ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຮຽນ 2

ພະເຈົ້າ​ແມ່ນ​ໃຜ?

ພະເຈົ້າ​ແມ່ນ​ໃຜ?

1. ເປັນ​ຫຍັງ​ເຮົາ​ຈຶ່ງ​ນະມັດສະການ​ພະເຈົ້າ?

ພະເຈົ້າ​ອົງ​ທ່ຽງ​ແທ້​ເປັນ​ຜູ້​ສ້າງ​ສັບພະ​ທຸກ​ສິ່ງ. ພະອົງ​ບໍ່​ມີ​ຕອນ​ເລີ່ມ​ຕົ້ນ​ແລະ​ບໍ່​ມີ​ຕອນ​ສິ້ນ​ສຸດ. (ຄຳເພງ 90:2) ພະອົງ​ເປັນ​ແຫຼ່ງ​ກຳເນີດ​ຂອງ​ຂ່າວ​ດີ​ໃນ​ຄຳພີ​ໄບເບິນ. (1 ຕີໂມເຕ 1:11) ເນື່ອງ​ຈາກ​ພະເຈົ້າ​ເປັນ​ຜູ້​ໃຫ້​ເຮົາ​ມີ​ຊີວິດ ເຮົາ​ຄວນ​ຈະ​ນະມັດສະການ​ພະອົງ​ພຽງ​ຜູ້​ດຽວ.—ອ່ານ​ຄຳປາກົດ 4:11

2. ພະເຈົ້າ​ເປັນ​ບຸກຄົນ​ແບບ​ໃດ?

ບໍ່​ມີ​ມະນຸດ​ຄົນ​ໃດ​ເຄີຍ​ເຫັນ​ພະເຈົ້າ​ເລີຍ ເພາະ​ພະອົງ​ເປັນ​ວິນຍານ. ນັ້ນ​ໝາຍ​ຄວາມ​ວ່າ​ພະອົງ​ມີ​ຮູບ​ແບບ​ຊີວິດ​ທີ່​ສູງ​ກວ່າ​ສິ່ງ​ທີ່​ຖືກ​ສ້າງ​ທີ່​ເປັນ​ເນື້ອ​ໜັງ​ເທິງ​ໂລກ​ນີ້. (ໂຢຮັນ 1:18; 4:24) ຢ່າງ​ໃດ​ກໍ​ຕາມ ເຮົາ​ສາມາດ​ຮູ້ຈັກ​ບຸກຄະລິກພາບ​ຂອງ​ພະອົງ​ຈາກ​ສິ່ງ​ທີ່​ພະອົງ​ສ້າງ. ຕົວຢ່າງ​ເຊັ່ນ ໝາກ​ໄມ້​ແລະ​ດອກ​ໄມ້​ນາໆຊະນິດ​ບອກ​ເຖິງ​ຄວາມ​ຮັກ​ແລະ​ສະຕິ​ປັນຍາ​ຂອງ​ພະເຈົ້າ. ຄວາມ​ກວ້າງ​ໃຫຍ່​ໄພສານ​ຂອງ​ເອກະພົບ​ບອກ​ເຖິງ​ລິດເດດ​ຂອງ​ພະອົງ.—ອ່ານ​ໂລມ 1:20

ໂດຍ​ທາງ​ການ​ອ່ານ​ຄຳພີ​ໄບເບິນ ເຮົາ​ສາມາດ​ຮູ້ຈັກ​ພະເຈົ້າ​ຫຼາຍ​ຂຶ້ນ. ຕົວ​ຢ່າງ​ເຊັ່ນ ຄຳພີ​ໄບເບິນ​ບອກ​ເຮົາ​ເຖິງ​ສິ່ງ​ທີ່​ພະອົງ​ມັກ​ແລະ​ສິ່ງ​ທີ່​ພະອົງ​ບໍ່​ມັກ ບອກ​ເຖິງ​ວິທີ​ທີ່​ພະເຈົ້າ​ປະຕິບັດ​ຕໍ່​ປະຊາຊົນ​ຂອງ​ພະອົງ ບອກ​ເຖິງ​ທ່າທີ​ຂອງ​ພະອົງ​ຕໍ່​ສະພາບການ​ຕ່າງໆ.—ອ່ານ​ຄຳເພງ 103:7-10

3. ພະເຈົ້າ​ມີ​ຊື່​ບໍ?

