ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຮຽນ 5

ພະເຈົ້າ​ມີ​ຈຸດ​ປະສົງ​ແນວ​ໃດ​ຕໍ່​ແຜ່ນດິນ​ໂລກ?

ພະເຈົ້າ​ມີ​ຈຸດ​ປະສົງ​ແນວ​ໃດ​ຕໍ່​ແຜ່ນດິນ​ໂລກ?

1. ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ສ້າງ​ແຜ່ນດິນ​ໂລກ?

ພະ​ເຢໂຫວາ​ປະທານ​ແຜ່ນດິນ​ໂລກ​ໃຫ້​ທັງ​ຊາຍ​ແລະ​ຍິງ. ໂລກ​ນີ້​ຈຶ່ງ​ເປັນ​ບ່ອນ​ອາໄສ​ຂອງ​ເຮົາ. ຢ່າງ​ໃດ​ກໍ​ຕາມ ອາດາມ​ແລະ​ເອວາ​ມະນຸດ​ຄູ່​ທຳອິດ​ບໍ່​ໄດ້​ຖືກ​ສ້າງ​ໃຫ້​ຢູ່​ໃນ​ສະຫວັນ—ພະເຈົ້າ​ໄດ້​ສ້າງ​ທູດ​ສະຫວັນ​ເພື່ອ​ໃຫ້​ຢູ່​ໃນ​ສະຫວັນ​ຢູ່​ແລ້ວ. (ໂຢບ 38:4, 7) ແທ້​ຈິງ ພະເຈົ້າ​ໄດ້​ໃຫ້​ມະນຸດ​ຄູ່​ທຳອິດ​ຢູ່​ໃນ​ສວນ​ເອເດນ​ທີ່​ສວຍ​ງາມ. (ຕົ້ນເດີມ 2:15-17) ພະ​ເຢໂຫວາ​ໃຫ້​ໂອກາດ​ເຂົາ​ເຈົ້າ​ແລະ​ລູກ​ຫຼານ​ທີ່​ຈະ​ເກີດ​ມາ​ພາຍ​ຫຼັງ​ມີ​ຄວາມ​ສຸກ​ຢ່າງ​ບໍ່​ສິ້ນ​ສຸດ​ເທິງ​ໂລກ.—ອ່ານ​ຄຳເພງ 37:29; 115:16

ແຕ່​ກົກ​ແຕ່​ເຄົ້າ ມີ​ແຕ່​ສວນ​ເອເດນ​ເທົ່າ​ນັ້ນ​ທີ່​ເປັນ​ອຸທິຍານ. ມະນຸດ​ຄູ່​ທຳອິດ​ຕ້ອງ​ໃຫ້​ກຳເນີດ​ລູກ​ຫຼານ​ຈົນ​ເຕັມ​ໂລກ. ໃນ​ທີ່​ສຸດ ເຂົາ​ເຈົ້າ​ຈະ​ຕ້ອງ​ເຮັດ​ໃຫ້​ທົ່ວ​ໂລກ​ເປັນ​ອຸດ​ທິ​ຍານ. (ຕົ້ນເດີມ 1:28) ໂລກ​ນີ້​ຈະ​ບໍ່​ຖືກ​ທຳລາຍ​ຈັກ​ເທື່ອ. ໂລກ​ນີ້​ຈະ​ເປັນ​ທີ່​ຢູ່​ອາໄສ​ຂອງ​ມະນຸດ​ຕະຫຼອດ​ໄປ.—ອ່ານ​ຄຳເພງ 104:5

ເບິ່ງ​ວິດີໂອ ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ສ້າງ​ໂລກ?

2. ເປັນ​ຫຍັງ​ຕອນ​ນີ້​ໂລກ​ບໍ່​ໄດ້​ເປັນ​ອຸທິຍານ?

