ຂ້າມໄປທີ່ເນື້ອໃນ

ຄຳພີ​ໄບເບິນ​ປ່ຽນ​ຊີວິດ

ຂ້ອຍ​ຮູ້​ແລ້ວ​ວ່າ​ພະ​ເຢໂຫວາ​ເມດຕາ​ແລະ​ພ້ອມ​ຈະ​ໃຫ້​ອະໄພ

ຂ້ອຍ​ຮູ້​ແລ້ວ​ວ່າ​ພະ​ເຢໂຫວາ​ເມດຕາ​ແລະ​ພ້ອມ​ຈະ​ໃຫ້​ອະໄພ
  • ເກີດ​ປີ 1954

  • ເກີດ​ຢູ່​ປະເທດ ການາດາ

  • ອະດີດ ນັກ​ຕົ້ມ​ຕຸນ​ແລະ​ນັກ​ພະນັນ

ຊີວິດ​ທີ່​ຜ່ານ​ມາ:

ຂ້ອຍ​ໃຫຍ່​ມາ​ໃນ​ເຂດ​ທີ່​ຫົດ​ຫູ່​ຂອງ​ເມືອງ​ມອນທຣິອໍ. ພໍ່​ຕາຍ​ຕອນ​ຂ້ອຍ​ອາຍຸ 6 ເດືອນ ແລະ​ແມ່​ຕ້ອງ​ຮັບ​ຜິດ​ຊອບ​ທຸກ​ຢ່າງ​ໃນ​ເຮືອນ. ແມ່​ມີ​ລູກ​ທັງໝົດ 8 ຄົນ​ແລະ​ຂ້ອຍ​ເປັນ​ນ້ອງ​ຫຼ້າ.

ຂ້ອຍ​ໃຫຍ່​ມາ​ໃນ​ສະພາບ​ແວດ​ລ້ອມ​ທີ່​ມີ​ແຕ່​ຄວາມ​ຮຸນແຮງ ຢາເສບຕິດ ການ​ພະນັນ​ແລະ​ອາດຊະຍາກຳ. ຕອນ​ອາຍຸ 10 ປີ​ຂ້ອຍ​ເລີ່ມ​ເຮັດ​ວຽກ​ໃຫ້​ກັບ​ພວກ​ຄ້າ​ປະເວນີ​ແລະ​ພວກ​ປ່ອຍ​ເງິນ​ກູ້​ນອກ​ລະບົບ. ຂ້ອຍ​ມັກ​ຕົວະ​ແລະ​ມີ​ຄວາມ​ສຸກ​ທີ່​ໄດ້​ສໍ້​ໂກງ​ຄົນ​ອື່ນ​ດ້ວຍ​ວິທີ​ຕ່າງ​ໆ. ທີ່ຈິງ​ແລ້ວ​ຂ້ອຍ​ມັກ​ສໍ້​ໂກງ​ຈົນ​ຕິດ​ເປັນ​ນິ​ໄສ.

ເມື່ອ​ອາຍຸ​ໄດ້ 14 ປີ​ຂ້ອຍ​ກໍ​ຊຳນານ​ໃນ​ການ​ຫາ​ເທັກນິກ​ໃໝ່​ໆ​ເພື່ອ​ຕົວະ​ຄົນ​ອື່ນ. ຕົວຢ່າງ: ຂ້ອຍ​ຊື້​ໂມງ ສາຍ​ແຂນ ແລະ​ແຫວນ​ທີ່​ເຄືອບ​ທອງ​ມາ​ຫຼາຍ​ໆ ແລ້ວ​ຂ້ອຍ​ກໍ​ປະທັບ​ຕາ​ໃສ່​ເອງ​ວ່າ 14 ກະ​ລັດ. ຈາກ​ນັ້ນ​ກໍ​ເອົາ​ໄປ​ຂາຍ​ຕາມ​ຫົນທາງ ຫຼື​ຕາມ​ບ່ອນ​ຈອດ​ລົດ​ຂອງ​ຮ້ານ​ຄ້າ​ຕ່າງ​ໆ. ຂ້ອຍ​ຕິດ​ໃຈ​ກັບ​ການ​ຫາ​ເງິນ​ມາ​ໄດ້​ງ່າຍ​ໆ. ມີ​ຢູ່​ເທື່ອ​ໜຶ່ງ ຂ້ອຍ​ຫາ​ເງິນ​ມາ​ໄດ້​ຮອດ 10.000 ໂດລາ​ພາຍ​ໃນ​ມື້​ດຽວ.

