ຂ້າມໄປທີ່ເນື້ອໃນ

ຂ້ອຍ​ໄປ​ສອນ​ຄຳພີ​ໄບເບິນ​ຕາມ​ເຮືອນ​ກັບ​ທາ​ບິຕ້າ​ເມຍ​ຂອງ​ຂ້ອຍ

ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ

ຂ້ອຍ​ບໍ່​ເຊື່ອ​ວ່າ​ມີ​ພະເຈົ້າ

ຂ້ອຍ​ບໍ່​ເຊື່ອ​ວ່າ​ມີ​ພະເຈົ້າ
  • ປີ​ເກີດ 1974

  • ປະເທດ​ບ້ານ​ເກີດ ສາທາລະນະ​ລັດ​ປະຊາທິປະໄຕ​ເຢຍລະມັນ

  • ອະດີດ ຄົນ​ທີ່​ບໍ່​ເຊື່ອ​ວ່າ​ມີ​ພະເຈົ້າ

ຊີວິດ​ທີ່​ຜ່ານ​ມາ

ຂ້ອຍ​ເກີດ​ໃນ​ບ້ານ​ໜຶ່ງ​ຢູ່​ລັດ​ແຊັກ​ໂຊ​ນີ ໃນ​ປະເທດ​ທີ່​ຕອນ​ນັ້ນ​ເອີ້ນ​ວ່າ​ສາທາລະນະ​ລັດ​ປະຊາທິປະໄຕ​ເຢຍລະມັນ. ຄອບຄົວ​ເຮົາ​ອົບອຸ່ນ​ແລະ​ຮັກ​ກັນ ພໍ່​ແມ່​ສອນ​ໃຫ້​ຂ້ອຍ​ມີ​ຄ່າ​ນິຍົມ​ທາງ​ສິນລະທຳ​ທີ່​ດີ. ສາທາລະນະ​ລັດ​ປະຊາທິປະໄຕ​ເຢຍລະມັນ​ເປັນ​ປະເທດ​ທີ່​ປົກຄອງ​ດ້ວຍ​ລະບອບ​ຄອມມູນິດ ດັ່ງ​ນັ້ນ ຜູ້​ຄົນ​ສ່ວນ​ຫຼາຍ​ໃນ​ແຊັກ​ໂຊ​ນີ​ຈຶ່ງ​ຖື​ວ່າ​ສາສະໜາ​ບໍ່​ແມ່ນ​ເລື່ອງ​ສຳຄັນ. ແລະ​ຂ້ອຍ​ເອງ​ກໍ​ບໍ່​ເຊື່ອ​ວ່າ​ມີ​ພະເຈົ້າ. ຕັ້ງ​ແຕ່​ເກີດ​ມາ​ຈົນ​ຮອດ​ອາຍຸ 18 ປີ​ແນວ​ຄິດ​ສອງ​ຢ່າງ​ທີ່​ຫຼໍ່​ຫຼອມ​ຂ້ອຍ​ແມ່ນ: ຄອມມູນິດ​ແລະ​ຄວາມ​ເຊື່ອ​ທີ່​ວ່າ​ບໍ່​ມີ​ພະເຈົ້າ.

ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ມັກ​ຄອມມູນິດ? ຍ້ອນ​ຂ້ອຍ​ມັກ​ແນວ​ຄິດ​ທີ່​ວ່າ​ທຸກ​ຄົນ​ເທົ່າ​ທຽມ​ກັນ. ນອກ​ຈາກ​ນັ້ນ ຂ້ອຍ​ເຊື່ອ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ຄວນ​ມີ​ການ​ແບ່ງ​ປັນ​ຢ່າງ​ຍຸຕິທຳ ເຊິ່ງ​ຈະ​ເຮັດ​ໃຫ້​ບໍ່​ມີ​ໃຜ​ລວຍ​ຫຼື​ທຸກ​ເກີນ​ໄປ. ຂ້ອຍ​ຈຶ່ງ​ມັກ​ໃຊ້​ເວລາ​ຢູ່​ກັບ​ອົງກອນ​ຊາວ​ໜຸ່ມ​ຄອມມູນິດ​ຢູ່​ເລື້ອຍໆ. ຕອນ​ອາຍຸ 14 ປີ ຂ້ອຍ​ທຸ່ມເທ​ເວລາ​ສ່ວນ​ຫຼາຍ​ກັບ​ໂຄງການ​ດ້ານ​ສິ່ງ​ແວດ​ລ້ອມ​ໃນ​ການ​ປ່ຽນ​ເຈ້ຍ​ທີ່​ໃຊ້​ແລ້ວ​ໃຫ້​ກັບ​ມາ​ໃຊ້​ໄດ້​ອີກ. ຜູ້​ຄົນ​ໃນ​ບ້ານ​ເອົາ​ເວ​ຂອບໃຈ​ຄວາມ​ພະຍາຍາມ​ຂອງ​ຂ້ອຍ​ຫຼາຍ ຂ້ອຍ​ເຖິງ​ຂັ້ນ​ໄດ້​ຮັບ​ລາງວັນ​ຈາກ​ເຈົ້າ​ໜ້າ​ທີ່​ທ້ອງຖິ່ນ. ເຖິງ​ວ່າ​ຕອນ​ນັ້ນ​ຂ້ອຍ​ຍັງ​ເປັນ​ເດັກ​ນ້ອຍ ແຕ່​ກໍ​ຮູ້ຈັກ​ນັກ​ການ​ເມືອງ​ລະດັບ​ສູງ​ບາງ​ຄົນ​ຂອງ​ສາທາລະນະ​ລັດ​ປະຊາທິປະໄຕ​ເຢຍລະມັນ. ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ເລືອກ​ເປົ້າ​ໝາຍ​ຊີວິດ​ໄດ້​ຖືກຕ້ອງ​ແລະ​ຂ້ອຍ​ກຳລັງ​ຈະ​ມີ​ອະນາຄົດ​ທີ່​ສົດ​ໃສ.

