ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 02

ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຫວັງ

ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຫວັງ

ຫຼາຍ​ຄົນ​ເຈິ​ກັບ​ບັນຫາ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ໂສກ​ເສົ້າ ອຸກ​ໃຈ ແລະ​ເຈັບ​ປວດ. ເຈົ້າ​ເດ​ເຄີຍ​ເຈິ​ເລື່ອງ​ທີ່​ເຮັດ​ໃຫ້​ຮູ້ສຶກ​ແບບ​ນີ້​ບໍ? ບາງ​ເທື່ອ​ເຈົ້າ​ອາດ​ມີ​ຄວາມ​ທຸກ​ຍ້ອນ​ຄວາມ​ເຈັບ​ປ່ວຍ​ຫຼື​ຍ້ອນ​ຄົນ​ທີ່​ເຈົ້າ​ຮັກ​ຕາຍ​ໄປ. ເຈົ້າ​ອາດ​ສົງໄສ​ວ່າ ‘ຍັງ​ອີກ​ດົນ​ປານ​ໃດ​ເລື່ອງ​ບໍ່​ດີ​ຈະ​ໝົດ​ໄປ?’ ຄຳພີ​ໄບເບິນ​ມີ​ຄຳຕອບ.

1. ຄຳພີ​ໄບເບິນ​ໃຫ້​ຄວາມ​ຫວັງ​ເຮົາ​ແນວ​ໃດ?

ຄຳພີ​ໄບເບິນ​ອະທິບາຍ​ວ່າ​ເປັນ​ຫຍັງ​ໂລກ​ນີ້​ຈຶ່ງ​ມີ​ແຕ່​ບັນຫາ​ແລະ​ຍັງ​ບອກ​ຂ່າວ​ດີ​ວ່າ​ອີກ​ບໍ່​ດົນ​ບັນຫາ​ຈະ​ໝົດ​ໄປ. ຄຳພີ​ໄບເບິນ​ສັນຍາ​ວ່າ​ເຮົາ “ຈະ​ມີ​ອະນາຄົດ​ທີ່​ດີ​ແລະ​ມີ​ຄວາມ​ຫວັງ.” (ອ່ານ​ເຢເຣມີ 29:11, 12, ລ.ມ.) ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ບັນຫາ​ໄດ້ ຊ່ວຍ​ເຮົາ​ໃຫ້​ຄິດ​ໃນ​ແງ່​ບວກ ແລະ​ເຮັດ​ໃຫ້​ໝັ້ນ​ໃຈ​ວ່າ​ເຮົາ​ຈະ​ມີ​ຄວາມ​ສຸກ​ໄດ້​ແທ້ໆ.

2. ຄຳພີ​ໄບເບິນ​ບອກ​ວ່າ​ອະນາຄົດ​ຈະ​ເປັນ​ແນວ​ໃດ?

ຄຳພີ​ໄບເບິນ​ບອກ​ວ່າ​ໃນ​ອະນາຄົດ “ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ ຄວາມ​ໂສກ​ເສົ້າ​ຫຼື​ສຽງ​ຮ້ອງໄຫ້​ເສຍໃຈ​ຫຼື​ຄວາມ​ເຈັບ​ປວດ​ຈະ​ບໍ່​ມີ​ອີກ​ເລີຍ.” (ອ່ານ​ພະນິມິດ 21:4) ບັນຫາ​ໃນ​ທຸກ​ມື້​ນີ້​ເຊັ່ນ ຄວາມ​ທຸກ​ຍາກ ຄວາມ​ບໍ່​ຍຸຕິທຳ ຄວາມ​ເຈັບ​ປ່ວຍ ແລະ​ຄວາມ​ຕາຍ​ຈະ​ໝົດ​ໄປ. ຄຳພີ​ໄບເບິນ​ສັນຍາ​ວ່າ​ເຮົາ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ອຸທິຍານ.

3. ເພື່ອ​ຈະ​ໝັ້ນ​ໃຈ​ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ເຮົາ​ຕ້ອງ​ເຮັດ​ຫຍັງ?

ຫຼາຍ​ຄົນ​ຫວັງ​ຢາກ​ໃຫ້​ສິ່ງ​ດີໆເກີດ​ຂຶ້ນ ແຕ່​ກໍ​ບໍ່​ຮູ້​ວ່າ​ສິ່ງ​ທີ່​ຫວັງ​ໄວ້​ຈະ​ເກີດ​ຂຶ້ນ​ແທ້​ຫຼື​ບໍ່. ແຕ່​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ຈະ​ເກີດ​ຂຶ້ນ​ແທ້. ເຮົາ​ຈະ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ຖ້າ​ເຮົາ “ສຶກສາ​ຄົ້ນ​ຄວ້າ​ພະ​ຄຳພີ​ຢ່າງ​ລະອຽດ.” (ກິດຈະການ 17:11) ເມື່ອ​ຮຽນ​ໄປ​ເລື້ອຍໆ ເຈົ້າ​ກໍ​ຈະ​ຮູ້​ເອງ​ວ່າ​ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ເຊື່ອ​ຖື​ໄດ້​ຫຼື​ບໍ່.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ມາ​ເບິ່ງ​ຄຳ​ສັນຍາ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ​ຈະ​ເກີດ​ຂຶ້ນ​ແທ້​ໃນ​ອະນາຄົດ ແລະ​ເບິ່ງ​ວ່າ​ຄຳ​ສັນຍາ​ນັ້ນ​ມີ​ປະໂຫຍດ​ກັບ​ເຮົາ​ແນວ​ໃດ​ໃນ​ທຸກ​ມື້​ນີ້.

