​ຖືກ​ລະເລີຍ ດັ່ງ​ນັ້ນ ຢ່າ​ລືມ​ວ່າ​ທ່ານ​ຕ້ອງ​ໄດ້​ເບິ່ງ​ແຍງ​ຜົວ​ຄື​ກັນ. ທ່ານ​ຕ້ອງ​ສະແດງ​ຄວາມ​ອົດ​ທົນ​ແລະ​ຄວາມ​ກະລຸນາ ເພື່ອ​ຊ່ວຍ​ຜົວ​ໃຫ້​ເຂົ້າ​ໃຈ​ວ່າ​ຕ້ອງ​ໄດ້​ເບິ່ງ​ແຍງ​ລູກ​ນ້ອຍ.

“ຜູ້​ເປັນ​ຜົວ . . . ຈົ່ງ​ອາໄສ​ຢູ່​ກັບ​ເມຍ​ຕາມ​ຄວາມ​ຮູ້.” (1 ເປໂຕ 3:7) ຜົວຕ້ອງ​ເຂົ້າ​ໃຈ​ວ່າ​ເມຍ​ຈະ​ຕ້ອງ​ໃຊ້​ເວລາ​ແລະ​ເຫື່ອ​ແຮງ​ສ່ວນ​ຫຼາຍ​ໃນ​ການ​ເບິ່ງ​ແຍງ​ລູກ. ເມຍ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃໝ່ ແລະ​ອາດ​ຈະ​ເຄັ່ງ​ຕຶງ ໝົດແຮງ ແລະ​ຫງຸດຫງິດ. ບາງ​ເທື່ອ​ລາວ​ອາດ​ຈະ​ໃຈ​ຮ້າຍ​ໃສ່​ທ່ານ ແຕ່​ທ່ານ​ຕ້ອງ​ບໍ່​ໃຈຮ້າຍ​ຕອບ ເພາະ “ຜູ້​ທີ່​ຊ້າ​ນານ​ຈະ​ຮ້າຍ​ກໍ​ປະເສີດ​ກວ່າ​ຄົນ​ທີ່​ມີ​ແຮງ [ອຳນາດ].” (ສຸພາສິດ 16:32) ດັ່ງ​ນັ້ນ ທ່ານ​ຕ້ອງ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກເຊິ່ງ​ແລະ​ຊ່ວຍເຫຼືອ​ເມຍ​ໃນ​ສິ່ງ​ທີ່​ລາວ​ຈຳເປັນ.—ສຸພາສິດ 14:29

ຄຳ​ແນະນຳ:

  • ສຳລັບ​ຜົວ: ທ່ານ​ຕ້ອງ​ຊ່ວຍ​ເມຍເບິ່ງ​ແຍງລູກ​ນ້ອຍ ແມ່ນ​ແຕ່​ໃນ​ຕອນ​ກາງຄືນ. ເພື່ອ​ຈະ​ມີ​ເວລາ​ໃຫ້​ເມຍ​ແລະ​ລູກ​ຫຼາຍ​ຂຶ້ນ ທ່ານ​ຕ້ອງ​ເຮັດ​ກິດຈະກຳ​ອື່ນໆໜ້ອຍ​ລົງ

  • ສຳລັບ​ເມຍ: ເມື່ອ​ຜົວ​ຢາກ​ຊ່ວຍທ່ານ​ເບິ່ງແຍງ​ລູກ​ນ້ອຍ ກໍ​ຕ້ອງ​ໃຫ້​ລາວ​ຊ່ວຍ. ຖ້າ​ລາວ​ເບິ່ງ​ແຍງ​ລູກ​ໄດ້​ບໍ່​ດີ​ປານ​ໃດ ກໍ​ຢ່າ​ຕຳໜິ ແຕ່​ໃຫ້​ບອກ​ວິທີ​ທີ່​ລາວ​ຄວນ​ເຮັດ​ດ້ວຍ​ຄວາມ​ກະລຸນາ.

2 ເຮັດ​ໃຫ້​ຊີວິດ​ຄູ່​ຂອງ​ທ່ານ​ໝັ້ນ​ຄົງ

ຄຳພີ​ໄບເບິນ​ແນະນຳ​ວ່າ: “ເຂົາ​ທັງ​ສອງ​ຈະ​ເປັນ​ເນື້ອ​ໜັງ​ອັນ​ດຽວ​ກັນ.” (ຕົ້ນເດີມ 2:24) ເຖິງ​ວ່າ​ຄອບຄົວ​ຂອງ​ທ່ານ​ຈະ​ມີ​ສະມາຊິກ​ໃໝ່​ເຂົ້າ​ມາ ຂໍໃຫ້​ຈື່​ວ່າ​ທ່ານ​ທັງ​ສອງ​ຍັງ​ເປັນ “ເນື້ອ​ໜັງ​ອັນ​ດຽວ​ກັນ.” ດັ່ງ​ນັ້ນ ພວກ​ທ່ານຕ້ອງ​ພະຍາຍາມ​ຮັກສາ​ຊີວິດ​ຄູ່​ຂອງ​ທ່ານ​ໃຫ້​ໝັ້ນ​ຄົງ.

