ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຖ້າ​ຄູ່​ຂອງ​ເຈົ້າ​ເບິ່ງ​ສິ່ງ​ລາມົກ ເຈົ້າ​ຈະ​ເຮັດ​ແນວ​ໃດ?

ຖ້າ​ຄູ່​ຂອງ​ເຈົ້າ​ເບິ່ງ​ສິ່ງ​ລາມົກ ເຈົ້າ​ຈະ​ເຮັດ​ແນວ​ໃດ?
  • “ຂ້ອຍ​ຮູ້ສຶກ​ວ່າ​ຜົວ​ຂ້ອຍ​ຫຼິ້ນຊູ້​ຊ້ຳ​ແລ້ວ​ຊ້ຳ​ອີກ.”

  • “ຂ້ອຍ​ຮູ້ສຶກ​ອາຍ​ຫຼາຍ ຮູ້ສຶກ​ວ່າ​ໂຕເອງ​ບໍ່​ມີ​ຄ່າ ແລະ​ບໍ່​ໜ້າ​ດຶງ​ດູດ​ໃຈ.”

  • “ຂ້ອຍ​ບໍ່​ກ້າ​ບອກ​ໃຜ​ເລີຍ​ແລະ​ບໍ່​ຮູ້​ວ່າ​ຈະ​ໄປ​ເພິ່ງ​ໃຜ.”

  • “ຂ້ອຍ​ຮູ້ສຶກ​ຄື​ກັບ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ຂ້ອຍ​ແລ້ວ.”

ຄຳເວົ້າ​ເຫຼົ່າ​ນີ້​ສະແດງ​ໃຫ້​ເຫັນ​ເລີຍ​ວ່າ​ຜູ້​ເປັນ​ເມຍ​ທຸກໃຈ​ຫຼາຍ​ສ່ຳ​ໃດ​ທີ່​ຜົວ​ເບິ່ງ​ສິ່ງ​ລາມົກ. ແຕ່​ຖ້າ​ຜົວ​ເຮັດ​ແບບ​ນີ້​ໄປ​ດົນໆ​ເປັນ​ເວລາ​ຫຼາຍ​ເດືອນ​ຫຼາຍ​ປີ​ເມຍ​ກໍ​ອາດຈະ​ບໍ່​ໄວ້ໃຈ​ລາວ​ອີກ​ຕໍ່​ໄປ. ເມຍ​ຄົນ​ໜຶ່ງ​ບອກ​ວ່າ “ຂ້ອຍ​ຮູ້ສຶກ​ວ່າ​ບໍ່​ໄດ້​ຮູ້​ຈັກ​ຜົວ​ແທ້​ໆ​ແລະ​ມີ​ຫຍັງ​ອີກ​ບໍ​ທີ່​ລາວ​ລັກ​ເຮັດ​ໂດຍ​ທີ່​ຂ້ອຍ​ບໍ່​ຮູ້?”

ບົດ​ຄວາມ​ນີ້​ຂຽນ​ຂຶ້ນ​ມາ​ສຳລັບ​ເມຍ​ທີ່​ຜົວ​ເບິ່ງ​ສິ່ງ​ລາມົກ a ເຊິ່ງ​ມີ​ຫຼັກການ​ຕ່າງ​ໆ​ໃນ​ຄຳພີ​ໄບເບິນ​ທີ່​ໃຫ້​ກຳລັງ​ໃຈ ເຮັດ​ໃຫ້​ລາວ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ຢາກ​ຊ່ວຍ​ລາວ​ແທ້​ໆ. ບົດ​ຄວາມ​ນີ້​ຍັງ​ຈະ​ຊ່ວຍ​ລາວ​ໃຫ້​ມີ​ຄວາມ​ສະຫງົບໃຈ​ແລະ​ສະໜິດ​ກັບ​ພະ​ເຢໂຫວາ​ຕໍ່​ໆ​ໄປ​ໄດ້. b

ຝ່າຍ​ທີ່​ບໍ່​ໄດ້​ເບິ່ງ​ສິ່ງ​ລາມົກ​ຈະ​ເຮັດ​ແນວ​ໃດ?

