ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຮຽນ 7

ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?

ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?

1. ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?

ມີ​ຫຍັງ​ເຮັດ​ໃຫ້​ພະ​ເຍຊູ​ເປັນ​ກະສັດ​ທີ່​ເໝາະ​ສົມ?—ມາລະໂກ 1:40-42

ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ລັດຖະບານ​ທາງ​ພາກ​ສະຫວັນ. ລາຊະອານາຈັກ​ນີ້​ຈະ​ເຂົ້າ​ມາ​ປົກຄອງ​ແທນ​ການ​ປົກຄອງ​ອື່ນໆທັງ​ໝົດ ແລະ​ຈະ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ​ໃນ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ໃຫ້​ສຳເລັດ. ຂ່າວ​ກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ຂ່າວ​ດີ. ອີກ​ບໍ່​ດົນ ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ປົກຄອງ​ໃນ​ແບບ​ທີ່​ເຮັດ​ໃຫ້​ມະນຸດ​ຊາດ​ເພິ່ງ​ພໍ​ໃຈ ແລະ​ຈະ​ເຮັດ​ໃຫ້​ທຸກ​ຄົນ​ໃນ​ໂລກ​ເປັນ​ເອກະພາບ​ກັນ.—ອ່ານ​ດານຽນ 2:44; ມັດທາຍ 6:9, 10; 24:14

ລາຊະອານາຈັກ​ຈະ​ຕ້ອງ​ມີ​ກະສັດ. ພະ​ເຢໂຫວາ​ໄດ້​ແຕ່ງ​ຕັ້ງ​ພະ​ເຍຊູ​ຄລິດ​ລູກ​ຊາຍ​ຂອງ​ພະອົງ​ໃຫ້​ເປັນ​ກະສັດ​ໃນ​ລາຊະອານາຈັກ​ນັ້ນ.—ອ່ານ​ຄຳປາກົດ 11:15

ເບິ່ງ​ວິດີໂອ ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?

2. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເປັນ​ກະສັດ​ທີ່​ເໝາະ​ສົມ​ທີ່​ສຸດ?

ລູກ​ຊາຍ​ຂອງ​ພະເຈົ້າ​ເປັນ​ກະສັດ​ທີ່​ເໝາະ​ສົມ​ທີ່​ສຸດ ເພາະ​ພະອົງ​ເປັນ​ຜູ້​ປົກຄອງ​ທີ່​ກະລຸນາ​ແລະ​ພະອົງ​ຍຶດ​ໝັ້ນ​ໃນ​ສິ່ງ​ທີ່​ຖືກຕ້ອງ. (ມັດທາຍ 11:28-30) ພະອົງ​ຍັງ​ມີ​ອຳນາດ​ເຕັມທີ​ທີ່​ຈະ​ຊ່ວຍ​ປະຊາຊົນ ເພາະ​ພະ​ເຍຊູ​ຈະ​ປົກຄອງ​ໂລກ​ຈາກ​ສະຫວັນ. ຫຼັງ​ຈາກ​ພະອົງ​ຖືກ​ປຸກ​ໃຫ້​ຄືນ​ຈາກ​ຕາຍ ພະອົງ​ຂຶ້ນ​ໄປ​ສະຫວັນ​ແລ້ວ​ນັ່ງ​ຖ້າ​ຢູ່​ເບື້ອງ​ຂວາ​ມື​ຂອງ​ພະ​ເຢໂຫວາ. (ເຫບເລີ 10:12, 13) ໃນ​ທີ່​ສຸດ​ພະເຈົ້າ​ກໍ​ໄດ້​ມອບ​ອຳນາດ​ໃຫ້​ພະອົງ​ເລີ່ມ​ປົກຄອງ.—ອ່ານ​ດານຽນ 7:13, 14

3. ຜູ້​ໃດ​ຈະ​ຮ່ວມ​ປົກຄອງ​ກັບ​ພະ​ເຍຊູ?

ບຸກຄົນ​ກຸ່ມ​ໜຶ່ງ​ທີ່​ເອີ້ນ​ວ່າ “ພວກ​ບໍລິສຸດ” ຈະ​ປົກຄອງ​ຮ່ວມ​ກັບ​ພະ​ເຍຊູ​ໃນ​ສະຫວັນ. (ດານຽນ 7:27) ພວກ​ຜູ້​ບໍລິສຸດ​ກຸ່ມ​ທຳອິດ​ທີ່​ພະ​ເຍຊູ​ເລືອກ​ແມ່ນ​ເຫຼົ່າ​ອັກຄະສາວົກ​ທີ່​ສັດ​ຊື່. ພະ​ເຢໂຫວາ​ຍັງ​ຄັດ​ເລືອກ​ຊາຍ​ຍິງ​ທີ່​ສັດ​ຊື່​ທີ່​ເປັນ​ພວກ​ບໍລິສຸດ​ຈົນ​ເຖິງ​ທຸກ​ມື້​ນີ້. ເຂົາ​ເຈົ້າ​ຖືກ​ປຸກ​ໃຫ້​ເປັນ​ກາຍ​ວິນຍານ​ຄື​ກັບ​ພະ​ເຍຊູ.—ອ່ານ​ໂຢຮັນ 14:1-3; 1 ໂກລິນໂທ 15:42-44

ຜູ້​ທີ່​ຈະ​ໄປ​ສະຫວັນ​ມີ​ຈຳນວນ​ເທົ່າ​ໃດ? ມີ​ຈຳນວນ 144.000 ຄົນ. ພະ​ເຍຊູ​ເອີ້ນ​ເຂົາ​ເຈົ້າ​ວ່າ “ຝູງ​ນ້ອຍ.” (ລືກາ 12:32) ເຂົາ​ເຈົ້າ​ຈະ​ປົກຄອງ​ໂລກ​ນີ້​ຮ່ວມ​ກັບ​ພະ​ເຍຊູ.—ອ່ານ​ຄຳປາກົດ 14:1

4. ເມື່ອ​ພະ​ເຍຊູ​ເລີ່ມ​ປົກຄອງ​ແລ້ວ​ເກີດ​ຫຍັງ​ຂຶ້ນ?

