ຂ້າມໄປທີ່ເນື້ອໃນ

ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ

ເຂົາເຈົ້າເປີດຄຳພີໄບເບິນຕອບຄຳຖາມທຸກຂໍ້!

ເຂົາເຈົ້າເປີດຄຳພີໄບເບິນຕອບຄຳຖາມທຸກຂໍ້!
  • ປີ​ເກີດ 1950

  • ບ່ອນ​ເກີດ ສະເປນ

  • ປະຫວັດ ແມ່​ຊີ​ກາໂຕລິກ

ຊີວິດ​ທີ່​ຜ່ານ​ມາ:

ຕອນ​ຂ້ອຍ​ເກີດ ພໍ່​ແມ່​ມີ​ຟາມ​ນ້ອຍ​ໆ​ໃນ​ໝູ່​ບ້ານ​ທີ່​ຢູ່​ແຖວ​ຊານ​ເມືອງ​ກາ​ລິ​ເຊຍ ທາງ​ຕາເວັນ​ຕົກ​ສຽງ​ເໜືອ​ຂອງ​ສະເປນ. ພໍ່​ແມ່​ມີ​ລູກ 8 ຄົນ ຂ້ອຍ​ເປັນ​ຄົນ​ທີ 4 ຄອບຄົວ​ຂອງ​ເຮົາ​ຢູ່​ຢ່າງ​ອົບອຸ່ນ​ແລະ​ມີ​ຄວາມ​ສຸກ​ຫຼາຍ. ໃນ​ສະເປນ​ສະໄໝ​ນັ້ນ​ຕາມ​ປົກກະຕິ​ແລ້ວ​ພໍ່​ແມ່​ຈະ​ສົ່ງ​ລູກ​ຢ່າງ​ໜ້ອຍ​ໜຶ່ງ​ຄົນ​ໃຫ້​ເຂົ້າ​ໂຮງຮຽນ​ສອນ​ສາສະໜາ ເຊິ່ງ​ມີ​ຂ້ອຍ​ກັບ​ອ້າຍ​ເອື້ອຍ​ນ້ອງ​ລວມ​ເປັນ 3 ຄົນ​ທີ່​ຖືກ​ສົ່ງ​ໄປ​ຮຽນ​ຢູ່​ພຸ້ນ.

ເມື່ອ​ອາຍຸ​ໄດ້ 13 ປີ​ຂ້ອຍ​ໄດ້​ໄປ​ຮຽນ​ບ່ອນ​ດຽວ​ກັບ​ເອື້ອຍ​ຢູ່​ໂຮງຮຽນ​ສອນ​ສາສະໜາ​ໃນ​ເມືອງ​ມາດຣິດ. ບັນຍາກາດ​ຢູ່​ໂຮງຮຽນ​ເປັນ​ແບບ​ເຄັ່ງ​ຕຶງ ຕ່າງ​ຄົນ​ຕ່າງ​ຢູ່ ແຕ່​ລະ​ມື້​ມີ​ແຕ່​ສວດ​ມົນ ແລະ​ກົດ​ລະບຽບ​ກໍ​ເຂັ້ມ​ງວດ​ຫຼາຍ. ພວກ​ເຮົາ​ຕ້ອງ​ໄດ້​ລວມ​ໂຕ​ກັນ​ໄປ​ໂບດ​ປະຈຳ​ໂຮງຮຽນ​ຕັ້ງແຕ່​ເຊົ້າ​ເພື່ອ​ອະທິດຖານ ແລະ​ຄິດ​ຕຶກຕອງ​ເຖິງ​ພະເຈົ້າ ແຕ່​ຫຼາຍ​ເທື່ອ​ຂ້ອຍ​ກໍ​ບໍ່​ໃສ່​ໃຈ​ເລື່ອງ​ພວກ​ນີ້​ເລີຍ. ຫຼັງ​ຈາກນັ້ນ ເຮົາ​ກໍ​ຮ້ອງ​ເພງ​ນະມັດສະການ​ພະເຈົ້າ​ແລະ​ສະຫຼອງ​ພິທີ​ເພື່ອ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ພະ​ເຢຊູ​ໃນ​ພາສາ​ລາຕິນ. ຂ້ອຍ​ພຽງ​ແຕ່​ເຮັດ​ພໍ​ເປັນ​ພິທີ​ເທົ່າ​ນັ້ນ​ໂດຍ​ບໍ່​ເຂົ້າໃຈ​ຫຍັງ​ເລີຍ ແລະ​ຮູ້ສຶກ​ວ່າ​ພະເຈົ້າ​ຢູ່​ຫ່າງ​ໄກ​ຈາກ​ຂ້ອຍ​ຫຼາຍ ແຕ່​ລະ​ມື້​ຜ່ານ​ໄປ​ແບບ​ໜ້າ​ເບື່ອ​ແລະ​ເຄັ່ງ​ຕຶງ. ຕອນ​ທີ່​ພົບ​ເອື້ອຍ​ ເຮົາ​ກໍ​ໄດ້​ທັກທາຍ​ກັນ​ວ່າ “ເຮ ມາຣີ ຜູ້​ບໍລິສຸດ.” ຫລັງ​ຈາກ​ກິນ​ເຂົ້າ​ແຕ່​ລະ​ມື້​ແລ້ວ ແມ່​ຊີ​ອະນຸຍາດ​ໃຫ້​ລົມ​ກັນ​ໄດ້​ແຕ່​ເຄິ່ງ​ຊົ່ວໂມງ​ເທົ່າ​ນັ້ນ. ຊີວິດ​ຢູ່​ນີ້​ຈັ່ງ​ແມ່ນ​ຕ່າງ​ຈາກ​ຄອບຄົວ​ທີ່​ອົບອຸ່ນ​ຂອງ​ຂ້ອຍ​ແທ້​ໆ! ຂ້ອຍ​ຮູ້ສຶກ​ເຫງົາ ໂດດ​ດ່ຽວ​ແລະ​ຮ້ອງໄຫ້​ຢູ່​ຕະຫຼອດ.