ເຖິງ​ວ່າ​ເຈົ້າ​ຈະ​ບໍ່​ສາມາດ​ຄວບຄຸມ​ທຸກ​ຢ່າງ​ທີ່​ຜົວ​ເຈົ້າ​ເຮັດ ແຕ່​ກໍ​ມີ​ບາງ​ຢ່າງ​ທີ່​ເຈົ້າ​ເຮັດ​ໄດ້​ເພື່ອ​ຈະ​ອຸກໃຈ​ໜ້ອຍ​ລົງ​ແລະ​ມີ​ຄວາມ​ສະຫງົບໃຈ​ຫຼາຍ​ຂຶ້ນ. ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ແນະນຳ​ຕໍ່​ໄປ​ນີ້​ນຳ​ກັນ.

ບໍ່​ຕ້ອງ​ໂທດ​ໂຕເອງ. ເມຍ​ອາດຈະ​ຮູ້ສຶກ​ວ່າ​ທີ່​ຜົວ​ເບິ່ງ​ສິ່ງ​ລາມົກ​ເປັນ​ຍ້ອນ​ລາວ. ອາ​ລິດຊ໌ c​ຮູ້ສຶກ​ວ່າ​ລາວ​ບໍ່​ດີ​ພໍ​ແລະ​ບໍ່​ໜ້າ​ດຶງດູດ​ໃຈ. ລາວ​ສົງໄສ​ວ່າ “ເປັນ​ຫຍັງ​ຜົວ​ຂ້ອຍ​ຈຶ່ງ​ມັກ​ເບິ່ງ​ຜູ້​ຍິງ​ຄົນ​ອື່ນ​ແທນ​ທີ່​ຈະ​ເບິ່ງ​ຂ້ອຍ?” ເມຍ​ບາງ​ຄົນ​ໂທດ​ໂຕເອງ​ຍ້ອນ​ເຂົາເຈົ້າ​ຄິດ​ວ່າ​ທ່າທີ​ທີ່​ເຂົາເຈົ້າ​ສະແດງ​ອອກ​ມາ​ນັ້ນ​ເຮັດ​ໃຫ້​ສະຖານະການ​ຮ້າຍ​ກວ່າ​ເກົ່າ. ເດັນນ້ຽວ​ບອກ​ວ່າ “ຍ້ອນ​ຜົວ​ຂ້ອຍ​ລັກ​ເບິ່ງ​ສິ່ງ​ລາມົກ ຂ້ອຍ​ຈຶ່ງ​ຮູ້ສຶກ​ໃຈ​ຮ້າຍ​ແລະ​ລະເບີດ​ອາລົມ​ອອກ​ມາ ແລະ​ນັ້ນ​ແຮ່ງ​ເຮັດ​ໃຫ້​ຊີວິດ​ຄູ່​ຂອງ​ເຮົາ​ມີ​ບັນຫາ​ຫຼາຍ​ກວ່າ​ເກົ່າ.”

ຖ້າ​ເຈົ້າ​ກຳລັງ​ໂທດ​ໂຕເອງ​ຢູ່ ຂໍ​ໃຫ້​ຮູ້​ໄວ້​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຄິດ​ວ່າ​ເຈົ້າ​ຕ້ອງ​ຮັບ​ຜິດ​ຊອບ​ທີ່​ຜົວ​ເປັນ​ແບບ​ນັ້ນ. ຢາໂກໂບ 1:14 ບອກ​ວ່າ: “ທຸກ​ຄົນ​ຖືກ​ທົດລອງ​ເມື່ອ​ຄວາມ​ຕ້ອງການ​ຂອງ​ຕົວເອງ​ຊັກ​ຈູງ​ແລະ​ລໍ້ລວງ​ລາວ.” (ຣມ. 14:12; ຟລປ. 2:12) ດັ່ງນັ້ນ ບໍ່​ຕ້ອງ​ໂທດ​ໂຕເອງ ພະ​ເຢໂຫວາ​ເຫັນຄ່າ​ທີ່​ເຈົ້າ​ພັກດີ​ຕໍ່​ເພິ່ນ.—2 ຂ​ຄ. 16:9

ນອກ​ຈາກນັ້ນ ການ​ທີ່​ຜົວ​ເບິ່ງ​ສິ່ງ​ລາມົກ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເມຍ​ບໍ່​ດີ​ພໍ​ຫຼື​ບໍ່​ໜ້າ​ດຶງດູດ​ໃຈ. ຜູ້​ຊ່ຽວຊານ​ເວົ້າ​ວ່າ ບໍ່​ມີ​ຜູ້​ຍິງ​ຄົນ​ໃດ​ຈະ​ສະໜອງ​ຄວາມ​ຕ້ອງການ​ທາງ​ເພດ​ໃຫ້​ກັບ​ຜູ້​ທີ່​ເບິ່ງ​ສິ່ງ​ລາມົກ​ໃນ​ແບບ​ທີ່​ລາວ​ພໍໃຈ​ໄດ້.