ອາດາມ​ແລະ​ເອວາ​ບໍ່​ເຊື່ອ​ຟັງ​ພະເຈົ້າ ດັ່ງ​ນັ້ນ ພະເຈົ້າ​ຈຶ່ງ​ໄດ້​ໄລ່​ເຂົາ​ເຈົ້າ​ອອກ​ຈາກ​ສວນ. ອຸທິຍານ​ຈຶ່ງ​ສູນ​ເສຍ​ໄປ ບໍ່​ມີ​ມະນຸດ​ຄົນ​ໃດ​ກອບ​ກູ້​ອຸທິຍານ​ຄືນ​ມາ​ໄດ້. ຄຳພີ​ໄບເບິນ​ກ່າວ​ວ່າ “ແຜ່ນດິນ​ໂລກ​ກໍ​ມອບ​ໄວ້​ແລ້ວ​ໃນ​ມື​ຄົນ​ຮ້າຍ.”—ໂຢບ 9:24—ອ່ານ​ຕົ້ນເດີມ 3:23, 24

ພະ​ເຢໂຫວາ​ລົ້ມ​ເລີກ​ຈຸດ​ປະສົງ​ເດີມ​ທີ່​ມີ​ຕໍ່​ມະນຸດ​ຊາດ​ບໍ? ບໍ່! ພະອົງ​ເປັນ​ພະເຈົ້າ​ມີ​ລິດເດດ​ຫຼາຍ​ທີ່​ສຸດ. ພະອົງ​ບໍ່​ເຄີຍ​ຫຼົມ​ແຫຼວ. (ເອຊາອີ 45:18) ພະອົງ​ຈະ​ເຮັດ​ໃຫ້​ມະນຸດ​ຊາດ​ກັບ​ສູ່​ແນວ​ທາງ​ຕາມ​ທີ່​ພະອົງ​ໄດ້​ມຸ່ງ​ໝາຍ​ໄວ້.—ອ່ານ​ຄຳເພງ 37:11, 34

3. ອຸທິຍານ​ຈະ​ໄດ້​ຮັບ​ການ​ຟື້ນຟູ​ຄື​ແນວ​ໃດ?

ໃນ​ລະຫວ່າງ​ທີ່​ພະເຈົ້າ​ມອບ​ອຳນາດ​ໃຫ້​ພະ​ເຍຊູ​ປົກຄອງ ໂລກ​ຈະ​ຖືກ​ຟື້ນຟູ​ໃຫ້​ເປັນ​ອຸທິຍານ. ໃນ​ສົງຄາມ​ອະລະມະເຄໂດນ ພະ​ເຍຊູ​ຈະ​ນຳ​ໜ້າ​ເຫຼົ່າ​ທູດ​ສະຫວັນ​ເພື່ອ​ທຳລາຍ​ຜູ້​ທີ່​ຕໍ່​ຕ້ານ​ພະເຈົ້າ. ຈາກ​ນັ້ນ ພະ​ເຍຊູ​ຈະ​ກັກ​ຂັງ​ຊາຕານ​ໄວ້​ເປັນ​ເວລາ 1.000 ປີ. ຜູ້​ທີ່​ຮັບໃຊ້​ພະເຈົ້າ​ຈະ​ລອດ​ພົ້ນ​ຈາກ​ການ​ທຳລາຍ​ລ້າງ ເພາະ​ພະ​ເຍຊູ​ຈະ​ທຳ​ການ​ປົກ​ປ້ອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ຢ່າງ​ມີ​ຄວາມ​ສຸກ​ໃນ​ອຸທິຍານ​ເທິງ​ໂລກ​ນີ້.—ອ່ານ​ຄຳປາກົດ 20:1-3; 21:3, 4

4. ເມື່ອ​ໃດ​ຄວາມ​ທຸກ​ລຳບາກ​ຈະ​ສິ້ນ​ສຸດ?

ພະເຈົ້າ​ຈະ​ເຮັດ​ໃຫ້​ຄວາມ​ຊົ່ວ​ຮ້າຍ​ໃນ​ໂລກ​ສິ້ນ​ສຸດ​ລົງ​ເມື່ອ​ໃດ? ພະ​ເຍຊູ​ເວົ້າ​ເຖິງ​ໝາຍ “ສຳຄັນ” ທີ່​ຊີ້​ບອກ​ວ່າ​ເມື່ອ​ໃດ​ອະວະສານ​ຈະ​ມາ​ເຖິງ. ສະພາບ ການ​ຂອງ​ໂລກ​ປັດຈຸບັນ​ນີ້​ເປັນ​ໄພ​ຕໍ່​ຄວາມ​ເປັນ​ຢູ່​ຂອງ​ມະນຸດ ນັ້ນ​ຈຶ່ງ​ສະແດງ​ວ່າ​ຕອນ​ນີ້​ເຮົາ​ຢູ່​ໃນ “ທີ່​ສຸດ​ແຫ່ງ​ໂລກ​ນີ້.”—ອ່ານ​ມັດທາຍ 24:3, 7-14, 21, 22

