ເພງສັນລະເສີນ 103:1-22

  • “ຂ້ອຍ​ຂໍ​ສັນລະເສີນ​ພະເຢໂຫວາ”

    • ພະເຈົ້າ​ເອົາ​ຄວາມ​ຜິດ​ຂອງ​ພວກເຮົາ​ໄປ​ໄກ​ຫຼາຍ (12)

    • ພະເຈົ້າ​ເມດຕາ​ພວກເຮົາ​ຄື​ກັບ​ພໍ່ (13)

    • ພະເຈົ້າ​ຈື່​ວ່າ​ພວກເຮົາ​ເປັນ​ແຕ່​ຂີ້​ດິນ (14)

    • ບັນລັງ​ແລະ​ການ​ປົກຄອງ​ຂອງ​ພະເຢໂຫວາ (19)

    • ທູດສະຫວັນ​ເຮັດ​ຕາມ​ຄຳສັ່ງ​ຂອງ​ພະເຈົ້າ (20)

ເພງ​ຂອງ​ດາວິດ. 103  ຂ້ອຍ​ຂໍ​ສັນລະເສີນ​ພະ​ເຢໂຫວາ.ຂ້ອຍ​ຂໍ​ສັນລະເສີນ​ຊື່​ທີ່​ບໍລິສຸດ​ຂອງ​ເພິ່ນ​ສຸດ​ຫົວໃຈ.   ຂ້ອຍ​ຂໍ​ສັນລະເສີນ​ພະ​ເຢໂຫວາ.ຂໍ​ໃຫ້​ຂ້ອຍ​ບໍ່​ລືມ​ທຸກ​ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ.+   ເພິ່ນ​ຍົກ​ໂທດ​ຄວາມ​ຜິດ​ທັງໝົດ​ໃຫ້​ເຈົ້າ+ແລະ​ປິ່ນປົວ​ຄວາມ​ເຈັບ​ປ່ວຍ​ທັງໝົດ​ຂອງ​ເຈົ້າ.+   ເພິ່ນ​ໄຖ່​ຊີວິດ​ເຈົ້າ​ຈາກ​ຂຸມ​ຝັງ​ສົບ+ແລະ​ເພິ່ນ​ເອົາ​ຄວາມ​ຮັກ​ທີ່​ໝັ້ນຄົງ​ແລະ​ຄວາມ​ເມດຕາ​ຂອງ​ເພິ່ນ​ມາ​ສຸບ​ໃສ່​ຫົວ​ເຈົ້າ​ຄື​ກັບ​ມົງກຸດ.+   ເພິ່ນ​ໃຫ້​ສິ່ງ​ທີ່​ດີ​ຕ່າງ​ໆ​ກັບ​ເຈົ້າ+​ຕະຫຼອດ​ຊີວິດ​ຂອງ​ເຈົ້າເພື່ອ​ທີ່​ເຈົ້າ​ຈະ​ມີ​ເຫື່ອ​ແຮງ*​ອີກ​ເທື່ອ​ໜຶ່ງ​ຄື​ກັບ​ນົກ​ອິນຊີ.+   ພະ​ເຢໂຫວາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ+​ແລະ​ຍຸຕິທຳເພື່ອ​ທຸກ​ຄົນ​ທີ່​ຖືກ​ກົດຂີ່​ຂົ່ມເຫງ.+   ເພິ່ນ​ໃຫ້​ໂມເຊ​ຮູ້ຈັກ​ແນວ​ທາງ​ຂອງ​ເພິ່ນ+ແລະ​ໃຫ້​ລູກ​ຫຼານ​ຂອງ​ອິດສະຣາເອນ​ໄດ້​ຮູ້ຈັກ​ສິ່ງ​ທີ່​ເພິ່ນ​ເຮັດ.+   ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ເມດຕາ​ແລະ​ໃຈດີ*+ເພິ່ນ​ບໍ່​ໃຈຮ້າຍ​ງ່າຍ​ແລະ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ​ທີ່ສຸດ.+   ເພິ່ນ​ຈະ​ບໍ່​ຊອກ​ຈັບ​ຜິດ+ແລະ​ຈະ​ບໍ່​ຄຽດ​ໃຫ້​ຕະຫຼອດໄປ.+ 10  ເພິ່ນ​ບໍ່​ໄດ້​ຈັດການ​ພວກເຮົາ​ໃຫ້​ສົມ​ກັບ​ບາບ​ຂອງ​ພວກເຮົາ+ແລະ​ບໍ່​ໄດ້​ລົງໂທດ​ພວກເຮົາ​ຕາມ​ຄວາມ​ຜິດ​ຂອງ​ພວກເຮົາ.