ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຮຽນ 9

ຄອບຄົວ​ຂອງ​ທ່ານ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?

ຄອບຄົວ​ຂອງ​ທ່ານ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?

1. ເປັນ​ຫຍັງ​ການ​ແຕ່ງ​ດອງ​ຈຶ່ງ​ເປັນ​ປັດໄຈ​ສຳຄັນ​ເຊິ່ງ​ພາ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ?

ຂ່າວ​ດີ​ມາ​ຈາກ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຄວາມ​ສຸກ ພະອົງ​ຕ້ອງການ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ. (1 ຕີໂມເຕ 1:11) ພະອົງ​ເປັນ​ຜູ້​ລິເລີ່ມ​ໃຫ້​ມີ​ການ​ແຕ່ງ​ດອງ. ການ​ແຕ່ງ​ດອງ​ທີ່​ຖືກຕ້ອງ​ຕາມ​ກົດ​ໝາຍ​ເປັນ​ສິ່ງ​ທີ່​ກໍ່​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ ເພາະ​ວ່າ​ນັ້ນ​ຈັດ​ໃຫ້​ມີ​ສະພາບ​ແວດ​ລ້ອມ​ທີ່​ປອດໄພ​ເພື່ອ​ຈະ​ລ້ຽງ​ດູ​ລູກ. ຄລິດສະຕຽນ​ຄວນ​ຈະ​ປະຕິບັດ​ຕາມ​ກົດ​ໝາຍ​ທ້ອງຖິ່ນ​ເພື່ອ​ຈົດ​ທະບຽນ​ແຕ່ງ​ດອງ.—ອ່ານ​ລືກາ 2:1, 4, 5

ພະເຈົ້າ​ຄິດ​ແນວ​ໃດ​ຕໍ່​ການ​ແຕ່ງ​ດອງ? ພະອົງ​ຕ້ອງການ​ໃຫ້​ເປັນ​ສິ່ງ​ທີ່​ຜູກ​ພັນ​ຊາຍ​ແລະ​ຍິງ​ຢ່າງ​ຖາວອນ. ພະ​ເຢໂຫວາ​ຕ້ອງການ​ໃຫ້​ຜົວ​ແລະ​ເມຍ​ສັດ​ຊື່​ຕໍ່​ກັນ. (ເຫບເລີ 13:4) ພະອົງ​ກຽດ​ຊັງ​ການ​ຢ່າ​ຮ້າງ. (ມາລາກີ 2:16) ແຕ່​ພະອົງ​ອະນຸຍາດ​ໃຫ້​ຢ່າ​ຮ້າງ​ກັນ​ໄດ້ ຫາກ​ວ່າ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ເຮັດ​ຜິດ​ປະເວນີ.—ອ່ານ​ມັດທາຍ 19:3-6, 9

2. ຜົວ​ແລະ​ເມຍ​ຄວນ​ປະຕິບັດ​ຕໍ່​ກັນ​ແນວ​ໃດ?

ພະ​ເຢໂຫວາ​ສ້າງ​ຊາຍ​ແລະ​ຍິງ​ໃຫ້​ມີ​ບົດບາດ​ທີ່​ຊ່ວຍ​ເສີມ​ກັນ​ແລະ​ກັນ​ໃນ​ຊີວິດ​ແຕ່ງ​ດອງ. (ຕົ້ນເດີມ 2:18) ໃນ​ຖານະ​ທີ່​ເປັນ​ຫົວ​ໜ້າ​ຄອບຄົວ ຜົວ​ຄວນ​ຈະ​ຈັດ​ຫາ​ສິ່ງ​ຝ່າຍ​ວັດຖຸ ແລະ​ສອນ​ເລື່ອງ​ພະເຈົ້າ​ໃຫ້​ແກ່​ຄອບຄົວ. ລາວ​ຄວນ​ພ້ອມ​ຈະ​ເສຍ​ສະລະ​ຕົນ​ເອງ​ເພື່ອ​ເມຍ. ຜົວ​ແລະ​ເມຍ​ຄວນ​ຈະ​ຮັກ​ແລະ​ເຄົາລົບ​ກັນ​ແລະ​ກັນ. ເນື່ອງ​ຈາກ​ວ່າ​ຜົວ​ແລະ​ເມຍ​ເປັນ​ຄົນ​ບໍ່​ສົມບູນ​ແບບ ການ​ຮຽນ​ຮູ້​ທີ່​ຈະ​ໃຫ້​ອະໄພ​ເຊິ່ງ​ກັນ​ແລະ​ກັນ​ກໍ່​ໃຫ້​ເກີດ​ຄວາມ​ສຸກ​ພາຍ​ໃນ​ຄອບຄົວ.—ອ່ານ​ເອເຟດ 4:31, 32; 5:22-25, 33; 1 ເປໂຕ 3:7

3. ເມື່ອ​ຜົວ​ເມຍ​ມີ​ບັນຫາ ຄວນ​ຈະ​ແຍກ​ທາງ​ກັນ​ໂລດ​ບໍ?