ຕອນ​ອາຍຸ 15 ປີ​ຂ້ອຍ​ຖືກ​ໄລ່​ອອກ​ຈາກ​ໂຮງຮຽນ​ດັດ​ສັນ​ດານ ຈາກ​ນັ້ນ​ຂ້ອຍ​ກໍ່​ບໍ່​ມີ​ບ່ອນ​ໄປ. ຂ້ອຍ​ມັກ​ຈະ​ນອນ​ຢູ່​ຕາມ​ຖະໜົນ​ຫົນທາງ ສວນ​ສາທາລະນະ ຫຼື​ບໍ່​ກໍ​ໄປ​ຢູ່​ກັບ​ຄົນ​ຮູ້​ຈັກ.

ຍ້ອນ​ຂ້ອຍ​ມີ​ປະຫວັດ​ສໍ້​ໂກງ​ຄົນ​ອື່ນ​ຈຶ່ງ​ຖືກ​ຕຳຫຼວດ​ສອບ​ສວນ​ຢູ່​ຕະຫຼອດ. ເຖິງ​ວ່າ​ຂ້ອຍ​ຈະ​ບໍ່​ເຄີຍ​ຂາຍ​ເຄື່ອງ​ທີ່​ລັກ​ມາ ແລະ​ບໍ່​ເຄີຍ​ຕິດ​ຄຸກ ແຕ່​ຂ້ອຍ​ຕ້ອງ​ຈ່າຍ​ຄ່າ​ປັບ​ໄໝ​ຈຳນວນ​ຫຼາຍ​ຍ້ອນ​ຂໍ້ຫາ​ຕົ້ມ​ຕຸນ​ຫຼອກລວງ ໃຫ້​ຂໍ້ມູນ​ເທັດ​ແລະ​ຂາຍ​ຂອງ​ເຖື່ອນ. ຕອນ​ນັ້ນ​ຂ້ອຍ​ບໍ່​ຢ້ານ​ຜູ້​ໃດ​ເລີຍ. ຂ້ອຍ​ເຄີຍ​ທວງ​ໜີ້​ໃຫ້​ພວກ​ປ່ອຍ​ເງິນ​ກູ້​ນອກ​ລະບົບ​ເຊິ່ງ​ເປັນ​ວຽກ​ທີ່​ສ່ຽງ​ຫຼາຍ. ຂ້ອຍ​ຈຶ່ງ​ຕ້ອງ​ເອົາ​ປືນ​ຕິດ​ໂຕ​ຕະຫຼອດ​ເວລາ ແລະ​ບາງ​ເທື່ອ​ຂ້ອຍ​ກໍ​ເຮັດ​ວຽກ​ໃຫ້​ພວກ​ອາດຊະຍາກອນ​ນຳ.

ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຂ້ອຍ​ແນວ​ໃດ:

ຂ້ອຍ​ເລີ່ມ​ຮູ້​ຈັກ​ຄຳພີ​ໄບເບິນ​ຕອນ​ອາຍຸ 17 ປີ. ແຟນ​ທີ່​ຢູ່​ນຳ​ກັນ​ຕອນ​ນັ້ນ​ເລີ່ມ​ຮຽນ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ. ແຕ່​ຂ້ອຍ​ບໍ່​ມັກ​ທີ່​ຄຳພີ​ໄບເບິນ​ເຂັ້ມ​ງວດ​ເລື່ອງ​ສິນລະທຳ ຂ້ອຍ​ຈຶ່ງ​ເລີກ​ກັບ​ແຟນ ແລ້ວ​ກໍ​ໄປ​ຢູ່​ກັບ​ຜູ້​ຍິງ​ອີກ​ຄົນ​ໜຶ່ງ.

