ຂ້າມໄປທີ່ເນື້ອໃນ

ພະຍານ​ພະ​ເຢໂຫວາ​ເຮັດ​ໃຫ້​ຄອບຄົວ​ແຕກ​ແຍກ​ຫຼື​ເຮັດ​ໃຫ້​ໝັ້ນ​ຄົງ​ຫຼາຍ​ຂຶ້ນ?

ພະຍານ​ພະ​ເຢໂຫວາ​ເຮັດ​ໃຫ້​ຄອບຄົວ​ແຕກ​ແຍກ​ຫຼື​ເຮັດ​ໃຫ້​ໝັ້ນ​ຄົງ​ຫຼາຍ​ຂຶ້ນ?

 ພະຍານ​ພະ​ເຢໂຫວາ​ພະຍາຍາມ​ເຮັດ​ໃຫ້​ຄອບຄົວ​ໝັ້ນ​ຄົງ​ແລະ​ຮັກ​ກັນ​ຫຼາຍ​ຂຶ້ນ ແລະ​ເຮົາ​ຊ່ວຍ​ຄອບຄົວ​ຂອງ​ເພື່ອນ​ບ້ານ​ໃຫ້​ເຮັດ​ແບບ​ນັ້ນ​ນຳ. ເຮົາ​ນັບຖື​ພະເຈົ້າ​ທີ່​ເປັນ​ຜູ້​ສ້າງ​ສະຖາບັນ​ຄອບຄົວ. (ຕົ້ນເດີມ 2:21-24; ເອເຟໂຊ 3:14, 15) ໃນ​ຄຳ​ພີ​ໄບເບິນ ພະເຈົ້າ​ສອນ​ຫຼັກ​ການ​ທີ່​ຊ່ວຍ​ໃຫ້​ຜູ້​ຄົນ​ທົ່ວ​ໂລກ​ມີ​ຊີວິດ​ຄູ່​ທີ່​ມີ​ຄວາມສຸກ​ແລະ​ໝັ້ນ​ຄົງ.

ພະຍານ​ພະ​ເຢໂຫວາ​ຊ່ວຍ​ສົ່ງເສີມ​ຄອບຄົວ​ໃຫ້​ເຂັ້ມແຂງ​ຂຶ້ນ​ແນວ​ໃດ?

 ເຮົາ​ພະຍາຍາມ​ເຮັດ​ຕາມ​ຄຳ​ແນະນຳ​ຈາກ​ຄຳ​ພີ​ໄບເບິນ​ຢ່າງ​ເຕັມທີ ນີ້​ຊ່ວຍ​ໃຫ້​ເຮົາ​ເປັນ​ຜົວ ເມຍ ແລະ​ລູກ​ທີ່​ດີ​ຂຶ້ນ. (ສຸພາສິດ 31:10-31; ເອເຟໂຊ 5:22-6:4; 1 ຕີໂມທຽວ 5:8) ຄຳ​ແນະນຳ​ທີ່​ສະຫຼາດ​ໃນ​ຄຳ​ພີ​ໄບເບິນ​ຊ່ວຍ​ຄອບຄົວ​ທີ່​ມີ​ຄວາມ​ເຊື່ອ​ທາງ​ສາສະໜາ​ຕ່າງ​ກັນ​ໃຫ້​ມີ​ຄວາມສຸກ​ໄດ້​ນຳ. (1 ເປໂຕ 3:1, 2) ລອງ​ອ່ານ​ຄວາມ​ຮູ້ສຶກ​ຂອງ​ຄົນ​ເຫຼົ່າ​ນີ້​ທີ່​ບໍ່​ໄດ້​ເປັນ​ພະຍານ​ແຕ່​ມີ​ຄູ່​ແຕ່ງ​ດອງ​ທີ່​ປ່ຽນ​ມາ​ເປັນ​ພະຍານ​ພະ​ເຢໂຫວາ.