ລະຫວ່າງ 1.000 ປີ​ທີ່​ພະ​ເຍຊູ​ປົກຄອງ​ໂລກ​ນີ້​ຈາກ​ສະຫວັນ ພະອົງ​ຈະ​ໃຫ້​ຄວາມ​ທຸກ​ລຳບາກ​ທັງ​ໝົດ​ຈົບ​ສິ້ນ​ໄປ. (ເອຊາອີ 9:6, 7; 11:9) ໃນ​ຖານະ​ເປັນ​ກະສັດ ພະ​ເຍຊູ​ຈະ​ເຮັດ​ໜ້າ​ທີ່​ເປັນ​ມະຫາ​ປະໂລຫິດ​ໃຫຍ່​ທີ່​ຈະ​ລົບ​ລ້າງ​ຄວາມ​ຜິດ​ບາບ​ຂອງ​ຜູ້​ທີ່​ຮັກ​ພະເຈົ້າ. ດັ່ງ​ນັ້ນ ພະເຈົ້າ​ຈະ​ກຳຈັດ​ຄວາມ​ເຈັບ​ປ່ວຍ ຄວາມ​ເຖົ້າ​ແກ່ ແລະ​ຄວາມ​ຕາຍ ໂດຍ​ທາງ​ພະ​ເຍຊູ​ຄລິດ.—ອ່ານ​ເອຊາອີ 25:8; 33:24

5. ໃຜ​ຈະ​ຢູ່​ອຸທິຍານ​ເຊິ່ງ​ຈະ​ມາ​ໃນ​ພາຍ​ພາກ​ໜ້າ?

ຢູ່​ທີ່​ຫໍ​ປະຊຸມ​ລາຊະອານາຈັກ ທ່ານ​ຈະ​ພົບ​ຄົນ​ທີ່​ຮັກ​ພະເຈົ້າ​ແລະ​ຕ້ອງການ​ຮູ້​ວິທີ​ທີ່​ຈະ​ເຮັດ​ໃຫ້​ພະອົງ​ພໍ​ໃຈ

ຜູ້​ຄົນ​ທີ່​ເຊື່ອ​ຟັງ​ພະເຈົ້າ​ຈະ​ຢູ່​ໃນ​ອຸທິຍານ. (1 ໂຢຮັນ 2:17) ພະ​ເຍຊູ​ໄດ້​ສົ່ງ​ລູກ​ສິດ​ຂອງ​ພະອົງ​ໃຫ້​ໄປ​ຊອກ​ຫາ​ຄົນ​ທີ່​ມີ​ໃຈ​ຖ່ອມ ແລະ​ສອນ​ເຂົາ​ເຈົ້າ​ໃຫ້​ຮູ້​ເຮັດ​ສິ່ງ​ທີ່​ພະເຈົ້າ​ຍອມ​ຮັບ. ໃນ​ປັດຈຸບັນ​ນີ້ ພະ​ເຢໂຫວາ​ກຳລັງ​ຈັດ​ຕຽມ​ຫຼາຍ​ລ້ານ​ຄົນ​ເພື່ອ​ຈະ​ໄດ້​ຢູ່​ອຸທິຍານ​ໃນ​ໂລກ​ນີ້​ເຊິ່ງ​ພວມ​ຈະ​ມາ​ເຖິງ. (ໂຊໂຟນີ 2:3) ທີ່​ຫໍ​ປະຊຸມ​ລາຊະອານາຈັກ​ຂອງ​ພະຍານ​ພະ​ເຢໂຫວາ ຫຼາຍ​ຄົນ​ໄດ້​ຮຽນ​ຮູ້​ທີ່​ຈະ​ເປັນ​ຜົວ​ແລະ​ພໍ່​ທີ່​ດີ​ຂຶ້ນ ເປັນ​ເມຍ​ແລະ​ແມ່​ທີ່​ດີ​ຂຶ້ນ. ພໍ່​ແມ່​ແລະ​ລູກ​ນະມັດສະການ​ນຳ​ກັນ ແລະ​ຮຽນ​ຮູ້​ວິທີ​ທີ່​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຂ່າວ​ດີ.—ອ່ານ​ມີເກ 4:1-4