ເມື່ອ​ຂ້ອຍ​ອາຍຸ 17 ປີ ຂ້ອຍ​ໄດ້​ປະຕິຍານ​ຕົນ​ເປັນ​ແມ່​ຊີ​ທັງ​ໆ​ທີ່​ຂ້ອຍ​ບໍ່​ເຄີຍ​ຮູ້ສຶກ​ໃກ້ຊິດ​ກັບ​ພະເຈົ້າ​ເລີຍ. ຂ້ອຍ​ຢາກ​ເຮັດ​ໃນ​ສິ່ງ​ທີ່​ໂຕເອງ​ມັກ ບໍ່​ດົນ​ຫຼັງ​ຈາກນັ້ນ​ຂ້ອຍ​ກໍ​ເລີ່ມ​ຖາມ​ໂຕເອງ​ວ່າ ພະເຈົ້າ​ເລືອກ​ຂ້ອຍ​ໃຫ້​ມາ​ເຮັດ​ໜ້າທີ່​ນີ້​ແທ້​ໆ​ບໍ? ພວກ​ແມ່​ຊີ​ຈະ​ເວົ້າ​ເລື້ອຍ​ໆ​ວ່າ​ຖ້າ​ໃຜ​ມັກ​ສົງໄສ​ຈະ​ຕົກ​ນາລົກ! ແຕ່​ຂ້ອຍ​ກໍ​ຍັງ​ສົງໄສ​ຢູ່​ຕະຫຼອດ ຂ້ອຍ​ຄິດ​ເຖິງ​ຕົວຢ່າງ​ຂອງ​ພະ​ເຢຊູ ເພິ່ນ​ບໍ່​ຢາກ​ຢູ່​ຕາມ​ລຳພັງ ແຕ່​ເພິ່ນ​ໃສ່​ໃຈ​ການ​ສອນ​ແລະ​ຊ່ວຍ​ຄົນ​ອື່ນ. (ມທ. 4:23-25) ເມື່ອ​ອາຍຸ​ຮອດ 20 ປີ ຂ້ອຍ​ກໍ​ຍັງ​ຕອບ​ໂຕເອງ​ບໍ່​ໄດ້​ວ່າ​ເປັນ​ຫຍັງ​ຂ້ອຍ​ຕ້ອງ​ເປັນ​ແມ່​ຊີ. ແຕ່​ມື້​ໜຶ່ງ​ຫົວໜ້າ​ແມ່​ຊີ​ກໍ​ມາ​ເວົ້າ​ກັບ​ຂ້ອຍ​ເຊິ່ງ​ເຮັດ​ໃຫ້​ຂ້ອຍ​ແປກໃຈ​ຫຼາຍ ລາວ​ເວົ້າ​ວ່າ​ຖ້າ​ຍັງ​ມັກ​ສົງໄສ​ແລະ​ລັງເລ​ຢູ່​ແບບ​ນີ້​ກໍ​ລາ​ອອກ​ໄປ​ເລີຍ. ແມ່​ຊີ​ຢ້ານ​ວ່າ​ຄົນ​ອື່ນ​ຈະ​ເປັນ​ຄື​ຂ້ອຍ ໃນ​ທີ່​ສຸດ​ຂ້ອຍ​ກໍ​ຕັດສິນໃຈ​ເກັບ​ກະເປົາ​ກັບ​ບ້ານ.

