ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີສິບສອງ

ການດຳເນີນຊີວິດໃນແນວທາງທີ່ເຮັດໃຫ້ພະເຈົ້າພໍໃຈ

ການດຳເນີນຊີວິດໃນແນວທາງທີ່ເຮັດໃຫ້ພະເຈົ້າພໍໃຈ
  • ເຮົາຈະເປັນມິດສະຫາຍຂອງພະເຈົ້າໄດ້ແນວໃດ?

  • ການຕັ້ງຂໍ້ສົງໄສຂອງຊາຕານກ່ຽວຂ້ອງກັບເຮົາແນວໃດ?

  • ການປະພຶດແບບໃດທີ່ພະເຢໂຫວາບໍ່ພໍໃຈ?

  • ເຮົາຈະດຳເນີນຊີວິດໃນແນວທາງ ທີ່ເຮັດໃຫ້ພະເຈົ້າພໍໃຈໄດ້ໂດຍວິທີໃດ?

1, 2. ຈົ່ງຍົກຕົວຢ່າງຂອງບາງຄົນທີ່ພະເຢໂຫວາຖືວ່າເປັນມິດສະຫາຍຂອງພະອົງ

ເຮົາຈະເລືອກຄົນແບບໃດເປັນມິດສະຫາຍ? ເປັນໄປໄດ້ຫຼາຍທີ່ເຮົາຢາກຈະເລືອກຄົບຫາກັບຜູ້ທີ່ມີທັດສະນະ ມີຄວາມສົນໃຈ ແລະມີຄ່ານິຍົມທີ່ຄ້າຍຄືກັນກັບເຮົາ. ແລະເຮົາຄົງຈະມັກຄົບຫາກັບຄົນທີ່ມີຄຸນລັກສະນະທີ່ດີງາມເຊັ່ນ ຄວາມສັດຊື່ແລະຄວາມກະລຸນາ.

2 ຕະຫຼອດປະຫວັດສາດ ພະເຈົ້າໄດ້ເລືອກມະນຸດບາງຄົນໃຫ້ເປັນມິດສະຫາຍຂອງພະອົງ. ຕົວຢ່າງ ພະເຢໂຫວາເອີ້ນອັບລາຫາມວ່າມິດສະຫາຍ. (ເອຊາອີ 41:8; ຢາໂກໂບ 2:23) ພະເຈົ້າກ່າວເຖິງດາວິດວ່າເປັນ “ຄົນທີ່ເຮັດຖືກໃຈເຮົາ” ເພາະວ່າລາວເປັນຄົນແບບທີ່ພະເຢໂຫວາຮັກ. (ກິດຈະການ 13:22, ທ.ປ.) ແລະພະເຢໂຫວາຖືວ່າຜູ້ພະຍາກອນດານຽນເປັນ “ທີ່ແພງຮັກຫຼາຍ.”—ດານຽນ 9:23.

3. ເປັນຫຍັງພະເຢໂຫວາເລືອກມະນຸດບາງຄົນໃຫ້ເປັນມິດສະຫາຍ?

3 ເປັນຫຍັງພະເຢໂຫວາຈຶ່ງຖືວ່າອັບລາຫາມ ດາວິດ ແລະດານຽນເປັນມິດສະຫາຍ? ພະອົງບອກອັບລາຫາມວ່າ “ເຈົ້າໄດ້ເຊື່ອຟັງຄວາມເຮົາ.” (ຕົ້ນເດີມ 22:18) ດັ່ງນັ້ນ ພະເຢໂຫວາເຂົ້າໃກ້ຊິດຜູ້ທີ່ຖ່ອມໃຈເຮັດໃນສິ່ງທີ່ພະອົງຮຽກຮ້ອງໃຫ້ເຂົາເຈົ້າເຮັດ. ພະອົງບອກຊາວອິດສະລາແອນວ່າ “ຈົ່ງຟັງຄວາມຂອງເຮົາແລະເຮົາຈະເປັນພະເຈົ້າຂອງພວກທ່ານແລະທ່ານທັງຫຼາຍຈະເປັນພວກຂອງເຮົາ.” (ເຢເຣມີ 7:23) ຖ້າເຊື່ອຟັງພະເຢໂຫວາ ເຈົ້າກໍສາມາດເປັນມິດສະຫາຍຂອງພະອົງໄດ້!

ພະເຢໂຫວາເສີມກຳລັງມິດສະຫາຍຂອງພະອົງ

4, 5. ພະເຢໂຫວາຈະໃຫ້ກຳລັງຜູ້ຮັບໃຊ້ຂອງພະອົງໂດຍວິທີໃດ?

4 ຂໍໃຫ້ຄິດເຖິງຜົນດີຂອງການເປັນມິດສະຫາຍຂອງພະເຈົ້າ. ຄຳພີໄບເບິນເວົ້າວ່າພະເຢໂຫວາຊອກຫາໂອກາດ “ເພື່ອພະອົງຈະປາກົດມີແຮງຊ່ວຍ [“ໃຫ້ກຳລັງ,” ທ.ປ.] ຄົນທັງຫຼາຍທີ່ມີໃຈສັດຊື່ຝ່າຍພະອົງ.” (2 ຂ່າວຄາວ 16:9) ພະເຢໂຫວາຈະໃຫ້ກຳລັງເຮົາແນວໃດ? ໃນຄຳເພງ 32:8 ມີການຍົກໃຫ້ເຫັນວິທີໜຶ່ງເຊິ່ງເຮົາອ່ານວ່າ “ເຮົາ [ພະເຢໂຫວາ] ຈະສອນເຈົ້າ ເຮົາຈະບອກທາງທີ່ເຈົ້າຕ້ອງທຽວໄປ. ເຮົາຈະເຕືອນສະຕິເຈົ້າດ້ວຍຕາຂອງເຮົາແຍງເບິ່ງເຈົ້າ.”

5 ເປັນຕາໜ້າຊາບຊຶ້ງໃຈທີ່ພະເຢໂຫວາສະແດງຄວາມຫ່ວງໃຍອອກມາ! ພະອົງຈະໃຫ້ການຊີ້ນຳທີ່ຈຳເປັນແລະຈະເຝົ້າເບິ່ງໃນຂະນະທີ່ເຈົ້າເອົາຄຳແນະນຳນັ້ນໄປໃຊ້. ພະເຈົ້າຕ້ອງການ ຊ່ວຍເຈົ້າໃຫ້ອົດທົນຄວາມຍາກລຳບາກແລະການທົດລອງໄດ້ຢ່າງປະສົບຜົນສຳເລັດ. (ຄຳເພງ 55:22) ດັ່ງນັ້ນ ຖ້າເຈົ້າຮັບໃຊ້ພະເຢໂຫວາດ້ວຍສິ້ນສຸດຫົວໃຈ ເຈົ້າສາມາດໝັ້ນໃຈຄືກັບຜູ້ຂຽນຄຳເພງເຊິ່ງເວົ້າວ່າ “ຂ້ານ້ອຍໄດ້ຕັ້ງໃຈໃຫ້ມີພະເຢໂຫວາຢູ່ພາຍໜ້າຂ້ານ້ອຍເລື້ອຍບໍ່ຂາດ. ຂ້ານ້ອຍຈະບໍ່ຫວັ່ນໄຫວຍ້ອນພະອົງສະຖິດຢູ່ຂ້າງຂວາຂ້ານ້ອຍ.” (ຄຳເພງ 16:8; 63:8) ແມ່ນແລ້ວ ພະເຢໂຫວາສາມາດຊ່ວຍເຈົ້າໃຫ້ດຳເນີນຊີວິດໃນແນວທາງທີ່ພະອົງພໍໃຈ. ແຕ່ຕາມທີ່ເຈົ້າຮູ້ຈັກ ມີສັດຕູຂອງພະເຈົ້າທີ່ຢາກຂັດຂວາງບໍ່ໃຫ້ເຈົ້າເຮັດສິ່ງນີ້.

ການຕັ້ງຂໍ້ສົງໄສຂອງຊາຕານ

6. ຊາຕານໄດ້ກ່າວຫາມະນຸດໃນຂໍ້ໃດ?

6 ບົດທີ 11 ໃນປຶ້ມນີ້ອະທິບາຍວິທີທີ່ຊາຕານພະຍາມານໄດ້ຕັ້ງຂໍ້ສົງໄສກ່ຽວກັບສິດທິສູງສຸດໃນການປົກຄອງຂອງພະເຈົ້າ. ຊາຕານກ່າວຫາພະເຈົ້າວ່າເປັນຜູ້ຕົວະແລະເວົ້າທາງອ້ອມວ່າພະເຢໂຫວາບໍ່ຍຸຕິທຳທີ່ບໍ່ຍອມໃຫ້ອາດາມແລະເອວາຕັດສິນໃຈເອງວ່າອັນໃດຖືກອັນໃດຜິດ. ພາຍຫຼັງທີ່ອາດາມແລະເອວາໄດ້ເຮັດບາບແລະເມື່ອແຜ່ນດິນໂລກເຕັມໄປດ້ວຍລູກຫຼານຂອງເຂົາເຈົ້າ ຊາຕານໄດ້ຕັ້ງຂໍ້ສົງໄສເລື່ອງເຈຕະນາຂອງມະນຸດທຸກຄົນ. ຊາຕານໄດ້ກ່າວຫາວ່າ “ມະນຸດບໍ່ໄດ້ຮັບໃຊ້ພະເຈົ້າຍ້ອນຄວາມຮັກ. ຂໍໃຫ້ມີໂອກາດແລະຂ້ອຍຈະເຮັດໃຫ້ຜູ້ໃດກໍໄດ້ ຫັນມາຕໍ່ຕ້ານພະເຈົ້າ.” ເລື່ອງຂອງຊາຍຄົນໜຶ່ງທີ່ຊື່ໂຢບໄດ້ສະແດງວ່າຊາຕານໝັ້ນໃຈແນວນັ້ນ. ໂຢບແມ່ນໃຜແລະລາວເຂົ້າໄປກ່ຽວຂ້ອງກັບການຕັ້ງຂໍ້ສົງໄສຂອງຊາຕານແນວໃດ?

