ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 01

ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ?

ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ?

ເຮົາ​ທຸກ​ຄົນ​ຢາກ​ຮູ້​ຫຼາຍ​ຂຶ້ນ​ໃນ​ເລື່ອງ​ຊີວິດ ຄວາມ​ທຸກ ຄວາມ​ຕາຍ ແລະ​ອະນາຄົດ. ເຮົາ​ຍັງ​ກັງວົນ​ກັບ​ບັນຫາ​ໃນ​ແຕ່​ລະ​ມື້​ນຳ​ເຊັ່ນ ເຮັດ​ແນວ​ໃດ​ຈຶ່ງ​ຈະ​ມີ​ເງິນ​ພໍ​ໃຊ້​ຫຼື​ເຮັດ​ແນວ​ໃດ​ຄອບຄົວ​ຈຶ່ງ​ຈະ​ມີ​ຄວາມ​ສຸກ. ຫຼາຍ​ຄົນ​ພົບ​ວ່າ​ຄຳພີ​ໄບເບິນ​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ຄຳຕອບ​ຂອງ​ຄຳຖາມ​ທີ່​ສຳຄັນ​ໃນ​ຊີວິດ​ເທົ່າ​ນັ້ນ​ແຕ່​ຍັງ​ໃຫ້​ຄຳ​ແນະນຳ​ທີ່​ໃຊ້​ໄດ້​ແທ້​ໃນ​ຊີວິດ​ແຕ່​ລະ​ມື້​ນຳ. ເຈົ້າ​ຄິດ​ວ່າ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຈົ້າ​ແລະ​ຄົນ​ທີ່​ເຈົ້າ​ຮູ້ຈັກ​ໄດ້​ບໍ?

1. ຄຳພີ​ໄບເບິນ​ຕອບ​ຄຳຖາມ​ຫຍັງ​ແດ່?

ຄຳພີ​ໄບເບິນ​ຕອບ​ຄຳຖາມ​ທີ່​ສຳຄັນ​ເຫຼົ່າ​ນີ້​ເຊັ່ນ: ສິ່ງ​ມີ​ຊີວິດ​ເກີດ​ຂຶ້ນ​ມາ​ໄດ້​ແນວ​ໃດ? ເຮົາ​ເກີດ​ມາ​ເຮັດ​ຫຍັງ? ເປັນ​ຫຍັງ​ຄົນ​ດີ​ຈຶ່ງ​ເຈິ​ຄວາມ​ທຸກ? ຕາຍ​ແລ້ວ​ເປັນ​ແນວ​ໃດ? ເຮົາ​ທຸກ​ຄົນ​ຢາກ​ໃຫ້​ມີ​ຄວາມ​ສະຫງົບ​ສຸກ ແຕ່​ເປັນ​ຫຍັງ​ຈຶ່ງ​ມີ​ສົງຄາມ? ໃນ​ອະນາຄົດ​ໂລກ​ຈະ​ເປັນ​ແນວ​ໃດ? ຄຳພີ​ໄບເບິນ​ກະຕຸ້ນ​ເຮົາ​ໃຫ້​ຊອກ​ຫາ​ຄຳຕອບ​ຂອງ​ຄຳຖາມ​ເຫຼົ່າ​ນີ້​ແລະ​ຫຼາຍ​ລ້ານ​ຄົນ​ກໍ​ໄດ້​ພົບ​ຄຳຕອບ​ທີ່​ເຮັດ​ໃຫ້​ພໍ​ໃຈ​ຫຼາຍ.

2. ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ໃນ​ແຕ່​ລະ​ມື້​ໄດ້​ແນວ​ໃດ?

ຄຳພີ​ໄບເບິນ​ໃຫ້​ຄຳ​ແນະນຳ​ທີ່​ດີ​ກັບ​ເຮົາ. ຕົວຢ່າງ​ເຊັ່ນ ຄຳພີ​ໄບເບິນ​ສອນ​ວິທີ​ທີ່​ຄອບຄົວ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. ຄຳພີ​ໄບເບິນ​ແນະນຳ​ວິທີ​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ແລະ​ວິທີ​ທີ່​ເຮົາ​ຈະ​ມີ​ຄວາມ​ສຸກ​ກັບ​ການ​ເຮັດ​ວຽກ. ເຮົາ​ຈະ​ມາ​ລົມ​ກັນ​ວ່າ​ຄຳພີ​ໄບເບິນ​ແນະນຳ​ເຮົາ​ແນວ​ໃດ​ໃນ​ເລື່ອງ​ເຫຼົ່າ​ນີ້​ແລະ​ເລື່ອງ​ອື່ນໆ. ເຈົ້າ​ຈະ​ເຫັນ​ດີ​ກັບ​ຄຳເວົ້າ​ທີ່​ວ່າ: “ພະ​ຄຳພີ​ທຸກ​ຕອນ [ທຸກ​ສິ່ງ​ໃນ​ຄຳພີ​ໄບເບິນ] . . . ມີ​ປະໂຫຍດ.”2 ຕີໂມທຽວ 3:16