ຖ້າ​ເກີດ​ບັນຫາ​ໃນ​ຊີວິດ​ແຕ່ງ​ດອງ ຜົວ​ແລະ​ເມຍ​ຄວນ​ປະຕິບັດ​ຕໍ່​ກັນ​ດ້ວຍ​ຄວາມ​ຮັກ. (1 ໂກລິນໂທ 13:4, 5) ພະ​ຄຳ​ຂອງ​ພະເຈົ້າ​ບໍ່​ໄດ້​ແນະນຳ​ໃຫ້​ແຍກ​ກັນ​ຢູ່​ເພື່ອ​ແກ້ໄຂ​ບັນຫາ​ທີ່​ທຳມະດາ​ໃນ​ຊີວິດ​ຄູ່.—ອ່ານ 1 ໂກລິນໂທ 7:10-13

4. ລູກ​ເອີຍ ພະເຈົ້າ​ຕ້ອງການ​ຫຍັງ​ຈາກ​ພວກ​ເຈົ້າ?

ພະ​ເຢໂຫວາ​ຕ້ອງການ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ສຸກ. ພະອົງ​ໃຫ້​ຄຳ​ແນະນຳ​ທີ່​ດີ​ທີ່​ສຸດ​ເພື່ອ​ພວກ​ເຈົ້າ​ຈະ​ມີ​ຄວາມ​ຍິນດີ​ໃນ​ຊີວິດ​ໄວ​ໝຸ່ມ. ພະອົງ​ຕ້ອງການ​ໃຫ້​ເຈົ້າ​ຮັບ​ປະໂຫຍດ​ຈາກ​ການ​ສອນ​ທີ່​ສຸຂຸມ​ແລະ​ປະສົບການ​ທີ່​ດີ​ຂອງ​ພໍ່​ແມ່. (ໂກໂລດ 3:20) ພະ​ເຢໂຫວາ​ຍັງ​ຕ້ອງການ​ໃຫ້​ເຈົ້າ​ປະສົບ​ຄວາມ​ຍິນດີ​ໃນ​ການ​ຮັບໃຊ້​ຜູ້​ສ້າງ​ແລະ​ພະ​ບຸດ​ຂອງ​ພະອົງ.—ອ່ານ​ຜູ້​ເທດ​ສະ​ໜາ​ປ່າວ​ປະກາດ 11:9–12:1; ມັດທາຍ 19:13-15; 21:15, 16

5. ພໍ່​ແມ່​ເອີຍ ລູກ​ຂອງ​ທ່ານ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?

ທ່ານ​ຕ້ອງ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ສະໜອງ​ອາຫານ ທີ່​ຢູ່​ອາໄສ ແລະ​ເຄື່ອງ​ນຸ່ງ​ຫົ່ມ​ໃຫ້​ພວກ​ລູກ. (1 ຕີໂມເຕ 5:8) ແຕ່​ວ່າ​ເພື່ອ​ໃຫ້​ພວກ​ລູກ​ມີ​ຄວາມ​ສຸກ ທ່ານ​ຈຳເປັນ​ຕ້ອງ​ສອນ​ລູກ​ໃຫ້​ຮັກ​ແລະ​ຮຽນ​ຮູ້​ຈາກ​ພະເຈົ້າ. (ເອເຟດ 6:4) ການ​ທີ່​ທ່ານ​ສະແດງ​ຄວາມ​ຮັກ​ຕໍ່​ພະເຈົ້າ​ກໍ​ເປັນ​ແບບ​ຢ່າງ​ທີ່​ມີ​ແຮງ​ຊັກ​ຈູງ​ຕໍ່​ລູກ. ເມື່ອ​ທ່ານ​ສອນ​ລູກ​ຕາມ​ຫຼັກ​ການ​ໃນ​ພະ​ຄຳພີ ນັ້ນ​ຈະ​ເປັນ​ການ​ຫຼໍ່​ຫຼອມ​ຄວາມ​ຄິດ​ຂອງ​ລູກ​ໃຫ້​ໄປ​ໃນ​ທາງ​ທີ່​ດີ.—ອ່ານ​ພະບັນຍັດ 6:4-7; ສຸພາສິດ 22:6

ລູກ​ຈະ​ໄດ້​ຮັບ​ປະໂຫຍດ ເມື່ອ​ທ່ານ​ໃຫ້​ຄຳ​ຊົມ​ເຊີຍ​ແລະ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ ແລະ​ຍັງ​ຈຳເປັນ​ຕ້ອງ​ໄດ້​ດັດ​ປັບ​ແລະ​ສັ່ງ​ສອນ​ເຂົາ​ເຈົ້າ. ການ​ອົບຮົມ​ແບບ​ນີ້​ຍັງ​ປ້ອງກັນ​ເຂົາ​ເຈົ້າ​ຈາກ​ການ​ປະພຶດ​ທີ່​ຈະ​ທຳລາຍ​ຄວາມ​ສຸກ​ຂອງ​ເຂົາ​ເຈົ້າ. (ສຸພາສິດ 22:15) ແຕ່​ການ​ສັ່ງ​ສອນ​ບໍ່​ຄວນ​ເຮັດ​ແບບ​ຮຸນແຮງ​ແລະ​ໂຫດ​ຮ້າຍ.—ອ່ານ​ໂກໂລດ 3:21

ພະຍານ​ພະ​ເຢໂຫວາ​ມີ​ສັບພະ​ໜັງສື​ຕ່າງໆທີ່​ຈັດ​ພິມ​ຂຶ້ນ​ເພື່ອ​ຊ່ວຍ​ພໍ່​ແມ່​ແລະ​ລູກ. ໜັງສື​ເຫຼົ່າ​ນີ້​ອາໄສ​ຄຳພີ​ໄບເບິນ​ເປັນ​ຫຼັກ.—ອ່ານ​ຄຳເພງ 19:7, 11