ຂ້າມໄປທີ່ເນື້ອໃນ

ວິທະຍາສາດ​ກັບ​ຄຳພີ​ໄບເບິນ​ສອດຄ່ອງ​ລົງ​ຮອຍ​ກັນ​ບໍ?

ວິທະຍາສາດ​ກັບ​ຄຳພີ​ໄບເບິນ​ສອດຄ່ອງ​ລົງ​ຮອຍ​ກັນ​ບໍ?

ຄຳຕອບ​ຈາກ​ຄຳພີ​ໄບເບິນ

 ແມ່ນ​ແລ້ວ ເຖິງ​ວ່າ​ຄຳພີ​ໄບເບິນ​ບໍ່​ແມ່ນ​ປຶ້ມ​ວິທະຍາສາດ ແຕ່​ກໍ​ໃຫ້​ຂໍ້​ມູນ​ທີ່​ຖືກຕ້ອງ​ເມື່ອ​ເວົ້າ​ເຖິງ​ເລື່ອງ​ທາງ​ວິທະຍາສາດ. ລອງ​ເບິ່ງ​ບາງ​ຕົວຢ່າງ​ທີ່​ເຮັດ​ໃຫ້​ເຫັນ​ວ່າ​ຄຳພີ​ໄບເບິນ​ກັບ​ວິທະຍາສາດ​ສອດຄ່ອງ​ກັນ ແລະ​ຄຳພີ​ໄບເບິນ​ບອກ​ຄວາມ​ຈິງ​ທາງ​ວິທະຍາສາດ​ເຊິ່ງ​ຕ່າງ​ກັນ​ຫຼາຍ​ກັບ​ສິ່ງ​ທີ່​ຫຼາຍ​ຄົນ​ເຊື່ອ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ.

  •   ເອກະພົບ​ມີ​ຈຸດ​ເລີ່ມ​ຕົ້ນ. (ຕົ້ນເດີມ 1:1) ກົງ​ກັນ​ຂ້າມ ນິທານ​ບູຮານ​ຫຼາຍ​ເລື່ອງ​ບອກ​ວ່າ​ເອກະພົບ​ບໍ່​ໄດ້​ຖືກ​ສ້າງ ແຕ່​ເກີດ​ຈາກ​ຄວາມ​ຫຍຸ້ງເຫຍີງ​ທີ່​ມີ​ຢູ່​ແລ້ວ. ຄົນ​ບາບີໂລນ​ເຊື່ອ​ວ່າ​ພວກ​ເທບ​ພະເຈົ້າ​ທີ່​ສ້າງ​ເອກະພົບ​ຂຶ້ນ​ມາ​ມາ​ຈາກ​ສອງ​ມະຫາ​ສະໝຸດ. ຕຳນານ​ອື່ນໆບອກ​ວ່າ​ເອກະພົບ​ເກີດ​ຈາກ​ໄຂ່​ໜ່ວຍ​ໃຫຍ່.

  •   ໃນ​ແຕ່​ລະ​ມື້​ເອກະພົບ​ຖືກ​ຄວບຄຸມ​ໂດຍ​ກົດ​ທີ່​ເປັນ​ລະບຽບ​ໃນ​ທຳ​ມະຊາດ ບໍ່​ໄດ້​ຖືກ​ຄວບຄຸມ​ໂດຍ​ຄວາມ​ຄິດ​ແປກໆຂອງ​ເທບ​ພະເຈົ້າ. (ໂຢບ 38:33; ເຢເຣມີ 33:25) ເລື່ອງ​ເລົ່າ​ຈາກ​ທົ່ວ​ໂລກ​ບອກ​ວ່າ​ເທບ​ພະເຈົ້າ​ຕ່າງໆມັກ​ເຮັດ​ສິ່ງ​ທີ່​ບໍ່​ສາມາດ​ຄາດ​ເດົາ​ໄດ້​ແລະ​ໂຫດ​ຮ້າຍ​ເຊິ່ງ​ມະນຸດ​ກໍ​ບໍ່​ມີ​ທາງ​ທີ່​ຈະ​ລອດ​ໄດ້.

  •   ໂລກ​ລອຍ​ຢູ່​ໃນ​ອະວະກາດ​ທີ່​ວ່າງ​ເປົ່າ. (ໂຢບ 26:7) ໃນ​ສະໄໝ​ບູຮານ​ຫຼາຍ​ຄົນ​ເຊື່ອ​ວ່າ​ໂລກ​ແບນ​ແລະ​ວາງ​ໄວ້​ຢູ່​ເທິງ​ຫຼັງ​ຍັກ​ຫຼື​ສັດ​ໂຕ​ໃຫຍ່ ເຊັ່ນ ຄວາຍ​ຫຼື​ເຕົ່າ.

  •   ແມ່​ນ້ຳ​ແລະ​ນ້ຳ​ພຸ​ເກີດ​ຈາກ​ນ້ຳ​ໃນ​ມະຫາ​ສະໝຸດ​ແລະ​ແຫຼ່ງ​ນ້ຳ​ອື່ນໆທີ່​ລະ​ເຫີຍ​ຂຶ້ນ​ໄປ​ໃນ​ອາກາດ​ແລ້ວ​ຕົກ​ລົງ​ມາ​ເປັນ​ຝົນ ຫິມະ ຫຼື​ໝາກ​ເຫັບ. (ໂຢບ 36:27, 28; ຜູ້​ເທສະໜາ​ປ່າວ​ປະກາດ 1:7; ເອຊາອີ 55:10; ອາໂມດ 9:6) ຄົນ​ກຣີກ​ໃນ​ສະໄໝ​ບູຮານ​ເຊື່ອ​ວ່າ​ແມ່ນ້ຳ​ມາ​ຈາກ​ແຫຼ່ງ​ນ້ຳ​ໃຕ້​ພື້ນ​ມະຫາ​ສະໝຸດ ແລະ​ພາ​ກັນ​ເຊື່ອ​ຈົນ​ຮອດ​ສະໄໝ​ສະຕະວັດ​ທີ 18.

  •   ພູເຂົາ​ຕ່າງໆສູງ​ຂຶ້ນ​ແລະ​ຍຸບ​ຕ່ຳ​ລົງ ແລະ​ຄັ້ງ​ໜຶ່ງ​ພູເຂົາ​ໃນ​ທຸກ​ມື້​ນີ້​ເຄີຍ​ຢູ່​ໃຕ້​ມະຫາ​ສະໝຸດ. (ຄຳເພງ 104:6, 8) ກົງ​ກັນ​ຂ້າມ ເລື່ອງ​ເລົ່າ​ຫຼາຍ​ເລື່ອງ​ບອກ​ວ່າ​ພວກ​ເທບ​ພະເຈົ້າ​ສ້າງ​ພູເຂົາ​ຕ່າງໆໃຫ້​ເປັນ​ແບບ​ທີ່​ພວກ​ເຮົາ​ເຫັນ​ໃນ​ທຸກ​ມື້​ນີ້​ຕັ້ງ​ແຕ່​ທຳອິດ.

  •   ການ​ຮັກສາ​ຄວາມ​ສະອາດ​ຊ່ວຍ​ໃຫ້​ສຸຂະພາບ​ແຂງແຮງ. ກົດໝາຍ​ທີ່​ຄົນ​ອິດສະຣາເອນ​ໄດ້​ຮັບ​ຈາກ​ພະເຈົ້າ​ມີ​ຂໍ້​ກຳນົດ​ທີ່​ບອກ​ໃຫ້​ລ້າງ​ມື​ຫຼັງ​ຈາກ​ໄປ​ຈັບ​ສົບ​ຄົນ​ຕາຍ ໃຫ້​ກັກ​ໂຕ​ຄົນ​ທີ່​ເປັນ​ພະຍາດ​ຕິດ​ຕໍ່ ແລະ​ເມື່ອ​ຖ່າຍ​ໜັກ​ຕ້ອງ​ຂຸດ​ຂຸມ​ຖົມ​ໃຫ້​ຮຽບຮ້ອຍ. (ພວກເລວີ 11:28; 13:1-5; ພະບັນຍັດ 23:13) ກົງ​ກັນ​ຂ້າມ ໃນ​ສະໄໝ​ທີ່​ພະເຈົ້າ​ໃຫ້​ກົດໝາຍ​ນີ້​ກັບ​ຊາດ​ອິດສະຣາເອນ ຄົນ​ເອຢິບ​ມີ​ວີ​ທີ​ທີ່​ຕ່າງ​ອອກ​ໄປ ເຂົາ​ເຈົ້າ​ຮັກສາ​ບາດ​ແຜ​ສົດ​ໂດຍ​ທາ​ຢາ​ທີ່​ມີ​ອາຈົມ​ປະສົມ​ຢູ່​ນຳ.

ຄຳພີ​ໄບເບິນ​ມີ​ຂໍ້​ຜິດ​ພາດ​ທາງ​ວິທະຍາສາດ​ບໍ?

