ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 5

ທ່ານ​ຈະ​ສຳຜັດ​ກັບ​ຫຍັງ​ແດ່​ຢູ່​ທີ່​ການ​ປະຊຸມ​ຄລິດສະຕຽນ?

ທ່ານ​ຈະ​ສຳຜັດ​ກັບ​ຫຍັງ​ແດ່​ຢູ່​ທີ່​ການ​ປະຊຸມ​ຄລິດສະຕຽນ?

ອາ​ກ​ຊັງ​ຕິ​ນ

ເຊຍຣາເລໂອນ

ແບນ​ຊິກ

ມາເລເຊຍ

ຫຼາຍ​ຄົນ​ເຊົາ​ເຂົ້າ​ຮ່ວມ​ພິທີ​ທາງ​ສາສະໜາ​ເພາະ​ຮູ້ສຶກ​ວ່າ​ບໍ່​ໄດ້​ຮັບ​ການ​ປອບ​ໂຍນ​ຫຼື​ຄວາມ​ຊ່ວຍ​ເຫຼືອ​ທີ່​ຈະ​ພົບ​ຄຳຕອບ​ສຳລັບ​ຄຳຖາມ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ຄັນ​ຊັ້ນ ເປັນ​ຫຍັງ​ທ່ານ​ຄວນ​ເຂົ້າ​ຮ່ວມ​ການ​ປະຊຸມ​ຕ່າງ ໆ ທີ່​ຈັດ​ໂດຍ​ພະຍານ​ພະ​ເຢໂຫວາ? ທ່ານ​ຈະ​ພົບ​ກັບ​ຫຍັງ​ແດ່​ຢູ່​ການ​ປະຊຸມ?

ຄວາມ​ຍິນດີ​ທີ່​ໄດ້​ຢູ່​ກັບ​ຄົນ​ທີ່​ມີ​ຄວາມ​ຮັກ​ແລະ​ຄວາມ​ຫ່ວງໃຍ. ໃນ​ສະຕະວັດ​ທຳອິດ ມີ​ການ​ຈັດ​ຕັ້ງ​ຄລິດສະຕຽນ​ໃຫ້​ເປັນ​ປະຊາຄົມ ແລະ​ເຂົາ​ເຈົ້າ​ໄດ້​ຈັດການ​ປະຊຸມ​ຕ່າງ ໆ ເພື່ອ​ນະມັດສະການ​ພະເຈົ້າ ສຶກສາ​ພະ​ຄຳພີ ແລະ​ໜູນ​ໃຈ​ກັນ​ແລະ​ກັນ. (ເຫບເລີ 10:24, 25) ການ​ເຕົ້າ​ໂຮມ​ກັນ​ໃນ​ບັນຍາກາດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ຕົນ​ເອງ​ຢູ່​ກັບ​ເພື່ອນ​ແທ້ ເຊິ່ງ​ກໍ​ຄື​ອ້າຍ​ເອື້ອຍ​ນ້ອງ​ຄລິດສະຕຽນ. (2 ເທຊະໂລນີກ 1:3; 3 ໂຢຮັນ 14) ພວກ​ເຮົາ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ແລະ​ກໍ​ປະສົບ​ຄວາມ​ຍິນດີ​ທີ່​ຄ້າຍ ໆ ກັນ.

ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຮູ້​ວິທີ​ນຳ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ດັ່ງ​ທີ່​ເປັນ​ຈິງ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ສະໄໝ​ນີ້​ມີ​ທັງ​ຜູ້​ຊາຍ ຜູ້​ຍິງ ແລະ​ເດັກ​ນ້ອຍ​ໄດ້​ມາ​ເຕົ້າ​ໂຮມ​ກັນ. ຜູ້​ສອນ​ທີ່​ມີ​ຄຸນວຸທິ​ໄດ້​ໃຊ້​ຄຳພີ​ໄບເບິນ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ນຳ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ໃນ​ຊີວິດ​ປະຈຳ​ວັນ. (ພະບັນຍັດ 31:12; ເນເຫມີ 8:8) ທຸກ​ຄົນ​ອາດ​ຈະ​ມີ​ສ່ວນ​ຮ່ວມ​ໃນ​ສ່ວນ​ພິຈາລະນາ​ກັບ​ຜູ້​ຟັງ​ແລະ​ໃນ​ການ​ຮ້ອງ​ເພງ ເຊິ່ງ​ເປັນ​ໂອກາດ​ທີ່​ຈະ​ສະແດງ​ຄວາມ​ຫວັງ​ຂອງ​ເຮົາ​ໃນ​ຖານະ​ເປັນ​ຄລິດສະຕຽນ.—ເຫບເລີ 10:23

ໄດ້​ຮັບ​ພະ​ພອນ​ເພື່ອ​ເຮັດ​ໃຫ້​ຄວາມ​ເຊື່ອ​ໃນ​ພະເຈົ້າ​ເຂັ້ມແຂງ​ຂຶ້ນ. ອັກຄະສາວົກ​ໂປໂລ​ບອກ​ກັບ​ປະຊາຄົມ​ໜຶ່ງ​ໃນ​ສະໄໝ​ຂອງ​ລາວ​ວ່າ: “ເຮົາ​ປາຖະໜາ​ຈະ​ເຫັນ​ພວກ​ທ່ານ . . . ຄື​ວ່າ​ເພື່ອ​ພວກ​ເຮົາ​ຈະ​ມີ​ຄວາມ​ເລົ້າໂລມ​ດ້ວຍ​ກັນ​ໃນ​ທ່າມກາງ​ທ່ານ​ທັງ​ຫຼາຍ ເພາະ​ເຫດ​ຄວາມ​ເຊື່ອ​ທີ່​ຢູ່​ໃນ​ພວກ​ທ່ານ​ແລະ​ຢູ່​ໃນ​ເຮົາ​ດ້ວຍ.” (ໂລມ 1:11, 12) ຢູ່​ການ​ປະຊຸມ ການ​ພົບ​ປະ​ເປັນ​ປະຈຳ​ກັບ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ຈະ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ເຮົາ​ໃຫ້​ເຂັ້ມແຂງ ແລະ​ເສີມ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ທີ່​ຈະ​ດຳເນີນ​ຊີວິດ​ໃຫ້​ສອດຄ່ອງ​ກັບ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ.

ເປັນ​ຫຍັງ​ບໍ່​ຮັບ​ເອົາ​ການ​ເຊີນ​ນີ້​ເພື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ​ຂອງ​ພວກ​ເຮົາ​ໃນ​ຄັ້ງ​ຕໍ່​ໄປ ແລະ​ສຳຜັດ​ກັບ​ສິ່ງ​ຕ່າງ ໆ ເຫຼົ່າ​ນີ້​ດ້ວຍ​ຕົວ​ເອງ? ທ່ານ​ຈະ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບອຸ່ນ. ການ​ປະຊຸມ​ທຸກ​ລາຍການ​ແມ່ນ​ບໍ່​ໄດ້​ເສຍ​ຄ່າ ແລະ​ບໍ່​ເຄີຍ​ມີ​ການ​ແຜ່​ເງິນ.

  • ການ​ປະຊຸມ​ປະຈຳ​ປະຊາຄົມ​ຂອງ​ພວກ​ເຮົາ​ເຮັດ​ຕາມ​ຕົວຢ່າງ​ອັນ​ໃດ?

  • ໂດຍ​ການ​ເຂົ້າ​ຮ່ວມ​ການ​ປະຊຸມ​ຕ່າງ ໆ ເຮົາ​ເອງ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ?