ຂ້າມໄປທີ່ເນື້ອໃນ

ພະເຈົ້າ​ເປັນ​ພະເຈົ້າ​ແບບ​ໃດ?

ພະເຈົ້າ​ເປັນ​ພະເຈົ້າ​ແບບ​ໃດ?

ແຮ່ງ​ເຮົາ​ຮູ້ຈັກ​ໝູ່​ຂອງ​ເຮົາ​ວ່າ​ລາວ​ເປັນ​ຄົນ​ແບບ​ໃດ ເຮົາ​ກໍ​ຈະ​ແຮ່ງ​ສະໜິດ​ກັບ​ລາວ​ຫຼາຍ​ຂຶ້ນ. ຄ້າຍ​ຄື​ກັນ ແຮ່ງ​ເຮົາ​ຮູ້ຈັກ​ພະ​ເຢໂຫວາ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ ເຮົາ​ກໍ​ຈະ​ແຮ່ງ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ. ພະເຈົ້າ​ມີ​ຄຸນ​ລັກສະນະ​ພິເສດ​ຫຼາຍ​ຢ່າງ ແຕ່​ທີ່​ເດັ່ນ​ມີ​ຢູ່ 4 ຢ່າງ​ຄື: ພະລັງ​ອຳ​ນາດ ສະຕິປັນຍາ ຄວາມຍຸຕິທຳ ແລະ​ຄວາມ​ຮັກ.

ພະເຈົ້າ​ມີ​ພະລັງ​ອຳ​ນາດ

“ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ ພະອົງ​ສ້າງ​ສະຫວັນ​ແລະ​ໂລກ​ດ້ວຍ​ພະລັງ​ແລະ​ອຳ​ນາດ​ອັນ​ຍິ່ງໃຫຍ່​ຂອງ​ພະອົງ.”ເຢເຣມີ 32:17, ລ.ມ.

ຫຼັກ​ຖານ​ທີ່​ສະແດງ​ເຖິງ​ພະລັງ​ອຳ​ນາດ​ຂອງ​ພະເຈົ້າ​ເຫັນ​ໄດ້​ຈາກ​ສິ່ງ​ທີ່​ເພິ່ນ​ສ້າງ. ຕົວຢ່າງ​ເຊັ່ນ ເມື່ອ​ເຈົ້າ​ຢືນ​ຢູ່​ທາງ​ນອກ​ໃນ​ມື້​ທີ່​ແດດ​ແຮງ ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ? ເຈົ້າ​ຄື​ຊິ​ຮູ້ສຶກ​ຮ້ອນ. ທີ່​ຈິງ ເຈົ້າ​ກຳລັງ​ຮູ້ສຶກ​ເຖິງ​ພະລັງ​ອຳ​ນາດ​ຂອງ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ. ດວງ​ຕາເວັນ​ມີ​ພະລັງ​ຫຼາຍ​ສ່ຳ​ໃດ? ແກນ​ກາງ​ຂອງ​ດວງ​ຕາເວັນ​ມີ​ອຸນຫະພູມ 15.000.000 ອົງ​ສາ​ເຊ. ແລະ​ທຸກ​ວິນາທີ ດວງ​ຕາເວັນ​ປ່ອຍ​ພະລັງ​ງານ​ທຽບ​ເທົ່າ​ກັບ​ລະເບີດ​ນິວເຄຼຍ​ຫຼາຍ​ຮ້ອຍ​ລ້ານ​ລູກ.