ແຕ່​ແລ້ວ​ໂລກ​ຂອງ​ຂ້ອຍ​ກໍ​ພັງ​ທະລາຍ. ໃນ​ປີ ຄ.ສ 1989 ກຳແພງ​ແບັກ​ແລັງ​ຖືກ​ທຳລາຍ​ຄື​ກັນ​ກັບ​ການ​ຫຼົ້ມ​ສະ​ຫຼາຍ​ຂອງ​ກຸ່ມ​ຄອມມູນິດ​ໃນ​ເອີຣົບ​ຕາເວັນ​ອອກ. ເລື່ອງ​ໜ້າ​ຕົກໃຈ​ຍັງ​ບໍ່​ໝົດ​ເທົ່າ​ນັ້ນ. ຂ້ອຍ​ໄດ້​ມາ​ຮູ້​ອີກ​ວ່າ​ມີ​ຄວາມ​ບໍ່​ຍຸຕິທຳ​ເກີດ​ຂຶ້ນ​ບັກ​ຫຼາຍໆໃນ​ສາທາລະນະ​ລັດ​ປະຊາທິປະໄຕ​ເຢຍລະມັນ. ຕົວຢ່າງ​ເຊັ່ນ ຄົນ​ທີ່​ບໍ່​ສະໜັບສະໜູນ​ຄອມມູນິດ​ຈະ​ຖືກ​ປະຕິບັດ​ແບບ​ຊົນ​ຊັ້ນ​ຕ່ຳ. ມັນ​ເປັນ​ແບບ​ນັ້ນ​ໄດ້​ແນວ​ໃດ? ເປັນ​ຫຍັງ​ຄອມມູນິດ​ບໍ່​ເຮັດ​ໃຫ້​ເກີດ​ຄວາມ​ເທົ່າ​ທຽມ​ກັນ? ຄອມມູນິດ​ເປັນ​ພຽງ​ຄວາມ​ເພີ້​ຝັນ​ແມ່ນ​ບໍ? ນີ້​ເຮັດ​ໃຫ້​ຂ້ອຍ​ເຄັ່ງ​ຕຶງ​ຫຼາຍ.

