ສຸພາສິດ 12:1-28

  • ຄົນ​ທີ່​ຊັງ​ການ​ຕັກ​ເຕືອນ​ເປັນ​ຄົນ​ບໍ່​ມີ​ເຫດຜົນ (1)

  • “ຄຳເວົ້າ​ທີ່​ບໍ່​ຄິດ​ເປັນ​ຄື​ກັບ​ດາບ​ທີ່​ສຽບ​ແທງ” (18)

  • ການ​ຊ່ວຍ​ໃຫ້​ມີ​ສັນຕິສຸກ​ເຮັດ​ໃຫ້​ມີ​ຄວາມສຸກ (20)

  • ພະ​ເຢໂຫວາ​ຊັງ​ຄົນ​ທີ່​ເວົ້າ​ຕົວະ (22)

  • ຄວາມ​ອຸກໃຈ​ເຮັດ​ໃຫ້​ໜັກ​ໃຈ (25)

12  ຄົນ​ທີ່​ຮັກ​ການ​ສັ່ງສອນ​ກໍ​ຮັກ​ຄວາມຮູ້+ແຕ່​ຄົນ​ທີ່​ຊັງ​ການ​ຕັກເຕືອນ​ກໍ​ເປັນ​ຄົນ​ທີ່​ບໍ່​ມີ​ເຫດຜົນ.+   ຄົນດີ​ຈະ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພະ​ເຢໂຫວາແຕ່​ຄົນ​ທີ່​ວາງແຜນ​ຮ້າຍ​ຈະ​ຖືກ​ເພິ່ນ​ລົງໂທດ.+   ຄົນ​ທີ່​ເຮັດຊົ່ວ​ຈະ​ບໍ່​ສາມາດ​ເຮັດ​ໃຫ້​ໂຕເອງ​ປອດໄພ​ໄດ້+ແຕ່​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເປັນ​ຄື​ກັບ​ຕົ້ນໄມ້​ທີ່​ຈະ​ບໍ່​ຖືກ​ຫຼົກ​ຖິ້ມ.   ເມຍ​ທີ່​ມີ​ຄວາມ​ສາມາດ​ເປັນ​ຄື​ກັບ​ມົງກຸດ​ຂອງ​ຜົວ+ແຕ່​ເມຍ​ທີ່​ເຮັດ​ສິ່ງ​ທີ່​ເປັນຕາອາຍ​ເປັນ​ຄື​ກັບ​ພະຍາດ​ທີ່​ເຮັດ​ໃຫ້​ກະດູກ​ຂອງ​ຜົວ​ຜ່ອຍ.+   ຄວາມ​ຄິດ​ຂອງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ຍຸຕິທຳແຕ່​ຄຳແນະນຳ​ຂອງ​ຄົນຊົ່ວ​ເຊື່ອຖື​ບໍ່​ໄດ້.   ຄຳເວົ້າ​ຂອງ​ຄົນຊົ່ວ​ເປັນ​ຄື​ກັບ​ກັບດັກ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ+ແຕ່​ຄຳເວົ້າ​ຂອງ​ຄົນ​ສັດຊື່​ຊ່ວຍ​ປົກປ້ອງ​ຈາກ​ອັນຕະລາຍ.+   ເມື່ອ​ຄົນ​ຊົ່ວ​ຖືກ​ທຳລາຍ ຄົນ​ຊົ່ວ​ກໍ​ບໍ່​ມີ​ອີກ​ຕໍ່ໄປແຕ່​ເຮືອນ​ຂອງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຈະ​ຕັ້ງ​ຢູ່​ຢ່າງ​ໝັ້ນຄົງ.