ເມື່ອ​ຮອດ​ບ້ານ​ແລ້ວ ພໍ່​ແມ່​ກໍ​ບໍ່​ໄດ້​ເວົ້າ​ຫຍັງ​ໃຫ້​ຂ້ອຍ​ທີ່​ໄດ້​ລາ​ອອກ​ຈາກ​ໂຮງຮຽນ​ສອນ​ສາສະໜາ​ເພາະ​ພວກ​ເພິ່ນ​ເຂົ້າໃຈ​ຂ້ອຍ​ດີ. ຕໍ່​ມາ​ຂ້ອຍ​ກໍ​ຍ້າຍ​ໄປ​ຢູ່​ກັບ​ອ້າຍ​ໃນ​ເຢຍລະມັນ ອ້າຍ​ຂອງ​ຂ້ອຍ​ເປັນ​ຄອມມູນິດ​ທີ່ຈິງ​ຈັງ​ຫຼາຍ​ໃນ​ກຸ່ມ​ທີ່​ຕໍ່ສູ້​ເພື່ອ​ຄົນ​ສະເປນ​ທີ່​ຖືກ​ຖິ້ມ. ຂ້ອຍ​ເລີຍ​ຕັດສິນໃຈ​ເຂົ້າ​ຮ່ວມ​ກັບ​ພວກ​ຄອມມູນິດ ແລະ​ໃນ​ທີ່​ສຸດ​ກໍ​ໄດ້​ແຕ່ງດອງ​ກັບ​ສະມາຊິກ​ຄົນ​ໜຶ່ງ​ໃນ​ກຸ່ມ​ນີ້. ຂ້ອຍ​ຮູ້ສຶກ​ວ່າ​ໂຕເອງ​ໄດ້​ເຮັດ​ສິ່ງ​ທີ່​ເປັນ​ປະໂຫຍດ​ໄປ​ແດ່​ແລ້ວ ເຊັ່ນ: ແຈກ​ຢາຍ​ປຶ້ມ​ຂອງ​ພວກ​ຄອມມູນິດ ແລະ​ໄປ​ຊຸມນຸມ​ເພື່ອ​ການ​ປະທ້ວງ.

ແຕ່​ຕໍ່​ມາ​ຂ້ອຍ​ກໍ​ເລີ່ມ​ຜິດ​ຫວັງ​ອີກ ຍ້ອນ​ພວກ​ຄອມມູນິດ​ບໍ່​ໄດ້​ເຮັດ​ຕາມ​ທີ່​ປະກາດ​ໄວ້. ໃນ​ປີ 1971 ສະມາຊິກ​ທີ່​ເປັນ​ໜຸ່ມ​ສາວ​ບາງ​ຄົນ​ໃນ​ກຸ່ມ​ຂອງ​ເຮົາ​ໄປ​ຈູດ​ສະຖານ​ທີ່​ກົງ​ສູນ​ສະເປນ​ໃນ​ແຟຼງເຟີດ​ເພື່ອ​ຕໍ່ຕ້ານ​ຄວາມ​ບໍ່​ຍຸຕິທຳ​ແລະ​ການ​ກົດຂີ່​ຂົ່ມເຫງ​ທີ່​ເກີດຂຶ້ນ​ໃນ​ສະເປນ. ເຫດການ​ນີ້​ເຮັດ​ໃຫ້​ຂ້ອຍ​ຜິດ​ຫວັງ​ຫຼາຍ​ສຸ​ດ. ຂ້ອຍ​ຮູ້ສຶກ​ວ່າ​ວິທີ​ຮຽກ​ຮ້ອງ​ຄວາມ​ຍຸຕິທຳ​ດ້ວຍ​ອາລົມ​ໃຈ​ຮ້າຍ​ແບບ​ນີ້​ບໍ່​ຖືກຕ້ອງ.

ຕອນ​ທີ່​ລູກ​ຂ້ອຍ​ຄົນ​ທຳອິດ​ເກີດ​ມາ ຂ້ອຍ​ບອກ​ຜົວ​ວ່າ​ຈະ​ບໍ່​ໄປ​ປະຊຸມ​ກັບ​ພວກ​ຄອມມູນິດ​ອີກ. ຂ້ອຍ​ຮູ້ສຶກ​ເຫງົາ​ຫຼາຍ​ຍ້ອນ​ບໍ່​ມີ​ໝູ່​ຈັກ​ຄົນ​ມາ​ຢາມ​ຂ້ອຍ​ກັບ​ລູກ​ຊາຍ​ເລີຍ. ຂ້ອຍ​ເລີ່ມ​ສົງໄສ​ວ່າ​ຄົນ​ເຮົາ​ເກີດ​ມາ​ເຮັດ​ຫຍັງ? ແລະ​ການ​ພະຍາຍາມ​ປ່ຽນແປງ​ສັງຄົມ​ດ້ວຍ​ວິທີ​ນີ້​ມັນ​ຄຸ້ນ​ຄ່າ​ແທ້​ໆ​ບໍ?

ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຂ້ອຍ​ແນວ​ໃດ:

ໃນ​ປີ 1976 ຜົວ​ເມຍ​ຄູ່​ໜຶ່ງ​ທີ່​ເປັນ​ຄົນ​ສະເປນ​ເຊິ່ງ​ເປັນ​ພະຍານ​ພະ​ເຢໂຫວາ​ມາ​ເຄາະ​ປະຕູ​ເຮືອນ​ຂ້ອຍ. ເຂົາເຈົ້າ​ຖາມ​ວ່າ​ຢາກ​ຮັບ​ປຶ້ມ​ກ່ຽວກັບ​ຄຳພີ​ໄບເບິນ​ໄວ້​ອ່ານ​ບໍ ຂ້ອຍ​ກໍ​ຍິນດີ​ຮັບ​ໄວ້. ເມື່ອ​ເຂົາເຈົ້າ​ກັບ​ມາ​ອີກ ຂ້ອຍ​ກໍ​ມີ​ຫຼາຍ​ຄຳຖາມ​ທີ່​ຈະ​ຖາມ​ເຂົາເຈົ້າ ບໍ່​ວ່າ​ຂ້ອຍ​ຈະ​ຖາມ​ເລື່ອງ​ຄວາມ​ທຸກ ຄວາມ​ບໍ່​ສະເໝີ​ພາບ ແລະ​ຄວາມ​ບໍ່​ຍຸຕິທຳ ຂ້ອຍ​ບໍ່​ຢາກ​ຈະ​ເຊື່ອ​ເລີຍ​ວ່າ​ເຂົາເຈົ້າ​ເປີດ​ຂໍ້​ຄຳພີ​ເພື່ອ​ຕອບ​ຄຳຖາມ​ຂອງ​ຂ້ອຍ​ໄດ້​ທຸກ​ຂໍ້​ເລີຍ! ຕອນນີ້​ຂ້ອຍ​ພ້ອມ​ແລ້ວ​ທີ່​ຈະ​ສຶກສາ​ຄຳພີ​ໄບເບິນ​ກັບ​ເຂົາເຈົ້າ.

ຕອນ​ທຳອິດ​ທີ່​ຮຽນ​ຄຳພີ​ໄບເບິນ ຂ້ອຍ​ກໍ​ຮຽນ​ໄປ​ພໍ​ມ່ວນ​ຊື່​ໆ. ແຕ່​ເມື່ອ​ຂ້ອຍ​ກັບ​ຜົວ​ເລີ່ມ​ໄປ​ປະຊຸມ​ທີ່​ຫໍປະຊຸມ​ຂອງ​ພະຍານ​ພະ​ເຢໂຫວາ​ຄວາມ​ຄິດ​ຂອງ​ຂ້ອຍ​ກໍ​ເລີ່ມ​ປ່ຽນ​ໄປ. ໃນ​ຕອນ​ນັ້ນ​ເຮົາ​ມີ​ລູກ​ຊາຍ 2 ຄົນ. ພວກ​ພະຍານ​ພະ​ເຢໂຫວາ​ກໍ​ໃຈ​ດີ​ຫຼາຍ ເຂົາເຈົ້າ​ມາ​ຮັບ​ຂ້ອຍ​ກັບ​ລູກ​ໄປ​ປະຊຸມ​ນຳ ນີ້​ເຮັດ​ໃຫ້​ຂ້ອຍ​ມັກ​ເຂົາເຈົ້າ​ຫຼາຍ​ຂຶ້ນ.

