ຂ້າມໄປທີ່ເນື້ອໃນ

ພະ​ເຈົ້າ​ໃຊ້​ວິວັດທະນາການ​ໃນ​ການ​ສ້າງ​ສິ່ງ​ມີຊີວິດ​ຊະນິດ​ຕ່າງໆບໍ?

ພະ​ເຈົ້າ​ໃຊ້​ວິວັດທະນາການ​ໃນ​ການ​ສ້າງ​ສິ່ງ​ມີຊີວິດ​ຊະນິດ​ຕ່າງໆບໍ?

ຄຳ​ຕອບ​ຈາກ​ຄຳ​ພີ​ໄບເບິນ

 ບໍ່. ຄຳ​ພີ​ໄບເບິນ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ພະເຈົ້າ​ສ້າງ​ມະນຸດ ສ້າງ​ສັດ​ແລະ​ພືດ​ຕາມ “ຊະນິດ” ຂອງ​ມັນ. a (ຕົ້ນເດີມ 1:12, 21, 25, 27, ລ.ມ.; ພະນິມິດ 4:11) ຄຳ​ພີ​ໄບເບິນ​ຍັງ​ບອກ​ວ່າ​ມະນຸດ​ທຸກ​ຄົນ​ເປັນ​ລູກ​ຫຼານ​ຂອງ​ອາດາມ​ແລະ​ເອວາ​ພໍ່​ແມ່​ຄູ່​ທຳ​ອິດ. (ຕົ້ນເດີມ 3:20; 4:1) ເລື່ອງ​ຕ່າງໆໃນ​ຄຳ​ພີ​ໄບເບິນ​ບໍ່​ໄດ້​ສະໜັບສະໜູນ​ທິດສະດີ​ທີ່​ວ່າ​ພະເຈົ້າ​ໃຊ້​ວິວັດທະນາການ​ໃນ​ການ​ສ້າງ​ສິ່ງ​ມີ​ຊີວິດ​ຊະນິດ​ຕ່າງໆ. ແຕ່​ກໍ​ບໍ່​ມີ​ບ່ອນ​ໃດ​ໃນ​ຄຳ​ພີ​ໄບເບິນ​ຂັດ​ແຍ່ງ​ກັບ​ຂໍ້​ສັງເກດ​ທາງ​ວິທະຍາສາດ​ທີ່​ວ່າ​ສິ່ງ​ມີ​ຊີວິດ​ແຕ່​ລະ​ຊະນິດ​ມີ​ສາຍ​ພັນ​ທີ່​ຫຼາກ​ຫຼາຍ. b

 ພະ​ເຈົ້າ​ໃຊ້​ວິວັດທະນາການ​ບໍ?

 ຫຼາຍ​ຄົນ​ທີ່​ເຊື່ອ​ວ່າ​ພະ​ເຈົ້າ​ໃຊ້​ວິວັດທະນາການ​ເພື່ອ​ສ້າງ​ສິ່ງ​ມີ​ຊີວິດ​ມີ​ຄວາມ​ຄິດ​ເຫັນ​ຕ່າງ​ກັນ. ສາລານຸກົມ​ບຣິແທນນິກາ ບອກ​ວ່າບາງ​ຄົນ​ເຊື່ອ​ວ່າ “ການ​ຄັດ​ເລືອກ​ໂດຍ​ທຳມະຊາດ​ເປັນ​ວິທີ​ໜຶ່ງ​ທີ່​ພະເຈົ້າ​ໃຊ້​ຊີ້​ນຳ​ໂລກ​ແຫ່ງ​ທຳມະຊາດ.”

 ທິດສະດີ​ທີ່​ວ່າ​ພະ​ເຈົ້າ​ໃຊ້​ວິວັດທະນາການ​ເພື່ອ​ສ້າງ​ສິ່ງ​ມີ​ຊີວິດ​ຍັງ​ອາດ​ລວມ​ເຖິງ​ແນວ​ຄິດ​ຕໍ່​ໄປ​ນີ້:

  •   ສິ່ງ​ມີ​ຊີວິດ​ທັງ​ໝົດ​ສືບ​ເຊື້ອ​ສາຍ​ມາ​ຈາກ​ບັນພະບຸລຸດ​ດຽວ​ກັນ​ມາ​ຕັ້ງ​ແຕ່​ສະໄໝ​ບູຮານ.

  •   ສິ່ງ​ມີ​ຊີວິດ​ຊະນິດ​ໜຶ່ງ​ສາມາດ​ວິວັດທະນາການ​ເປັນ​ອີກ​ຊະນິດ​ໜຶ່ງ​ທີ່​ຕ່າງ​ກັນ​ແທ້ໆ ບາງເທື່ອ​ມີ​​ການ​ເອີ້ນ​ແນວ​ຄິດ​ນີ້​ວ່າ​ວິວັດທະນາການ​ລະດັບ​ມະຫາ​ພາກ.

  •   ພະເຈົ້າ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ຂະບວນ​ການ​ເຫຼົ່າ​ນີ້​ບໍ່​ທາງ​ໃດ​ກໍ​ທາງ​ໜຶ່ງ.

 ວິວັດທະນາການ​ສອດຄ່ອງ​ກັບ​ຄຳ​ພີ​ໄບເບິນ​ບໍ?