ແຕ່​ດວງ​ຕາເວັນ​ຂອງ​ເຮົາ​ກໍ​ຍັງ​ຖື​ວ່າ​ນ້ອຍ​ເມື່ອ​ທຽບ​ກັບ​ດວງ​ດາວ​ຈຳນວນ​ມະຫາສານ​ໃນ​ເອກະພົບ​ທີ່​ເຮົາ​ຍັງ​ບໍ່​ຮູ້ຈັກ​ທັງ​ໝົດ. ນັກ​ວິທະຍາສາດ​ຄາດ​ຄະເນ​ວ່າ ໜຶ່ງ​ໃນ​ດາວ​ທີ່​ມີ​ຂະໜາດ​ໃຫຍ່​ທີ່​ສຸດ​ແມ່ນ ດາວ​ຢູວາຍ​ໃນ​ກຸ່ມ​ດາວ​ໂລ້ (UY Scuti) ເຊິ່ງ​ມີ​ເສັ້ນ​ຜ່າ​ສູນ​ກາງ​ປະມານ 1.700 ເທົ່າ​ຂອງ​ດວງ​ຕາເວັນ. ຖ້າ​ດາວ​ດວງ​ນັ້ນ​ຕັ້ງ​ຢູ່​ໃນ​ຕຳແໜ່ງ​ຂອງ​ດວງ​ຕາເວັນ ໂລກ​ຂອງ​ເຮົາ​ກໍ​ຈະ​ຢູ່​ທາງ​ໃນ​ດາວ​ນັ້ນ​ແລະ​ຍັງ​ກິນ​ພື້ນ​ທີ່​ໄປ​ເຖິງ​ວົງ​ໂຄ​ຈອນ​ຂອງ​ດາວ​ພະຫັດ​ນຳ. ນີ້​ອາດ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄຳເວົ້າ​ຂອງ​ຜູ້​ຂຽນ​ຄຳ​ພີ​ໄບເບິນ​ທີ່​ຊື່​ເຢເຣມີ​ຫຼາຍ​ຂຶ້ນ​ທີ່​ບອກ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ສ້າງ​ສະຫວັນ​ແລະ​ໂລກ ເຊິ່ງ​ກໍ​ຄື​ເອກະພົບ ດ້ວຍ​ພະລັງ​ແລະ​ອຳ​ນາດ​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ.

ພະລັງ​ອຳ​ນາດ​ຂອງ​ພະເຈົ້າ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ? ເຮົາ​ມີຊີ​ວິດ​ຢູ່​ໄດ້​ກໍ​ຍ້ອນ​ສິ່ງ​ທີ່​ພະເຈົ້າ​ສ້າງ ເຊັ່ນ ດວງ​ຕາເວັນ​ແລະ​ສິ່ງ​ສວຍ​ງາມ​ຕ່າງໆໃນ​ທຳມະຊາດ​ອ້ອມ​ໂຕ​ເຮົາ. ນອກ​ຈາກ​ນັ້ນ ພະເຈົ້າ​ຍັງ​ໃຊ້​ພະລັງ​ອຳ​ນາດ​ຂອງ​ເພິ່ນ​ເພື່ອ​ເຮົາ​ແຕ່​ລະ​ຄົນ​ນຳ. ເພິ່ນ​ເຮັດ​ຫຍັງ? ໃນ​ສະຕະວັດ​ທຳ​ອິດ ພະເຈົ້າ​ໃຫ້​ພະລັງ​ກັບ​ພະ​ເຢຊູ​ເພື່ອ​ເຮັດ​ການອັດສະຈັນ​ຫຼາຍ​ຢ່າງ. ຄຳ​ພີ​ໄບເບິນ​ບອກ​ວ່າ: “ຄົນ​ຕາ​ບອດ​ກໍ​ເຫັນ​ຮຸ່ງ ຄົນ​ງ່ອຍ​ກໍ​ຍ່າງ​ໄດ້ ຄົນ​ຂີ້ທູດ​ກໍ​ດີ​ເປັນ​ປົກກະຕິ ຄົນ​ຫູ​ໜວກ​ກໍ​ໄດ້​ຍິນ ຄົນ​ຕາຍ​ກໍ​ຟື້ນ​ຄືນ​ມາ.” (ມັດທາຍ 11:5) ແລ້ວ​ທຸກ​ມື້​ນີ້​ເດ? ຄຳ​ພີ​ໄບເບິນ​ບອກ​ວ່າ: “ເພິ່ນ​ໃຫ້​ພະລັງ​ກັບ​ຄົນ​ທີ່​ອິດ​ເມື່ອຍ” ແລະ “ຄົນ​ທີ່​ວາງໃຈ​ພະ​ເຢໂຫວາ​ຈະ​ກັບ​ມີ​ເຫື່ອ​ແຮງ​ອີກ.” (ເອຊາອີ 40:29, 31, ລ.ມ.) ພະເຈົ້າ​ໃຫ້ “ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິ” ກັບ​ເຮົາ​ເພື່ອ​ເຮົາ​ຈະ​ຮັບ​ມື​ກັບ​ບັນຫາ​ແລະ​ອົດ​ທົນ​ກັບ​ຄວາມ​ລຳບາກ​ຕ່າງໆໃນ​ຊີວິດ​ໄດ້. (2 ໂກຣິນໂທ 4:7) ເຈົ້າ​ຮູ້ສຶກ​ຢາກ​ຈະ​ໃກ້​ຊິດ​ກັບ​ພະເຈົ້າ​ທີ່​ໃຊ້​ພະລັງ​ອຳ​ນາດ​ທີ່​ບໍ່​ມີ​ມື້​ສິ້ນ​ສຸດ​ດ້ວຍ​ຄວາມ​ຮັກ​ເພື່ອ​ພວກ​ເຮົາ​ບໍ?

ພະເຈົ້າ​ມີ​ສະຕິປັນຍາ

“ພະ​ເຢໂຫວາ ຜົນ​ງານ​ຂອງ​ພະອົງ​ມີ​ຫຼາຍ​ແທ້ໆ ພະອົງ​ສ້າງ​ທຸກ​ຢ່າງ​ດ້ວຍ​ສະຕິປັນຍາ.”ຄຳເພງ 104:24, ລ.ມ.

ແຮ່ງ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ສິ່ງ​ທີ່​ພະເຈົ້າ​ສ້າງ ເຮົາ​ກໍ​ແຮ່ງ​ຮູ້ສຶກ​ງຶດງໍ້​ໃນ​ສະຕິປັນຍາ​ຂອງ​ເພິ່ນ. ທີ່​ຈິງ ມີ​ສາຂາ​ວິຊາ​ໜຶ່ງ​ທີ່​ເອີ້ນ​ວ່າ​ໄບໂອມິເມຕິກສ໌ ຫຼື​ໄບໂອມິມິຄຣີ ເຊິ່ງ​ເປັນ​ສາຂາ​ວິຊາ​ທີ່​ນັກ​ວິທະຍາສາດ​ພະຍາຍາມ​ຮຽນ​ຮູ້​ຈາກ​ທຳມະຊາດ​ທີ່​ພະ​ເຢໂຫວາ​ສ້າງ​ເພື່ອ​ໃຊ້​ອອກ​ແບບ​ແລະ​ພັດທະນາ​ສິ່ງ​ປະດິດ​ຕ່າງໆໃຫ້​ດີ​ຂຶ້ນ. ຕັ້ງ​ແຕ່​ສິ່ງ​ປະດິດ​ງ່າຍໆເຊັ່ນ​ເທັບ​ຕີນ​ກັບ​ແກ້​ໄປ​ຈົນ​ຮອດ​ຍົນ​ທີ່​ມີ​ຄວາມ​ຊັບຊ້ອນ​ຫຼາຍ.