ລາຊະອານາຈັກ​ຂອງ​ພະເຈົ້າ​ເລີ່ມ​ປົກຄອງ​ໃນ​ປີ 1914. * ສິ່ງ​ທຳອິດ​ທີ່​ກະສັດ​ເຍຊູ​ເຮັດ​ແມ່ນ​ຂັບ​ໄລ່​ຊາຕານ​ແລະ​ພວກ​ຜີ​ປີສາດ​ຂອງ​ມັນ​ໃຫ້​ລົງ​ມາ​ໂລກ​ນີ້. ຊາຕານ​ຈຶ່ງ​ຄຽດ​ຮ້າຍ​ຫຼາຍ​ແລະ​ກໍ່​ບັນຫາ​ຂຶ້ນ​ທົ່ວ​ໂລກ. (ຄຳປາກົດ 12:7-10, 12) ຕັ້ງ​ແຕ່​ນັ້ນ ມະນຸດ​ກໍ​ປະສົບ​ໄພ​ວິບັດ​ເພີ່ມ​ຂຶ້ນ​ເລື້ອຍໆ. ສົງຄາມ ການ​ຂາດແຄນ​ອາຫານ ໂລກ​ລະ​ບາດ ແລະ​ແຜ່ນດິນ​ໄຫວ​ໃຫຍ່ ທັງ​ໝົດ​ນີ້​ເປັນ​ສ່ວນ​ໜຶ່ງ​ຂອງ​ໝາຍ “ສຳຄັນ” ທີ່​ບົ່ງ​ບອກ​ວ່າ​ອີກ​ບໍ່​ດົນ​ລາຊະອານາຈັກ​ຈະ​ຄວບຄຸມ​ຈັດການ​ເລື່ອງ​ຕ່າງໆໃນ​ໂລກ​ນີ້​ຢ່າງ​ເຕັມທີ.—ອ່ານ​ລືກາ 21:7, 10, 11, 31

5. ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເຮັດ​ຫຍັງ​ໃຫ້​ສຳເລັດ?

ໂດຍ​ການ​ປະກາດ​ໄປ​ທົ່ວ​ໂລກ ລາຊະອານາຈັກ​ຂອງ​ພະເຈົ້າ​ກຳລັງ​ທ້ອນ​ໂຮມ​ຄົນ​ຈາກ​ທຸກ​ຊາດ​ໃຫ້​ເປັນ​ກຸ່ມ​ໃຫຍ່​ທີ່​ມີ​ເອກະພາບ. ຫຼາຍ​ລ້ານ​ຄົນ​ທີ່​ຖ່ອມ​ໃຈ​ໄດ້​ມາ​ຢູ່​ໃຕ້​ການ​ປົກຄອງ​ຂອງ​ພະ​ເຍຊູ. ລາຊະອານາຈັກ​ຈະ​ປົກ​ປ້ອງ​ເຂົາ​ເຈົ້າ​ຕອນ​ທີ່​ລະບົບ​ຊົ່ວ​ຂອງ​ໂລກ​ນີ້​ຖືກ​ທຳລາຍ. ດັ່ງ​ນັ້ນ ຜູ້​ທີ່​ຢາກ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ປົກຄອງ​ຂອງ​ພະເຈົ້າ​ຄວນ​ຈະ​ຮຽນ​ຮູ້​ທີ່​ຈະ​ເຊື່ອ​ຟັງ​ພະ​ເຍຊູ.—ອ່ານ​ຄຳປາກົດ 7:9, 14, 16, 17

ໃນ​ລະຫວ່າງ 1.000 ປີ ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ຈຸດ​ປະສົງ​ດັ້ງເດີມ​ຂອງ​ພະອົງ​ສຳລັບ​ມະນຸດ​ຊາດ​ສຳເລັດ. ທົ່ວ​ໂລກ​ຈະ​ເປັນ​ອຸທິຍານ. ໃນ​ທີ່​ສຸດ ພະ​ເຍຊູ​ຈະ​ມອບ​ລາຊະອານາຈັກ​ນີ້​ຄືນ​ໃຫ້​ພະ​ບິດາ. (1 ໂກລິນໂທ 15:24-26) ທ່ານ​ຢາກ​ບອກ​ຄົນ​ທີ່​ທ່ານ​ຮູ້ຈັກ​ໃຫ້​ຮູ້​ເລື່ອງ​ລາຊະອານາຈັກ​ບໍ?—ອ່ານ​ຄຳເພງ 37:10, 11, 29

 

^ ຂໍ້ 6 ສຳລັບ​ລາຍ​ລະອຽດ​ທີ່​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ບອກ​ໄວ້​ລ່ວງ​ໜ້າ​ເຖິງ​ປີ 1914 ແນວ​ໃດ ເຊີນ​ອ່ານ​ໜ້າ​ທີ 215-218 ຂອງ​ປຶ້ມ ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ?