ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 03

ຄຳພີ​ໄບເບິນ​ເຊື່ອ​ຖື​ໄດ້​ບໍ?

ຄຳພີ​ໄບເບິນ​ເຊື່ອ​ຖື​ໄດ້​ບໍ?

ຄຳພີ​ໄບເບິນ​ມີ​ຄຳ​ສັນຍາ​ແລະ​ຄຳ​ແນະນຳ​ຫຼາຍ​ຢ່າງ. ແຕ່​ເຈົ້າ​ອາດ​ຍັງ​ບໍ່​ກ້າ​ເຊື່ອ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ຮ້ອຍ​ເປີເຊັນ. ເຈົ້າ​ອາດ​ຄິດ​ວ່າ​ປຶ້ມ​ເກົ່າ​ແກ່​ຫົວ​ນີ້​ຈະ​ເຊື່ອ​ຖື​ໄດ້​ບໍ? ເຈົ້າ​ອາດ​ບໍ່​ໝັ້ນ​ໃຈ​ວ່າ​ຄຳ​ສັນຍາ​ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ​ຈະ​ເຊື່ອ​ຖື​ໄດ້​ບໍ? ແຕ່​ຫຼາຍ​ລ້ານ​ຄົນ​ເຊື່ອ. ເຮົາ​ຢາກ​ເຊີນ​ເຈົ້າ​ໃຫ້​ມາ​ພິສູດ​ດ້ວຍ​ໂຕ​ເຈົ້າ​ເອງ.

1. ເລື່ອງ​ຕ່າງໆໃນ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ​ບໍ?

ຄຳພີ​ໄບເບິນ​ບັນທຶກ “ຖ້ອຍຄຳ​ທີ່​ເປັນ​ຄວາມ​ຈິງ​ຢ່າງ​ຖືກຕ້ອງ.” (ຜູ້​ເທສະໜາ​ປ່າວ​ປະກາດ 12:10, ລ.ມ.) ເລື່ອງ​ຕ່າງໆໃນ​ຄຳພີ​ໄບເບິນ​ກ່ຽວ​ຂ້ອງ​ກັບ​ເຫດການ​ແລະ​ຜູ້​ຄົນ​ທີ່​ມີ​ຢູ່​ແທ້. (ອ່ານ​ລູກາ 1:3; 3:1, 2) ນັກ​ປະຫວັດສາດ​ແລະ​ນັກ​ບູຮານຄະດີ​ຫຼາຍ​ຄົນ​ຢືນຢັນ​ຄວາມ​ຖືກຕ້ອງ​ຂອງ​ມື້​ທີ່​ສຳຄັນ ຜູ້​ຄົນ ສະຖານ​ທີ່ ແລະ​ເຫດການ​ຕ່າງໆທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ.

2. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ຄຳພີ​ໄບເບິນ​ຍັງ​ບໍ່​ຫຼ້າ​ສະໄໝ?

ຫຼາຍ​ຄັ້ງ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ສິ່ງ​ຕ່າງໆທີ່​ຫຼາຍ​ຄົນ​ຍັງ​ບໍ່​ຮູ້ຈັກ​ໃນ​ສະໄໝ​ບູຮານ. ຕົວຢ່າງ​ເຊັ່ນ ຄຳພີ​ໄບເບິນ​ເວົ້າ​ເຖິງ​ຄວາມ​ຮູ້​ທາງ​ວິທະຍາສາດ ເຊິ່ງ​ຫຼາຍ​ຄົນ​ໃນ​ສະໄໝ​ນັ້ນ​ບໍ່​ເຊື່ອ​ວ່າ​ເປັນ​ຄວາມ​ຈິງ. ແຕ່​ເມື່ອ​ວິທະຍາສາດ​ກ້າວ​ໜ້າ​ຂຶ້ນ​ກໍ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ສິ່ງ​ທີ່​ຄຳພີ​ໄບເບິນ​ເວົ້າ​ເປັນ​ຄວາມ​ຈິງ. ຄຳພີ​ໄບເບິນ “ເຊື່ອ​ຖື​ໄດ້​ທັງ​ຕອນ​ນີ້​ແລະ​ຕະຫຼອດ​ໄປ.”ຄຳເພງ 111:8, ລ.ມ.

3. ເປັນ​ຫຍັງ​ເຮົາ​ຈຶ່ງ​ເຊື່ອ​ສິ່ງ​ທີ່​ຄຳພີ​ໄບເບິນ​ເວົ້າ​ເລື່ອງ​ອະນາຄົດ​ໄດ້?

ຄຳພີ​ໄບເບິນ​ມີ​ຄຳ​ພະຍາກອນ aຫຼາຍ​ເລື່ອງ​ທີ່​ບອກ​ລ່ວງ​ໜ້າ​ວ່າ​ຈະ​ເກີດ​ເຫດການ​ຫຍັງ​ຂຶ້ນ. (ເອຊາອີ 46:10) ແລະ​ຍັງ​ບອກ​ລ່ວງ​ໜ້າ​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ສະພາບການ​ຂອງ​ໂລກ​ໃນ​ທຸກ​ມື້​ນີ້​ນຳ. ໃນ​ບົດ​ນີ້​ເຮົາ​ຈະ​ເບິ່ງ​ຄຳ​ພະຍາກອນ​ບາງ​ເລື່ອງ​ໃນ​ຄຳພີ​ໄບເບິນ. ຄວາມ​ຖືກຕ້ອງ​ຂອງ​ຄຳ​ພະຍາກອນ​ເຫຼົ່າ​ນັ້ນ​ໜ້າ​ງຶດງໍ້​ຫຼາຍ!

ຮຽນ​ຮູ້​ຫຼາຍ​ຂຶ້ນ

ຂໍ​ໃຫ້​ເບິ່ງ​ວ່າ​ຄວາມ​ຮູ້​ທາງ​ວິທະຍາສາດ​ສອດຄ່ອງ​ກັບ​ຄຳພີ​ໄບເບິນ​ແນວ​ໃດ ແລະ​ເບິ່ງ​ລາຍ​ລະອຽດ​ຂອງ​ຄຳ​ພະຍາກອນ​ບາງ​ເລື່ອງ​ໃນ​ຄຳພີ​ໄບເບິນ​ທີ່​ໜ້າ​ງຶດງໍ້.

4. ວິທະຍາສາດ​ສອດຄ່ອງ​ກັບ​ຄຳພີ​ໄບເບິນ

ໃນ​ສະໄໝ​ບູຮານ ຄົນ​ສ່ວນ​ຫຼາຍ​ເຊື່ອ​ວ່າ​ໂລກ​ຢອງ​ຢູ່​ເທິງ​ບາງ​ຢ່າງ. ເປີດ​ວິດີໂອ.

ສັງເກດ​ສິ່ງ​ທີ່​ບອກ​ໄວ້​ໃນ​ປຶ້ມ​ໂຢບ​ປະມານ 3.500 ປີ​ມາ​ແລ້ວ. ອ່ານ​ໂຢບ 26:7 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ໂລກ​ຫ້ອຍ​ຢູ່ “ໂດຍ​ບໍ່​ໄດ້​ຕິດ​ກັບ​ຫຍັງ” ຈຶ່ງ​ເປັນ​ຄວາມ​ຮູ້​ທີ່​ໜ້າ​ງຶດງໍ້?

ຜູ້​ຄົນ​ຫາ​ກໍ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ວົງ​ຈອນ​ຂອງ​ນ້ຳ​ເມື່ອ​ປະມານ 200 ປີ​ມາ​ນີ້. ແຕ່​ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ເມື່ອ​ຫຼາຍ​ພັນ​ປີ​ກ່ອນ. ອ່ານ​ໂຢບ 36:27, 28 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ການ​ອະທິບາຍ​ເລື່ອງ​ວົງ​ຈອນ​ຂອງ​ນ້ຳ​ແບບ​ຮຽບ​ງ່າຍ​ໃນ​ຂໍ້​ນີ້​ຈຶ່ງ​ໜ້າ​ປະທັບ​ໃຈ?

  • ຂໍ້​ຄຳພີ​ທີ່​ເຈົ້າ​ຫາ​ກໍ​ອ່ານ​ເຮັດ​ໃຫ້​ເຈົ້າ​ເຊື່ອ​ຖື​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ​ບໍ?

5. ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ເຖິງ​ເຫດການ​ຕ່າງໆທີ່​ສຳຄັນ

ອ່ານ​ເອຊາອີ 44:27–45:2 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຄຳພີ​ໄບເບິນ​ບອກ​ລາຍ​ລະອຽດ​ຫຍັງ​ແດ່​ໄວ້​ລ່ວງ​ໜ້າ 200 ປີ​ກ່ອນ​ທີ່​ບາບີໂລນ​ຈະ​ຖືກ​ຍຶດ?

ເປີດ​ວິດີໂອ.

ປະຫວັດສາດ​ຢືນຢັນ​ວ່າ​ຊີຣຶຊ​ກະສັດ​ຂອງ​ເປີເຊຍ​ແລະ​ທະຫານ​ຂອງ​ລາວ​ຍຶດ​ເມືອງ​ບາບີໂລນ​ໃນ​ປີ 539 ກ່ອນ ຄ.ສ. b ເຂົາ​ເຈົ້າ​ປ່ຽນ​ທິດ​ທາງ​ການ​ໄຫຼ​ຂອງ​ແມ່ນ້ຳ​ທີ່​ອ້ອມ​ເມືອງ​ນັ້ນ. ຫຼັງ​ຈາກ​ນັ້ນ​ກໍ​ເຂົ້າ​ໄປ​ໃນ​ເມືອງ​ທາງ​ປະຕູ​ທີ່​ເປີດ​ປະ​ໄວ້ ເຂົາ​ເຈົ້າ​ຍຶດ​ເມືອງ​ນັ້ນ​ໄດ້​ໂດຍ​ທີ່​ບໍ່​ມີ​ການ​ສູ້​ຮົບ. ທຸກ​ມື້​ນີ້ ເວລາ​ໄດ້​ຜ່ານ​ມາ 2.500 ປີ​ແລ້ວ ແລະ​ຕອນ​ນີ້​ເມືອງ​ບາບີໂລນ​ເປັນ​ພຽງ​ຊາກ​ຫັກ​ພັງ. ຕອນ​ນີ້​ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ.

ອ່ານ​ເອຊາອີ 13:19, 20 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຄຳ​ພະຍາກອນ​ນີ້​ເກີດ​ຂຶ້ນ​ແທ້​ແນວ​ໃດ?

ຊາກ​ຫັກ​ພັງ​ຂອງ​ບາບີໂລນ​ຢູ່​ປະເທດ​ອີ​ຣັ​ກ​ໃນ​ທຸກ​ມື້​ນີ້

6. ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ເຖິງ​ສິ່ງ​ຕ່າງໆທີ່​ກຳລັງ​ເກີດ​ຂຶ້ນ​ໃນ​ທຸກ​ມື້​ນີ້

ຄຳພີ​ໄບເບິນ​ບອກ​ວ່າ​ສະໄໝ​ຂອງ​ເຮົາ​ເປັນ “ສະໄໝ​ສຸດ​ທ້າຍ.” (2 ຕີໂມທຽວ 3:1) ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ສະໄໝ​ສຸດ​ທ້າຍ.

ອ່ານ​ມັດທາຍ 24:6, 7 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຄຳພີ​ໄບເບິນ​ບອກ​ວ່າ​ຈະ​ມີ​ເຫດການ​ທີ່​ສຳຄັນ​ຫຍັງ​ແດ່​ທີ່​ເກີດ​ຂຶ້ນ​ໃນ​ສະໄໝ​ສຸດ​ທ້າຍ?