+ 11  ຟ້າ​ສູງ​ກວ່າ​ດິນ​ຫຼາຍ​ສ່ຳ​ໃດຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ເພິ່ນ​ທີ່​ມີ​ຕໍ່​ຄົນ​ທີ່​ນັບຖື*​ເພິ່ນ​ກໍ​ຫຼາຍ​ສ່ຳ​ນັ້ນ.+ 12  ທິດ​ຕາເວັນ​ອອກ​ໄກ​ຈາກ​ທິດ​ຕາເວັນ​ຕົກ​ຫຼາຍ​ສ່ຳ​ໃດເພິ່ນ​ກໍ​ເອົາ​ຄວາມ​ຜິດ​ຂອງ​ພວກເຮົາ​ໄປ​ໄກ​ຫຼາຍ​ສ່ຳ​ນັ້ນ.+ 13  ຄື​ກັບ​ພໍ່​ທີ່​ເມດຕາ​ລູກພະ​ເຢໂຫວາ​ກໍ​ເມດຕາ​ຄົນ​ທີ່​ນັບຖື​ເພິ່ນ.+ 14  ເພິ່ນ​ຮູ້​ວ່າ​ພວກເຮົາ​ຖືກ​ສ້າງ​ມາ​ແບບ​ໃດ+ແລະ​ຈື່​ວ່າ​ພວກເຮົາ​ເປັນ​ແຕ່​ຂີ້​ດິນ.+ 15  ຊີວິດ​ຂອງ​ມະນຸດ​ສັ້ນ​ຄື​ກັບ​ຊີວິດ​ຂອງ​ຫຍ້າ.+ລາວ​ເປັນ​ຄື​ກັບ​ດອກ​ໄມ້​ຢູ່​ໃນ​ທົ່ງ​ຫຍ້າ.+ 16  ເມື່ອ​ມີ​ລົມ​ພັດ​ມາ ມັນ​ກໍ​ຫາຍ​ໄປຄື​ກັບ​ວ່າ​ມັນ​ບໍ່​ເຄີຍ​ມີ​ຢູ່​ຫັ້ນ​ເລີຍ. 17  ແຕ່​ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະ​ເຢໂຫວາ​ຕໍ່​ຄົນ​ທີ່​ນັບຖື​ເພິ່ນ+ແລະ​ຄວາມ​ຍຸຕິທຳ​ຂອງ​ເພິ່ນ​ຕໍ່​ລູກ​ຫຼານ​ຂອງ​ເຂົາເຈົ້າ+ຈະ​ມີ​ຢູ່​ຕະຫຼອດໄປ. 18  ລວມ​ທັງ​ຄົນ​ທີ່​ເຮັດ​ຕາມ​ສັນຍາ​ທີ່​ໃຫ້​ໄວ້​ກັບ​ເພິ່ນ+ແລະ​ຄົນ​ທີ່​ຕັ້ງໃຈ​ເຮັດ​ຕາມ​ຄຳສັ່ງ​ຂອງ​ເພິ່ນ. 19  ພະ​ເຢໂຫວາ​ໄດ້​ຕັ້ງ​ບັນລັງ​ຂອງ​ເພິ່ນ​ຢ່າງ​ໝັ້ນຄົງ​ໃນ​ສະຫວັນ+ແລະ​ເພິ່ນ​ເປັນ​ກະສັດ​ປົກຄອງ​ທຸກ​ສິ່ງ​ທຸກ​ຢ່າງ.+ 20  ທູດສະຫວັນ​ທັງໝົດ+​ທີ່​ມີ​ລິດເດດ​ຫຼາຍ ທີ່​ເຊື່ອຟັງ ແລະ​ເຮັດ​ຕາມ​ຄຳສັ່ງ​ຂອງ​ເພິ່ນ+ຂໍ​ໃຫ້​ສັນລະເສີນ​ພະ​ເຢໂຫວາ. 21  ກອງທັບ​ທູດສະຫວັນ​ທັງໝົດ+​ທີ່​ເປັນ​ຜູ້​ຮັບໃຊ້​ແລະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ເພິ່ນ+ຂໍ​ໃຫ້​ສັນລະເສີນ​ພະ​ເຢໂຫວາ. 22  ທຸກ​ສິ່ງ​ທີ່​ເພິ່ນ​ສ້າງ​ແລະ​ທຸກ​ບ່ອນ​ທີ່​ເພິ່ນ​ປົກຄອງ*ຂໍ​ໃຫ້​ສັນລະເສີນ​ພະ​ເຢໂຫວາ. ຂ້ອຍ​ຂໍ​ສັນລະເສີນ​ພະ​ເຢໂຫວາ​ສຸດ​ຫົວໃຈ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຄວາມ​ໜຸ່ມ”
ຫຼື “ມີ​ຄວາມ​ອີ່ຕົນ”
ແປ​ຕາມ​ໂຕ​ວ່າ “ຢ້ານຢຳ”
ຫຼື “ທຸກ​ບ່ອນ​ທີ່​ເປັນ​ສິດ​ໃນ​ການ​ປົກຄອງ​ຂອງ​ເພິ່ນ”