ປຶ້ມ​ນີ້​ບໍ່​ໄດ້​ມາ​ແທນ​ຄຳພີ​ໄບເບິນ. ແຕ່​ປຶ້ມ​ນີ້​ກະຕຸ້ນ​ເຈົ້າ​ໃຫ້​ກວດ​ເບິ່ງ​ຄຳພີ​ໄບເບິນ​ດ້ວຍ​ໂຕ​ເອງ. ດັ່ງ​ນັ້ນ ເຮົາ​ຂໍ​ສະໜັບສະໜູນ​ເຈົ້າ​ໃຫ້​ເປີດ​ຄຳພີ​ໄບເບິນ​ອ່ານ​ໄປ​ນຳ​ຕອນ​ທີ່​ຮຽນ​ປຶ້ມ​ນີ້.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ມາ​ເບິ່ງ​ວ່າ​ຄຳພີ​ໄບເບິນ​ໄດ້​ຊ່ວຍ​ຜູ້​ຄົນ​ແນວ​ໃດ ເຈົ້າ​ຈະ​ມ່ວນ​ກັບ​ການ​ອ່ານ​ຄຳພີ​ໄບເບິນ​ໄດ້​ແນວ​ໃດ ແລະ​ເປັນ​ຫຍັງ​ຈຶ່ງ​ຕ້ອງ​ມີ​ຄົນ​ຊ່ວຍ​ອະທິບາຍ​ເພື່ອ​ຈະ​ເຂົ້າ​ໃຈ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ.

3. ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ໃຫ້​ເຮົາ

ຄຳພີ​ໄບເບິນ​ເປັນ​ຄື​ກັບ​ແສງ​ໄຟ​ແຍງ​ທາງ ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ຕັດສິນ​ໃຈ​ຢ່າງ​ສະຫຼາດ​ແລະ​ຮູ້​ວ່າ​ໃນ​ອະນາຄົດ​ຈະ​ເປັນ​ແນວ​ໃດ.

ອ່ານ​ຄຳເພງ 119:105 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຜູ້​ຂຽນ​ຄຳເພງ​ຂໍ້​ນີ້​ເບິ່ງ​ຄຳພີ​ໄບເບິນ​ແນວ​ໃດ?

  • ເຈົ້າ​ເບິ່ງ​ວ່າ​ຄຳພີ​ໄບເບິນ​ເປັນ​ປຶ້ມ​ແນວ​ໃດ?

4. ຄຳພີ​ໄບເບິນ​ຕອບ​ຄຳຖາມ​ຂອງ​ເຮົາ​ໄດ້

ຜູ້​ຍິງ​ຄົນ​ໜຶ່ງ​ໄດ້​ຄຳຕອບ​ຈາກ​ຄຳພີ​ໄບເບິນ​ສຳລັບ​ຄຳຖາມ​ທີ່​ລາວ​ສົງໄສ​ມາ​ຫຼາຍ​ປີ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ໃນ​ວິດີໂອ ຜູ້​ຍິງ​ຄົນ​ນີ້​ມີ​ຄຳຖາມ​ຫຍັງ​ແດ່?

  • ການ​ສຶກສາ​ຄຳພີ​ໄບເບິນ​ໄດ້​ຊ່ວຍ​ລາວ​ແນວ​ໃດ?

ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ​ພະຍາຍາມ​ຊອກ​ຫາ​ຄຳຕອບ. ອ່ານ​ມັດທາຍ 7:7 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ມີ​ຄຳຖາມ​ຫຍັງ​ແດ່​ທີ່​ເຈົ້າ​ຢາກ​ຮູ້​ແຕ່​ຍັງ​ບໍ່​ໄດ້​ຄຳຕອບ?

5. ເຈົ້າ​ຈະ​ມ່ວນ​ກັບ​ການ​ອ່ານ​ຄຳພີ​ໄບເບິນ

ຫຼາຍ​ຄົນ​ມ່ວນ​ກັບ​ການ​ອ່ານ​ຄຳພີ​ໄບເບິນ​ແລະ​ກໍ​ໄດ້​ຮັບ​ປະໂຫຍດ​ນຳ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ໃນ​ວິດີໂອ ໄວ​ລຸ້ນ​ຮູ້ສຶກ​ແນວ​ໃດ​ກັບ​ການ​ອ່ານ?

  • ເຖິງ​ວ່າ​ບໍ່​ມັກ​ອ່ານ​ແຕ່​ເປັນ​ຫຍັງ​ເຂົາ​ເຈົ້າ​ມັກ​ອ່ານ​ຄຳພີ​ໄບເບິນ?

ຄຳພີ​ໄບເບິນ​ໃຫ້​ຄຳ​ແນະນຳ​ທີ່​ໃຫ້​ກຳລັງ​ໃຈ​ແລະ​ຄວາມ​ຫວັງ​ກັບ​ເຮົາ. ອ່ານ​ໂຣມ 15:4 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຢາກ​ຮູ້​ຄຳ​ສັນຍາ​ທີ່​ໃຫ້​ກຳລັງ​ໃຈ​ແລະ​ຄວາມ​ຫວັງ​ໃນ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ​ບໍ?