ຕາ​ຂອງ​ມະນຸດ​ເປັນ​ສິ່ງ​ມະຫັດສະຈັນ​ທີ່​ພະເຈົ້າ​ສ້າງ

ບໍ່​ມີ​ຫຍັງ​ເຮັດ​ໃຫ້​ເຮົາ​ເຫັນ​ສະຕິປັນຍາ​ຂອງ​ພະເຈົ້າ​ໄດ້​ຈະ​ແຈ້ງ​ເທົ່າ​ກັບ​ຮ່າງກາຍ​ຂອງ​ມະນຸດ. ຕົວຢ່າງ​ເຊັ່ນ ລອງ​ຄິດ​ເຖິງ​ພັດທະນາການ​ຂອງ​ແອ​ນ້ອຍ. ຂະບວນການ​ນີ້​ເລີ່ມ​ຕົ້ນ​ຈາກ​ຈຸລັງ​ທີ່​ໄດ້​ຮັບ​ການ​ປະຕິສົນທິ ເຊິ່ງ​ເມື່ອ​ປະຕິສົນທິ​ແລ້ວ​ຈຸລັງ​ຈະ​ມີ​ຊຸດ​ຄຳ​ສັ່ງ​ທາງ​ພັນທຸກຳ​ຢ່າງ​ຄົບ​ຖ້ວນ. ຈາກ​ນັ້ນ​ຈຸລັງ​ນີ້​ຈະ​ແບ່ງ​ໂຕ​ເປັນ​ຫຼາຍ​ຈຸລັງ​ທີ່​ເບິ່ງ​ຄ້າຍໆກັນ. ແລະ​ເມື່ອ​ຮອດ​ເວລາ​ທີ່​ເໝາະ​ສົມ ຈຸລັງ​ເຫຼົ່າ​ນີ້​ຈະ​ກາຍ​ເປັນ​ຈຸລັງ​ຕ່າງ​ຊະນິດ​ກັນ​ຫຼາຍ​ຮ້ອຍ​ຊະນິດ ເຊັ່ນ ຈຸລັງ​ເມັດ​ເລືອດ ຈຸລັງ​ປະສາດ ແລະ​ຈຸລັງ​ກະດູກ. ບໍ່​ດົນ​ລະບົບ​ຂອງ​ອະໄວຍະວະ​ຕ່າງໆກໍ​ເກີດຂຶ້ນ​ແລະ​ເລີ່ມ​ເຮັດ​ວຽກ. ພຽງ​ແຕ່ 9 ເດືອນ​ເທົ່າ​ນັ້ນ ທີ່​ຈຸລັງ​ທຳ​ອິດ​ພັດທະນາ​ເປັນ​ແອ​ນ້ອຍ​ທີ່​ມີ​ອະໄວຍະວະ​ຄົບ​ຖ້ວນ​ເຊິ່ງ​ປະກອບ​ໄປ​ດ້ວຍ​ຈຸລັງ​ເປັນ​ລ້ານໆຈຸລັງ. ສະຕິປັນຍາ​ທີ່​ເຫັນ​ໄດ້​ຈາກ​ການ​ອອກ​ແບບ​ນີ້​ເຮັດ​ໃຫ້​ຫຼາຍ​ຄົນ​ເຫັນ​ດີ​ກັບ​ຜູ້​ຂຽນ​ຄຳ​ພີ​ໄບເບິນ​ທີ່​ບອກ​ວ່າ: “ຂ້ອຍ​ສັນລະເສີນ​ພະອົງ ເພາະ​ຂ້ອຍ​ຖືກ​ສ້າງ​ຢ່າງ​ໜ້າ​ອັດສະຈັນ​ແລະ​ໜ້າ​ຢຳເກງ.”—ຄຳເພງ 139:14, ລ.ມ.

ສະຕິປັນຍາ​ຂອງ​ພະເຈົ້າ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ? ພະເຈົ້າ​ຜູ້​ສ້າງ​ທຸກ​ສິ່ງ​ຮູ້​ວ່າ​ເຮົາ​ຈຳເປັນ​ຕ້ອງ​ມີ​ຫຍັງ​ຈຶ່ງ​ຈະ​ມີ​ຄວາມສຸກ. ແລະ​ຍ້ອນ​ພະເຈົ້າ​ມີ​ຄວາມ​ຮູ້​ແລະ​ຄວາມ​ເຂົ້າ​ໃຈ​ຫຼາຍ ເພິ່ນ​ຈຶ່ງ​ໃຫ້​ຄຳ​ແນະນຳ​ທີ່​ສະຫຼາດ​ໄວ້​ໃນ​ຖ້ອຍຄຳ​ຂອງ​ເພິ່ນ ເຊິ່ງ​ກໍ​ຄື​ຄຳ​ພີ​ໄບເບິນ. ຕົວຢ່າງ​ເຊັ່ນ ຄຳ​ພີ​ໄບເບິນ​ກະຕຸ້ນ​ໃຫ້​ເຮົາ: “ໃຫ້​ອະໄພ​ກັນ​ຢ່າງ​ໃຈ​ກວ້າງ​ຕໍ່​ໄປ.” (ໂກໂລຊາຍ 3:13) ນີ້​ເປັນ​ຄຳ​ແນະນຳ​ທີ່​ດີ​ຫຼາຍ. ທີ່​ຈິງ ງານ​ວິໄຈ​ພົບ​ວ່າ​ຖ້າ​ເຮົາ​ໃຫ້​ອະໄພ​ຄົນ​ອື່ນ ເຮົາ​ກໍ​ຈະ​ຫຼັບ​ສະບາຍ​ແລະ​ຊ່ວຍ​ບໍ່​ເຮັດ​ໃຫ້​ຄວາມ​ດັນ​ເລືອດ​ສູງ. ນອກ​ຈາກ​ນັ້ນ ຍັງ​ອາດ​ຫຼຸດ​ຄວາມ​ສ່ຽງ​ຕໍ່​ການ​ເປັນ​ໂລກ​ຊຶມເສົ້າ​ແລະ​ບັນຫາ​ສຸຂະພາບ​ອື່ນໆນຳ. ພະເຈົ້າ​ເປັນ​ຄື​ໝູ່​ທີ່​ສະຫຼາດ​ແລະ​ຫ່ວງໃຍ​ເຮົາ ບໍ່​ເຄີຍ​ຢຸດ​ທີ່​ຈະ​ຊ່ວຍ​ເຫຼືອ​ແລະ​ໃຫ້​ຄຳ​ແນະນຳ​ທີ່​ເປັນ​ປະໂຫຍດ​ກັບ​ເຮົາ. (2 ຕີໂມທຽວ 3:16, 17) ເຈົ້າ​ຄື​ຊິ​ຢາກ​ມີ​ໝູ່​ແບບ​ນີ້​ແມ່ນ​ບໍ?