4. ຄຳພີ​ໄບເບິນ​ສັນຍາ​ວ່າ​ເຮົາ​ຈະ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ບໍ່​ມີ​ຄວາມ​ທຸກ

ຂໍ​ໃຫ້​ເບິ່ງ​ຄຳ​ສັນຍາ​ຕ່າງໆໃນ​ຄຳພີ​ໄບເບິນ​ທີ່​ບອກ​ໄວ້​ທາງ​ລຸ່ມ​ນີ້. ເຈົ້າ​ມັກ​ເລື່ອງ​ໃດ​ຫຼາຍ​ທີ່​ສຸດ? ເປັນ​ຫຍັງ​ຈຶ່ງ​ມັກ?

ອ່ານ​ຂໍ້​ຄຳພີ​ທີ່​ເວົ້າ​ເຖິງ​ຄຳ​ສັນຍາ​ແຕ່​ລະ​ຢ່າງ ແລະ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຮູ້ສຶກ​ແນວ​ໃດ​ຫຼັງ​ຈາກ​ໄດ້​ອ່ານ​ຂໍ້​ຄຳພີ​ເຫຼົ່າ​ນີ້? ເຈົ້າ​ຄິດ​ວ່າ​ຄອບຄົວ​ແລະ​ໝູ່​ຄູ່​ຂອງ​ເຈົ້າ​ຈະ​ມັກ​ເລື່ອງ​ນີ້​ບໍ?

ຂໍ​ໃຫ້​ນຶກ​ພາບ​ວ່າ​ເຈົ້າ​ຢູ່​ໃນ​ໂລກ​ທີ່

ບໍ່​ມີ​ໃຜ​ຕ້ອງ . . .

ທຸກ​ຄົນ​ຈະ . . .

  • ຮູ້ສຶກ​ເຈັບ​ປວດ ເຖົ້າ​ລົງ ແລະ​ຕາຍ.—ເອຊາອີ 25:8

  • ໄດ້​ເຈິ​ຄົນ​ທີ່​ຮັກ​ເຊິ່ງ​ຕາຍ​ໄປ ເຂົາ​ເຈົ້າ​ຈະ​ຄືນ​ມາ​ມີ​ຊີວິດ​ໃນ​ໂລກ​ອີກ.—ໂຢຮັນ 5:28, 29

  • ມີ​ສຸຂະພາບ​ແຂງແຮງ​ແລະ​ມີ​ເຫື່ອ​ມີ​ແຮງ​ຄື​ຕອນ​ທີ່​ເປັນ​ໜຸ່ມ​ເປັນ​ສາວ.—ໂຢບ 33:25

  • ມີ​ອາຫານ​ອຸດົມ​ສົມບູນ ມີ​ເຮືອນ​ທີ່​ເປັນ​ຕາ​ຢູ່ ແລະ​ມີ​ວຽກ​ທີ່​ເຮັດ​ໃຫ້​ມີ​ຄວາມ​ສຸກ.—ຄຳເພງ 72:16; ເອຊາອີ 65:21, 22

  • ເຈິ​ກັບ​ຄວາມ​ທຸກ​ທີ່​ເກີດ​ຈາກ​ສົງຄາມ.—ຄຳເພງ 46:9

  • ທຸກ​ໃຈ​ກັບ​ເລື່ອງ​ບໍ່​ດີ​ໃນ​ອະດີດ.—ເອຊາອີ 65:17

  • ມີ​ຊີວິດ​ຕະຫຼອດ​ໄປ​ຢ່າງ​ມີ​ຄວາມ​ສຸກ.—ຄຳເພງ 37:29

5. ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ໄດ້

ຫຼາຍ​ຄົນ​ຮູ້ສຶກ​ທໍ້​ຫຼື​ບໍ່​ພໍ​ໃຈ​ເມື່ອ​ເຫັນ​ບັນຫາ​ໃນ​ສັງຄົມ. ບາງ​ຄົນ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ປ່ຽນ​ແປງ​ສິ່ງ​ຕ່າງໆໃຫ້​ດີ​ຂຶ້ນ. ມາ​ເບິ່ງ​ວ່າ​ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ຜູ້​ຄົນ​ໄດ້​ແນວ​ໃດ​ໃນ​ຕອນ​ນີ້. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ໃນ​ວິດີໂອ ມີ​ເລື່ອງ​ຫຍັງ​ທີ່​ເຮັດ​ໃຫ້​ຣາຟິ​ກ້າ​ຮູ້ສຶກ​ບໍ່​ສະບາຍ​ໃຈ?