ບໍ່​ຕ້ອງ​ກັງວົນ​ຫຼາຍ​ເກີນ​ໄປ. ພີ່ນ້ອງ​ຄົນ​ໜຶ່ງ​ທີ່​ຊື່​ແຄັດເທີຣີນ​ບອກ​ວ່າ ລາວ​ຄິດ​ເຖິງ​ແຕ່​ເລື່ອງ​ທີ່​ຜົວ​ເບິ່ງ​ສິ່ງ​ລາມົກ​ແລະ​ຄິດ​ເຖິງ​ເລື່ອງ​ນັ້ນ​ໝົດ​ມື້​ໝົດ​ຄືນ. ຟຣານເຊັດສ໌​ບອກ​ວ່າ: “ຕອນ​ທີ່​ຂ້ອຍ​ບໍ່​ໄດ້​ຢູ່​ກັບ​ຜົວ ຂ້ອຍ​ຈະ​ຮູ້ສຶກ​ກັງວົນ​ໃຈ​ຫຼາຍ​ເພາະ​ບໍ່​ຮູ້​ວ່າ​ລາວ​ຢູ່​ໃສ​ແລະ​ກຳລັງ​ເຮັດ​ຫຍັງ​ຢູ່.” ບາງ​ຄົນ​ກໍ​ຮູ້ສຶກ​ອາຍ​ຕອນ​ທີ່​ຢູ່​ກັບ​ພີ່ນ້ອງ​ທີ່​ຮູ້​ເລື່ອງ​ຂອງ​ຜົວ​ລາວ. ສ່ວນ​ບາງ​ຄົນ​ກໍ​ຮູ້ສຶກ​ເຫງົາ​ເພາະ​ຄິດ​ວ່າ​ບໍ່​ມີ​ໃຜ​ເຂົ້າ​ໃຈ​ສະພາບການ​ຂອງ​ລາວ.

ເປັນ​ເລື່ອງ​ທຳມະດາ​ທີ່​ຈະ​ຮູ້ສຶກ​ແບບ​ນັ້ນ. ແຕ່​ແທນ​ທີ່​ຈະ​ຄິດ​ເຖິງ​ແຕ່​ບັນຫາ​ຂອງ​ໂຕເອງ ໃຫ້​ພະຍາຍາມ​ຄິດ​ເຖິງ​ສິ່ງ​ທີ່​ຈະ​ເສີມສ້າງ​ສາຍສຳພັນ​ຂອງ​ເຈົ້າ​ກັບ​ພະ​ເຢໂຫວາ. ຍ້ອນ​ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຂັ້ມແຂງ​ຫຼາຍ​ຂຶ້ນ.—ເພງ. 62:2; ອຟຊ. 6:10

ສິ່ງ​ທີ່​ອາດຈະ​ຊ່ວຍ​ເຈົ້າ​ໃນ​ເລື່ອງ​ນີ້​ໄດ້​ກໍ​ຄື​ການ​ອ່ານ​ແລະ​ຄິດ​ຕຶກ​ຕ້ອງ​ເລື່ອງ​ຂອງ​ຜູ້​ຍິງ​ທີ່​ທຸກໃຈ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ. ເຂົ້າ​ເຈົ້າ​ໄດ້​ອະທິດຖານ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ. ຫຼັງ​ຈາກນັ້ນ​ກໍ​ຮູ້ສຶກ​ສະບາຍ​ໃຈ​ຂຶ້ນ​ເຖິງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ເຮັດ​ໃຫ້​ບັນຫາ​ຂອງ​ເຂົາເຈົ້າ​ໝົດ​ໄປ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ຮັນນາ. ລາວ “ທຸກໃຈ​ຫຼາຍ” ແຕ່​ເມື່ອ​ລາວ “ອະທິດຖານ​ຫາ​ພະ​ເຢໂຫວາ​ດົນ​ໆ” ຈາກນັ້ນ ລາວ​ກໍ​ຮູ້ສຶກ​ສະບາຍ​ໃຈ​ຂຶ້ນ​ເຖິງ​ລາວ​ບໍ່​ຮູ້​ວ່າ​ສະພາບການ​ຕໍ່​ຈາກນັ້ນ​ຈະ​ເປັນ​ແນວ​ໃດ.—1 ຊມ. 1:10, 12, 18; 2 ກຣ. 1:3, 4