ພະ​ເຍຊູ​ກ່າວ​ວ່າ: “ພະ​ບິດາ​ຂອງ​ຂ້າພະເຈົ້າ​ທັງ​ຫຼາຍ​ຜູ້​ຢູ່​ໃນ​ສະຫວັນ ຂໍ​ໃຫ້​ນາມ​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ.” (ມັດທາຍ 6:9) ເຖິງ​ແມ່ນ​ວ່າ​ພະເຈົ້າ​ມີ​ຄຳ​ບອກ​ຕຳແໜ່ງ​ຫຼາຍ​ຄຳ ແຕ່​ພະອົງ​ມີ​ພຽງ​ຊື່​ດຽວ. ໃນ​ແຕ່​ລະ​ພາສາ ການ​ອອກ​ສຽງ​ຊື່​ຂອງ​ພະເຈົ້າ​ກໍ​ຕ່າງ​ກັນ. ແຕ່​ໃນ​ພາສາ​ລາວ​ອອກ​ສຽງ​ຊື່​ນັ້ນ​ວ່າ “ເຢໂຫວາ.”—ອ່ານ​ຄຳເພງ 83:18

ໃນ​ຄຳພີ​ໄບເບິນ​ຫຼາຍ​ສະບັບ​ຊື່​ຂອງ​ພະເຈົ້າ​ຖືກ​ປ່ຽນ​ແທນ​ດ້ວຍ​ຄຳ​ບອກ​ຕຳແໜ່ງ​ທີ່​ວ່າ ພະອົງ​ເຈົ້າ​ຫຼື​ພະເຈົ້າ. ແຕ່​ໃນ​ຄຳພີ​ໄບເບິນ​ສະບັບ​ດັ້ງເດີມ ຊື່​ຂອງ​ພະເຈົ້າ​ປາກົດ​ຫຼາຍ​ກວ່າ 7.000 ເທື່ອ. ເມື່ອ​ພະ​ເຍຊູ​ສອນ​ປະຊາຊົນ ພະອົງ​ບອກ​ໃຫ້​ເຂົາ​ເຈົ້າ​ຮູ້ຈັກ​ຊື່​ຂອງ​ພະເຈົ້າ.—ອ່ານ​ໂຢຮັນ 17:26

ເບິ່ງ​ວິດີໂອ ພະເຈົ້າ​ມີ​ຊື່​ບໍ?

4. ພະເຈົ້າ​ຫ່ວງໃຍ​ພວກ​ເຮົາ​ບໍ?

ຊັ່ນ​ດຽວ​ກັບ​ພໍ່​ທີ່​ມີ​ຄວາມ​ຮັກ​ຜູ້​ນີ້ ພະເຈົ້າ​ປະຕິບັດ​ເພື່ອ​ປະໂຫຍດ​ໄລຍະ​ຍາວ​ຂອງ​ເຮົາ

ການ​ທີ່​ມີ​ຄວາມ​ທຸກ​ຢ່າງ​ແພ່​ຫຼາຍ ໝາຍ​ຄວາມ​ວ່າ​ພະເຈົ້າ​ບໍ່​ເປັນ​ຫ່ວງ​ພວກ​ເຮົາ​ບໍ? ບາງ​ຄົນ​ອ້າງ​ວ່າ​ພະເຈົ້າ​ປ່ອຍ​ໃຫ້​ເຮົາ​ທຸກ​ລຳບາກ​ກໍ​ເພື່ອ​ທົດລອງ​ເຮົາ ແຕ່​ວ່າ​ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ.—ອ່ານ​ຢາໂກໂບ 1:13

ພະເຈົ້າ​ໃຫ້​ມະນຸດ​ມີ​ອິດ​ສະຫຼະ​ທີ່​ຈະ​ເລືອກ. ເຮົາ​ຮູ້​ຄຸນຄ່າ​ຕໍ່​ການ​ທີ່​ເຮົາ​ມີ​ເສລີ​ພາບ​ໃນ​ການ​ເລືອກ​ຮັບໃຊ້​ພະເຈົ້າ​ບໍ? (ໂຢຊວຍ 24:15) ແຕ່​ຫຼາຍ​ຄົນ​ເລືອກ​ທີ່​ຈະ​ເຮັດ​ສິ່ງ​ທີ່​ບໍ່​ດີ​ຕໍ່​ຄົນ​ອື່ນ. ດັ່ງ​ນັ້ນ ຄວາມ​ທຸກ​ລຳບາກ​ຈຶ່ງ​ມີ​ຢ່າງ​ແພ່​ຫຼາຍ. ຄວາມ​ບໍ່​ຍຸຕິທຳ​ເຫຼົ່າ​ນັ້ນ​ໄດ້​ເຮັດ​ໃຫ້​ພະ​ເຢໂຫວາ​ເສົ້າ​ໃຈ.—ອ່ານ​ຕົ້ນເດີມ 6:5, 6

ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຫ່ວງໃຍ​ພວກ​ເຮົາ. ພະອົງ​ຕ້ອງການ​ໃຫ້​ເຮົາ​ມີ​ຄວາມ​ສຸກ ອີກ​ບໍ່​ດົນ​ພະອົງ​ຈະ​ເຮັດ​ໃຫ້​ຄວາມ​ທຸກ​ລຳບາກ​ຈົບ​ສິ້ນ​ລົງ ແລະ​ຈະ​ທຳລາຍ​ຜູ້​ທີ່​ກໍ່​ໃຫ້​ເກີດ​ຄວາມ​ທຸກ​ລຳບາກ. ກ່ອນ​ຈະ​ເຖິງ​ວັນ​ນັ້ນ​ພະອົງ​ຍ່ອມ​ມີ​ເຫດຜົນ​ພໍ​ທີ່​ຈະ​ປ່ອຍ​ໃຫ້​ຄວາມ​ທຸກ​ນັ້ນ​ມີ​ຢູ່​ຈັກ​ໄລຍະ​ໜຶ່ງ. ໃນ​ບົດ​ທີ 8 ເຮົາ​ຈະ​ໄດ້​ຮູ້​ເຫດຜົນ​ທີ່​ພະອົງ​ເຮັດ​ເຊັ່ນ​ນັ້ນ.—ອ່ານ 2 ເປໂຕ 2:9; 3:7, 13

5. ເຮົາ​ຈະ​ໃກ້​ຊິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

ພະ​ເຢໂຫວາ​ເຊີນ​ໃຫ້​ເຮົາ​ເຂົ້າ​ໃກ້​ຊິດ​ກັບ​ພະອົງ​ໂດຍ​ການ​ອະທິດຖານ​ເຖິງ​ພະອົງ. ພະອົງ​ສົນ​ໃຈ​ພວກ​ເຮົາ​ເປັນ​ສ່ວນ​ຕົວ. (ຄຳເພງ 65:2; 145:18) ພະອົງ​ເຕັມ​ໃຈ​ໃຫ້​ອະໄພ. ພະອົງ​ສັງເກດ​ເຫັນ​ຄວາມ​ພະຍາຍາມ​ຂອງ​ເຮົາ​ທີ່​ຈະ​ເຮັດ​ໃຫ້​ພະອົງ​ຍິນດີ ເຖິງ​ວ່າ​ບາງ​ເທື່ອ​ພວກ​ເຮົາ​ຈະ​ເຮັດ​ບໍ່​ສຳເລັດ​ກໍ​ຕາມ. ດັ່ງ​ນັ້ນ ທັງໆທີ່​ເຮົາ​ເປັນ​ມະນຸດ​ບໍ່​ສົມບູນ​ແບບ ເຮົາ​ກໍ​ຍັງ​ສາມາດ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະເຈົ້າ​ໄດ້.—ອ່ານ​ຄຳເພງ 103:12-14; ຢາໂກໂບ 4:8

ເນື່ອງ​ຈາກ​ວ່າ​ພະ​ເຢໂຫວາ​ປະທານ​ຊີວິດ​ໃຫ້​ເຮົາ ເຮົາ​ຄວນ​ຈະ​ຮັກ​ພະອົງ​ຫຼາຍ​ກວ່າ​ຄົນ​ອື່ນ. (ມາລະໂກ 12:30) ໃນ​ຂະນະ​ທີ່​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ພະເຈົ້າ​ໂດຍ​ຮຽນ​ຮູ້​ກ່ຽວ​ກັບ​ພະອົງ​ຫຼາຍ​ຂຶ້ນ ແລະ​ເຮັດ​ໃນ​ສິ່ງ​ທີ່​ພະອົງ​ຮຽກ​ຮ້ອງ ເຮົາ​ກໍ​ຈະ​ເຂົ້າ​ໃກ້​ຊິດ​ກັບ​ພະອົງ​ຫຼາຍ​ຂຶ້ນ.—ອ່ານ 1 ຕີໂມເຕ 2:4; 1 ໂຢຮັນ 5:3