ພະເຈົ້າ​ຍຸຕິທຳ

“ພະ​ເຢໂຫວາ​ຮັກ​ຄວາມຍຸຕິທຳ.”ຄຳເພງ 37:28, ລ.ມ.

ພະເຈົ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ. ທີ່​ຈິງ “ບໍ່​ມີ​ວັນ​ທີ່​ພະເຈົ້າ​ທ່ຽງ​ແທ້​ຈະ​ເຮັດ​ຊົ່ວ ແລະ​ບໍ່​ມີ​ທາງ​ທີ່​ຜູ້​ມີ​ພະລັງ​ອຳ​ນາດ​ສູງ​ສຸດ​ຈະ​ເຮັດ​ຜິດ!” (ໂຢບ 34:10, ລ.ມ.) ເມື່ອ​ພະ​ເຢໂຫວາ​ຕັດສິນ ເພິ່ນ​ເຮັດ​ດ້ວຍ​ຄວາມຍຸຕິທຳ​ສະເໝີ ຄື​ທີ່​ຜູ້​ຂຽນ​ປຶ້ມ​ຄຳເພງ​ບອກ​ວ່າ: “ພະອົງ​ຈະ​ພິພາກສາ​ທຸກ​ຊາດ​ດ້ວຍ​ຄວາມຍຸຕິທຳ.” (ຄຳເພງ 67:4, ລ.ມ.) ເນື່ອງ​ຈາກ “ພະ​ເຢໂຫວາ​ເບິ່ງ​ທີ່​ຫົວໃຈ” ຄົນ​ໜ້າ​ຊື່​ໃຈ​ຄົດ​ຈຶ່ງ​ຕົວະ​ເພິ່ນ​ບໍ່​ໄດ້ ເພິ່ນ​ຮູ້​ຄວາມ​ຈິງ​ແລະ​ຕັດສິນ​ຢ່າງ​ຖືກຕ້ອງ​ສະເໝີ. (1 ຊາເມືອນ 16:7, ລ.ມ.) ນອກ​ຈາກ​ນັ້ນ ພະເຈົ້າ​ຮູ້​ທຸກ​ຢ່າງ​ກ່ຽວ​ກັບ​ຄວາມ​ບໍ່​ຍຸຕິທຳ​ແລະ​ການ​ສໍ້​ໂກງ​ທີ່​ເກີດຂຶ້ນ​ເທິງ​ໂລກ ແລະ​ເພິ່ນ​ສັນຍາ​ວ່າ​ອີກ​ບໍ່​ດົນ “ຄົນ​ຊົ່ວ​ຈະ​ຖືກ​ທຳລາຍ​ໃຫ້​ໝົດ​ໄປ​ຈາກ​ໂລກ.”—ສຸພາສິດ 2:22, ລ.ມ.

ແນວ​ໃດ​ກໍ​ຕາມ ພະເຈົ້າ​ບໍ່​ແມ່ນ​ຜູ້ຕັດສິນ​ທີ່​ໂຫດ​ຮ້າຍ​ແລະ​ຈອບ​ແຕ່​ຈະ​ລົງໂທດ. ເພິ່ນ​ສະແດງ​ຄວາມ​ເມດຕາ​ເມື່ອ​ເຫັນ​ວ່າ​ເໝາະ​ສົມ. ຄຳ​ພີ​ໄບເບິນ​ບອກ​ວ່າ: “ພະ​ເຢໂຫວາ​ເມດຕາ ສົງສານ” ແມ່ນ​ແຕ່​ກັບ​ຄົນ​ຊົ່ວ​ຖ້າ​ລາວ​ກັບ​ໂຕ​ກັບ​ໃຈ​ແທ້ໆ. ນັ້ນ​ເປັນ​ຄວາມຍຸຕິທຳ​ທີ່​ແທ້​ຈິງ​ແມ່ນ​ບໍ?—ຄຳເພງ 103:8, ລ.ມ.; 2 ເປໂຕ 3:9