ທັງ​ຜົວ​ແລະ​ເມຍ​ອາດ​ຕ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ດູແລ

ນອກ​ຈາກນັ້ນ ໃຫ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ດູແລ. ເຂົາເຈົ້າ “ເປັນ​ຄື​ກັບ​ບ່ອນ​ທີ່​ບັງ​ລົມ​ເປັນ​ຄື​ກັບ​ບ່ອນ​ທີ່​ປົກປ້ອງ​ຈາກ​ພາຍຸ​ຝົນ.” (ອຊຢ. 32:2) ຜູ້​ດູແລ​ອາດຈະ​ແນະນຳ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ໃນ​ປະຊາຄົມ​ທີ່​ເຈົ້າ​ໄວ້ໃຈ​ໄດ້​ເຊິ່ງ​ເຈົ້າ​ສາມາດ​ລະ​ບາຍ​ຄວາມ​ຮູ້ສຶກ​ກັບ​ລາວ​ໄດ້.—ສຸພາ. 17:17

ເຈົ້າ​ຈະ​ຊ່ວຍ​ຜົວ​ຂອງ​ເຈົ້າ​ໄດ້​ບໍ?

ເຈົ້າ​ຈະ​ຊ່ວຍ​ຜົວ​ໃຫ້​ເຊົາ​ເບິ່ງ​ສິ່ງ​ລາມົກ​ໄດ້​ບໍ? ເຈົ້າ​ອາດຈະ​ຊ່ວຍ​ໄດ້. ຄຳພີ​ໄບເບິນ​ບອກ​ວ່າ​ເພື່ອ​ຈະ​ແກ້ໄຂ​ບັນຫາ​ຫຼື​ເອົາ​ຊະນະ​ສັດຕູ​ທີ່​ແຂງແຮງ​ໄດ້ “ສອງຄົນ​ກໍ​ດີ​ກວ່າ​ຄົນ​ດຽວ.” (ຜູ້ປ. 4:9-12, ລ.ມ.) ຜູ້​ຊ່ຽວຊານ​ຫຼາຍ​ຄົນ​ບອກ​ວ່າ ຖ້າ​ຜົວ​ແລະ​ເມຍ​ຮ່ວມ​ມື​ກັນ ເຂົາເຈົ້າ​ຈະ​ສາມາດ​ຊ່ວຍ​ຄູ່​ຂອງ​ໂຕເອງ​ໃຫ້​ເຊົາ​ຕິດ​ສິ່ງ​ລາມົກ​ໄດ້​ແລະ​ກັບ​ມາ​ໄວ້ໃຈ​ກັນ​ອີກ.

ແຕ່​ການ​ທີ່​ຜົວ​ຂອງ​ເຈົ້າ​ຈະ​ເຊົາ​ເບິ່ງ​ສິ່ງ​ລາມົກ​ໄດ້​ຫຼື​ບໍ່​ກໍ​ຂຶ້ນ​ຢູ່​ກັບ​ວ່າລາວ​ມີ​ຄວາມ​ຕັ້ງໃຈ​ແລະ​ຢາກ​ເຊົາ​ນິດໄສ​ນີ້​ແທ້​ໆ​ບໍ? ລາວ​ໄດ້​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ ແລະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ດູແລ​ບໍ? (2ກຣ. 4:7; ຢກບ. 5:14, 15) ລາວ​ໄດ້​ຫາ​ວິທີ​ເພື່ອ​ບໍ່​ໃຫ້​ໂຕເອງ​ຖືກ​ລໍ້ໃຈ​ໃຫ້​ເຮັດ​ຜິດ​ອີກ​ບໍ? ເຊັ່ນ: ລາວ​ຄວບຄຸມ​ແລະ​ຈຳກັດ​ການ​ໃຊ້​ຄອມພິວເຕີ​ກັບ​ມື​ຖື ແລະ​ພະຍາຍາມ​ບໍ່​ໄປ​ຢູ່​ໃນ​ສະຖານະການ​ທີ່​ລໍ້ໃຈ​ໃຫ້​ລາວ​ກັບ​ມາ​ເບິ່ງ​ສິ່ງ​ລາມົກ​ອີກ. (ສຸພາ. 27:12) ລາວ​ເຕັມໃຈ​ໃຫ້​ເຈົ້າ​ຊ່ວຍ​ບໍ? ລາວ​ສັດຊື່​ຕໍ່​ເຈົ້າ​ທັງ​ຄຳເວົ້າ​ແລະ​ການ​ກະທຳ​ບໍ? ຖ້າ​ແມ່ນ ເຈົ້າ​ອາດຈະ​ຊ່ວຍ​ລາວ​ໄດ້.