7, 8. (ກ) ອັນໃດທີ່ເຮັດໃຫ້ໂຢບໂດດເດັ່ນໃນທ່າມກາງມະນຸດໃນສະໄໝນັ້ນ? (ຂ) ຊາຕານສະແດງຄວາມສົງໄສກ່ຽວກັບເຈຕະນາຂອງໂຢບແນວໃດ?

7 ໂຢບຢູ່ເມື່ອ 3.600 ປີມາແລ້ວ. ລາວເປັນຄົນດີເພາະພະເຢໂຫວາເຄີຍກ່າວວ່າ “ເທິງແຜ່ນດິນໂລກບໍ່ມີຄົນດີທີ່ສຸດແລະສັດຊື່ແລະທີ່ຢ້ານຢຳພະເຈົ້າແລະທີ່ຜີກໜີຈາກການຊົ່ວຮ້າຍເໝືອນດັ່ງທ່ານໂຢບ.” (ໂຢບ 1:8) ໂຢບເຮັດໃຫ້ພະເຈົ້າພໍໃຈ.

8 ຊາຕານໄດ້ຕັ້ງຂໍ້ສົງໄສກ່ຽວກັບເຈຕະນາຂອງໂຢບໃນການຮັບໃຊ້ພະເຈົ້າ. ພະຍາມານເວົ້າກັບພະເຢໂຫວາວ່າ “ພະອົງເອງໄດ້ເຮັດຮົ້ວຂ່າຍປົກປ້ອງກັ້ນຮອບເພິ່ນກັບຄອບຄົວກັບເຂົ້າຂອງຂອງຕົນທຸກສິ່ງບໍ່ໃຊ່ຫຼື? ພະອົງໄດ້ອວຍພອນໃຫ້ການແຕ່ມືຂອງຕົນແລະໄດ້ໃຫ້ຊັບສົມບັດຂອງຕົນຈຳເລີນຂຶ້ນບໍລິບູນເທິງແຜ່ນດິນໂລກແລ້ວ. ແຕ່ວ່າເຊີນພະອົງຢຽດມືອອກຖືກສິ່ງຂອງຂອງຕົນໃຫ້ເສຍແລະເພິ່ນຈະປ້ອຍດ່າພະອົງທາງໜ້າໂລດ.”—ໂຢບ 1:10, 11.

9. ພະເຢໂຫວາຕອບສະໜອງແນວໃດຕໍ່ການຕັ້ງຂໍ້ສົງໄສຂອງຊາຕານ ແລະເພາະເຫດໃດ?

9 ດ້ວຍເຫດນີ້ ຊາຕານຈຶ່ງຍົກເຫດຜົນວ່າໂຢບຮັບໃຊ້ພະເຈົ້າເພື່ອຈະໄດ້ຮັບສິ່ງຕອບແທນ. ພະຍາມານຍັງກ່າວຫາວ່າຖ້າໂຢບຖືກທົດລອງ ລາວຈະຫັນມາຕໍ່ຕ້ານພະເຈົ້າໂລດ. ພະເຢໂຫວາຕອບສະໜອງແນວໃດຕໍ່ການຕັ້ງຂໍ້ສົງໄສຂອງຊາຕານ? ເນື່ອງຈາກປະເດັນນີ້ກ່ຽວຂ້ອງກັບເຈຕະນາຂອງໂຢບ ພະເຢໂຫວາຈຶ່ງຍອມໃຫ້ຊາຕານທົດລອງໂຢບ. ວິທີນີ້ຈະສະແດງຈະແຈ້ງວ່າໂຢບມີຄວາມຮັກຕໍ່ພະເຈົ້າຫຼືບໍ່.

ໂຢບຖືກທົດລອງ

10. ໂຢບຖືກຄວາມລຳບາກອັນໃດແດ່ ແລະໂຢບຕອບສະໜອງແນວໃດ?

10 ຈາກນັ້ນບໍ່ດົນຊາຕານໄດ້ທົດລອງໂຢບດ້ວຍວິທີຕ່າງໆ. ສັດຂອງໂຢບຈຳນວນໜຶ່ງຖືກລັກແລະຖືກຂ້າ. ຄົນຮັບໃຊ້ຂອງໂຢບກໍຖືກຂ້າເກືອບໝົດ. ເລື່ອງນີ້ເຮັດໃຫ້ເກີດຄວາມຫຍຸ້ງຍາກທາງເສດຖະກິດ. ເຫດການທີ່ໜ້າເສົ້າສະຫຼົດໃຈກໍເກີດຂຶ້ນອີກເມື່ອລູກທັງສິບຄົນຂອງໂຢບເສຍຊີວິດຕອນທີ່ເກີດມີພາຍຸ. ເຖິງແມ່ນວ່າມີເຫດການຮ້າຍແຮງແບບນີ້ ແຕ່ “ໂຢບບໍ່ໄດ້ເຮັດບາບແລະບໍ່ໄດ້ຖືວ່າພະເຈົ້າບໍ່ຊອບທຳດ້ວຍສິ່ງໜຶ່ງສິ່ງໃດ.”—ໂຢບ 1:22.

11. (ກ) ຂໍ້ກ່າວຫາທີສອງທີ່ຊາຕານເຮັດກ່ຽວກັບໂຢບແມ່ນຫຍັງ ແລະພະເຢໂຫວາຕອບສະໜອງແນວໃດ? (ຂ) ໂຢບຕອບສະໜອງແນວໃດເຖິງວ່າມີພະຍາດທີ່ເຮັດໃຫ້ລາວເຈັບປວດ?

