ຈົດໝາຍເຖິງຄລິດສະຕຽນໃນເມືອງໂກໂລຊາຍ 4:1-18

  • ຄຳ​ແນະນຳ​ສຳລັບ​ຄົນ​ທີ່​ເປັນ​ນາຍ (1)

  • “ໃຫ້​ອະທິດຖານ​ເລື້ອຍ⁠​ໆ​” (2-4)

  • ໃຊ້​ສະຕິ​ປັນຍາ​ເມື່ອ​ຕິດຕໍ່​ພົວພັນ​ກັບ​ຄົນ​ນອກ​ປະຊາຄົມ (5, 6)

  • ຄຳ​ລົງ​ທ້າຍ (7-18)

4  ຄົນ​ທີ່​ເປັນ​ນາຍ ໃຫ້​ປະຕິບັດ​ຕໍ່​ທາດ​ຢ່າງ​ຖືກຕ້ອງ​ແລະ​ຍຸຕິທຳ​ສະເໝີ. ໃຫ້​ຈື່​ໄວ້​ວ່າ​ພວກ​ເຈົ້າ​ກໍ​ມີ​ນາຍ​ໃນ​ສະຫວັນ​ຄື​ກັນ.+  ໃຫ້​ອະທິດຖານ​ເລື້ອຍ​ໆ​+ ແລະ​ຕື່ນ​ໂຕ​ໃນ​ເລື່ອງ​ນີ້​ສະເໝີ​ພ້ອມ​ກັບ​ຂອບໃຈ​ພະເຈົ້າ.+  ຂໍ​ໃຫ້​ອະທິດຖານ​ເພື່ອ​ພວກ​ເຮົາ​ນຳ+ ເພື່ອ​ພະເຈົ້າ​ຈະ​ໄດ້ເປີດ​ໂອກາດໃຫ້​ພວກ​ເຮົາ​ປະກາດ​ຄຳສອນ​ຂອງ​ເພິ່ນ​ແລະ​ເວົ້າ​ເຖິງ​ຄວາມລັບ​ສັກສິດ​ເລື່ອງ​ພະຄລິດ. ທີ່ຈິງ ຂ້ອຍ​ຖືກ​ຂັງ​ກໍ​ຍ້ອນ​ຄວາມລັບ​ສັກສິດ​ນີ້.+  ຂໍ​ໃຫ້​ອະທິດຖານ​ເພື່ອ​ຂ້ອຍ​ຈະ​ໄດ້​ປະກາດ​ຄວາມລັບ​ນີ້​ໃຫ້ຄົນ​ເຂົ້າໃຈ​ແຈ້ງ​ໃນ​ແບບ​ທີ່​ຂ້ອຍ​ຄວນ​ຈະ​ເຮັດ.  ໃຫ້​ພວກ​ເຈົ້າ​ໃຊ້​ສະຕິ​ປັນຍາ​ເມື່ອ​ຕິດຕໍ່​ພົວພັນ​ກັບ​ຄົນ​ນອກ​ປະຊາຄົມ​ຄລິດສະຕຽນ ແລະ​ໃຫ້​ພວກ​ເຈົ້າ​ໃຊ້​ເວລາ​ໃຫ້​ເປັນ​ປະໂຫຍດ​ຫຼາຍ​ທີ່​ສຸດ.*+  ໃຫ້​ຄຳເວົ້າ​ຂອງ​ພວກ​ເຈົ້າ​ເປັນ​ຄຳເວົ້າ​ທີ່​ກະລຸນາ​ສະເໝີ​ຄື​ກັບ​ອາຫານ​ທີ່​ປຸງ​ດ້ວຍ​ເກືອ+ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ຄວນ​ຕອບ​ແຕ່​ລະ​ຄົນ​ແນວ​ໃດ.+  ຕີຂີໂກ+​ພີ່ນ້ອງ​ທີ່​ຂ້ອຍ​ຮັກ​ຈະ​ເລົ່າ​ເລື່ອງ​ທັງໝົດ​ຂອງ​ຂ້ອຍ​ໃຫ້​ພວກ​ເຈົ້າ​ຟັງ. ລາວ​ເປັນ​ຜູ້​ຮັບໃຊ້​ທີ່​ສັດຊື່​ແລະ​ເປັນ​ທາດ​ຂອງ​ຜູ້​ເປັນ​ນາຍ​ຮ່ວມ​ກັບ​ຂ້ອຍ.  ຂ້ອຍ​ສົ່ງ​ລາວ​ໄປ​ເພື່ອ​ບອກ​ໃຫ້​ຮູ້​ວ່າ​ພວກ​ເຮົາ​ເປັນ​ແນວ​ໃດ​ແດ່​ແລະ​ເພື່ອ​ໃຫ້​ກຳລັງ​ໃຈ​ພວກ​ເຈົ້າ​ນຳ.  ລາວ​ຈະ​ໄປ​ກັບ​ໂອເນຊີໂມ+​ພີ່ນ້ອງ​ທີ່​ຮັກ​ແລະ​ສັດຊື່​ຂອງ​ຂ້ອຍ​ເຊິ່ງ​ເຄີຍ​ຢູ່​ກັບ​ພວກ​ເຈົ້າ. ສອງ​ຄົນ​ນີ້​ຈະ​ເລົ່າ​ເລື່ອງ​ທັງໝົດ​ທີ່​ເກີດຂຶ້ນ​ຢູ່​ນີ້​ໃຫ້​ພວກ​ເຈົ້າ​ຟັງ. 10  ອາຣິດຕາໂຂ+​ທີ່​ຖືກ​ຂັງ​ກັບ​ຂ້ອຍ​ຝາກ​ຄວາມ​ຄິດຮອດ​ໄປ​ຫາ​ພວກ​ເຈົ້າ. ມາຣະໂກ​ເຊິ່ງ​ເປັນ​ລູກ​ອ້າຍ​ລູກ​ນ້ອງ​ຂອງ​ບາຣະນາບາ​ກໍ​ຝາກ​ຄວາມ​ຄິດຮອດ​ມາ​ຄື​ກັນ+ (ພວກ​ເຈົ້າ​ເຄີຍ​ໄດ້​ຮັບ​ຄຳ​ແນະນຳ​ໃຫ້​ຕ້ອນຮັບ​ມາຣະໂກ+​ຕອນ​ທີ່​ລາວ​ໄປ​ຫາ.) 11  ແລະ​ເຢຊູ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າຢູສະໂຕ​ກໍ​ຝາກ​ຄວາມ​ຄິດຮອດ​ມາ​ນຳ. ເຂົາເຈົ້າ​ເປັນ​ຄົນ​ທີ່​ໄດ້​ຮັບ​ສິນຕັດ*​ແລ້ວ. ມີ​ແຕ່​ເຂົາເຈົ້າ​ເທົ່າ​ນັ້ນ​ທີ່​ເປັນ​ໝູ່​ເຮັດ​ວຽກກັບຂ້ອຍ​ເພື່ອ​ການ​ປົກຄອງ​ຂອງ​ພະເຈົ້າ. ເຂົາເຈົ້າ​ນິແຫຼະ​ທີ່​ໃຫ້​ກຳລັງ​ໃຈ​ຂ້ອຍ​ຫຼາຍ. 12  ເອປາຟາ+​ທີ່​ເຄີຍ​ຢູ່​ກັບ​ພວກ​ເຈົ້າ​ແລະ​ເປັນ​ທາດ​ຄົນ​ໜຶ່ງ​ຂອງ​ພະຄລິດ​ເຢຊູ​ກໍ​ຝາກ​ຄວາມ​ຄິດຮອດ​ມານຳ. ລາວ​ອະທິດຖານ​ຢ່າງ​ຈິງຈັງ​ເພື່ອ​ພວກ​ເຈົ້າ​ສະເໝີ ເພື່ອ​ໃນ​ທີ່​ສຸດ​ພວກ​ເຈົ້າ​ຈະ​ເປັນ​ຜູ້​ໃຫຍ່​ໃນ​ທຸກ​ດ້ານ​ແລະ​ຈະ​ໝັ້ນໃຈ​ວ່າ​ພະເຈົ້າ​ຈະ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ເພິ່ນ​ຕ້ອງການ. 13  ຂ້ອຍ​ເປັນ​ພະຍານ​ຢືນຢັນ​ໄດ້​ວ່າ​ລາວ​ພະຍາຍາມ​ເຮັດ​ວຽກ​ໜັກ​ເພື່ອ​ພວກ​ເຈົ້າ​ແລະ​ເພື່ອ​ຄົນ​ທີ່​ຢູ່​ໃນ​ເມືອງ​ລາວດີເກອາ​ກັບ​ເມືອງ​ເຮຍຣາໂປລີ. 14  ລູກາ+​ເຊິ່ງ​ເປັນ​ທ່ານ​ໝໍ​ທີ່​ພີ່ນ້ອງ​ຮັກ​ກໍ​ຝາກ​ຄວາມ​ຄິດຮອດ​ໄປ​ຫາ​ພວກ​ເຈົ້າ. ເດມາ​ກໍ​ຝາກ​ຄວາມ​ຄິດຮອດ​ໄປ​ຫາ​ຄື​ກັນ.+ 15  ຂ້ອຍ​ຂໍ​ຝາກ​ຄວາມ​ຄິດຮອດ​ໄປ​ຫາ​ພີ່ນ້ອງ​ໃນ​ເມືອງ​ລາວດີເກອາ ແລະ​ໄປ​ຫາ​ນິມຟາ​ກັບ​ປະຊາຄົມ​ທີ່​ປະຊຸມ​ກັນ​ໃນ​ເຮືອນ​ຂອງ​ລາວ.+ 16  ເມື່ອ​ອ່ານ​ຈົດໝາຍ​ສະບັບ​ນີ້​ແລ້ວ ຂໍ​ສົ່ງ​ຕໍ່​ໃຫ້​ປະຊາຄົມ​ຢູ່​ເມືອງ​ລາວດີເກອາ​ເພື່ອ​ເຂົາເຈົ້າ​ຈະ​ໄດ້​ອ່ານ+ ແລະ​ໃຫ້​ພວກ​ເຈົ້າ​ອ່ານ​ຈົດໝາຍ​ທີ່​ຂ້ອຍ​ສົ່ງ​ໄປ​ເມືອງ​ລາວດີເກອາ​ນຳ. 17  ອີກ​ເລື່ອງ​ໜຶ່ງ ຂໍ​ບອກ​ອາຂີໂປ​ວ່າ:+ “ໃຫ້​ຕັ້ງໃຈ​ເຮັດ​ວຽກ​ຮັບໃຊ້​ທີ່​ຜູ້​ເປັນ​ນາຍ​ມອບໝາຍ​ໃຫ້​ນັ້ນ​ໃຫ້​ສຳເລັດ.” 18  ຂ້ອຍ​ໂປໂລ​ຂຽນ​ຄຳ​ທັກທາຍ​ສ່ວນ​ນີ້​ດ້ວຍ​ໂຕເອງ.+ ຂໍ​ຢ່າ​ລືມ​ວ່າ​ຂ້ອຍ​ຖືກ​ຂັງ​ຢູ່.+ ຂໍ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່.

ຂໍຄວາມໄຂເງື່ອນ

ຫຼື “ຊື້​ເວລາ​ມາ​ໃຊ້”
ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