ແຕ່​ຂ້ອຍ​ກໍ​ຍັງ​ມີ​ຂໍ້​ສົງໄສ​ກ່ຽວກັບ​ສາສະໜາ​ຢູ່ ຂ້ອຍ​ຈຶ່ງ​ຕັດສິນໃຈ​ໄປ​ຢາມ​ຄອບຄົວ​ຂອງ​ຂ້ອຍ​ຢູ່​ສະເປນ. ພໍ່​ລຸງ​ທີ່​ເປັນ​ນັກ​ເທດ​ຍົວະ​ຂ້ອຍ​ໃຫ້​ເຊົາ​ສຶກສາ​ຄຳພີ​ໄບເບິນ. ແຕ່​ພະຍານ​ພະ​ເຢໂຫວາ​ໃນ​ເມືອງ​ນັ້ນ​ກໍ​ໃຫ້​ກຳລັງ​ໃຈ​ແລະ​ຊ່ວຍ​ຂ້ອຍ​ຫຼາຍ​ແທ້​ໆ ເຂົາເຈົ້າ​ຕອບ​ຄຳຖາມ​ຈາກ​ຄຳພີ​ໄບເບິນ​ຄື​ກັບ​ພະຍານ​ທີ່​ຂ້ອຍ​ພົບ​ໃນ​ເຢຍລະມັນ ຂ້ອຍ​ຈຶ່ງ​ຕັດສິນໃຈ​ວ່າ​ຖ້າ​ໄປ​ຮອດ​ເຢຍລະມັນ​ຕອນ​ໃດ ຂ້ອຍ​ຈະ​ສຶກສາ​ຄຳພີ​ໄບເບິນ​ຢ່າງ​ຈິງ​ຈັງ. ເຖິງ​ວ່າ​ຜົວ​ຈະ​ເຊົາ​ສຶກສາ​ຄຳພີ​ໄບເບິນ ຂ້ອຍ​ກໍ​ຈະ​ບໍ່​ຍອມ​ໃຫ້​ອັນ​ໃດ​ກໍ​ຕາມ​ມາ​ຂັດຂວາງ​ການ​ຕັດສິນໃຈ​ຂອງ​ຂ້ອຍ​ຢ່າງ​ເດັດຂາດ. ເມື່ອ​ຮອດ ປີ 1978 ຂ້ອຍ​ໄດ້​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ​ເປັນ​ພະຍານ​ພະ​ເຢໂຫວາ.

ປະໂຫຍດ​ທີ່​ໄດ້​ຮັບ:

ຄວາມ​ຮູ້​ທີ່​ເປັນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ໃຫ້​ຂ້ອຍ​ຕາ​ສະຫວ່າງ ຕອນນີ້​ຂ້ອຍ​ຮູ້​ແລ້ວ​ວ່າ​ຄົນ​ເຮົາ​ເກີດ​ມາ​ເຮັດ​ຫຍັງ​ແລະ​ຈະ​ໃຊ້​ຊີວິດ​ແນວ​ໃດ​ໃຫ້​ມີ​ຄວາມ​ສຸກ. ຕົວຢ່າງ​ເຊັ່ນ 1 ເປໂຕ 3:1-4 ແນະນຳ​ຜູ້​ເປັນ​ເມຍ​ໃຫ້ “ຍອມ​ເຊື່ອຟັງ” ຜົວ​ແລະ “ນັບຖື​ຈາກ​ໃຈ” ແລະ​ພັດທະນາ​ໂຕເອງ​ໃຫ້​ມີ “ໃຈ​ທີ່​ສະຫງົບ​ແລະ​ອ່ອນໂຍນ​ເຊິ່ງ​ມີ​ຄ່າ​ຫຼາຍ​ໃນ​ສາຍ​ຕາ​ພະເຈົ້າ.” ຫຼັກການ​ນີ້​ຊ່ວຍ​ໃຫ້​ຂ້ອຍ​ເປັນ​ເມຍ​ແລະ​ແມ່​ທີ່​ດີ​ຂຶ້ນ.

ຂ້ອຍ​ໄດ້​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ປະມານ 35 ປີ​ແລ້ວ. ຕະຫຼອດ​ເວລາ​ທີ່​ຜ່ານ​ມາ​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ພະເຈົ້າ​ແລະ​ໄດ້​ເປັນ​ສ່ວນ​ໜຶ່ງ​ຂ້ອຍ​ສັງຄົມ​ພີ່ນ້ອງ​ຄລິດສະຕຽນ. ຂ້ອຍ​ມີ​ລູກ 5 ຄົນ ໃນ​ນັ້ນ​ມີ 4 ຄົນ​ທີ່​ໃຊ້​ຊີວິດ​ໃນ​ທາງ​ດຽວ​ກັບ​ຂ້ອຍ ນີ້​ເຮັດ​ໃຫ້​ຂ້ອຍ​ແຮ່ງ​ມີ​ຄວາມ​ສຸກ​ຫຼາຍ.