  • ເຖິງ​ວ່າ​ຄວາມ​ບໍ່​ຍຸຕິທຳ​ຍັງ​ມີ​ຢູ່ ແຕ່​ເມື່ອ​ຮຽນ​ຄຳພີ​ໄບເບິນ​ແລ້ວ​ລາວ​ຮູ້ສຶກ​ແນວ​ໃດ?

ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ໃຫ້​ມີ​ກຳລັງ​ໃຈ​ແລະ​ອົດ​ທົນ​ກັບ​ບັນຫາ​ໄດ້. ອ່ານ​ສຸພາສິດ 17:22 ແລະ​ໂຣມ 12:12 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຄິດ​ວ່າ​ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຊີວິດ​ທີ່​ດີ​ຂຶ້ນ​ໃນ​ຕອນ​ນີ້​ໄດ້​ບໍ? ເປັນ​ຫຍັງ​ຈຶ່ງ​ຄິດ​ແນວ​ນັ້ນ?

ບາງ​ຄົນ​ເວົ້າ​ວ່າ: “ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ບໍ່​ມີ​ທາງ​ເກີດ​ຂຶ້ນ​ແທ້​ດອກ.”

  • ເຈົ້າ​ຄິດ​ແນວ​ໃດ ດີ​ບໍ​ທີ່​ເຮົາ​ຈະ​ເບິ່ງ​ເຫດຜົນ​ກ່ອນ​ວ່າ​ຄຳ​ສັນຍາ​ນັ້ນ​ຈະ​ເກີດ​ຂຶ້ນ​ແທ້​ຫຼື​ບໍ່?

ສະຫຼຸບ

ຄຳພີ​ໄບເບິນ​ສັນຍາ​ວ່າ​ເຮົາ​ຈະ​ມີ​ອະນາຄົດ​ທີ່​ມີ​ຄວາມ​ສຸກ ຄຳ​ສັນຍາ​ນີ້​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຫວັງ​ແລະ​ອົດ​ທົນ​ກັບ​ບັນຫາ​ຕ່າງໆໄດ້.

ຄຳຖາມ​ທົບ​ທວນ

  • ເປັນ​ຫຍັງ​ຄົນ​ເຮົາ​ຕ້ອງ​ມີ​ຄວາມ​ຫວັງ?

  • ຄຳພີ​ໄບເບິນ​ສັນຍາ​ວ່າ​ອະນາຄົດ​ຈະ​ເປັນ​ແນວ​ໃດ?

  • ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ເລື່ອງ​ອະນາຄົດ​ຈະ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ​ໃນ​ຕອນ​ນີ້?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມ​ເຕີມ

ມາ​ເບິ່ງ​ວ່າ​ຄວາມ​ຫວັງ​ໃນ​ອະນາຄົດ​ຈະ​ຊ່ວຍ​ຄົນ​ທີ່​ປ່ວຍ​ຊຳເຮື້ອ​ໄດ້​ແນວ​ໃດ.

“ຮັບ​ມື​ກັບ​ຄວາມ​ເຈັບ​ປ່ວຍ​ຊຳເຮື້ອ—ຄຳພີ​ໄບເບິນ​ຊ່ວຍ​ໄດ້​ບໍ?” (ບົດ​ຄວາມ​ໃນ​ເວັບໄຊ)

ຕອນ​ທີ່​ເບິ່ງ​ມິວ​ສິກ​ວິດີໂອ​ນີ້ ລອງ​ນຶກ​ພາບ​ໂຕ​ເຈົ້າ​ແລະ​ຄອບຄົວ​ຢູ່​ໃນ​ສວນ​ອຸທິຍານ​ທີ່​ສວຍ​ງາມ​ທີ່​ຄຳພີ​ໄບເບິນ​ສັນຍາ​ໄວ້.

ນຶກ​ເຖິງ​ເວລາ​ນັ້ນ (3:37)

ລອງ​ອ່ານ​ເບິ່ງ​ວ່າ​ຄວາມ​ຫວັງ​ເລື່ອງ​ອະນາຄົດ​ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ນັກ​ຕໍ່​ສູ້​ເພື່ອ​ສັງຄົມ​ແນວ​ໃດ.

“ຂ້ອຍ​ເຊົາ​ຄິດ​ທີ່​ຈະ​ປ່ຽນ​ໂລກ​ດ້ວຍ​ມື​ຂອງ​ຂ້ອຍ​ເອງ” (ຫໍສັງເກດການ 1 ກໍລະກົດ 2013)