ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 25

ເພາະ​ເຫດ​ໃດ​ແລະ​ໂດຍ​ວິທີ​ໃດ​ທີ່​ເຮົາ​ສ້າງ​ຫໍ​ປະຊຸມ?

ເພາະ​ເຫດ​ໃດ​ແລະ​ໂດຍ​ວິທີ​ໃດ​ທີ່​ເຮົາ​ສ້າງ​ຫໍ​ປະຊຸມ?

ໂບ​ລີ​ວີ

ນີເຊເຣຍ ກ່ອນ​ກໍ່​ສ້າງ​ແລະ​ພາຍ​ຫຼັງ​ກໍ່​ສ້າງ

ຕາ​ຫິ​ຕິ

ຊື່​ຫໍ​ປະຊຸມ​ລາຊະອານາຈັກ​ໝາຍ​ເຖິງ​ຈຸດ​ສູນ​ກາງ​ໃນ​ການ​ພິຈາລະນາ​ການ​ສອນ​ຄຳພີ​ໄບເບິນ ເຊິ່ງ​ເລັງ​ໃສ່​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ ນັ້ນ​ເປັນ​ຫົວ​ເລື່ອງ​ຫຼັກ​ໃນ​ວຽກ​ຮັບໃຊ້​ຂອງ​ພະ​ເຍຊູ.—ລືກາ 8:1

ຫໍ​ປະຊຸມ​ເປັນ​ບ່ອນ​ນະມັດສະການ​ແທ້​ໃນ​ຊຸມຊົນ. ຫໍ​ປະຊຸມ​ເປັນ​ສະຖານ​ທີ່​ທີ່​ພະຍານ​ພະ​ເຢໂຫວາ​ຈັດ​ຕັ້ງ​ວຽກ​ງານ​ການ​ປະກາດ​ຢູ່​ພາຍ​ໃນ​ທ້ອງຖິ່ນ. (ມັດທາຍ 24:14) ຫໍ​ປະຊຸມ​ແຕ່​ລະ​ບ່ອນ​ແມ່ນ​ແຕກຕ່າງ​ທາງ​ດ້ານ​ຂະໜາດ​ແລະ​ການ​ອອກ​ແບບ ແຕ່​ຫໍ​ປະຊຸມ​ທັງ​ໝົດ​ລ້ວນ​ແຕ່​ເປັນ​ອາຄານ​ທີ່​ຮຽບ​ງ່າຍ ຫໍ​ປະຊຸມ​ຫຼາຍ​ແຫ່ງ​ຖືກ​ນຳ​ໃຊ້​ໂດຍ​ຫຼາຍ​ກວ່າ​ໜຶ່ງ​ປະຊາຄົມ. ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້ ພວກ​ເຮົາ​ໄດ້​ສ້າງ​ຫໍ​ປະຊຸມ​ໃໝ່​ຫຼາຍ​ສິບ​ພັນ​ຫໍ​ປະຊຸມ (ສະເລ່ຍ​ແລ້ວ​ມີ​ການ​ກໍ່​ສ້າງ​ຫ້າ​ຫໍ​ປະຊຸມ​ຕໍ່​ມື້) ເພື່ອ​ໃຫ້​ທັນ​ກັບ​ການ​ຂະຫຍາຍ​ຕົວ​ຂອງ​ປະຊາຄົມ​ຕ່າງ ໆ ຂອງ​ພວກ​ເຮົາ. ເລື່ອງ​ນີ້​ເປັນ​ໄປ​ໄດ້​ແນວ​ໃດ?—ມັດທາຍ 19:26

ມີ​ການ​ສ້າງ​ຫໍ​ປະຊຸມ​ໂດຍ​ໃຊ້​ເງິນ​ທີ່​ບໍລິຈາກ​ຜ່ານ​ກອງ​ທຶນ​ກໍ່​ສ້າງ​ຫໍ​ປະຊຸມ. ເງິນ​ບໍລິຈາກ​ເຫຼົ່າ​ນີ້​ຖືກ​ສົ່ງ​ໄປ​ສຳນັກງານ​ສາຂາ​ເພື່ອ​ໃຫ້​ມີ​ເງິນ​ໄວ້​ພ້ອມ​ສຳລັບ​ປະຊາຄົມ​ຕ່າງ ໆ ທີ່​ຕ້ອງການ​ກໍ່​ສ້າງ​ຫຼື​ປັບ​ປຸງ​ຫໍ​ປະຊຸມ.