  •   “ຫົກ​ປີ​ທຳ​ອິດ​ທີ່​ເຮົາ​ແຕ່ງ​ດອງ​ກັນ​ມີ​ແຕ່​ເລື່ອງ​ຕຶງ​ຄຽດ​ແລະ​ເຮົາ​ກໍ​ຜິດ​ກັນ​ຕະຫຼອດ. ຫຼັງ​ຈາກ​ອິເວຕິ​ເປັນ​ພະຍານ​ພະ​ເຢໂຫວາ ລາວ​ໜ້າ​ຮັກ​ແລະ​ອົດ​ທົນ​ຫຼາຍ​ຂຶ້ນ. ການ​ປ່ຽນ​ແປງ​ຂອງ​ລາວ​ຊ່ວຍ​ຮັກສາ​ຊີວິດ​ຄູ່​ຂອງ​ພວກ​ເຮົາ​ໄວ້.”—ຄຼາວເອີ ຈາກ​ປະເທດ​ເບຣຊິນ

  •   “ຕອນ​ທີ່​ຊັນ​ຊາ ຜົວ​ຂອງ​ຂ້ອຍ​ເລີ່ມ​ຮຽນ​ຄຳ​ພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ ຂ້ອຍ​ບໍ່​ເຫັນ​ດີ​ນຳ​ແທ້ໆ ຍ້ອນ​ຄິດ​ວ່າ​ມັນ​ຈະ​ເຮັດ​ໃຫ້​ຄອບຄົວ​ເຮົາ​ແຕກ​ແຍກ. ແຕ່​ຫຼັງ​ຈາກ​ນັ້ນ​ຂ້ອຍ​ກໍ​ໄດ້​ເຫັນ​ວ່າ ແທ້ໆແລ້ວ​ຄຳ​ພີ​ໄບເບິນ​ເປັນ​ປະໂຫຍດ​ຕໍ່​ຊີວິດ​ຄູ່​ຂອງ​ເຮົາ.”—ແອກເນດສ໌ ຈາກ​ປະເທດ​ຊຳ​ບີ

 ເມື່ອ​ເຮັດ​ວຽກ​ປະກາດ ເຮົາ​ສະແດງ​ໃຫ້​ເພື່ອນ​ບ້ານ​ເຫັນ​ວ່າ​ການ​ໃຊ້​ຄຳ​ແນະນຳ​ທີ່​ສະຫຼາດ​ສຸຂຸມ​ໃນ​ຄຳ​ພີ​ໄບເບິນ​ສາມາດ​ຊ່ວຍ​ເຂົາເຈົ້າ​ໃຫ້

ການ​ປ່ຽນ​ສາສະໜາ​ເຮັດ​ໃຫ້​ຄອບຄົວ​ແຕກ​ແຍກ​ບໍ?

 ທີ່​ຈິງ ບາງເທື່ອ​ການ​ປ່ຽນ​ສາສະໜາ​ກໍ​ເຮັດ​ໃຫ້​ຄອບຄົວ​ແຕກ​ແຍກ. ຕົວຢ່າງ​ເຊັ່ນ ລາຍງານ​ປີ 1998 ຂອງ​ບໍລິສັດ​ຄົ້ນ​ຄວ້າ​ແຫ່ງ​ໜຶ່ງ (Sofres) ພົບ​ວ່າ 1 ໃນ 20 ຂອງ​ຄູ່​ແຕ່ງ​ດອງ​ເຈິ​ບັນຫາ​ຢ່າງ​ໜັກ​ຕອນ​ທີ່​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ປ່ຽນ​ມາ​ເປັນ​ພະຍານ.

 ພະ​ເຢຊູ​ບອກ​ໄວ້​ລ່ວງ​ໜ້າ​ວ່າ ບາງເທື່ອ​ຄົນ​ທີ່​ເຮັດ​ຕາມ​ຄຳ​ສອນ​ຂອງ​ເພິ່ນ​ກໍ​ຕ້ອງ​ທົນ​ທຸກ​ກັບ​ບັນຫາ​ໃນ​ຄອບຄົວ. (ມັດທາຍ 10:32-36) ນັກ​ປະຫວັດສາດ​ຊື່​ວິວ ດູແຣນ​ຕັ້ງ​ຂໍ້​ສັງເກດ​ວ່າ ພາຍ​ໃຕ້​ການ​ປົກຄອງ​ຂອງ​ຈັກກະພັດ​ໂຣມ “ສາສະໜາ​ຄລິດ​ຖືກ​ຕັ້ງ​ຂໍ້​ກ່າວ​ຫາ​ວ່າ​ເຮັດ​ໃຫ້​ຄອບຄົວ​ແຕກ​ແຍກ” * ແລະ​ພະຍານ​ພະ​ເຢໂຫວາ​ບາງ​ຄົນ​ໃນ​ທຸກ​ມື້​ນີ້​ກໍ​ເຈິ​ຂໍ້​ກ່າວ​ຫາ​ແບບ​ດຽວ​ກັນ. ແຕ່​ນີ້​ໝາຍ​ຄວາມ​ວ່າ​ພະຍານ​ພະ​ເຢໂຫວາ​ເປັນ​ຄົນ​ສ້າງ​ຄວາມ​ແຕກ​ແຍກ​ໃນ​ຄອບຄົວ​ບໍ?