ອ່ານ 2 ຕີໂມທຽວ 3:1-5 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຄຳພີ​ໄບເບິນ​ບອກ​ວ່າ​ນິດໄສ​ຂອງ​ຄົນ​ໃນ​ສະໄໝ​ສຸດ​ທ້າຍ​ຈະ​ເປັນ​ແນວ​ໃດ?

  • ມີ​ນິດໄສ​ແບບ​ໃດ​ແດ່​ທີ່​ເຈົ້າ​ເຄີຍ​ເຫັນ?

ບາງ​ຄົນ​ເວົ້າ​ວ່າ: “ຄຳພີ​ໄບເບິນ​ເປັນ​ພຽງ​ປຶ້ມ​ນິທານ.”

  • ເຈົ້າ​ຄິດ​ວ່າ​ອັນ​ໃດ​ແມ່ນ​ເຫດຜົນ​ທີ່​ສຳຄັນ​ທີ່​ສຸດ​ທີ່​ເຮັດ​ໃຫ້​ຄຳພີ​ໄບເບິນ​ໜ້າ​ເຊື່ອ​ຖື?

ສະຫຼຸບ

ປະຫວັດສາດ ວິທະຍາສາດ ແລະ​ຄຳ​ພະຍາກອນ​ເຮັດ​ໃຫ້​ເຫັນ​ວ່າ​ເຈົ້າ​ເຊື່ອ​ຖື​ຄຳພີ​ໄບເບິນ​ໄດ້.

ຄຳຖາມ​ທົບ​ທວນ

  • ເລື່ອງ​ຕ່າງໆໃນ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ​ບໍ?

  • ມີ​ເລື່ອງ​ຫຍັງ​ແດ່​ທີ່​ວິທະຍາສາດ​ສອດຄ່ອງ​ກັບ​ຄຳພີ​ໄບເບິນ?

  • ເຈົ້າ​ຄິດ​ວ່າ​ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ເລື່ອງ​ອະນາຄົດ​ບໍ? ເປັນ​ຫຍັງ​ຈຶ່ງ​ຄິດ​ແນວ​ນັ້ນ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມ​ເຕີມ

ເບິ່ງ​ວ່າ​ຄຳ​ພະຍາກອນ​ຕ່າງໆໃນ​ຄຳພີ​ໄບເບິນ​ກ່ຽວ​ກັບ​ຈັກກະພັດ​ກຣີກ​ເກີດ​ຂຶ້ນ​ແທ້​ໄດ້​ແນວ​ໃດ.

ເຂັ້ມແຂງ​ຂຶ້ນ​ເພາະ “ຄຳ​ພະຍາກອນ” (5:22)

ເບິ່ງ​ວ່າ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ປ່ຽນ​ຄວາມ​ຄິດ​ຂອງ​ຜູ້​ຊາຍ​ຄົນ​ໜຶ່ງ​ຕໍ່​ຄຳພີ​ໄບເບິນ​ແນວ​ໃດ.

“ຂ້ອຍ​ບໍ່​ເຊື່ອ​ວ່າ​ມີ​ພະເຈົ້າ” (ຫໍສັງເກດການ ສະບັບ​ທີ 5, 2017)

a ຄຳ​ພະຍາກອນ​ແມ່ນ​ສິ່ງ​ທີ່​ພະເຈົ້າ​ບອກ​ກ່ຽວ​ກັບ​ເຫດການ​ຕ່າງໆທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ.

b ກ່ອນ ຄ.ສ ໝາຍ​ເຖິງ “ກ່ອນ​ຄລິດ​ສັກກະຫຼາດ” ແລະ ຄ.ສ ໝາຍ​ເຖິງ “ຄລິດ​ສັກກະຫຼາດ.”