 ທິດສະດີ​ທີ່​ວ່າ​ພະ​ເຈົ້າ​ໃຊ້​ວິວັດທະນາການ​ເພື່ອ​ສ້າງ​ສິ່ງ​ມີ​ຊີວິດ​ຊະນິດ​ຕ່າງໆ ກຳລັງ​ຊີ້​ໃຫ້​ເຫັນ​ວ່າ​ເລື່ອງ​ການ​ສ້າງ​ໃນ​ປຶ້ມ​ຕົ້ນເດີມ​ຂອງ​ຄຳ​ພີ​ໄບເບິນ​ບໍ່​ໄດ້​ຖືກຕ້ອງ​ທັງ​ໝົດ. ແຕ່​ພະ​ເຢຊູ​ເວົ້າ​ເຖິງ​ປຶ້ມ​ຕົ້ນເດີມ​ວ່າ​ເປັນ​ຄວາມ​ຈິງ​ທາງ​ປະຫວັດສາດ. (ຕົ້ນເດີມ 1:26, 27; 2:18-24; ມັດທາຍ 19:4-6) ຄຳ​ພີ​ໄບເບິນ​ບອກ​ວ່າ​ກ່ອນ​ທີ່​ພະ​ເຢຊູ​ຈະ​ມາ​ເທິງ​ໂລກ ເພິ່ນ​ຢູ່​ເທິງ​ສະຫວັນ​ກັບ​ພະ​ເຈົ້າ​ແລະ​ມີ​ສ່ວນ​ໃນ​ການ​ສ້າງ “ທຸກ​ສິ່ງ”. (ໂຢຮັນ 1:3) ດັ່ງນັ້ນ ແນວ​ຄິດ​ທີ່​ວ່າ​ພະ​ເຈົ້າ​ໃຊ້​ວິວັດທະນາການ​ໃນ​ການ​ສ້າງ​ສິ່ງ​ມີ​ຊີວິດ​ຊະນິດ​ຕ່າງໆ​ຈຶ່ງ​ບໍ່​ສອດຄ່ອງ​ກັບ​ສິ່ງ​ທີ່​ຄຳ​ພີ​ໄບເບິນ​ສອນ.

 ການ​ທີ່​ພືດ​ແລະ​ສັດ​ສາມາດ​ປັບ​ໂຕ​ເພື່ອ​ໃຫ້​ຢູ່​ລອດ​ເປັນ​ວິວັດທະນາການ​ບໍ?

 ຄຳ​ພີ​ໄບເບິນ​ບໍ່​ໄດ້​ອະທິບາຍ​ວ່າ​ສິ່ງ​ມີ​ຊີວິດ​ສາມາດ​ມີ​ຄວາມຫຼາກຫຼາຍ​ໄດ້​ຫຼາຍ​ສ່ຳ​ໃດ​ພາຍ​ໃນ​ຊະນິດ​ດຽວ​ກັນ. ແລະ​ຄຳ​ພີ​ໄບເບິນ​ກໍ​ບໍ່​ໄດ້​ຂັດ​ແຍ່ງ​ກັບ​ສາຍ​ພັນ​ໃໝ່ໆຂອງ​ສັດ​ແລະ​ພືດ​ທີ່​ເກີດຂຶ້ນ​ຈາກ​ການ​ປະສົມ​ພັນ​ຫຼື​ການ​ປັບ​ໂຕ​ໃຫ້​ເຂົ້າ​ກັບ​ສິ່ງ​ແວດ​ລ້ອມ​ໃໝ່ໆ. ເຖິງ​ບາງ​ຄົນ​ຈະ​ເບິ່ງ​ວ່າ​ການ​ປັບ​ໂຕ​ແບບ​ນີ້​ເປັນ​ວິວັດທະນາການ ແຕ່​ນີ້​ກໍ​ບໍ່​ໄດ້​ເຮັດ​ໃຫ້​ເກີດ​ສິ່ງ​ມີ​ຊີວິດ​ຊະນິດ​ໃໝ່.

a ຄຳ​ພີ​ໄບເບິນ​ໃຊ້​ຄຳ​ວ່າ “ຊະນິດ” (kind) ເຊິ່ງ​ມີ​ຄວາມ​ໝາຍ​ກວ້າງ​ກວ່າ​ຄຳ​ວ່າ “ຊະນິດ” (species) ທີ່​ນັກ​ວິທະຍາສາດ​ໃຊ້. ຫຼາຍ​ຄັ້ງ​ເມື່ອ​ເກີດ​ສາຍ​ພັນ​ໃໝ່ ນັກ​ວິທະຍາສາດ​ມັກ​ຈະ​ບອກ​ວ່າ​ເປັນ​ສິ່ງ​ມີ​ຊີວິດ​ຊະນິດ​ໃໝ່ (species) ທີ່​ເກີດ​ຈາກ​ວິວັດທະນາການ ແຕ່​ແທ້ໆແລ້ວ​ເປັນ​ພຽງ​ຄວາມ​ຫຼາກ​ຫຼາຍ​ຂອງ​ສາຍ​ພັນ​ໃນ “ຊະນິດ” ດຽວ​ກັນ​ຄື​ກັບ​ທີ່​ໃຊ້​ໃນ​ປຶ້ມ​ຕົ້ນເດີມ.

b ບາງ​ຄັ້ງ​ແນວ​ຄິດ​ນີ້​ໝາຍ​ເຖິງ​ວິວັດທະນາການ​ລະດັບ​ຈຸນລະ​ພາກ.