ເຈົ້າ​ຈະ​ຊ່ວຍ​ລາວ​ໄດ້​ແນວ​ໃດ? ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ຜົວ​ເມຍ​ຄູ່​ໜຶ່ງ​ທີ່​ຊື່​ເຟລີເຊຍ​ກັບ​ອີເທິນ​ເຊິ່ງ​ອີເທິນ​ຕິດ​ສິ່ງ​ລາມົກ​ມາ​ຕັ້ງແຕ່​ຍັງ​ນ້ອຍ. ເຟລີເຊຍ​ເຮັດ​ໃຫ້​ອີເທິນ​ຮູ້ສຶກ​ສະບາຍ​ໃຈ​ທີ່​ຈະ​ເຂົ້າ​ມາ​ລົມ​ນຳ​ໄດ້​ຕະຫຼອດ​ຕອນ​ທີ່​ອີເທິນ​ມີ​ຄວາມ​ຮູ້ສຶກ​ຢາກ​ເບິ່ງ​ສິ່ງ​ລາມົກ. ອີເທິນ​ເວົ້າ​ວ່າ: “ຂ້ອຍ​ເປີດ​ໃຈ​ລົມ​ກັບ​ເມຍ​ໃນ​ເລື່ອງ​ນີ້. ລາວ​ເຕັມໃຈ​ຊ່ວຍ​ຂ້ອຍ​ບໍ່​ໃຫ້​ຖືກ​ລໍ້ໃຈ​ແລະ​ພະຍາຍາມ​ຖາມ​ຂ້ອຍ​ເລື້ອຍ​ໆ​ວ່າ​ເປັນ​ແນວ​ໃດ? ນອກ​ຈາກນັ້ນ ລາວ​ຍັງ​ຊ່ວຍ​ຂ້ອຍ​ໃຫ້​ຄວບຄຸມ​ການ​ໃຊ້​ອິນເຕີເນັດ.” ແນ່​ນອນ​ວ່າ​ເຟລີເຊຍ​ຄື​ຊິ​ຮູ້ສຶກ​ເສຍໃຈ​ທີ່​ອີເທິນ​ຕິດ​ສິ່ງ​ລາມົກ. ແຕ່​ລາວ​ບອກ​ວ່າ: “ເຖິງ​ຂ້ອຍ​ຈະ​ໃຈ​ຮ້າຍ​ແລະ​ເສຍໃຈ​ຫຼາຍ ແຕ່​ມັນ​ກໍ​ບໍ່​ໄດ້​ຊ່ວຍ​ໃຫ້​ອີເທິນ​ເຊົາ​ນິດໄສ​ນີ້. ຫຼັງ​ຈາກ​ທີ່​ເຮົາ​ລົມ​ກັນ​ກ່ຽວກັບ​ເລື່ອງ​ນີ້ ລາວ​ກໍ​ຕັ້ງໃຈ​ທີ່​ຈະ​ຊ່ວຍ​ຂ້ອຍ​ໂດຍ​ບໍ່​ເບິ່ງ​ສິ່ງ​ລາມົກ​ອີກ.”

ການ​ລົມ​ກັນ​ແບບ​ນີ້​ບໍ່​ພຽງ​ແຕ່​ຊ່ວຍ​ຜົວ​ໃຫ້​ເຊົາ​ເບິ່ງ​ສິ່ງ​ລາມົກ ແຕ່​ຍັງ​ຊ່ວຍ​ເມຍ​ໃຫ້​ກັບ​ມາ​ໄວ້ໃຈ​ຜົວ​ອີກ. ທີ່ຈິງ​ເມື່ອ​ຜົວ​ເປີດ​ໃຈ​ບອກ​ເມຍ​ທຸກ​ເລື່ອງ​ວ່າ​ລາວ​ມີ​ຈຸດ​ອ່ອນ​ຫຍັງ​ແດ່ ລາວ​ໄປ​ໃສ​ແລະ​ເຮັດ​ຫຍັງ​ຢູ່ ມັນ​ກໍ​ງ່າຍ​ຂຶ້ນ​ທີ່​ເມຍ​ຈະ​ກັບ​ມາ​ໄວ້ໃຈ​ລາວ​ອີກ.