ຄວາມຍຸຕິທຳ​ຂອງ​ພະເຈົ້າ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ? ອັກຄະສາວົກ​ເປໂຕ​ບອກ​ວ່າ: “ພະເຈົ້າ​ບໍ່​ລຳອຽງ ພະອົງ​ຍອມ​ຮັບ​ທຸກ​ຄົນ​ທີ່​ຢຳເກງ​ພະອົງ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ບໍ່​ວ່າ​ລາວ​ຈະ​ເປັນ​ຄົນ​ຊາດ​ໃດ​ກໍ​ຕາມ.” (ກິດຈະການ 10:34, 35) ຄວາມຍຸຕິທຳ​ຂອງ​ພະເຈົ້າ​ເປັນ​ປະໂຫຍດ​ຕໍ່​ເຮົາ​ຍ້ອນ​ເພິ່ນ​ບໍ່​ເຄີຍ​ລຳອຽງ​ຫຼື​ເລືອກ​ປະຕິບັດ. ພະເຈົ້າ​ຈະ​ຍອມ​ຮັບ​ເຮົາ​ໃຫ້​ເປັນ​ຜູ້​ນະມັດສະການ​ເພິ່ນ​ບໍ່​ວ່າ​ເຮົາ​ຈະ​ເປັນ​ຄົນ​ຊາດ​ໃດ ມີການ​ສຶກສາ ຫຼື​ຖານະ​ທາງ​ສັງຄົມ​ແນວ​ໃດ.

ພະເຈົ້າ​ບໍ່​ລຳອຽງ ແລະ​ເຮົາ​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ບໍ່​ລຳອຽງ​ຂອງ​ເພິ່ນ​ບໍ່​ວ່າ​ເຮົາ​ຈະ​ເປັນ​ຄົນ​ເຊື້ອ​ຊາດ​ໃດ​ຫຼື​ມີ​ຖານະ​ທາງ​ສັງຄົມ​ແນວ​ໃດ

ພະເຈົ້າ​ຢາກ​ໃຫ້​ເຮົາ​ເຂົ້າ​ໃຈ​ແລະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມຍຸຕິທຳ​ຂອງ​ເພິ່ນ ເພິ່ນ​ຈຶ່ງ​ສ້າງ​ເຮົາ​ໃຫ້​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ. ພະ​ຄຳ​ພີ​ອະທິບາຍ​ວ່າ​ໃຈ​ຮູ້​ຜິດ​ຮູ້​ຖືກ​ແມ່ນ ‘ກົດໝາຍ​ທີ່​ຢູ່​ໃນ​ໃຈ’ ເຊິ່ງ ‘ບອກ​ໃຫ້​ຮູ້​ວ່າ​ເຮົາ​ຖືກ​ຫຼື​ຜິດ’. (ໂຣມ 2:15) ໃຈ​ຮູ້​ຜິດ​ຮູ້​ຖືກ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ? ຖ້າ​ເຮົາ​ຝຶກ​ໂຕ​ເອງ​ໃຫ້​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ເໝາະ​ສົມ ເຮົາ​ກໍ​ຈະ​ບໍ່​ຢາກ​ເຮັດ​ຊົ່ວ​ຫຼື​ເຮັດ​ສິ່ງ​ທີ່​ບໍ່​ຍຸຕິທຳ. ແລະ​ຖ້າ​ເຮົາ​ເຮັດ​ຜິດ​ພາດ​ໄປ​ແລ້ວ ເຮົາ​ກໍ​ຢາກ​ຈະ​ກັບ​ໃຈ​ແລະ​ປ່ຽນ​ແປງ​ໂຕ​ເອງ. ທີ່​ຈິງ ການ​ເຂົ້າ​ໃຈ​ເລື່ອງ​ຄວາມຍຸຕິທຳ​ຂອງ​ພະເຈົ້າ​ສົ່ງ​ຜົນ​ດີ​ຕໍ່​ເຮົາ​ແລະ​ເຮັດ​ໃຫ້​ເຮົາ​ຢາກ​ຮູ້ຈັກ​ເພິ່ນ​ຫຼາຍ​ຂຶ້ນ!