 ການ​ກວດ​ສອບ​ຄຳພີ​ໄບເບິນ​ຢ່າງ​ລະອຽດ​ພົບ​ວ່າ​ບໍ່​ມີ​ຂໍ້​ຜິດ​ພາດ​ເລີຍ. ຕໍ່​ໄປ​ນີ້​ແມ່ນ​ຄວາມ​ເຂົ້າ​ໃຈ​ຜິດ​ບາງ​ຢ່າງ​ກ່ຽວ​ກັບ​ຄວາມ​ຖືກຕ້ອງ​ທາງ​ວິທະຍາສາດ​ໃນ​ຄຳພີ​ໄບເບິນ:

 ເລື່ອງ​ເລົ່າ: ຄຳພີ​ໄບເບິນ​ບອກ​ວ່າ​ເອກະພົບ​ຖືກ​ສ້າງ​ຂຶ້ນ​ພາຍ​ໃນ 6 ມື້​ເຊິ່ງ​ແຕ່​ລະ​ມື້​ມີ 24 ຊົ່ວ​ໂມງ.

 ຄວາມ​ຈິງ: ຄຳພີ​ໄບເບິນ​ບອກ​ວ່າ​ພະເຈົ້າ​ສ້າງ​ເອກະພົບ​ຕັ້ງ​ແຕ່​ອະດີດ​ແລ້ວ ແລະ​ບໍ່​ໄດ້​ບອກ​ເວລາ​ທີ່​ແນ່ນອນ​ວ່າ​ສ້າງ​ຂຶ້ນ​ຕອນ​ໃດ. (ຕົ້ນເດີມ 1:1) ມື້​ທີ່​ສ້າງ​ເຊິ່ງ​ບອກ​ໄວ້​ໃນ​ປື້​ມ​ຕົ້ນເດີມ​ບົດ 1 ກໍ​ບໍ່​ໄດ້​ບອກ​ວ່າ​ໃຊ້​ເວລາ​ດົນ​ສ່ຳ​ໃດ. ທີ່​ຈິງ ຄຳພີ​ໄບເບິນ​ເອີ້ນ​ໄລຍະ​ເວລາ​ທີ່​ພະເຈົ້າ​ສ້າງ​ທ້ອງ​ຟ້າ​ແລະ​ໂລກ​ວ່າ “ວັນ.”—ຕົ້ນເດີມ 2:4, ລ.ມ.

 ເລື່ອງ​ເລົ່າ: ຄຳພີ​ໄບເບິນ​ບອກ​ວ່າ​ພືດ​ຜັກ​ຖືກ​ສ້າງ​ຂຶ້ນ​ມາ​ກ່ອນ​ຈະ​ມີ​ດວງ​ຕາເວັນ​ມາ​ຊ່ວຍ​ໃນ​ການ​ສັງ​ເຄາະ​ແສງ.—ຕົ້ນເດີມ 1:11, 16

 ຄວາມ​ຈິງ: ຄຳພີ​ໄບເບິນ​ບອກ​ວ່າ​ດວງ​ຕາເວັນ ເຊິ່ງ​ຖື​ວ່າ​ເປັນ​ດາວ​ດວງ​ໜຶ່ງ​ທີ່​ຢູ່​ເທິງ “ຟ້າ” ຖືກ​ສ້າງ​ກ່ອນ​ພືດ​ຜັກ. (ຕົ້ນເດີມ 1:1) ແສງ​ມົວໆຈາກ​ດວງ​ຕາເວັນ​ສ່ອງ​ມາ​ເຖິງ​ພື້ນ​ໂລກ​ໃນ “ວັນ” ຫຼື​ໄລຍະ​ທຳອິດ​ຂອງ​ການ​ສ້າງ. ເມື່ອ​ບັນຍາກາດ​ແຈ່ມ​ໃສ​ຂຶ້ນ​ໃນ “ວັນ” ທີ 3 ຂອງ​ການ​ສ້າງ ແສງ​ຕາເວັນ​ກໍ​ແຮງ​ພໍ​ທີ່​ຈະ​ໃຫ້​ພືດ​ສັງ​ເຄາະ​ແສງ​ໄດ້. (ຕົ້ນເດີມ 1:3-5, 12, 13) ຫຼັງ​ຈາກ​ນັ້ນ​ກໍ​ສາມາດ​ເຫັນ​ດວງ​ຕາເວັນ​ໄດ້​ຢ່າງ​ຈະ​ແຈ້ງ​ຈາກ​ພື້ນ​ໂລກ.—ຕົ້ນເດີມ 1​:16

 ເລື່ອງ​ເລົ່າ: ຄຳພີ​ໄບເບິນ​ບອກ​ວ່າ​ດວງ​ຕາເວັນ​ໝູນ​ອ້ອມ​ໂລກ.