ຂ້ອຍ​ກໍ​ເລີຍ​ປ່ຽນ​ໄປ​ສົນ​ໃຈ​ດົນຕີ​ແລະ​ສິລະປະ. ຂ້ອຍ​ໄດ້​ເຂົ້າ​ຮຽນ​ຢູ່​ສະຖາບັນ​ດົນຕີ​ເຊິ່ງ​ອາດ​ເຮັດ​ໃຫ້​ມີ​ໂອກາດ​ໄດ້​ຮຽນ​ຕໍ່​ຈົນ​ເຖິງ​ລະດັບ​ມະຫາ​ວິທະຍາໄລ ຂ້ອຍ​ກໍ​ເລີຍ​ຝັນ​ຢາກ​ຈະ​ເປັນ​ສິລະປິນ. ໃນ​ຕອນ​ນັ້ນ ຂ້ອຍ​ບໍ່​ສົນ​ໃຈ​ຫຼັກ​ສິນລະທຳ​ທີ່​ພໍ່​ແມ່​ເຄີຍ​ສອນ​ອີກ​ຕໍ່​ໄປ. ຂ້ອຍ​ສົນ​ໃຈ​ແຕ່​ຄວາມ​ມ່ວນ​ຊື່ນ ເຊິ່ງ​ລວມ​ເຖິງ​ການ​ຄົບ​ຜູ້​ຫ​ຍິງ​ຫຼາຍ​ຄົນ​ພ້ອມ​ກັນ. ແຕ່​ດົນຕີ ສິລະປະ ແລະ​ການ​ໃຊ້​ຊີວິດ​ຕາມ​ໃຈ​ໂຕ​ເອງ​ກໍ​ບໍ່​ໄດ້​ຊ່ວຍ​ໃຫ້​ຄວາມ​ກັງວົນ​ຂອງ​ຂ້ອຍ​ຫຼຸດ​ໜ້ອຍ​ລົງ. ແມ່ນ​ແຕ່​ຮູບ​ທີ່​ຂ້ອຍ​ແຕ້ມ​ກໍ​ສະທ້ອນ​ໃຫ້​ເຫັນ​ຄວາມ​ຢ້ານ. ອະນາຄົດ​ຈະ​ເປັນ​ແນວ​ໃດ? ແລະ​ເຮົາ​ເກີດ​ມາ​ເຮັດ​ຫຍັງ?

ໃນ​ທີ່​ສຸດ​ຂ້ອຍ​ກໍ​ພົບ​ຄຳຕອບ​ທີ່​ຊອກ​ຫາ​ມາ​ດົນ ຄຳຕອບ​ນັ້ນ​ເຮັດ​ໃຫ້​ຂ້ອຍ​ປະຫຼາດ​ໃຈ. ຕອນ​ແລງ​ມື້​ໜຶ່ງ​ຢູ່​ສະຖາບັນ​ດົນຕີ ຂ້ອຍ​ນັ່ງ​ລົມ​ກັບ​ໝູ່​ນັກ​ສຶກສາ​ເລື່ອງ​ອະນາຄົດ. ນັກ​ສຶກສາ​ຄົນ​ໜຶ່ງ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ຊື່​ແມ​ນ​ດີ້ *ໄດ້​ຊ່ວຍ​ຊີ້​ທາງ​ໃຫ້​ຂ້ອຍ. ລາວ​ບອກ​ວ່າ “ອັນດຣຽດສ໌ ຖ້າ​ເຈົ້າ​ຢາກ​ໄດ້​ຄຳຕອບ​ເລື່ອງ​ຊີວິດ​ແລະ​ອະນາຄົດ ລອງ​ເບິ່ງ​ໃນ​ຄຳພີ​ໄບເບິນ​ແມ້.”

ຂ້ອຍ​ບໍ່​ໄດ້​ເຊື່ອ​ທັນທີ ແຕ່​ກໍ​ຢາກ​ຮູ້​ວ່າ​ຄຳພີ​ໄບເບິນ​ບອກ​ຫຍັງ. ແມ​ນ​ດີ້​ເປີດ​ດານຽນ​ບົດ 2 ໃຫ້​ຂ້ອຍ​ເບິ່ງ ແລະ​ເມື່ອ​ຂ້ອຍ​ອ່ານ​ຂ້ອຍ​ກໍ​ຮູ້ສຶກ​ແປກ​ໃຈ​ຫຼາຍ. ມັນ​ເປັນ​ຄຳ​ພະຍາກອນ​ເລື່ອງ​ມະຫາ​ອຳນາດ​ໂລກ​ທີ່​ລຽງ​ຕາມ​ລຳດັບ ເຊິ່ງ​ໝາຍ​ເຖິງ​ລັດຖະບານ​ຕ່າງໆທີ່​ມີ​ອິດທິພົນ​ຫຼາຍ​ໃນ​ສະໄໝ​ແຕ່​ກີ້​ມາ​ຈົນ​ຮອດ​ສະໄໝ​ຂອງ​ເຮົາ. ແມ​ນ​ດີ້​ຍັງ​ໃຫ້​ຂ້ອຍ​ເບິ່ງ​ຄຳ​ພະຍາກອນ​ອື່ນໆຈາກ​ຄຳພີ​ໄບເບິນ​ທີ່​ເວົ້າ​ເຖິງ​ເລື່ອງ​ອະນາຄົດ​ນຳ. ໃນ​ທີ່​ສຸດ​ຂ້ອຍ​ກໍ​ພົບ​ຄຳຕອບ​ທີ່​ຢາກ​ຮູ້! ແລ້ວ​ແມ່ນ​ໃຜ​ລະ​ທີ່​ເປັນ​ຄົນ​ຂຽນ​ຄຳ​ພະຍາກອນ​ເຫຼົ່າ​ນີ້ ແລະ​ໃຜ​ສາມາດ​ທຳ​ນາຍ​ອະນາຄົດ​ໄດ້​ຢ່າງ​ຖືກຕ້ອງ​ແບບ​ນີ້? ຫຼື​ວ່າ​ມີ​ພະເຈົ້າ​ຢູ່​ແທ້ໆ?

ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຂ້ອຍ​ແນວ​ໃດ

ແມ​ນ​ດີ້​ແນະນຳ​ໃຫ້​ຂ້ອຍ​ຮູ້ຈັກ​ກັບ​ຮອດ​ສ໌​ແລະ​ແອ​ງ​ເຈ​ລິ​ກ້າ ຄູ່​ຜົວ​ເມຍ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ທີ່​ຊ່ວຍ​ຂ້ອຍ​ໃຫ້​ເຂົ້າ​ໃຈ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ. ບໍ່​ດົນ​ຂ້ອຍ​ກໍ​ເຂົ້າ​ໃຈ​ວ່າ​ພະຍານ​ພະ​ເຢໂຫວາ​ເປັນ​ອົງການ​ທາງ​ສາສະໜາ​ພຽງ​ກຸ່ມ​ດຽວ​ທີ່​ໃຊ້​ແລະ​ໃຫ້​ຄວາມ​ສຳຄັນ​ກັບ​ຊື່​ຂອງ​ພະເຈົ້າ​ເຊິ່ງ​ກໍ​ຄື ເຢໂຫວາ ຢ່າງ​ສະເໝີ​ຕົ້ນ​ສະເໝີ​ປາຍ. (ຄຳເພງ 83:18; ມັດທາຍ 6:​9) ຂ້ອຍ​ໄດ້​ຮູ້​ວ່າ​ພະ​ເຢໂຫວາ​ໃຫ້​ໂອກາດ​ມະນຸດ​ມີ​ຊີວິດ​ຕະຫຼອດ​ໄປ​ແລະ​ໄດ້​ຢູ່​ໃນ​ໂລກ​ທີ່​ເປັນ​ສວນ​ອຸທິຍານ. ຄຳເພງ 37:9, ລ.ມ. ບອກ​ວ່າ “ຄົນ​ທີ່​ລໍ​ຖ້າ​ພະ​ເຢໂຫວາ​ຈະ​ໄດ້​ຢູ່​ໃນ​ໂລກ.” ຂ້ອຍ​ປະທັບ​ໃຈ​ເລື່ອງ​ນີ້​ຫຼາຍ ທຸກ​ຄົນ​ທີ່​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ​ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ​ຈະ​ໄດ້​ຮັບ​ໂອກາດ​ນີ້.

ແຕ່​ບັນຫາ​ແມ່ນ ການ​ປ່ຽນ​ຊີວິດ​ເພື່ອ​ເຮັດ​ຕາມ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ເປັນ​ເລື່ອງ​ຍາກ​ຫຼາຍ​ສຳລັບ​ຂ້ອຍ. ການ​ເປັນ​ສິລະປິນ​ທີ່​ປະສົບ​ຄວາມ​ສຳເລັດ​ເຮັດ​ໃຫ້​ຂ້ອຍ​ເປັນ​ຄົນ​ຍິ່ງ ຂ້ອຍ​ຈຶ່ງ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ. ນອກ​ຈາກ​ນັ້ນ ການ​ເຊົາ​ໃຊ້​ຊີວິດ​ແບບ​ຜິດສິນລະທຳ​ກໍ​ບໍ່​ງ່າຍ​ຄື​ກັນ. ຂ້ອຍ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆທີ່​ອົດ​ທົນ ເມດຕາ ແລະ​ເຂົ້າ​ໃຈ​ຄົນ​ທີ່​ພະຍາຍາມ​ປ່ຽນ​ແປງ​ໂຕ​ເອງ​ເພື່ອ​ເຮັດ​ຕາມ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ!