ແລ້ວ​ເຈົ້າ​ເຊື່ອ​ບໍ​ວ່າ​ເຈົ້າ​ຈະ​ຊ່ວຍ​ຜົວ​ໄດ້? ຖ້າ​ເຈົ້າ​ເຊື່ອ ກໍ​ໃຫ້​ພວກ​ເຈົ້າ​ລອງ​ອ່ານ​ບົດ​ຄວາມ​ນີ້​ນຳ​ກັນ. ເປົ້າໝາຍ​ຂອງ​ລາວ​ກໍ​ຄື​ຕ້ອງ​ເຊົາ​ເບິ່ງ​ສິ່ງ​ລາມົກ​ໃຫ້​ໄດ້ ແລະ​ເຮັດ​ໃຫ້​ເຈົ້າ​ກັບມາ​ໄວ້ໃຈ​ລາວ​ອີກ. ແທນ​ທີ່​ຈະ​ໃຈ​ຮ້າຍ​ເມື່ອ​ເວົ້າ​ກ່ຽວກັບ​ບັນຫາ​ຂອງ​ລາວ ໃຫ້​ຊ່ວຍ​ລາວ​ເຂົ້າ​ໃຈ​ວ່າ​ບັນຫາ​ນີ້​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ແນວ​ໃດ. ໃຫ້​ພະຍາຍາມ​ຊ່ວຍ​ລາວ​ເຊົາ​ນິດໄສ​ນີ້ ແລະ​ໃຫ້​ໂອກາດ​ລາວ​ເຮັດ​ໃຫ້​ເຈົ້າ​ກັບ​ມາ​ໄວ້ໃຈ​ລາວ​ອີກ. ເຈົ້າ​ທັງ​ສອງ​ຕ້ອງ​ຮູ້​ວ່າ​ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ມັກ​ເບິ່ງ​ສິ່ງ​ລາມົກ ແລະ​ຈະ​ເຊົາ​ເບິ່ງ​ສິ່ງ​ລາມົກ​ໄດ້​ແນວ​ໃດ. d

ຖ້າ​ເຈົ້າ​ຢ້ານ​ວ່າ​ຕອນ​ທີ່​ເຈົ້າ​ກັບ​ຄູ່​ຂອງ​ເຈົ້າ​ລົມ​ກັນແລ້ວ​ຈະ​ຖຽງ​ກັນ ກໍ​ໃຫ້​ຂໍ​ຜູ້​ດູແລ​ຄົນ​ໜຶ່ງ​ທີ່​ເຈົ້າ​ທັງ​ສອງ​ໄວ້ໃຈ​ໃຫ້​ມາ​ນັ່ງ​ນຳ​ຕອນ​ທີ່​ພວກ​ເຈົ້າ​ລົມ​ກັນ. ຂໍ​ໃຫ້​ຈື່​ໄວ້​ວ່າ​ເຖິງ​ວ່າ​ຄູ່​ຂອງ​ເຈົ້າ​ຈະ​ເຊົາ​ເບິ່ງ​ສິ່ງ​ລາມົກ​ແລ້ວ ແຕ່​ອາດ​ຍັງ​ຕ້ອງ​ໃຊ້​ເວລາ​ອີກ​ໄລຍະ​ໜຶ່ງ​ເພື່ອ​ເຈົ້າ​ຈະ​ກັບ​ມາ​ໄວ້ໃຈ​ລາວ​ອີກ. ແຕ່​ຂໍ​ເຈົ້າ​ຢ່າ​ຍອມແພ້. ໃຫ້​ພະຍາຍາມ​ສັງເກດ​ເບິ່ງ​ວ່າ​ສາຍສຳພັນ​ຂອງ​ເຈົ້າ​ກັບ​ລາວ​ດີ​ຂຶ້ນ​ທີ​ລະ​ເລັກ​ທີ​ລະ​ນ້ອຍ​ແນວ​ໃດ ແລະ​ໃຫ້​ຫວັງ​ຢູ່​ສະເໝີ​ວ່າ​ເມື່ອ​ເວລາ​ຜ່ານ​ໄປ​ສິ່ງ​ທີ່​ເຈົ້າ​ພະຍາຍາມ​ເຮັດ​ດ້ວຍ​ຄວາມ​ອົດທົນ​ຈະ​ເຮັດ​ໃຫ້​ເຈົ້າ​ທັງ​ສອງ​ຄົນ​ກັບ​ມາ​ຮັກ​ກັນ​ຄື​ເກົ່າ.—ຜູ້ປ. 7:8; 1ກຣ. 13:4

ຈະ​ເຮັດ​ແນວ​ໃດ​ຖ້າ​ຜົວ​ຍັງ​ເຊົາ​ເບິ່ງ​ສິ່ງ​ລາມົກ​ບໍ່​ໄດ້?