ພະເຈົ້າ​ເປັນ​ຄວາມ​ຮັກ

“ພະເຈົ້າ​ເປັນ​ຄວາມ​ຮັກ.”1 ໂຢຮັນ 4:8

ພະເຈົ້າ​ມີ​ພະລັງ​ອຳ​ນາດ​ທີ່​ຈະ​ເຮັດ​ທຸກ​ສິ່ງ ແລະ​ເພິ່ນ​ໃຊ້​ສະຕິປັນຍາ ແລະ​ຄວາມຍຸຕິທຳ​ໃນ​ການ​ເຮັດ​ສິ່ງ​ເຫຼົ່າ​ນັ້ນ. ແຕ່​ຄຳ​ພີ​ໄບເບິນ​ບອກ​ວ່າ​ພະເຈົ້າ​ເປັນ​ຄວາມ​ຮັກ. ດັ່ງນັ້ນ ສິ່ງ​ທີ່​ກະຕຸ້ນ​ເພິ່ນ​ໃຫ້​ລົງ​ມື​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ກໍ​ຄື ຄວາມ​ຮັກ.

ເຖິງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຂາດ​ຫຍັງ​ເລີຍ ແຕ່​ຄວາມ​ຮັກ​ກະຕຸ້ນ​ໃຫ້​ເພິ່ນ​ສ້າງ​ສິ່ງ​ມີຊີ​ວິດ​ທີ່​ມີ​ສະຕິປັນຍາ ທັງ​ໃນ​ສະຫວັນ​ແລະ​ເທິງ​ໂລກ ຄວາມ​ຮັກ​ແລະ​ຄວາມ​ຫ່ວງໃຍ​ຂອງ​ເພິ່ນ​ເຮັດ​ໃຫ້​ເຂົາເຈົ້າ​ໄດ້​ຮັບ​ປະໂຫຍດ​ແລະ​ມີ​ຄວາມສຸກ. ດ້ວຍ​ຄວາມ​ຮັກ ເພິ່ນ​ກຽມ​ໂລກ​ໃຫ້​ເປັນ​ເຮືອນ​ທີ່​ເປັນ​ຕາ​ຢູ່​ເພື່ອ​ມະນຸດ​ທີ່​ເພິ່ນ​ສ້າງ. ແລະ​ເພິ່ນ​ສະແດງ​ຄວາມ​ຮັກ​ຕໍ່​ມະນຸດ​ທຸກ​ຄົນ​ສະເໝີ​ໂດຍ “ໃຫ້​ດວງ​ຕາເວັນ​ສ່ອງ​ແສງ​ແກ່​ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ ແລະ​ໃຫ້​ຝົນ​ຕົກ​ແກ່​ຄົນ​ເຮັດ​ດີ​ແລະ​ຄົນ​ເຮັດ​ຊົ່ວ.”—ມັດທາຍ 5:45

ນອກ​ຈາກ​ນັ້ນ “ພະ​ເຢໂຫວາ​ເມດຕາ​ແລະ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ແທ້ໆ.” (ຢາໂກໂບ 5:11) ເພິ່ນ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ທີ່​ພະຍາຍາມ​ຢ່າງ​ຈິງ​ໃຈ​ເພື່ອ​ຈະ​ຮູ້ຈັກ​ແລະ​ເຂົ້າ​ໃກ້​ເພິ່ນ. ພະເຈົ້າ​ສົນ​ໃຈ​ເຂົາເຈົ້າ​ແຕ່​ລະ​ຄົນ. ທີ່​ຈິງ “ພະອົງ​ຫ່ວງໃຍ​ພວກ​ເຈົ້າ.”1 ເປໂຕ 5:7

ຄວາມ​ຮັກ​ຂອງ​ພະເຈົ້າ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ? ເຮົາ​ປະທັບ​ໃຈ​ຄວາມ​ສວຍ​ງາມ​ຕອນ​ຕາເວັນ​ຕົກ. ເຮົາ​ມັກ​ເວລາ​ໄດ້​ຍິນ​ສຽງ​ເດັກ​ນ້ອຍ​ຫົວ. ເຮົາ​ມີ​ຄວາມສຸກ​ທີ່​ໄດ້​ຮັບ​ຄວາມ​ຮັກ​ຈາກ​ຄົນ​ໃນ​ຄອບຄົວ. ທັງ​ໝົດ​ນີ້​ອາດ​ບໍ່​ແມ່ນ​ສິ່ງ​ຈຳເປັນ​ຕໍ່​ການ​ມີຊີ​ວິດ​ຢູ່ ແຕ່​ຍ້ອນ​ພະເຈົ້າ​ຮັກ​ເຮົາ​ເພິ່ນ​ຈຶ່ງ​ຢາກ​ໃຫ້​ເຮົາ​ມີ​ຄວາມສຸກ.