11 ຊາຕານບໍ່ໄດ້ຢຸດແຕ່ເທົ່ານັ້ນ. ມັນຄົງຄິດວ່າເຖິງແມ່ນວ່າໂຢບສາມາດອົດທົນໄດ້ຕໍ່ການສູນເສຍຊັບສົມບັດ ຄົນຮັບໃຊ້ ແລະລູກ ແຕ່ໂຢບຄົງຈະຫັນມາຕໍ່ຕ້ານພະເຈົ້າຖ້າຕົນເອງເຈັບປ່ວຍ. ພະເຢໂຫວາຍອມໃຫ້ຊາຕານໂຈມຕີໂຢບດ້ວຍພະຍາດທີ່ໜ້າລັງກຽດແລະເຈັບປວດທໍລະມານ. ແຕ່ສິ່ງນີ້ຊໍ້າພັດບໍ່ໄດ້ເຮັດໃຫ້ໂຢບສູນເສຍຄວາມເຊື່ອໃນພະເຈົ້າ. ແທນທີ່ຈະເປັນແນວນັ້ນ ລາວເວົ້າຢ່າງໜັກແໜ້ນວ່າ “ຂ້ອຍຈະບໍ່ປະຄວາມດີ [“ຄວາມຊື່ສັດໝັ້ນຄົງ,” ລ.ມ.] ທີ່ສຸດເອງຈົນເຖິງຂ້ອຍຕາຍໄປ.”—ໂຢບ 27:5.

ໂຢບໄດ້ຮັບລາງວັນຕອບແທນ ສຳລັບແນວທາງທີ່ສັດຊື່ຂອງລາວ

12. ໂຢບໃຫ້ຄຳຕອບແນວໃດຕໍ່ການຕັ້ງຂໍ້ສົງໄສຂອງພະຍາມານ?

12 ໂຢບບໍ່ຮູ້ຊໍ້າວ່າຊາຕານເປັນຕົ້ນເຫດຂອງຄວາມຫຍຸ້ງຍາກຕ່າງໆ. ເນື່ອງຈາກບໍ່ຮູ້ລະອຽດເລື່ອງທີ່ພະຍາມານໄດ້ຕັ້ງຂໍ້ສົງໄສກ່ຽວກັບສິດທິສູງສຸດໃນການປົກຄອງຂອງພະເຢໂຫວາ ໂຢບຈຶ່ງເຂົ້າໃຈວ່າພະເຈົ້າເປັນຕົ້ນເຫດຂອງບັນຫາຕ່າງໆ. (ໂຢບ 6:4; 16:11-14) ເຖິງປານນັ້ນ ລາວຍັງຮັກສາຄວາມຊື່ສັດໝັ້ນຄົງຕໍ່ພະເຢໂຫວາ. ໂດຍທີ່ໂຢບຍັງຮັກສາຄວາມຊື່ສັດ ຂໍ້ກ່າວຫາຂອງຊາຕານທີ່ວ່າໂຢບຮັບໃຊ້ພະເຈົ້າດ້ວຍເຫດຜົນທີ່ເຫັນແກ່ຕົວກໍໄດ້ຮັບການພິສູດວ່າບໍ່ແມ່ນຄວາມຈິງ!

13. ເກີດຫຍັງຂຶ້ນຍ້ອນໂຢບສັດຊື່ຕໍ່ພະເຈົ້າ?

13 ຄວາມສັດຊື່ຂອງໂຢບກາຍເປັນຄຳຕອບອັນໜັກແໜ້ນທີ່ພະເຢໂຫວາໃຊ້ຕໍ່ຂໍ້ກ່າວຫາທີ່ໝິ່ນປະໝາດຂອງຊາຕານ. ໂຢບເປັນມິດສະຫາຍທີ່ແທ້ຈິງຂອງພະເຢໂຫວາແລະພະເຈົ້າໃຫ້ລາງວັນຍ້ອນຄວາມສັດຊື່ຂອງລາວ.—ໂຢບ 42:12-17.

ວິທີທີ່ເຮົາກ່ຽວຂ້ອງ

14, 15. ເປັນຫຍັງເຮົາເວົ້າໄດ້ວ່າການຕັ້ງຂໍ້ສົງໄສຂອງຊາຕານທີ່ກ່ຽວຂ້ອງກັບໂຢບນັ້ນໃຊ້ໄດ້ກັບມະນຸດໝົດທຸກຄົນ?

14 ປະເດັນເລື່ອງຄວາມພັກດີຕໍ່ພະເຈົ້າທີ່ຊາຕານຍົກຂຶ້ນມາບໍ່ໄດ້ມຸ່ງໃສ່ແຕ່ໂຢບຜູ້ດຽວ. ເຮົາກໍກ່ຽວຂ້ອງນຳ. ເລື່ອງນີ້ສະແດງໃຫ້ເຫັນຢ່າງຈະແຈ້ງຢູ່ສຸພາສິດ 27:11 ເຊິ່ງຖ້ອຍຄຳຂອງພະເຢໂຫວາອ່ານວ່າ “ລູກຊາຍເອີຍຈົ່ງເປັນຄົນປັນຍາ ແລະຈົ່ງໃຫ້ໃຈຂ້ອຍຊື່ນບານເພື່ອຂ້ອຍອາດຈະຕອບຄົນທີ່ປະຈານຂາຍໜ້າຂ້ອຍໄດ້.” ມີການຂຽນຖ້ອຍຄຳເຫຼົ່ານີ້ພາຍຫຼັງທີ່ໂຢບເສຍຊີວິດໄດ້ຫຼາຍຮ້ອຍປີແລ້ວເຊິ່ງສະແດງວ່າຊາຕານຍັງຕຳໜິພະເຈົ້າແລະກ່າວຫາຜູ້ຮັບໃຊ້ຂອງພະອົງຢູ່. ເມື່ອເຮົາດຳເນີນຊີວິດໃນແນວທາງທີ່ເຮັດໃຫ້ພະເຈົ້າພໍໃຈ ທີ່ຈິງແລ້ວເຮົາໄດ້ມີສ່ວນໃນການໃຫ້ຄຳຕອບຕໍ່ຂໍ້ກ່າວຫາຕົວະຂອງຊາຕານ ແລະໂດຍວິທີນີ້ເຮົາເຮັດໃຫ້ຫົວໃຈຂອງພະເຢໂຫວາຍິນດີ. ເຈົ້າເດຮູ້ສຶກແນວໃດຕໍ່ເລື່ອງນີ້? ຄົງເປັນເລື່ອງທີ່ດີບໍ່ແມ່ນບໍທີ່ຈະມີສ່ວນໃນການຕອບຂໍ້ກ່າວຫາຕົວະຂອງພະຍາມານເຖິງແມ່ນວ່າການເຮັດແນວນັ້ນຈະຕ້ອງເຮັດການປ່ຽນແປງຮູບແບບຊີວິດຂອງເຈົ້າຢູ່ແດ່?

15 ຂໍໃຫ້ສັງເກດສິ່ງທີ່ຊາຕານໄດ້ເວົ້າ “ສັບພະທຸກສິ່ງຄົນຜູ້ໜຶ່ງ ມີຢູ່ລາວຈະໃຫ້ແທນຊີວິດຂອງຕົນ.” (ໂຢບ 2:4) ໂດຍເວົ້າວ່າ “ຄົນຜູ້ໜຶ່ງ” ຊາຕານສະແດງຢ່າງຈະແຈ້ງວ່າການກ່າວຫາຂອງມັນບໍ່ແມ່ນໃຊ້ກັບໂຢບເທົ່ານັ້ນແຕ່ກັບມະນຸດໝົດທຸກຄົນ. ນັ້ນເປັນຈຸດທີ່ສຳຄັນຫຼາຍ. ຊາຕານໄດ້ຕັ້ງຂໍ້ສົງໄສກ່ຽວກັບຄວາມຈົງຮັກພັກດີຂອງເຮົາ ທີ່ມີຕໍ່ພະເຈົ້າ. ພະຍາມານຢາກເຫັນເຮົາບໍ່ເຊື່ອຟັງພະເຈົ້າແລະປະຖິ້ມແນວທາງທີ່ຊອບທຳເມື່ອມີຄວາມຫຍຸ້ງຍາກເກີດຂຶ້ນ. ຊາຕານອາດພະຍາຍາມເຮັດໃຫ້ເລື່ອງນີ້ສຳເລັດແນວໃດ?

16. (ກ) ຊາຕານພະຍາຍາມເຮັດໃຫ້ຜູ້ຄົນຫັນໜີຈາກພະເຈົ້າໂດຍວິທີໃດ? (ຂ) ພະຍາມານອາດໃຊ້ວິທີເຫຼົ່ານີ້ກັບເຈົ້າແນວໃດ?

16 ຕາມທີ່ໄດ້ພິຈາລະນາໃນບົດທີ 10 ຊາຕານໃຊ້ຫຼາກຫຼາຍວິທີເພື່ອພະຍາຍາມເຮັດໃຫ້ຜູ້ຄົນຫັນໜີຈາກພະເຈົ້າ. ໃນອີກດ້ານໜຶ່ງ ມັນໂຈມຕີ “ເໝືອນດັ່ງສິງຕົວໜຶ່ງທີ່ຮ້ອງຫະນາດ . . . ຊອກຫາຄົນໃດທີ່ມັນຈະກັດກິນໄດ້.” (1 ເປໂຕ 5:8) ດັ່ງນັ້ນ ອິດທິພົນຂອງຊາຕານອາດເຫັນໄດ້ເມື່ອຫມູ່ເພື່ອນ ຍາຕິພີ່ນ້ອງແລະຄົນອື່ນຂັດຂວາງຄວາມພະຍາຍາມຂອງເຈົ້າໃນການສຶກສາຄຳພີໄບເບິນແລະການນຳໃຊ້ສິ່ງທີ່ເຈົ້າຮຽນຮູ້. * (ໂຢຮັນ 15:19, 20) ໃນອີກດ້ານໜຶ່ງ ຊາຕານ “ປອມຕົວເປັນທູດແຫ່ງແຈ້ງ.” (2 ໂກລິນໂທ 11:14) ພະຍາມານອາດໃຊ້ວິທີທີ່ແນບນຽນເພື່ອຫຼອກລວງແລະລໍ້ເຮົາໃຫ້ປະຖິ້ມການດຳເນີນຊີວິດດ້ວຍຄວາມເຫຼື້ອມໃສໃນພະເຈົ້າ. ນອກຈາກນັ້ນ ມັນອາດໃຊ້ຄວາມທໍ້ແທ້ໃຈ ຄືອາດເຮັດໃຫ້ຮູ້ສຶກວ່າເຈົ້າບໍ່ດີພໍທີ່ຈະເຮັດໃຫ້ພະເຈົ້າພໍໃຈ. (ສຸພາສິດ 24:10) ບໍ່ວ່າຊາຕານຈະເຮັດຄືກັບ “ສິງຕົວໜຶ່ງທີ່ຮ້ອງຫະນາດ” ຫຼືເຮັດຄືກັບເປັນ “ທູດແຫ່ງແຈ້ງ” ການຕັ້ງຂໍ້ສົງໄສຂອງມັນກໍຍັງຄືເກົ່າ ເຊິ່ງເວົ້າວ່າເມື່ອປະສົບຄວາມຍາກລຳບາກແລະການລໍ້ໃຈ ເຈົ້າຈະເຊົາຮັບໃຊ້ພະເຈົ້າ. ຄືກັບທີ່ໂຢບໄດ້ເຮັດ ເຈົ້າຈະຕອບການຕັ້ງຂໍ້ສົງໄສຂອງມັນແລະພິສູດວ່າມີຄວາມພັກດີຕໍ່ພະເຈົ້າໄດ້ແນວໃດ?

ການເຊື່ອຟັງຂໍ້ຄຳສັ່ງຕ່າງໆຂອງພະເຢໂຫວາ

17. ອັນໃດເປັນເຫດຜົນຫຼັກໃນການເຊື່ອຟັງຂໍ້ຄຳສັ່ງຂອງພະເຢໂຫວາ?

17 ໂດຍການດຳເນີນຊີວິດໃນແນວທາງທີ່ເຮັດໃຫ້ພະເຈົ້າພໍໃຈ ເຮົາສາມາດໃຫ້ຄຳຕອບຕໍ່ການຕັ້ງຂໍ້ສົງໄສຂອງຊາຕານ. ສິ່ງນີ້ກ່ຽວຂ້ອງກັບຫຍັງແດ່? ຄຳພີໄບເບິນຕອບວ່າ “ຈົ່ງຮັກພະເຢໂຫວາພະເຈົ້າຂອງເຈົ້າດ້ວຍສຸດໃຈແລະດ້ວຍສຸດຈິດແລະດ້ວຍສຸດແຮງຂອງເຈົ້າ.” (ພະບັນຍັດ 6:5) ເມື່ອຄວາມຮັກທີ່ມີຕໍ່ພະເຈົ້າເຕີບໃຫຍ່ຂຶ້ນ ເຈົ້າກໍຢາກຈະເຮັດໃນສິ່ງທີ່ພະອົງຮຽກຮ້ອງ. ອັກຄະສາວົກໂຢຮັນຂຽນວ່າ “ອັນນີ້ເປັນຄວາມຮັກແກ່ພະເຈົ້າ ຄືວ່າໃຫ້ເຮົາທັງຫຼາຍຖືຮັກສາຄຳສັ່ງທັງຫຼາຍແຫ່ງພະອົງ.” ຖ້າຮັກພະເຢໂຫວາດ້ວຍສຸດຫົວໃຈ ເຈົ້າຈະພົບວ່າ “ຄຳສັ່ງທັງຫຼາຍແຫ່ງພະອົງກໍບໍ່ຍາກ.”—1 ໂຢຮັນ 5:3.

18, 19. (ກ) ຂໍ້ຄຳສັ່ງບາງຂໍ້ຂອງພະເຢໂຫວາມີຫຍັງແດ່? (ຂໍໃຫ້ເບິ່ງຂອບສີ່ລ່ຽມໜ້າ 122.) (ຂ) ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາບໍ່ໄດ້ຮຽກຮ້ອງຈາກເຮົາຫຼາຍເກີນໄປ?