ຖ້າ​ຜົວ​ຂອງ​ເຈົ້າ​ກັບ​ໄປ​ເບິ່ງ​ສິ່ງ​ລາມົກ​ອີກ ນີ້​ໝາຍ​ຄວາມ​ວ່າ​ລາວ​ບໍ່​ໄດ້​ກັບໃຈ​ແທ້​ໆ​ຫຼື​ລາວ​ບໍ່​ສາມາດ​ປ່ຽນ​ນິດໄສ​ນີ້​ໄດ້​ເລີຍ​ບໍ? ບໍ່​ແມ່ນ​ແບບ​ນັ້ນ. ຖ້າ​ລາວ​ຕິດ​ສິ່ງ​ລາມົກ ລາວ​ອາດ​ຕ້ອງ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ນີ້​ຕະຫຼອດ​ຊີວິດ. ບາງ​ຄົນ​ເຊົາ​ນິດໄສ​ນີ້​ໄປ​ຫຼາຍ​ປີ​ແລ້ວ ແຕ່​ອາດ​ກັບ​ມາ​ເບິ່ງ​ອີກ. ດັ່ງນັ້ນ ເພື່ອ​ລາວ​ຈະ​ບໍ່​ກັບ​ໄປ​ເບິ່ງ​ສິ່ງ​ລາມົກ​ອີກ ລາວ​ຕ້ອງ​ຕັ້ງໃຈ​ແລະ​ເຂັ້ມ​ງວດ​ກັບ​ໂຕເອງ​ຫຼາຍ​ກວ່າ​ເກົ່າ​ເຖິງ​ວ່າ​ລາວ​ບໍ່​ໄດ້​ເບິ່ງ​ສິ່ງ​ລາມົກ​ມາ​ດົນ​ແລ້ວ. (ສຸພາ. 28:14; ມທ. 5:29; 1ກຣ. 10:12) ລາວ​ຕ້ອງ “ປ່ຽນແປງ​ຄວາມ​ຄິດ​ຈິດ​ໃຈ​ໃໝ່” ແລະ​ຮຽນ​ຮູ້​ທີ່​ຈະ “ຊັງ​ສິ່ງ​ຊົ່ວ” ນັ້ນ​ກໍ​ຄື​ສິ່ງ​ລາມົກ​ເຊິ່ງ​ລວມ​ເຖິງ​ການ​ກະທຳ​ທີ່​ບໍ່​ສະອາດ​ອື່ນ​ໆ​ເຊັ່ນ ການ​ສະໜອງ​ຄວາມ​ຕ້ອງການ​ທາງ​ເພດ​ດ້ວຍ​ໂຕ​ເອງ. (ອຟຊ. 4:23; ເພງ. 97:10, ລ.ມ.; ຣມ. 12:9) ລາວ​ພ້ອມ​ຈະ​ເຮັດ​ສິ່ງ​ທັງໝົດ​ນີ້​ບໍ? ຖ້າ​ລາວ​ພ້ອມ ລາວ​ກໍ​ອາດ​ຈະ​ປ່ຽນ​ນິດໄສ​ນີ້​ໄດ້. e