+   ຄົນ​ທີ່​ຄິດ​ຮອບຄອບ​ກ່ອນ​ເວົ້າ​ຈະ​ໄດ້​ຮັບ​ການ​ຍ້ອງຍໍ+ແຕ່​ຄົນ​ທີ່​ມີ​ໃຈ​ຄົດ​ໂກງ​ຈະ​ຖືກ​ດູຖູກ.+   ເປັນ​ຄົນ​ທຳມະດາ​ທີ່​ບໍ່​ສຳຄັນ​ແຕ່​ມີ​ຄົນ​ຮັບໃຊ້ກໍ​ດີ​ກວ່າ​ເປັນ​ຄົນ​ຍົກຍ້ອງ​ໂຕເອງ​ແລະ​ບໍ່​ມີ​ຫຍັງ​ຈະ​ກິນ.*+ 10  ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເບິ່ງແຍງ​ສັດ​ລ້ຽງ​ຂອງ​ລາວ+ແຕ່​ຄວາມ​ເມດຕາ​ຂອງ​ຄົນ​ຊົ່ວ​ກໍ​ຍັງ​ໂຫດຮ້າຍ. 11  ຄົນ​ທີ່​ປູກ​ຝັງ​ຈະ​ມີ​ອາຫານ​ກິນ​ຈົນ​ພໍໃຈ+ແຕ່​ຄົນ​ທີ່​ແລ່ນ​ນຳ​ສິ່ງ​ທີ່​ບໍ່​ມີຄ່າ​ກໍ​ເປັນ​ຄົນ​ບໍ່​ຮູ້ຈັກ​ຄິດ. 12  ຄົນ​ຊົ່ວ​ຢາກ​ໄດ້​ສັດ​ທີ່​ຄົນ​ຊົ່ວ​ອີກ​ຜູ້​ໜຶ່ງ​ຈັບ​ໄດ້ແຕ່​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເປັນ​ຄື​ກັບ​ຕົ້ນໄມ້​ທີ່​ມີ​ຮາກ​ແຂງແຮງ​ແລະ​ເກີດ​ໝາກ. 13  ຄົນ​ຊົ່ວ​ຕິດ​ກັບດັກ​ຄຳເວົ້າ​ຂອງ​ໂຕເອງ​ຍ້ອນ​ລາວ​ເວົ້າ​ແນວ​ຊົ່ວ​ໆ​+ແຕ່​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ລອດ​ພົ້ນ​ຈາກ​ຄວາມ​ຍາກ​ລຳບາກ. 14  ສິ່ງ​ທີ່​ຄົນ​ໜຶ່ງ​ເວົ້າ*​ສາມາດ​ເຮັດ​ໃຫ້​ເລື່ອງ​ດີ​ໆ​ເກີດຂຶ້ນ​ກັບ​ລາວ+ແລະ​ສິ່ງ​ທີ່​ລາວ​ເຮັດ​ຈະ​ເຮັດ​ໃຫ້​ລາວ​ໄດ້​ຮັບ​ລາງວັນ. 15  ຄົນ​ຊົ່ວ​ຄິດ​ວ່າ​ໂຕເອງ​ເຮັດ​ຖືກ​ແລ້ວ+ແຕ່​ຄົນ​ສະຫຼາດ​ຍອມຮັບ​ຄຳແນະນຳ.+ 16  ຄົນ​ໂງ່​ສະແດງ​ທັນທີ*​ວ່າ​ລາວ​ລຳຄານ+ແຕ່​ຄົນ​ສະຫຼາດ​ບໍ່ຊາ*​ຄຳ​ດູຖູກ. 17  ພະຍານ​ທີ່​ສັດຊື່​ຈະ​ເວົ້າ​ຄວາມຈິງແຕ່​ພະຍານ​ຕົວະ​ຈະ​ບໍ່​ເວົ້າ​ຄວາມຈິງ. 18  ຄຳເວົ້າ​ທີ່​ບໍ່​ຄິດ​ເປັນ​ຄື​ກັບ​ດາບ​ທີ່​ສຽບແທງແຕ່​ຄຳເວົ້າ​ຂອງ​ຄົນ​ສະຫຼາດ​ຈະ​ຊ່ວຍ​ປິ່ນປົວ​ໄດ້.