ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 12

ມີ​ການ​ຈັດ​ວຽກ​ງານ​ການ​ປະກາດ​ເລື່ອງ​ລາຊະອານາຈັກ​ແນວ​ໃດ?

ມີ​ການ​ຈັດ​ວຽກ​ງານ​ການ​ປະກາດ​ເລື່ອງ​ລາຊະອານາຈັກ​ແນວ​ໃດ?

ແອັດສະປາຍ

ເບລາ​ຣຸດ​ຊີ

ຮົງ​ກົງ

ເປຣູ

ບໍ່​ດົນ​ກ່ອນ​ຈະ​ສິ້ນ​ຊີວິດ ພະ​ເຍຊູ​ແຈ້ງ​ໃຫ້​ຮູ້​ວ່າ “ຄຳ​ປະເສີດ​ນີ້​ແຫ່ງ​ແຜ່ນດິນ [ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ] ຈະ​ເປັນ​ທີ່​ເທສະໜາ​ປ່າວ​ປະກາດ​ໄປ​ທົ່ວ​ແຜ່ນດິນ​ໂລກ ເພື່ອ​ຈະ​ເປັນ​ພິຍານ​ແກ່​ພວກ​ຕ່າງ​ປະເທດ​ທັງ​ປວງ [ທຸກ​ຊາດ] ແລະ​ເມື່ອ​ນັ້ນ​ທີ່​ສຸດ​ຈະ​ມາ​ເຖິງ​ແລ້ວ.” (ມັດທາຍ 24:14) ແຕ່​ວຽກ​ງານ​ການ​ປະກາດ​ທົ່ວ​ໂລກ​ຈະ​ສຳເລັດ​ຜົນ​ໄດ້​ແນວ​ໃດ? ໂດຍ​ການ​ຕິດ​ຕາມ​ຕົວຢ່າງ​ທີ່​ພະ​ເຍຊູ​ວາງ​ໄວ້​ຕອນ​ຢູ່​ແຜ່ນດິນ​ໂລກ.—ລືກາ 8:1

ພວກ​ເຮົາ​ພະຍາຍາມ​ຕິດ​ຕໍ່​ກັບ​ຜູ້​ຄົນ​ຢູ່​ຕາມ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ. ພະ​ເຍຊູ​ຝຶກ​ອົບຮົມ​ສາວົກ​ຂອງ​ພະອົງ​ໃຫ້​ປະກາດ​ຂ່າວ​ດີ​ຢູ່​ຕາມ​ບ້ານ​ເຮືອນ. (ມັດທາຍ 10:11-13; ກິດຈະການ 5:42; 20:20) ບັນດາ​ຜູ້​ເຜີຍ​ແຜ່​ຂ່າວ​ດີ​ໃນ​ສະຕະວັດ​ທຳອິດ​ຖືກ​ມອບ​ໝາຍ​ເຂດ​ສະເພາະ​ທີ່​ຈະ​ປະກາດ. (ມັດທາຍ 10:5, 6; 2 ໂກລິນໂທ 10:13) ໃນ​ທຸກ​ມື້​ນີ້​ກໍ​ຄ້າຍ ໆ ກັນ ວຽກ​ງານ​ກາດ​ປະກາດ​ຂອງ​ພວກ​ເຮົາ​ມີ​ການ​ຈັດ​ລະບຽບ​ເປັນ​ຢ່າງ​ດີ ແລະ​ມີ​ການ​ມອບ​ໝາຍ​ເຂດ​ຮັບ​ຜິດ​ຊອບ​ໃຫ້​ແຕ່​ລະ​ປະຊາຄົມ. ໂດຍ​ເຮັດ​ແບບ​ນີ້ ພວກ​ເຮົາ​ສາມາດ​ເຮັດ​ໃຫ້​ຄຳ​ສັ່ງ​ຂອງ​ພະ​ເຍຊູ​ສຳເລັດ​ທີ່​ວ່າ “ໄປ​ເທສະໜາ​ປ່າວ​ປະກາດ​ແກ່​ຄົນ​ທັງ​ຫຼາຍ.”—ກິດຈະການ 10:42