ປາກົດ​ວ່າ​ແຟນ​ໃໝ່​ຂອງ​ຂ້ອຍ​ກໍ​ເລີ່ມ​ຮຽນ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ​ຄື​ກັນ. ຕອນນີ້​ແຫຼະ​ທີ່​ເປັນ​ຈຸດ​ປ່ຽນ​ຊີວິດ​ຂ້ອຍ! ລາວ​ປ່ຽນແປງ​ໂຕເອງ​ຫຼາຍ​ຢ່າງ​ແລະ​ຂ້ອຍ​ກໍ​ປະທັບໃຈ​ທີ່​ເຫັນ​ລາວ​ອ່ອນໂຍນ​ແລະ​ໃຈ​ເຢັນ​ຫຼາຍ​ຂຶ້ນ. ເມື່ອ​ມີ​ຄົນ​ຊວນ​ຂ້ອຍ​ໄປ​ປະຊຸມ​ກັບ​ພະຍານ​ພະ​ເຢໂຫວາ​ຂ້ອຍ​ກໍ​ເລີຍ​ໄປ. ຢູ່​ຫັ້ນ ມີ​ຄົນ​ຕ້ອນຮັບ​ຂ້ອຍ​ຢ່າງ​ອົບອຸ່ນ ມັນ​ຄື​ກັບ​ວ່າ​ຢູ່​ຄົນ​ລະ​ໂລກ​ເລີຍ! ຂ້ອຍ​ເຄີຍ​ຮູ້ສຶກ​ວ່າ​ຄົນ​ໃນ​ຄອບຄົວ​ບໍ່​ຕ້ອງການ​ຂ້ອຍ. ຕອນ​ຍັງ​ນ້ອຍ ຂ້ອຍ​ບໍ່​ເຄີຍ​ໄດ້​ຮັບ​ຄວາມ​ຮັກ ຫຼື​ການ​ເບິ່ງແຍງ​ເອົາໃຈໃສ່​ເລີຍ. ແຕ່​ຄວາມ​ຮັກ​ຢ່າງ​ອົບອຸ່ນ​ທີ່​ໄດ້​ຮັບ​ໃນ​ກຸ່ມ​ຂອງ​ພະຍານ​ພະ​ເຢໂຫວາ​ເປັນ​ສິ່ງ​ທີ່​ຂ້ອຍ​ໂຫຍ​ຫາ​ມາ​ຕະຫຼອດ. ພໍ​ແຕ່​ພະຍານ​ພະ​ເຢໂຫວາ​ຊວນ​ຂ້ອຍ​ຮຽນ​ຄຳພີ​ໄບເບິນ ຂ້ອຍ​ກໍ​ຕອບ​ຮັບ​ດ້ວຍ​ຄວາມ​ຍິນດີ.

ເລື່ອງ​ທີ່​ຮຽນ​ຈາກ​ຄຳພີ​ໄບເບິນ​ຊ່ວຍ​ຊີວິດ​ຂ້ອຍ​ໄວ້​ແທ້​ໆ. ກ່ອນ​ໜ້າ​ນີ້​ຂ້ອຍ​ກັບ​ໝູ່​ອີກ 2 ຄົນ​ວາງ​ແຜນ​ຈະ​ໄປ​ປຸ້ນ​ເພື່ອ​ເອົາ​ເງິນ​ໄປ​ໄຊ້​ໜີ້​ພະນັນ​ຈຳນວນ 50.000 ໂດລາ ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ຖອນ​ໂຕ​ອອກ​ມາ​ກ່ອນ! ສ່ວນ​ໝູ່​ທັງ​ສອງ​ຄົນ​ບໍ່​ຍອມ​ຍົກ​ເລີກ ເຂົາເຈົ້າ​ໄປ​ປຸ້ນ​ຕາມ​ແຜນທີ່​ວາງ​ໄວ້ ປາກົດ​ວ່າ​ຄົນ​ໜຶ່ງ​ຖືກ​ຈັບ ແລະ​ອີກ​ຄົນ​ໜຶ່ງ​ຖືກ​ຂ້າ.