ໃຫ້​ພະຍາຍາມ​ຄິດ​ເຖິງ​ສາຍສຳພັນ​ຂອງ​ເຈົ້າ​ກັບ​ພະ​ເຢໂຫວາ

ແຕ່​ຈະ​ເຮັດ​ແນວ​ໃດ​ຖ້າ​ຜົວ​ຂອງ​ເຈົ້າ​ບໍ່​ຢາກ​ເຊົາ​ເບິ່ງ​ສິ່ງ​ລາມົກ? ເຈົ້າ​ຄື​ຊິ​ຜິດ​ຫວັງ ໃຈ​ຮ້າຍ ແລະ​ຮູ້ສຶກ​ວ່າ​ຖືກ​ຫັກ​ຫຼັງ. ໃຫ້​ຝາກ​ບັນຫາ​ຂອງ​ເຈົ້າ​ໄວ້​ກັບ​ພະ​ເຢໂຫວາ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ສະຫງົບໃຈ​ໄດ້. (1ປຕ. 5:7) ໃຫ້​ພະຍາຍາມ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ໂດຍ​ອະທິດຖານ ສຶກສາ​ສ່ວນຕົວ ແລະ​ຄິດ​ຕຶກຕອງ. ເມື່ອ​ເຮັດ​ແບບ​ນີ້​ເຈົ້າ​ກໍ​ໝັ້ນໃຈ​ໄດ້​ເລີຍ​ວ່າ​ພະ​ເຢໂຫວາ​ຈະ​ໃກ້ຊິດ​ກັບ​ເຈົ້າ​ຄື​ກັນ. ຄື​ກັບ​ທີ່​ບອກ​ໄວ້​ໃນ​ເອຊາຢາ 57:15 ທີ່​ວ່າ: ເພິ່ນ​ຈະ “ຢູ່​ກັບ​ຄົນ​ທີ່​ທຸກໃຈ​ແລະ​ຄົນ​ທີ່​ຕ່ຳຕ້ອຍ” ແລະ​ຢາກ​ຊ່ວຍ​ເຂົາເຈົ້າ​ໃຫ້​ກັບ​ມາ​ມີ​ຄວາມ​ສຸກ​ອີກ. ໃຫ້​ເຈົ້າ​ພະຍາຍາມ​ສະແດງ​ຄຸນລັກສະນະ​ແບບ​ຄລິດສະຕຽນ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. ໃຫ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ດູແລ ແລະ​ໃຫ້​ຫວັງ​ຢູ່​ສະເໝີ​ວ່າ​ຈັກ​ມື້​ໜຶ່ງ​ຜົວ​ຂອງ​ເຈົ້າ​ຈະ​ປ່ຽນ​ນິດໄສ​ນີ້​ໄດ້.—ຣມ. 2:4; 2ປຕ. 3:9

a ບົດ​ຄວາມ​ນີ້​ເວົ້າ​ເຖິງ​ກໍລະນີ​ທີ່​ຜົວ​ເປັນ​ຝ່າຍ​ເບິ່ງ​ສິ່ງ​ລາມົກ. ແຕ່​ຫຼັກການ​ຫຼາຍ​ຂໍ້​ໃນ​ບົດ​ຄວາມ​ນີ້​ກໍ​ຊ່ວຍ​ຜົວ​ໄດ້​ຄື​ກັນ​ໃນ​ກໍລະນີ​ທີ່​ເມຍ​ເປັນ​ຝ່າຍ​ເບິ່ງ​ສິ່ງ​ລາມົກ.

b ການ​ເບິ່ງ​ສິ່ງ​ລາມົກ​ບໍ່​ໄດ້​ເປັນ​ເຫດຜົນ​ຫຼັກ​ຕາມ​ພະຄຳພີ​ທີ່​ຈະ​ຢ່າຮ້າງ​ກັນ.—ມທ. 19:9

c ຊື່​ສົມມຸດ.

d ຂໍ້ມູນ​ເພີ່ມເຕີມ​ທີ່​ຈະ​ຊ່ວຍ​ໃນ​ເລື່ອງ​ນີ້​ໃຫ້​ເບິ່ງ​ປຶ້ມ​ຕ່າງ​ໆ​ຂອງ​ອົງການ​ແລະ​ໃນ​ເວັບໄຊ jw.org ເຊັ່ນ: ບົດ​ຄວາມ “ສື່​ລາມົກ​ທຳລາຍ​ຊີວິດ​ຄູ່​ຂອງ​ເຈົ້າ​ໄດ້” ໃນ​ເວັບໄຊ jw.org. ບົດ​ຄວາມ “ສິ່ງ​ລໍ້ໃຈ ເຈົ້າ​ສູ້​ໄດ້ ຖ້າ​ໃຈ​ແກ່ງ!” ໃນ​ຫໍສັງເກດການ 1 ເມສາ 2014 ໜ້າ 10-12 ແລະ​ບົດ​ຄວາມ “ສື່​ລາມົກ—ໄຮ້​ພິດ​ໄພ​ຫຼື​ມີ​ອັນຕະລາຍ? ໃນ​ຫໍສັງເກດການ 1 ສິງຫາ 2013 ໜ້າ 3-7. (ພາສາ​ໄທ)

e ເນື່ອງ​ຈາກ​ສິ່ງ​ລາມົກ​ເປັນ​ສິ່ງ​ທີ່​ຕິດ​ໄດ້. ດັ່ງນັ້ນ ນອກ​ຈາກ​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ດູແລ​ແລ້ວ ຜົວ​ເມຍ​ບາງ​ຄູ່​ອາດ​ຕັດສິນໃຈ​ໄປ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ຊ່ຽວຊານ​ກ່ຽວກັບ​ດ້ານ​ນີ້​ຕື່ມ.