ຜູ້​ເປັນ​ເມຍ ໃຫ້​ທ່ານ​ຮູ້​ຄ່າ​ສິ່ງ​ທີ່​ຜົວ​ໄດ້​ຊ່ວຍ​ແລະ​ສະໜັບສະໜູນ​ທ່ານ. ການ​ທີ່​ທ່ານ​ສະແດງ​ຄວາມ​ຮູ້​ຄ່າ​ເຊັ່ນ​ນັ້ນ​ຈະ “ເປັນ​ຄວາມ​ສຳບາຍ [ປິ່ນປົວ]” ໃຈ​ຂອງ​ຜົວ. (ສຸພາສິດ 12:18) ຜູ້​ເປັນ​ຜົວ ທ່ານ​ໄດ້​ບອກ​ເມຍ​ບໍ​ວ່າ​ທ່ານ​ຮັກແລະ​ຮູ້​ຄ່າ​ລາວ​ຫຼາຍ ຊົມ​ເຊີຍ​ລາວ​ທີ່​ໄດ້​ເບິ່ງ​ແຍງ​ຄອບຄົວ.—ສຸພາສິດ 31:10, 28

“ຢ່າ​ໃຫ້​ຜູ້​ໃດ​ຫາ​ປະໂຫຍດ​ຂອງ​ຕົວ​ເອງ ແຕ່​ວ່າ​ໃຫ້​ທຸກ​ຄົນ​ຫາ​ປະໂຫຍດ​ຂອງ​ເພື່ອນ​ບ້ານ.” (1 ໂກລິນໂທ 10:24) ທ່ານ​ຕ້ອງ​ເຮັດ​ສິ່ງ​ທີ່​ດີ​ທີ່​ສຸດ​ສຳລັບ​ຄູ່​ຂອງ​ທ່ານ. ຜົວ​ແລະ​ເມຍ​ຈະ​ຕ້ອງ​ຈັດ​ເວລາ​ໄວ້​ເພື່ອ​ລົມ​ກັນ ສະແດງ​ຄວາມ​ຄິດ​ເຫັນ ແລະ​ຮັບ​ຟັງ​ກັນ​ແລະ​ກັນ. ໃນ​ເລື່ອງ​ເພດ​ສຳພັນ ຢ່າ​ຄິດ​ເຖິງ​ແຕ່​ຕົວ​ເອງ ແຕ່​ໃຫ້​ຄິດ​ເຖິງ​ຄວາມ​ຕ້ອງການ​ຂອງ​ອີກ​ຝ່າຍ​ໜຶ່ງ. ຄຳພີ​ໄບເບິນ​ກ່າວ​ວ່າ “ຢ່າ​ໃຫ້​ຢູ່​ຕ່າງ​ຫາກ​ກັນ ເວັ້ນ​ໄວ້​ເຫັນ​ຊອບ​ຍອມ​ກັນ.” (1 ໂກລິນໂທ 7:3-5) ດັ່ງ​ນັ້ນ ໃຫ້​ທ່ານ​ທັງ​ສອງ​ລົມ​ກັນ​ໃນ​ເລື່ອງ​ນີ້​ຢ່າງ​ກົງ​ໄປ​ກົງ​ມາ. ຄວາມ​ອົດ​ທົນ​ແລະ​ຄວາມ​ເຂົ້າ​ໃຈ​ຈະ​ເຮັດ​ໃຫ້​ຊີວິດ​ຄູ່​ຂອງ​ທ່ານ​ໝັ້ນ​ຄົງ.