 ຄວາມ​ຈິງ: ຜູ້​ເທສະໜາ​ປ່າວ​ປະກາດ 1:5, ລ.ມ. ບອກ​ວ່າ: “ດວງ​ຕາເວັນ​ຂຶ້ນ​ແລ້ວ​ກໍ​ຕົກ ແລ້ວ​ມັນ​ກໍ​ຟ້າວ​ກັບ​ໄປ​ຂຶ້ນ​ບ່ອນ​ເກົ່າ​ອີກ.” ແຕ່​ຂໍ້​ຄວາມ​ນີ້​ພຽງ​ແຕ່​ອະທິບາຍ​ການ​ໂຄ​ຈອນ​ຂອງ​ດວງ​ຕາເວັນ​ເມື່ອ​ເບິ່ງ​ຈາກ​ໂລກ. ໃນ​ທຸກ​ມື້​ນີ້ ເຖິງ​ວ່າ​ຄົນ​ເຮົາ​ຈະ​ໃຊ້​ຄຳ​ວ່າ “ດວງ​ຕາເວັນ​ຂຶ້ນ” ແລະ “ດວງ​ຕາເວັນ​ຕົກ” ແຕ່​ທຸກ​ຄົນ​ກໍ​ຮູ້​ວ່າ​ໂລກ​ໝູນ​ອ້ອມ​ດວງ​ຕາເວັນ.

 ເລື່ອງ​ເລົ່າ: ຄຳພີ​ໄບເບິນ​ບອກ​ວ່າ​ໂລກ​ແບນ.

 ຄວາມ​ຈິງ: ຄຳພີ​ໄບເບິນ​ໃຊ້​ປະໂຫຍກ “ສຸດ​ຂອບ​ໂລກ” ເພື່ອ​ໝາຍ​ເຖິງ “ບໍລິເວນ​ທີ່​ໄກ​ທີ່​ສຸດ​ຂອງ​ແຜ່ນດິນ​ໂລກ” ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ໂລກ​ແບນ​ຫຼື​ມີ​ຂອບ. (ກິດຈະການ 1:8) ຄື​ກັບ​ຄຳ​ວ່າ “ສີ່​ມຸມ​ໂລກ” ກໍ​ເປັນ​ຄຳ​ປຽບ​ທຽບ​ທີ່​ໝາຍ​ເຖິງ​ພື້ນ​ໂລກ​ທັງ​ໝົດ ທຸກ​ມື້​ນີ້​ເມື່ອ​ຄົນ​ເວົ້າ​ວ່າ ທົ່ວ​ທຸກ​ທິດ ກໍ​ໝາຍ​ເຖິງ​ທົ່ວ​ໂລກ.—ເອຊາອີ 11:12, ລ.ມ; ລູກາ 13:29

 ເລື່ອງ​ເລົ່າ: ຄຳພີ​ໄບເບິນ​ບອກ​ວ່າ​ລວງ​ຮອບ​ຂອງ​ວົງ​ມົນ​ມີ​ຄວາມ​ຍາວ​ເປັນ​ສາມ​ເທົ່າ​ຂອງ​ເສັ້ນ​ຜ່າ​ໃຈ​ກາງ​ພໍ​ດີ ແຕ່​ຄ່າ​ທີ່​ຖືກຕ້ອງ​ແທ້ໆແມ່ນ​ປີ້ (π) ຫຼື​ປະມານ 3,1416.

 ຄວາມ​ຈິງ: ການ​ແທກ​ອ່າງ​ໃຫຍ່​ຫຼື “ທະເລ​ທອງແດງ” ໃນ 1 ກະສັດ 7:23, ລ.ມ. ແລະ 2 ຂ່າວຄາວ 4:2, ລ.ມ. ບອກ​ວ່າ​ອ່າງ​ນັ້ນ​ມີ​ເສັ້ນ​ຜ່າ​ໃຈ​ກາງ 10 ສອກ​ແລະ “ແທກ​ໂດຍ​ຮອບ​ໄດ້ 30 ສອກ.” ຄ່າ​ເຫຼົ່າ​ນີ້​ອາດ​ເປັນ​ໂຕ​ເລກ​ທີ່​ໃກ້​ຄຽງ​ທີ່​ສຸດ. ເປັນ​ໄປ​ໄດ້​ວ່າ​ເປັນ​ການ​ແທກ​ລວງ​ຮອບ​ແລະ​ເສັ້ນ​ຜ່າ​ໃຈ​ກາງ​ຈາກ​ທາງ​ໃນ​ແລະ​ທາງ​ນອກ​ຂອງ​ອ່າງ​ໃຫຍ່​ນັ້ນ.