18 ຂໍ້ຄຳສັ່ງຂອງພະເຢໂຫວາມີຫຍັງແດ່? ຂໍ້ຄຳສັ່ງບາງຂໍ້ກ່ຽວຂ້ອງກັບການປະພຶດທີ່ເຮົາຕ້ອງຫຼີກລ່ຽງ. ເພື່ອເປັນຕົວຢ່າງ ຂໍໃຫ້ສັງເກດຂອບສີ່ລ່ຽມໜ້າ 122 ເຊິ່ງມີຫົວຂໍ້ວ່າ “ຈົ່ງຫຼີກໜີສິ່ງທີ່ພະເຢໂຫວາກຽດຊັງ.” ໃນຂອບສີ່ລ່ຽມນັ້ນເຈົ້າຈະເຫັນວ່າມີຄວາມປະພຶດບາງຢ່າງທີ່ຄຳພີໄບເບິນຕຳໜິຢ່າງຈະແຈ້ງ. ທຳອິດເມື່ອເບິ່ງແບບຜິວເຜີນການກະທຳບາງຢ່າງອາດເບິ່ງຄືວ່າບໍ່ເປັນຕາໜ້າລັງກຽດປານໃດ ແຕ່ຫຼັງຈາກຄຶດຕຶກຕອງເບິ່ງຂໍ້ພະຄຳພີທີ່ຂຽນໄວ້ຫັ້ນ ເຈົ້າຄົງຈະເຫັນສະຕິປັນຍາໃນກົດໝາຍຂອງພະເຢໂຫວາ. ການທີ່ເຈົ້າປ່ຽນແປງຄວາມປະພຶດກໍອາດເປັນເລື່ອງຍາກທີ່ສຸດເທົ່າທີ່ເຄີຍປະສົບມາ. ແຕ່ວ່າການດຳເນີນຊີວິດໃນແນວທາງທີ່ເຮັດໃຫ້ພະເຈົ້າພໍໃຈເຮັດໃຫ້ເກີດຄວາມອີ່ມໃຈແລະມີຄວາມສຸກຫຼາຍ. (ເອຊາອີ 48:17, 18) ແລະເລື່ອງນີ້ເປັນສິ່ງທີ່ເຈົ້າສາມາດເຮັດໄດ້. ເຮົາຮູ້ໄດ້ແນວໃດ?

19 ພະເຢໂຫວາບໍ່ເຄີຍຮຽກຮ້ອງຈາກເຮົາຫຼາຍກວ່າທີ່ເຮົາເຮັດໄດ້. (ພະບັນຍັດ 30:11-14) ພະອົງຮູ້ຄວາມສາມາດແລະຂໍ້ຈຳກັດຕ່າງໆຂອງເຮົາດີກວ່າໂຕເຮົາເອງອີກ. (ຄຳເພງ 103:14) ຍິ່ງກວ່ານັ້ນ ພະເຢໂຫວາສາມາດໃຫ້ກຳລັງເຮົາເພື່ອທີ່ຈະເຊື່ອຟັງພະອົງ. ອັກຄະສາວົກໂປໂລຂຽນວ່າ “ພະເຈົ້າເປັນສັດຊື່ທີ່ຈະບໍ່ອະນຸຍາດໃຫ້ທ່ານທັງຫຼາຍມີທົດລອງເກີນຈະທົນໄດ້ ແຕ່ວ່າກັບຄວາມທົດລອງນັ້ນພະອົງຈະໂຜດໃຫ້ມີທາງທີ່ໜີໄດ້ດ້ວຍ [“ຈັດທາງອອກໃຫ້,” ລ.ມ.] ເພື່ອທ່ານທັງຫຼາຍຈະອົດທົນໄດ້.” (1 ໂກລິນໂທ 10:13) ເພື່ອຊ່ວຍໃຫ້ອົດທົນ ພະເຢໂຫວາແມ່ນແຕ່ສາມາດໃຫ້ “ກຳລັງທີ່ຫຼາຍກວ່າປົກກະຕິ” ແກ່ເຮົາ. (2 ໂກລິນໂທ 4:7, ລ.ມ.) ຫຼັງຈາກອົດທົນຄວາມລຳບາກຫຼາຍຢ່າງ ໂປໂລສາມາດເວົ້າໄດ້ວ່າ “ເຮົາອາດກະທຳສັບພະທຸກສິ່ງໄດ້ດ້ວຍພະອົງຜູ້ຊູແຮງຂອງເຮົາ.”—ຟີລິບ 4:13.

ການພັດທະນາຄຸນລັກສະນະທີ່ເຮັດໃຫ້ພະເຈົ້າພໍໃຈ

20. ຄຸນລັກສະນະອັນໃດແດ່ທີ່ພະເຈົ້າພໍໃຈເຊິ່ງເຮົາຄວນພັດທະນາ ແລະເປັນຫຍັງຈຶ່ງສຳຄັນ?

20 ແນ່ນອນ ການເຮັດໃຫ້ພະເຢໂຫວາພໍໃຈບໍ່ໄດ້ໝາຍເຖິງການຫຼີກໜີໃນສິ່ງທີ່ພະອົງກຽດຊັງເທົ່ານັ້ນ. ເຮົາຍັງຕ້ອງຮັກໃນສິ່ງທີ່ພະອົງຮັກ. (ໂລມ 12:9) ເຮົາຮູ້ສຶກມັກຄົນທີ່ມີທັດສະນະ ມີຄວາມສົນໃຈ ແລະມີຄ່ານິຍົມຄືເຮົາບໍ່ແມ່ນບໍ? ພະເຢໂຫວາກໍຮູ້ສຶກແບບນັ້ນຄືກັນ. ດັ່ງນັ້ນ ຈົ່ງຮຽນຮູ້ທີ່ຈະຮັກໃນສິ່ງທີ່ພະເຢໂຫວາຮັກ. ສິ່ງເຫຼົ່ານີ້ບາງຢ່າງມີບອກໄວ້ໃນ ຄຳເພງ 15:1-5 ເຊິ່ງຢູ່ຫັ້ນເຮົາຈະອ່ານກ່ຽວກັບຜູ້ທີ່ພະເຈົ້າຖືວ່າເປັນມິດສະຫາຍຂອງພະອົງ. ມິດສະຫາຍຂອງພະເຢໂຫວາສະແດງສິ່ງທີ່ຄຳພີໄບເບິນເອີ້ນວ່າ “ຜົນຂອງພະວິນຍານ.” ຜົນຂອງພະວິນຍານນີ້ມີຄຸນລັກສະນະຕ່າງໆເຊັ່ນ “ຄວາມຮັກ ຄວາມຍິນດີ ສັນຕິສຸກ ຄວາມອົດກັ້ນທົນນານ ຄວາມກະລຸນາ ຄວາມດີ ຄວາມເຊື່ອ ຄວາມອ່ອນໂຍນ ການຄວບຄຸມຕົນເອງ.”—ຄາລາຊີ 5:22, 23, ລ.ມ.

