ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ຖາມ​ຈາກ​ຜູ້​ອ່ານ

ຄຳ​ຖາມ​ຈາກ​ຜູ້​ອ່ານ

“ຜູ້​ຍິງ” ທີ່​ເວົ້າ​ເຖິງ​ໃນ​ເອຊາຢາ 60:1 ໝາຍເຖິງ​ໃຜ ແລະ​ລາວ “ລຸກ​ຂຶ້ນ” ແລ້ວ “ສ່ອງ​ແສງ” ແນວ​ໃດ?

ເອຊາຢາ 60:1 ອ່ານ​ວ່າ: “ຜູ້​ຍິງ​ເອີ້ຍ ລຸກ​ຂຶ້ນ​ແມ້ ແລ້ວ​ສ່ອງ​ແສງ​ອອກ​ໄປ ຍ້ອນ​ວ່າ​ແສງ​ສະຫວ່າງ​ໄດ້​ສ່ອງ​ມາ​ຮອດ​ເຈົ້າ​ແລ້ວ ແລະ​ແສງ​ລັດສະໝີ​ຂອງ​ພະ​ເຢໂຫວາ​ກໍ​ສ່ອງ​ມາ​ໃສ່​ເຈົ້າ.” ຈາກ​ແວດບົດ​ເຮັດ​ໃຫ້​ເຫັນ​ວ່າ “ຜູ້​ຍິງ” ໝາຍເຖິງ​ຊີໂອນ​ຫຼື​ເມືອງ​ເຢຣູຊາເລັມ​ທີ່​ເປັນ​ເມືອງ​ຫຼວງ​ຂອງ​ຢູດາ​ໃນ​ສະໄໝ​ນັ້ນ. a (ອຊຢ. 60:14; 62:1, 2) ເມືອງ​ເຢຣູຊາເລັມ​ໝາຍເຖິງ​ຊາດ​ອິດສະຣາເອນ​ໝົດ​ຊາດ. ຄຳເວົ້າ​ຂອງ​ເອຊາຢາ​ໃນ​ຂໍ້​ນີ້​ເຮັດ​ໃຫ້​ມີ​ຄຳ​ຖາມ 2 ຂໍ້​ເກີດຂຶ້ນ ນັ້ນ​ແມ່ນ (1) ເມືອງ​ເຢຣູຊາເລັມ “ລຸກ​ຂຶ້ນ” ແລ້ວ​ສ່ອງ​ແສງ​ຕອນ​ໃດ​ແລະ​ສ່ອງ​ແສງ​ແນວ​ໃດ? (2) ຄຳເວົ້າ​ຂອງ​ເອຊາຢາ​ໃນ​ຂໍ້​ນີ້​ເກີດຂຶ້ນ​ແທ້​ໃນ​ຂອບເຂດ​ທີ່​ໃຫຍ່​ກວ່າ​ບໍ?

ເມືອງ​ເຢຣູຊາເລັມ “ລຸກ​ຂຶ້ນ” ແລ້ວ​ສ່ອງ​ແສງ​ຕອນ​ໃດ​ແລະ​ສ່ອງ​ແສງ​ແນວ​ໃດ? ເມືອງ​ເຢຣູຊາເລັມ​ແລະ​ວິຫານ​ເຫຼືອ​ແຕ່​ຊາກຫັກພັງ​ຕອນ​ທີ່​ຄົນ​ຢິວ​ເປັນ​ຊະເລີຍ​ຢູ່​ບາບີໂລນ 70 ປີ. ແຕ່​ຫຼັງ​ຈາກ​ທີ່​ຄົນ​ເມເດຍ​ແລະ​ເປີເຊຍ​ເອົາ​ຊະນະ​ບາບີໂລນ ຄົນ​ຢິວ​ຢູ່​ທົ່ວ​ຈັກກະວັດ​ບາບີໂລນ​ກໍ​ຖືກ​ປົດ​ປ່ອຍ​ຈາກ​ການ​ເປັນ​ຊະເລີຍ​ແລະ​ກັບ​ໄປ​ບ້ານ​ເກີດ​ເມືອງ​ນອນ​ເພື່ອ​ຈະ​ຟື້ນຟູ​ການ​ນະມັດສະການ​ແທ້. (ອຊຣ. 1:1-4) ຕັ້ງແຕ່​ປີ 537 ກ່ອນ​ຄລິດຕະສັກກະຫຼາດ ຄົນ​ຢິວ​ທີ່​ສັດຊື່​ທັງ 12 ຕະກູນ​ຂອງ​ອິດສະຣາເອນ​ໄດ້​ເດີນທາງ​ກັບ​ໄປ​ເມືອງ​ເຢຣູຊາເລັມ. (ອຊຢ. 60:4) ເຂົາເຈົ້າ​ເລີ່ມ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ ຈັດການ​ສະຫຼອງ​ເທດສະການ​ຕ່າງໆ ແລະ​ສ້າງ​ວິຫານ​ຄືນ​ໃໝ່. (ອຊຣ. 3:1-4, 7-11; 6:16-22) ເຫັນ​ໄດ້​ວ່າ​ແສງ​ລັດສະໝີ​ຂອງ​ພະ​ເຢໂຫວາ​ເລີ່ມ​ສ່ອງ​ລົງ​ມາ​ໃສ່​ເມືອງ​ເຢຣູຊາເລັມ​ອີກ​ເທື່ອ​ໜຶ່ງ ເຊິ່ງ​ເມືອງ​ນີ້​ກໍ​ຄື​ປະຊາຊົນ​ຂອງ​ເພິ່ນ. ເຂົາເຈົ້າ​ຈຶ່ງ​ເປັນ​ຄື​ກັບ​ແສງ​ສະຫວ່າງ​ສຳລັບ​ຊາດ​ຕ່າງໆ​ທີ່​ບໍ່​ຮູ້​ຈັກ​ພະ​ເຢໂຫວາ.