+ 19  ປາກ​ທີ່​ເວົ້າ​ຄວາມຈິງ​ຈະ​ຢູ່​ຕະຫຼອດໄປ+ແຕ່​ລີ້ນ​ທີ່​ເວົ້າ​ຕົວະ​ຈະ​ຢູ່​ໄດ້​ບໍ່​ດົນ.+ 20  ການ​ຫຼອກລວງ​ຢູ່​ໃນ​ໃຈ​ຂອງ​ຄົນ​ທີ່​ວາງແຜນ​ຮ້າຍແຕ່​ຄົນ​ທີ່​ຊ່ວຍ​ໃຫ້​ມີ​ສັນຕິສຸກ*​ຈະ​ມີ​ຄວາມ​ຍິນດີ.+ 21  ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຈະ​ບໍ່​ເຈິ​ອັນຕະລາຍ​ຫຍັງ+ແຕ່​ຄົນ​ຊົ່ວ​ຈະ​ເຈິ​ຄວາມ​ຈິບຫາຍ.+ 22  ພະ​ເຢໂຫວາ​ຊັງ​ຄົນ​ທີ່​ເວົ້າ​ຕົວະ+ແຕ່​ເພິ່ນ​ມັກ​ຄົນ​ທີ່​ສັດຊື່. 23  ຄົນ​ຮອບຄອບ​ຈະ​ບໍ່​ເປີດເຜີຍ​ສິ່ງ​ທີ່​ລາວ​ຮູ້ແຕ່​ຄົນ​ໂງ່​ເວົ້າ​ແຕ່​ແນວ​ໂງ່​ໆ​ອອກ​ມາ​ແບບ​ບໍ່​ຄິດ.+ 24  ຄົນ​ດຸໝັ່ນ​ຈະ​ໄດ້​ເປັນ​ຜູ້​ປົກຄອງ+ແຕ່​ຄົນ​ຂີ້ຄ້ານ​ຈະ​ຕ້ອງ​ເປັນ​ທາດ.+ 25  ຄວາມ​ອຸກໃຈ​ເຮັດ​ໃຫ້​ໜັກໃຈ*+ແຕ່​ຄຳເວົ້າ​ດີ​ໆ​ເຮັດ​ໃຫ້​ມີ​ກຳລັງໃຈ.+ 26  ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຊອກຫາ​ທົ່ງຫຍ້າ​ທີ່​ດີ​ທີ່ສຸດແຕ່​ຄົນຊົ່ວ​ຍ່າງ​ໄປ​ຕາມໃຈ​ແລະ​ເຈີດ​ອອກ​ຈາກ​ທາງ. 27  ຄົນ​ຂີ້ຄ້ານ​ບໍ່​ແລ່ນ​ໄລ່​ເຫຍື່ອ+ແຕ່​ຄວາມ​ດຸຫມັ່ນ​ເປັນ​ຊັບ​ສົມບັດ​ທີ່​ມີຄ່າ. 28  ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເປັນ​ທາງ​ທີ່​ເຮັດ​ໃຫ້​ໄດ້​ຊີວິດ+ແລະ​ຢູ່​ຕາມ​ທາງ​ນັ້ນ​ບໍ່​ມີ​ຄວາມ​ຕາຍ​ເລີຍ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເຂົ້າຈີ່”
ແປ​ຕາມ​ໂຕ​ວ່າ “ປາກ”
ຫຼື “ໃນ​ມື້​ນັ້ນ​ເລີຍ”
ແປ​ຕາມ​ໂຕ​ວ່າ “ປົກ​ຄຸມ”
ແປ​ຕາມ​ໂຕ​ວ່າ “ຄົນ​ທີ່​ເປັນ​ທີ່​ປຶກສາ​ຂອງ​ສັນຕິສຸກ”
ຫຼື “ຊຶມເສົ້າ”