ຄອມມູນິດ​ແລະ​ຄວາມ​ເຊື່ອ​ທີ່​ວ່າ​ບໍ່​ມີ​ພະເຈົ້າ​ໄດ້​ຫຼໍ່​ຫຼອມ​ຂ້ອຍ​ມາ​ຈົນ​ຮອດ​ອາຍຸ 18 ປີ ແຕ່​ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຂ້ອຍ​ຕັ້ງ​ແຕ່​ນັ້ນ​ມາ. ສິ່ງ​ທີ່​ໄດ້​ຮຽນ​ຊ່ວຍ​ຫຼຸດ​ຄວາມ​ກັງວົນ​ຂອງ​ຂ້ອຍ​ເລື່ອງ​ອະນາຄົດ​ແລະ​ເຮັດ​ໃຫ້​ຂ້ອຍ​ຮູ້​ວ່າ​ເຮົາ​ເກີດ​ມາ​ເຮັດ​ຫຍັງ. ໃນ​ປີ 1993 ຂ້ອຍ​ຮັບ​ບັບເຕມາ​ເປັນ​ພະຍານ​ພະ​ເຢໂຫວາ ແລະ​ໃນ​ປີ 2000 ຂ້ອຍ​ໄດ້​ແຕ່ງ​ດອງ​ກັບ​ທາ​ບິຕ້າ ເຊິ່ງ​ເປັນ​ໝູ່​ຮ່ວມ​ຄວາມ​ເຊື່ອ​ທີ່​ກະຕືລືລົ້ນ. ເຮົາ​ໃຊ້​ເວລາ​ສ່ວນ​ຫຼາຍ​ໃນ​ການ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮຽນ​ຄຳພີ​ໄບເບິນ. ເຮົາ​ພົບ​ຫຼາຍ​ຄົນ​ທີ່​ມີ​ພູມ​ຫຼັງ​ຄື​ກັນ​ກັບ​ຂ້ອຍ ຄື​ຖືກ​ຫຼໍ່​ຫຼອມ​ໂດຍ​ຄອມມູນິດ​ແລະ​ຄວາມ​ເຊື່ອ​ທີ່​ວ່າ​ບໍ່​ມີ​ພະເຈົ້າ. ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ.

ປະໂຫຍດ​ທີ່​ໄດ້​ຮັບ

ຕອນ​ທີ່​ຂ້ອຍ​ເລີ່ມ​ຮູ້ຈັກ​ແລະ​ຮຽນ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ ພໍ່​ແມ່​ຂ້ອຍ​ຮູ້ສຶກ​ຢ້ານ​ຫຼາຍ. ແຕ່​ຕໍ່​ມາ ພໍ່​ແມ່​ກໍ​ເຫັນ​ວ່າ​ຂ້ອຍ​ປ່ຽນ​ໄປ​ໃນ​ທາງ​ທີ່​ດີ. ຕອນ​ນີ້​ຂ້ອຍ​ດີ​ໃຈ​ຫຼາຍ ທີ່​ພວກ​ເພິ່ນ​ອ່ານ​ຄຳພີ​ໄບເບິນ​ແລະ​ໄປ​ປະຊຸມ​ກັບ​ພະຍານ​ພະ​ເຢໂຫວາ.

ຂ້ອຍ​ກັບ​ທາ​ບິຕ້າ​ມີ​ຊີວິດ​ຄູ່​ທີ່​ມີ​ຄວາມ​ສຸກ​ຍ້ອນ​ເຮົາ​ພະຍາຍາມ​ຫຼາຍ​ເພື່ອ​ຈະ​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເລື່ອງ​ການ​ໃຊ້​ຊີວິດ​ຄູ່. ເຊັ່ນ ການ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ບອກ​ໃຫ້​ເຮົາ​ສັດ​ຊື່​ຕໍ່​ກັນ​ຊ່ວຍ​ໃຫ້​ຊີວິດ​ຄູ່​ຂອງ​ເຮົາ​ໝັ້ນ​ຄົງ​ສະເໝີ.​—ເຮັບເຣີ 13:4

ຂ້ອຍ​ບໍ່​ຢ້ານ​ແລະ​ກັງວົນ​ເລື່ອງ​ອະນາຄົດ​ອີກ​ຕໍ່​ໄປ. ຂ້ອຍ​ຮູ້ສຶກ​ວ່າ​ໂຕ​ເອງ​ເປັນ​ສວນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ດຽວ​ກັນ​ທົ່ວ​ໂລກ ມີ​ສັນຕິສຸກ​ແທ້​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ເຮົາ​ທຸກ​ຄົນ​ປະຕິບັດ​ຕໍ່​ກັນ​ຢ່າງ​ເທົ່າ​ທຽມ. ນີ້​ແມ່ນ​ແນວ​ຄິດ​ທີ່​ຂ້ອຍ​ເຊື່ອ​ແລະ​ຊອກ​ຫາ​ມາ​ຕະຫຼອດ​ຊີວິດ.

^ ຂໍ້ 12 ຊື່​ສົມມຸດ.