ຫໍ​ປະຊຸມ​ກໍ່​ສ້າງ​ໂດຍ​ອາສາ​ສະໝັກ​ທີ່​ບໍ່​ໄດ້​ຮັບ​ຄ່າ​ຈ້າງ​ເຊິ່ງ​ແມ່ນ​ຄົນ​ຈາກ​ທຸກ​ຖານະ​ອາຊີບ. ໃນ​ຫຼາຍ​ດິນແດນ ມີ​ການ​ຕັ້ງ​ກຸ່ມ​ກໍ່​ສ້າງ​ຫໍ​ປະຊຸມ. ກຸ່ມ​ກໍ່​ສ້າງ​ຫໍ​ປະຊຸມ​ແລະ​ອາສາ​ສະໝັກ​ຄົນ​ອື່ນ ໆ ທີ່​ຊ່ວຍ​ໃນ​ໂຄງການ​ນີ້ ຍ້າຍ​ຈາກ​ປະຊາຄົມ​ໜຶ່ງ​ໄປ​ອີກ​ປະຊາຄົມ​ໜຶ່ງ​ພາຍ​ໃນ​ປະເທດ ຫຼື​ແມ່ນ​ແຕ່​ໄປ​ເຂດ​ຫ່າງ​ໄກ​ສອກ​ຫຼີກ​ເພື່ອ​ນຳ​ພາ​ໃນ​ແຕ່​ລະ​ໂຄງການ​ກໍ່​ສ້າງ​ແລະ​ເພື່ອ​ຝຶກ​ສອນ​ພະຍານ​ພະ​ເຢໂຫວາ​ໃນ​ທ້ອງຖິ່ນ. ໃນ​ດິນແດນ​ອື່ນ ມີ​ການ​ແຕ່ງ​ຕັ້ງ​ຄະນະ​ກຳມະການ​ກໍ່​ສ້າງ​ສະເພາະ​ເຂດ ເພື່ອ​ຊີ້​ນຳ​ການ​ກໍ່​ສ້າງ​ແລະ​ການ​ປັບ​ປຸງ​ຫໍ​ປະຊຸມ​ພາຍ​ໃນ​ເຂດ​ທີ່​ໄດ້​ຮັບ​ມອບ​ໝາຍ. ຜູ້​ເຖົ້າ​ແກ່​ທີ່​ມີ​ປະສົບການ​ດ້ານ​ການ​ກໍ່​ສ້າງ​ຊີ້​ນຳ​ປະຊາຄົມ​ໃນ​ທຸກ​ຂັ້ນ​ຕອນ​ຂອງ​ການ​ກໍ່​ສ້າງ ແລະ​ຊ່າງ​ທີ່​ຊຳນານ​ສະເໜີ​ແຮງ​ງານ​ຂອງ​ຕົນ​ເອງ​ລ້າ ໆ. ຢູ່​ສະຖານ​ທີ່​ກໍ່​ສ້າງ​ທຸກ ໆ ບ່ອນ​ແຮງ​ງານ​ສ່ວນ​ຫຼາຍ​ແມ່ນ​ມາ​ຈາກ​ປະຊາຄົມ​ທ້ອງຖິ່ນ. ພະ​ວິນຍານ​ຂອງ​ພະ​ເຢໂຫວາ​ແລະ​ຄວາມ​ພະຍາຍາມ​ດ້ວຍ​ສຸດ​ຈິດ​ສຸດ​ໃຈ​ຂອງ​ປະຊາຊົນ​ພະອົງ​ເຮັດ​ໃຫ້​ສິ່ງ​ທັງ​ໝົດ​ນີ້​ເປັນ​ໄປ​ໄດ້.

  • ເປັນ​ຫຍັງ​ບ່ອນ​ນະມັດສະການ​ຂອງ​ພວກ​ເຮົາ​ຈຶ່ງ​ຖືກ​ເອີ້ນ​ວ່າ​ຫໍ​ປະຊຸມ?

  • ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ຈະ​ສ້າງ​ຫໍ​ປະຊຸມ​ໃນ​ທົ່ວ​ໂລກ?