21. ສິ່ງໃດຈະຊ່ວຍເຈົ້າໃຫ້ພັດທະນາຄຸນລັກສະນະທີ່ພະເຈົ້າພໍໃຈ?

21 ການອ່ານແລະການສຶກສາຄຳພີໄບເບິນເປັນປະຈຳຈະຊ່ວຍເຈົ້າໃຫ້ພັດທະນາຄຸນລັກສະນະທີ່ເຮັດໃຫ້ພະເຈົ້າຊົມຊອບ. ແລະການຮຽນຮູ້ວ່າພະເຈົ້າປະສົງສິ່ງໃດຈະຊ່ວຍປັບຄວາມຄຶດຂອງເຈົ້າໃຫ້ປະສານກັບຄວາມຄຶດຂອງພະເຈົ້າ. (ເອຊາອີ 30:20, 21) ແຮ່ງເຈົ້າເຮັດໃຫ້ຄວາມຮັກທີ່ມີຕໍ່ພະເຢໂຫວາແໜ້ນແຟ້ນຫຼາຍຂຶ້ນເທົ່າໃດ ເຈົ້າກໍແຮ່ງປາຖະໜາທີ່ຈະດຳເນີນຊີວິດໃນແນວທາງທີ່ເຮັດໃຫ້ພະເຈົ້າພໍໃຈຫຼາຍຂຶ້ນເທົ່ານັ້ນ.

22. ຖ້າດຳເນີນຊີວິດໃນແນວທາງທີ່ເຮັດໃຫ້ພະເຈົ້າພໍໃຈ ເຈົ້າຈະປະສົບຜົນສຳເລັດຫຍັງ?

22 ຈຳເປັນຕ້ອງໄດ້ອອກຄວາມພະຍາຍາມເພື່ອຈະດຳເນີນຊີວິດໃນແນວທາງທີ່ເຮັດໃຫ້ພະເຢໂຫວາພໍໃຈ. ຄຳພີໄບເບິນປຽບທຽບການປ່ຽນແປງຊີວິດຂອງເຈົ້າກັບການປະຖິ້ມນິດໄສໃຈຄໍແບບເກົ່າແລ້ວສຸບໃສ່ນິດໄສໃຈຄໍແບບໃໝ່. (ໂກໂລດ 3:9, 10) ແຕ່ຕໍ່ກັບຂໍ້ຄຳສັ່ງຂອງພະເຢໂຫວາ ຜູ້ຂຽນຄຳເພງໄດ້ຂຽນວ່າ “ຜູ້ທີ່ຖືຮັກສາຂໍ້ທັງຫຼາຍນັ້ນກໍມີຄ່າບຳເໜັດອັນໃຫຍ່.” (ຄຳເພງ 19:11) ເຈົ້າຈະພົບວ່າການດຳເນີນຊີວິດໃນແນວທາງທີ່ເຮັດໃຫ້ພະເຈົ້າພໍໃຈໃຫ້ຜົນຕອບແທນມາກມາຍ. ໂດຍການເຮັດແບບນັ້ນ ເຈົ້າຈະໃຫ້ຄຳຕອບຕໍ່ການຕັ້ງຂໍ້ສົງໄສຂອງຊາຕານແລະເຮັດໃຫ້ໃຈຂອງພະເຢໂຫວາຍິນດີ!

^ ຂໍ້ 16 ເລື່ອງນີ້ບໍ່ໄດ້ໝາຍຄວາມວ່າຊາຕານຄວບຄຸມແຕ່ລະຄົນທີ່ຕໍ່ຕ້ານເຈົ້າ. ແຕ່ຊາຕານເປັນພະເຈົ້າຂອງໂລກນີ້ ແລະໂລກທັງໝົດຢູ່ໃຕ້ອຳນາດຂອງມັນ. (2 ໂກລິນໂທ 4:4; 1 ໂຢຮັນ 5:19) ດັ່ງນັ້ນ ເຮົາຄາດໝາຍໄດ້ວ່າການດຳເນີນຊີວິດໃນແນວທາງທີ່ສະແດງຄວາມເຫຼື້ອມໃສໃນພະເຈົ້າຈະເປັນແນວທາງທີ່ບໍ່ນິຍົມຊົມຊອບຫຼາຍແລະບາງຄົນຈະຕໍ່ຕ້ານ.