ປະໂຫຍດ​ອີກ​ຢ່າງ​ໜຶ່ງ​ຈາກ​ຄວາມ​ຮັກ​ຂອງ​ພະເຈົ້າ​ກໍ​ຄື: ເຮົາ​ສາມາດ​ອະທິດຖານ​ເຖິງ​ເພິ່ນ​ໄດ້. ຄຳ​ພີ​ໄບເບິນ​ບອກ​ເຮົາ​ວ່າ: “ຢ່າ​ອຸກ​ໃຈ​ໃນ​ເລື່ອງ​ໃດ​ເລີຍ ແຕ່​ໃຫ້​ຂໍ​ທຸກ​ສິ່ງ​ຈາກ​ພະເຈົ້າ​ດ້ວຍ​ການ​ອະທິດຖານ​ແລະ​ການ​ອ້ອນ​ວອນ ແລະ​ໃຫ້​ຂອບໃຈ​ພະອົງ​ນຳ.” ພະເຈົ້າ​ເປັນ​ຄື​ພໍ່​ທີ່​ຮັກ​ລູກ ເພິ່ນ​ຢາກ​ໃຫ້​ເຮົາ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ໃນ​ເລື່ອງ​ທີ່​ເຮົາ​ເປັນ​ຫ່ວງ​ຫຼື​ກັງວົນ​ຫຼາຍ​ທີ່​ສຸດ. ແລະ​ດ້ວຍ​ຄວາມ​ຮັກ​ທີ່​ບໍ່​ເຫັນ​ແກ່​ໂຕ ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ເຮົາ​ມີ​ “ສັນຕິສຸກ​ຂອງ [ເພິ່ນ] ທີ່​ເກີນ​ຄວາມ​ເຂົ້າ​ໃຈ​ທຸກ​ຢ່າງ.”—ຟີລິບປອຍ 4:6, 7

ການ​ໄດ້​ຮູ້​ກ່ຽວ​ກັບ​ລັກສະນະ​ເດັ່ນ​ຂອງ​ພະເຈົ້າ​ເຊັ່ນ ພະລັງ​ອຳ​ອາດ ສະຕິປັນຍາ ຄວາມຍຸຕິທຳ ແລະ​ຄວາມ​ຮັກ ຊ່ວຍ​ເຈົ້າ​ໃຫ້​ຮູ້​ຫຼາຍ​ຂຶ້ນ​ບໍ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ? ແລະ​ເພື່ອ​ເຈົ້າ​ຈະ​ຮູ້ຈັກ​ພະເຈົ້າ​ຫຼາຍ​ຂຶ້ນ​ອີກ ເຮົາ​ຂໍ​ເຊີນ​ເຈົ້າ​ໃຫ້​ຮຽນ​ຮູ້​ວ່າ​ເພິ່ນ​ໄດ້​ເຮັດ​ຫຍັງ​ໄປ​ແລ້ວ​ແລະ​ຈະ​ເຮັດ​ຫຍັງ​ອີກ​ເພື່ອ​ປະໂຫຍດ​ຂອງ​ເຈົ້າ.

ພະເຈົ້າ​ເປັນ​ພະເຈົ້າ​ແບບ​ໃດ? ພະ​ເຢໂຫວາ​ເປັນ​ຜູ້​ທີ່​ມີ​ພະລັງ​ອຳ​ນາດ ສະຕິປັນຍາ ແລະ​ຄວາມຍຸຕິທຳ​ຫຼາຍ​ກວ່າ​ຜູ້​ອື່ນ. ແຕ່​ລັກສະນະ​ເດັ່ນ​ທີ່​ສຸດ​ທີ່​ເຮັດ​ໃຫ້​ເຮົາ​ຢາກ​ເຂົ້າ​ໃກ້​ເພິ່ນ​ແມ່ນ​ຄວາມ​ຮັກ