ສານ​ສິດທິ​ມະນຸດ​ແຫ່ງ​ເອີຣົບ

 ເມື່ອ​ຕັດສິນ​ຄະດີ​ທີ່​ມີ​ການ​ກ່າວ​ຫາ​ພະຍານ​ພະ​ເຢໂຫວາ​ວ່າ​ເປັນ​ຄົນ​ທີ່​ເຮັດ​ໃຫ້​ຄອບຄົວ​ແຕກ​ແຍກ ສານ​ສິດທິ​ມະນຸດ​ແຫ່ງ​ເອີຣົບ​ບອກ​ວ່າ​ສະມາຊິກ​ຄອບຄົວ​ທີ່​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ​ມັກ​ຈະ​ກໍ່​ໃຫ້​ເກີດ​ຄວາມ​ຂັດ​ແຍ່ງ​ເລື້ອຍໆໂດຍ​ປະຕິເສດ​ທີ່​ຈະ “ຍອມ​ຮັບ​ແລະ​ນັບຖື​ເສລີ​ພາບ​ຂອງ​ຍາດ​ພີ່ນ້ອງ​ໂຕ​ເອງ​ທີ່​ຈະ​ບອກ​ຄົນ​ອື່ນ​ວ່າ​ລາວ​ນັບຖື​ສາສະໜາ​ຫຍັງ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ສາສະໜາ​ນັ້ນ​ສອນ.” ສານ​ບອກ​ຕໍ່​ໄປ​ວ່າ “ສະຖານະການ​ແບບ​ນີ້​ຖື​ເປັນ​ເລື່ອງ​ທຳມະດາ​ໃນ​ຄອບຄົວ​ທີ່​ຄູ່​ແຕ່ງ​ດອງ​ມີ​ຄວາມ​ເຊື່ອ​ຕ່າງ​ກັນ ພະຍານ​ພະ​ເຢໂຫວາ​ກໍ​ເຈິ​ບັນຫາ​ຄື​ກັນ​ກັບ​ຄົນ​ອື່ນ.” * ແມ່ນ​ແຕ່​ເມື່ອ​ບາງ​ຄົນ​ບໍ່​ຍອມ​ຮັບ​ເຂົາເຈົ້າ​ຍ້ອນ​ສາສະໜາ ພະຍານ​ພະ​ເຢໂຫວາ​ກໍ​ຍັງ​ພະຍາຍາມ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳ​ພີ​ໄບເບິນ​ທີ່​ວ່າ: “ຢ່າ​ເຮັດ​ຊົ່ວ​ຕອບ​ແທນ​ຄວາມ​ຊົ່ວ​ຕໍ່​ຜູ້​ໃດ . . . ໃຫ້​ພວກ​ເຈົ້າ​ພະຍາຍາມ​ເຕັມທີ​ທີ່​ຈະ​ຢູ່​ຢ່າງ​ສະຫງົບ​ສຸກ​ກັບ​ທຸກ​ຄົນ.”—ໂຣມ 12:17, 18

ເປັນ​ຫຍັງ​ພະຍານ​ພະ​ເຢໂຫວາ​ເຊື່ອ​ວ່າ​ເຂົາເຈົ້າ​ຄວນ​ແຕ່ງ​ດອງ​ກັບ​ຄົນ​ທີ່​ນັບຖື​ສາສະໜາ​ດຽວ​ກັນ​ເທົ່າ​ນັ້ນ?