6. ຖ້າ​ມີ​ຄົນ​ຊ່ວຍ​ອະທິບາຍ​ເຈົ້າ​ກໍ​ຈະ​ເຂົ້າ​ໃຈ​ຄຳພີ​ໄບເບິນ​ໄດ້​ຫຼາຍ​ຂຶ້ນ

ນອກ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ດ້ວຍ​ໂຕ​ເອງ​ແລ້ວ ການ​ມີ​ຄົນ​ຊ່ວຍ​ອະທິບາຍ​ກໍ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ. ອ່ານ​ກິດຈະການ 8:26-31 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຮົາ​ຈະ​ເຂົ້າ​ໃຈ​ຄຳພີ​ໄບເບິນ​ໄດ້​ແນວ​ໃດ?—ເບິ່ງ​ຂໍ້ 30 ແລະ 31

ຜູ້​ຊາຍ​ເອທິໂອເປຍ​ຕ້ອງການ​ໃຫ້​ຄົນ​ຊ່ວຍ​ອະທິບາຍ​ເພື່ອ​ຈະ​ເຂົ້າ​ໃຈ​ຄຳພີ​ໄບເບິນ. ທຸກ​ມື້​ນີ້​ຫຼາຍ​ຄົນ​ກໍ​ເຂົ້າ​ໃຈ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ​ເມື່ອ​ມີ​ຄົນ​ຊ່ວຍ​ອະທິບາຍ

ບາງ​ຄົນ​ເວົ້າ​ວ່າ: “ຮຽນ​ຄຳພີ​ໄບເບິນ​ໄປ​ເຮັດ​ຫຍັງ​ເສຍ​ເວລາ​ລ້າໆ.”

  • ເຈົ້າ​ຈະ​ວ່າ​ແນວ​ໃດ? ເປັນ​ຫຍັງ​ຈຶ່ງ​ວ່າ​ແນວ​ນັ້ນ?

ສະຫຼຸບ

ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ທີ່​ໃຊ້​ໄດ້​ແທ້​ສຳລັບ​ການ​ໃຊ້​ຊີວິດ​ໃນ​ແຕ່​ລະ​ມື້ ຕອບ​ຄຳຖາມ​ທີ່​ສຳຄັນ ໃຫ້​ກຳລັງ​ໃຈ​ແລະ​ຄວາມ​ຫວັງ​ກັບ​ຜູ້​ຄົນ.

ຄຳຖາມ​ທົບ​ທວນ

  • ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ເລື່ອງ​ຫຍັງ​ແດ່?

  • ຄຳພີ​ໄບເບິນ​ຕອບ​ຄຳຖາມ​ຫຍັງ​ແດ່?

  • ເຈົ້າ​ຢາກ​ຮູ້​ເລື່ອງ​ຫຍັງ​ຈາກ​ຄຳພີ​ໄບເບິນ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມ​ເຕີມ

ເບິ່ງ​ວ່າ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ຍັງ​ໃຊ້​ໄດ້​ແທ້​ແນວ​ໃດ​ໃນ​ທຸກ​ມື້​ນີ້.

“ຄຳ​ສອນ​ໃນ​ຄຳພີ​ໄບເບິນ—ຄວາມ​ຮູ້​ທີ່​ບໍ່​ເຄີຍ​ຫຼ້າ​ສະໄໝ” (ຫໍສັງເກດການ ສະບັບ​ທີ 1, 2018)

ເບິ່ງ​ວ່າ​ຄຳພີ​ໄບເບິນ​ຊ່ວຍ​ຄົນ​ທີ່​ເຄີຍ​ຂາດ​ຄວາມ​ໝັ້ນ​ໃຈ​ແລະ​ຮູ້ສຶກ​ວ່າ​ໂຕ​ເອງ​ບໍ່​ມີ​ຄ່າ​ຕັ້ງ​ແຕ່​ຍັງ​ນ້ອຍ​ແນວ​ໃດ.

ຂ້ອຍ​ເລີ່ມ​ຕົ້ນ​ຊີວິດ​ໃໝ່​ທີ່​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ (2:53)

ເບິ່ງ​ຄຳ​ແນະນຳ​ທີ່​ໃຊ້​ໄດ້​ແທ້​ຈາກ​ຄຳພີ​ໄບເບິນ​ສຳລັບ​ຄອບຄົວ.

“12 ເຄັດ​ລັບ​ທີ່​ເຮັດ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ” (ຕື່ນ​ເຖີດ! ສະບັບ​ທີ 2, 2018. ບໍ່​ມີ​ໃນ​ພາສາ​ລາວ)

ຄຳພີ​ໄບເບິນ​ຊ່ວຍ​ໃຫ້​ຮູ້​ຄວາມ​ຈິງ​ວ່າ​ໃຜ​ແມ່ນ​ຜູ້​ປົກຄອງ​ໂລກ.

ເປັນ​ຫຍັງ​ຈຶ່ງ​ສຶກສາ​ຄຳພີ​ໄບເບິນ?—ແບບ​ເຕັມ (3:14)