ພວກ​ເຮົາ​ພະຍາຍາມ​ເຂົ້າ​ເຖິງ​ຜູ້​ຄົນ​ໃນ​ທຸກ​ຫົນ​ທຸກ​ແຫ່ງ. ພະ​ເຍຊູ​ຍັງ​ວາງ​ຕົວຢ່າງ​ໂດຍ​ການ​ປະກາດ​ກັບ​ຜູ້​ຄົນ​ຢູ່​ຕາມ​ບ່ອນ​ສາທາລະນະ​ຕ່າງ ໆ ເຊັ່ນ ຕາມ​ແຄມ​ຝັ່ງ​ທະເລ ຫຼື​ຢູ່​ນ້ຳ​ສ້າງ​ລວມ​ຂອງ​ບ້ານ. (ມາລະໂກ 4:1; ໂຢຮັນ 4:5-15) ພວກ​ເຮົາ​ກໍ​ເຊັ່ນ​ກັນ ເວົ້າ​ລົມ​ກັບ​ຜູ້​ຄົນ​ກ່ຽວ​ກັບ​ຄຳພີ​ໄບເບິນ​ຢູ່​ບ່ອນ​ໃດ​ກໍ​ຕາມ​ທີ່​ເຮັດ​ໄດ້​ເຊັ່ນ ຕາມ​ຖະໜົນ​ຫົນ​ທາງ ຕະຫຼາດ ສວນ​ສາທາລະນະ ຫຼື​ທາງ​ໂທລະສັບ. ນອກ​ຈາກ​ນັ້ນ ພວກ​ເຮົາ​ຍັງ​ເວົ້າ​ລົມ​ກັບ​ເພື່ອນ​ບ້ານ ເພື່ອນ​ຮ່ວມ​ງານ ໝູ່​ຮຽນ​ໜັງສື​ນຳ​ກັນ ແລະ​ກັບ​ຍາດ​ພີ່​ນ້ອງ​ເມື່ອ​ມີ​ໂອກາດ​ທີ່​ເໝາະ​ສົມ. ຄວາມ​ພະຍາຍາມ​ທີ່​ກົມ​ກຽວ​ກັນ​ທັງ​ໝົດ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳລັບ​ຫຼາຍ​ລ້ານ​ຄົນ​ຕະຫຼອດ​ທົ່ວ​ໂລກ​ທີ່​ຈະ​ໄດ້​ຍິນ​ການ “ປະກາດ​ຄວາມ​ພົ້ນ.”—ຄຳເພງ 96:2

ທ່ານ​ຄຶດ​ພໍ້​ຫາ​ສະມາຊິກ​ຄອບຄົວ​ຫຼື​ຜູ້​ໃດ​ຜູ້​ໜຶ່ງ​ບໍ​ທີ່​ທ່ານ​ຢາກ​ບອກ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ ແລະ​ສິ່ງ​ທີ່​ຂ່າວ​ດີ​ນັ້ນ​ໝາຍ​ເຖິງ​ສຳລັບ​ອະນາຄົດ​ຂອງ​ເຂົາ​ເຈົ້າ? ຢ່າ​ເກັບ​ຂ່າວ​ສານ​ນີ້​ທີ່​ປະກອບ​ດ້ວຍ​ຄວາມ​ຫວັງ​ໄວ້​ກັບ​ຕົວ​ເອງ ຂໍ​ໃຫ້​ບອກ​ກັບ​ເຂົາ​ເຈົ້າ​ໃຫ້​ໄວ​ເທົ່າ​ທີ່​ທ່ານ​ສາມາດ​ເຮັດ​ໄດ້!

  • “ຂ່າວ​ດີ” ອັນ​ໃດ​ທີ່​ຈຳເປັນ​ຕ້ອງ​ໄດ້​ປະກາດ?

  • ພະຍານ​ພະ​ເຢໂຫວາ​ຮຽນ​ເອົາ​ແບບ​ຢ່າງ​ວິທີ​ການ​ປະກາດ​ຂອງ​ພະ​ເຍຊູ​ແນວ​ໃດ?