ຕອນ​ທີ່​ຂ້ອຍ​ຮຽນ​ຄຳພີ​ໄບເບິນ ຂ້ອຍ​ກໍ​ຮູ້​ວ່າ​ຕ້ອງ​ໄດ້​ປ່ຽນແປງ​ຊີວິດ​ຫຼາຍ​ຢ່າງ. ເຊັ່ນ 1 ໂກຣິນໂທ 6:10 ບອກ​ວ່າ: “ຄົນ​ຂີ້​ລັກ ຄົນ​ໂລບ ຄົນ​ຂີ້​ເຫຼົ້າ ຄົນ​ປາກ​ຮ້າຍ ແລະ​ຄົນ​ມັກ​ຂູດຮີດ ຈະ​ບໍ່​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ.” ເມື່ອ​ຂ້ອຍ​ອ່ານ​ຂໍ້​ນີ້ ຂ້ອຍ​ເຖິງຂັ້ນ​ນ້ຳ​ຕາ​ໄຫຼ. ຂ້ອຍ​ສຳນຶກ​ໄດ້​ວ່າ​ໂຕເອງ​ຕ້ອງ​ປ່ຽນແປງ​ຊີວິດ​ໃໝ່​ທັງໝົດ. (ໂຣມ 12:2) ຂ້ອຍ​ເປັນ​ຄົນ​ໃຈ​ຮ້າຍ​ແລະ​ມັກ​ຄວາມ​ຮຸນແຮງ ແລະ​ຊິ​ວິດ​ຂ້ອຍ​ມີ​ແຕ່​ການ​ຂີ້​ຕົວະ​ຫຼອກ​ຫຼວງ.

ເຖິງ​ຈະ​ເປັນ​ແບບ​ນັ້ນ ຂ້ອຍ​ກໍ​ຮູ້​ວ່າ​ພະ​ເຢໂຫວາ​ເມດຕາ​ແລະ​ພ້ອມ​ຈະ​ໃຫ້​ອະໄພ. (ເອຊາຢາ 1:18) ຂ້ອຍ​ອະທິດຖານ​ຢ່າງ​ຈິງ​ຈັງ​ຂໍ​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ໃຫ້​ຖິ້ມ​ນິດໄສ​ເກົ່າ​ໆ ແລະ​ເພິ່ນ​ກໍ​ຊ່ວຍ​ຂ້ອຍ​ເຮັດ​ໄດ້​ສຳເລັດ. ຢ່າງ​ທຳອິດ ຂ້ອຍ​ກັບ​ແຟນ​ຕ້ອງ​ແຕ່ງດອງ​ກັນ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ.

ຂ້ອຍ​ຍັງ​ມີ​ຊີວິດ​ຢູ່​ຈົນ​ຮອດ​ທຸກ​ມື້​ນີ້​ກໍ​ຍ້ອນ​ເຮັດ​ຕາມ​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ

ຕອນ​ອາຍຸ 24 ປີ​ຂ້ອຍ​ກໍ​ມີ​ລູກ 3 ຄົນ. ຕອນນີ້​ຂ້ອຍ​ຕ້ອງ​ຊອກ​ວຽກ​ເຮັດ​ທີ່​ສຸດ​ຈະ​ລິດ. ເຖິງ​ວ່າ​ຂ້ອຍ​ຈະ​ຮຽນ​ມາ​ໜ້ອຍ ແລະ​ບໍ່​ມີ​ໃບ​ຜ່ານ​ງານ​ການ​ເຮັດ​ວຽກ​ຈາກ​ບ່ອນ​ໃດ​ເລີຍ ແຕ່​ຂ້ອຍ​ກໍ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ຢ່າງ​ຈິງ​ຈັງ​ອີກ​ເທື່ອ​ໜຶ່ງ ແລ້ວ​ກໍ​ອອກ​ໄປ​ຊອກ​ວຽກ​ເຮັດ. ຂ້ອຍ​ບອກ​ຄົນ​ທີ່​ສຳພາດ​ວຽກ​ວ່າ ຂ້ອຍ​ຢາກ​ປ່ຽນແປງ​ຊີວິດ​ໃຫ້​ດີ​ຂຶ້ນ​ແລະ​ເຮັດ​ວຽກ​ທີ່​ສັດຊື່. ເມື່ອ​ຂ້ອຍ​ອະທິບາຍ​ວ່າ​ຂ້ອຍ​ກຳລັງ​ສຶກສາ​ຄຳພີ​ໄບເບິນ​ແລະ​ຢາກ​ເປັນ​ຄົນ​ດີ ຄົນ​ສຳພາດ​ສ່ວນ​ຫຼາຍ​ປະຕິເສດ​ຂ້ອຍ. ແຕ່​ໃນ​ທີ່​ສຸດ​ກໍ​ມີ​ຄົນ​ໜຶ່ງ​ຮັບ​ຂ້ອຍ​ເຂົ້າ​ເຮັດ​ວຽກ​ຫຼັງ​ຈາກ​ທີ່​ເລົ່າ​ປະຫວັດ​ໃຫ້​ຟັງ. ລາວ​ບອກ​ວ່າ: “ແທ້​ໆ​ແລ້ວ​ຂ້ອຍ​ບໍ່​ຮູ້​ດອກ​ວ່າ​ຍ້ອນຫຍັງ ແຕ່​ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ຢາກ​ຈ້າງ​ເຈົ້າ.” ຂ້ອຍ​ເຊື່ອ​ວ່າ​ນີ້​ແມ່ນ​ວິທີ​ທີ່​ພະເຈົ້າ​ຕອບ​ຄຳ​ອະທິດຖານ​ຂອງ​ຂ້ອຍ. ຕໍ່​ມາ ຂ້ອຍ​ກັບ​ເມຍ​ກໍ​ຮັບ​ບັບເຕມາ​ເປັນ​ພະຍານ​ພະ​ເຢໂຫວາ.