ຄຳ​ແນະນຳ:

  • ໃຫ້​ຈັດ​ເວລາ​ໄວ້​ເພື່ອ​ຢູ່​ນຳ​ກັນ​ພຽງ​ສອງ​ຄົນ

  • ໃຫ້​ເຮັດ​ສິ່ງ​ເລັກໆນ້ອຍໆເພື່ອ​ຄູ່​ຂອງ​ທ່ານ​ຈະ​ຮູ້​ວ່າ​ທ່ານ​ຮັກ​ລາວ ເຊັ່ນ​ວ່າ ຂຽນຂໍ້ຄວາມ​ສັ້ນໆຫຼື​ໃຫ້​ຂອງ​ຂວັນ​ເລັກໆນ້ອຍໆ

3 ການ​ອົບຮົມ​ສັ່ງ​ສອນ​ລູກ​ນ້ອຍ​ຂອງ​ທ່ານ

ຄຳພີ​ໄບເບິນ​ແນະນຳ​ວ່າ: “ຕັ້ງ​ແຕ່​ເປັນ​ເດັກ​ນ້ອຍ​ມາ​ທ່ານ​ໄດ້​ຮູ້ຈັກ​ພະ​ຄຳພີ​ອັນ​ບໍລິສຸດ​ທີ່​ມີ​ອຳນາດ​ກະທຳ​ໃຫ້​ທ່ານ​ມີ​ສະຕິ​ປັນຍາ​ສຳລັບ​ຄວາມ​ພົ້ນ.” (2 ຕີໂມເຕ 3:15) ທ່ານ​ຄວນ​ວາງ​ແຜນ​ວ່າ​ຈະ​ສອນ​ລູກ​ນ້ອຍ​ໃນ​ເລື່ອງ​ໃດ. ລູກ​ສາມາດ​ຮຽນ​ຮູ້​ໄດ້​ຕັ້ງ​ແຕ່​ກ່ອນ​ເກີດ ເພາະ​ມີ​ຄວາມ​ສາມາດ​ພິເສດ. ໃນ​ຂະນະ​ທີ່​ຢູ່​ໃນ​ທ້ອງ ລູກ​ສາມາດ​ຈື່​ສຽງ​ຂອງ​ທ່ານ ແລະ​ຕອບ​ສະໜອງ​ຕໍ່​ອາລົມ​ຂອງ​ທ່ານ. ທ່ານ​ຄວນ​ອ່ານ​ໜັງສື​ສູ່​ລູກ​ຟັງ​ຕັ້ງ​ແຕ່​ຍັງ​ນ້ອຍໆ ເຖິງ​ວ່າ​ລາວ​ຈະ​ຍັງ​ບໍ່​ເຂົ້າ​ໃຈ​ສິ່ງ​ທີ່​ທ່ານ​ອ່ານ ແຕ່​ສິ່ງ​ນີ້​ຈະ​ຊ່ວຍ​ລູກ​ໃຫ້​ເປັນ​ຄົນ​ມັກ​ອ່ານ​ເມື່ອ​ໃຫຍ່​ຂຶ້ນ.

ດັ່ງ​ນັ້ນ ເປັນ​ສິ່ງ​ທີ່​ດີ​ຫາກ​ທ່ານ​ເວົ້າ​ເລື່ອງ​ຂອງ​ພະເຈົ້າ​ໃຫ້​ລູກ​ຟັງ​ຕັ້ງ​ແຕ່​ຍັງ​ນ້ອຍໆ. ທ່ານ​ຄວນ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ໂດຍ​ໃຫ້​ລູກ​ໄດ້​ຍິນ​ນຳ. (ພະບັນຍັດ 11:19) ແມ່ນ​ແຕ່​ເມື່ອ​ທ່ານ​ທັງ​ສອງ​ອະທິດຖານ​ນຳ​ກັນ ຄວນ​ເວົ້າ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ. (ຄຳເພງ 78:3, 4) ໃນ​ຂະນະ​ທີ່​ລູກ​ນ້ອຍ​ໃຫຍ່​ຂຶ້ນ ລາວ​ກໍ​ຈະ​ຮູ້ສຶກ​ໄດ້​ເຖິງ​ຄວາມ​ຮັກ​ທີ່​ທ່ານ​ເອງ​ມີ​ຕໍ່​ພະ​ເຢໂຫວາ​ແລະ​ລາວ​ກໍ​ຈະ​ຮັກ​ພະອົງ​ຄື​ກັນ​ກັບ​ທ່ານ.

ຄຳ​ແນະນຳ:

  • ໃຫ້​ອະທິດຖານ​ຢ່າງ​ເຈາະ​ຈົງ ຂໍ​ໃຫ້​ມີ​ສະຕິ​ປັນຍາ​ໃນ​ການ​ຝຶກ​ອົມ​ຮົມ​ລູກ

  • ໃຫ້​ເວົ້າ​ຊ້ຳໆໃນ​ສິ່ງ​ທີ່​ທ່ານ​ຕ້ອງການ ໃຫ້ລູກ​ຮຽນ​ຮູ້ ແລ້ວ​ລາວ​ກໍ​ຈະ​ເລີ່ມ​ຮຽນ​ໄດ້ໄວ​ຂຶ້ນ