 ພະຍານ​ພະ​ເຢໂຫວາ​ເອົາໃຈໃສ່​ຄຳ​ສັ່ງ​ໃນ​ຄຳ​ພີ​ໄບເບິນ​ທີ່​ໃຫ້​ແຕ່ງ​ດອງ​ກັບ​ຜູ້​ທີ່ “ເຊື່ອ​ໃນ​ຜູ້​ເປັນ​ນາຍ” ເຊິ່ງ​ໝາຍ​ເຖິງ​ໃຫ້​ແຕ່ງ​ດອງ​ກັບ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ຄື​ກັນ. (1 ໂກຣິນໂທ 7:39) ຄຳ​ສັ່ງ​ນີ້​ເປັນ​ໄປ​ຕາມ​ຫຼັກ​ການ​ຂອງ​ຄຳ​ພີ​ໄບເບິນ​ແລະ​ໃຊ້​ໄດ້​ແທ້​ນຳ. ຕົວຢ່າງ​ເຊັ່ນ ບົດ​ຄວາມ​ໃນ​ປີ 2010 ຂອງ​ວາລະສານ​ເພື່ອ​ຊີວິດ​ແຕ່ງ​ດອງ​ແລະ​ຄອບຄົວ (ພາສາ​ອັງກິດ) ບອກ​ວ່າ “ຄູ່​ແຕ່ງ​ດອງ​ທີ່​ນັບຖື​ສາສະໜາ​ດຽວ​ກັນ ມີ​ຄວາມ​ເຊື່ອ ແລະ​ເຮັດ​ຕາມ​ຄຳ​ສອນ​ຂອງ​ສາສະໜາ​ດຽວ​ກັນ” ມັກ​ຈະ​ມີ​ສາຍ​ສຳພັນ​ທີ່​ດີ​ຕໍ່​ກັນ​ຫຼາຍ​ກວ່າ. *

 ແຕ່​ພະຍານ​ບໍ່​ສະໜັບສະໜູນ​ໝູ່​ຮ່ວມ​ຄວາມ​ເຊື່ອ​ຂອງ​ເຂົາເຈົ້າ​ໃຫ້​ປະ​ກັບ​ຄູ່​ແຕ່ງ​ດອງ​ທີ່​ບໍ່​ໄດ້​ເປັນ​ພະຍານ. ຄຳ​ພີ​ໄບເບິນ​ບອກ​ວ່າ: “ຂ້ອຍ​ຂໍ​ບອກ​ວ່າ ຖ້າ​ພີ່ນ້ອງ​ຄົນ​ໃດ​ມີ​ເມຍ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ແລະ​ເມຍ​ພໍ​ໃຈ​ຈະ​ຢູ່​ກັບ​ຜົວ ກໍ​ຢ່າ​ໃຫ້​ຜົວ​ຖິ້ມ​ເມຍ ແລະ​ຖ້າ​ຜູ້​ຍິງ​ຄົນ​ໃດ​ມີ​ຜົວ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ແລະ​ຜົວ​ພໍ​ໃຈ​ຈະ​ຢູ່​ກັບ​ເມຍ ກໍ​ຢ່າ​ໃຫ້​ເມຍ​ຖິ້ມ​ຜົວ.” (1 ໂກຣິນໂທ 7:12, 13) ພະຍານ​ພະ​ເຢໂຫວາ​ເຮັດ​ຕາມ​ຄຳ​ສັ່ງ​ຂໍ້​ນີ້.

^ ເບິ່ງ​ປຶ້ມ​ເຊຊາ​ແລະ​ພະຄລິດ (ພາສາ​ອັງກິດ) ໜ້າ 647.

^ ເບິ່ງ​ເອກະສານ​ຄະດີ​ຄວາມ​ທີ່​ຊື່​ເຢໂຫວາສ໌​ວິດເນດສິດສ໌​ອອບຟ໌​ມອດສ໌ກາວ​ແອນ​ອາເດີສ໌​ເວີຊັດສ໌​ຣັດເຊຍ (Jehovah’s Witnesses of Moscow and Others v. Russia) ໜ້າ 26-27 ຫຍໍ້​ໜ້າ 111.

^ ເບິ່ງ​ວາລະສານ​ເພື່ອ​ຊີວິດ​ແຕ່ງ​ດອງ​ແລະ​ຄອບຄົວ (ພາສາ​ອັງກິດ) ປີ​ທີ 72 ເຫຼັ້ມ 4 (ສິງຫາ 2010) ໜ້າ 963.