ປະໂຫຍດ​ທີ່​ຂ້ອຍ​ໄດ້​ຮັບ:

ຂ້ອຍ​ຍັງ​ມີ​ຊີວິດ​ຢູ່​ຈົນ​ຮອດ​ທຸກ​ມື້​ນີ້​ກໍ​ຍ້ອນ​ເຮັດ​ຕາມ​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ. ຕອນນີ້​ຂ້ອຍ​ມີ​ຄອບຄົວ​ທີ່​ໜ້າ​ຮັກ ແລະ​ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ສະອາດ​ຍ້ອນ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ໃຫ້​ອະໄພ​ຂ້ອຍ​ແທ້​ໆ.

ເປັນ​ເວລາ 14 ປີ​ແລ້ວ​ທີ່​ຂ້ອຍ​ໃຊ້​ເວລາ​ສ່ວນ​ໃຫຍ່​ໃນ​ການ​ສອນ​ຄຳພີ​ໄບເບິນ. ບໍ່​ດົນ​ມາ​ນີ້ ເມຍ​ຂອງ​ຂ້ອຍ​ກໍ​ໃຊ້​ເວລາ​ສ່ວນ​ໃຫຍ່​ໄປ​ກັບ​ການ​ສອນ​ຄຳພີ​ໄບເບິນ​ຄື​ກັນ. ຕະຫຼອດ​ເວລາ 30 ກວ່າ​ປີ​ທີ່​ຜ່ານ​ມາ ຂ້ອຍ​ໄດ້​ຊ່ວຍ​ໝູ່​ຢູ່​ບ່ອນ​ເຮັດ​ວຽກ 22 ຄົນ​ໃຫ້​ມາ​ນະມັດສະການ​ພະ​ເຢໂຫວາ. ທຸກ​ມື້​ນີ້ ຂ້ອຍ​ກໍ​ຍັງ​ໄປ​ຍ່າງ​ເລາະ​ໃນ​ຮ້ານ​ຄ້າ​ຢູ່ ແຕ່​ບໍ່​ໄດ້​ໄປ​ເພື່ອ​ຫຼອກລວງ​ຄົນ​ອື່ນ​ຄື​ແຕ່​ກ່ອນ. ຕອນນີ້​ຂ້ອຍ​ໄປ​ເພື່ອ​ບອກ​ຄວາມ​ຫວັງ​ໃຫ້​ຄົນ​ອື່ນ​ຟັງ ຂ້ອຍ​ຢາກ​ໃຫ້​ຫຍັງ​ບາງ​ຢ່າງ​ກັບ​ເຂົາເຈົ້າ​ນັ້ນ​ຄື​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ບໍ່​ມີ​ຄົນ​ຕົ້ມ​ຕຸນ​ຫຼອກລວງ.—ເພງ​ສັນລະເສີນ 37:10, 11