ແຕ່​ຄຳ​ພະຍາກອນ​ຂອງ​ເອຊາຢາ​ເລື່ອງ​ການ​ຟື້ນຟູ​ເກີດຂຶ້ນ​ແທ້​ແຕ່​ບາງ​ສ່ວນ​ໃນ​ສະໄໝ​ນັ້ນ​ຍ້ອນ​ຕໍ່​ມາ​ຄົນ​ອິດສະຣາເອນ​ສ່ວນ​ຫຼາຍ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ. (ນຮຢ. 13:27; ມລກ. 1:6-8; 2:13, 14; ມທ. 15:7-9) ຫຼັງ​ຈາກ​ນັ້ນ ເຂົາເຈົ້າ​ໄດ້​ປະຕິເສດ​ພະ​ເຢຊູ​ທີ່​ເປັນ​ເມຊີອາ. (ມທ. 27:1, 2) ໃນ​ປີ 70 ເມືອງ​ເຢຣູຊາເລັມ​ແລະ​ວິຫານ​ກໍ​ຖືກ​ທຳລາຍ​ເປັນ​ເທື່ອ​ທີ 2.

ພະ​ເຢໂຫວາ​ໄດ້​ບອກ​ລ່ວງ​ໜ້າ​ໄວ້​ແລ້ວ​ວ່າ​ເຫດການ​ທີ່​ໜ້າ​ເສົ້າ​ແບບ​ນີ້​ຈະ​ເກີດຂຶ້ນ. (ດນອ. 9:24-27) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຕັ້ງໃຈ​ໃຫ້​ຄຳ​ພະຍາກອນ​ເລື່ອງ​ການ​ຟື້ນຟູ​ໃນ​ເອຊາຢາ​ບົດ 60 ເກີດຂຶ້ນ​ແທ້​ທັງໝົດ​ກັບ​ເມືອງ​ເຢຣູຊາເລັມ​ໃນ​ອະດີດ.

ຄຳເວົ້າ​ຂອງ​ເອຊາຢາ​ໃນ​ຂໍ້​ນີ້​ເກີດຂຶ້ນ​ແທ້​ໃນ​ຂອບເຂດ​ທີ່ໃຫຍ່​ກວ່າ​ບໍ? ແມ່ນ​ແລ້ວ ແຕ່​ເກີດຂຶ້ນ​ແທ້​ກັບ​ຜູ້​ຍິງ​ອີກ​ຄົນ​ໜຶ່ງ ນັ້ນ​ແມ່ນ “ເຢຣູຊາເລັມ​ທີ່​ຢູ່​ທາງ​ເທິງ.” ໂປໂລ​ຂຽນ​ວ່າ ລາວ “ເປັນ​ແມ່​ຂອງ​ພວກ​ເຮົາ.” (ຄລຕ. 4:26) ເຢຣູຊາເລັມ​ທີ່​ຢູ່​ທາງ​ເທິງ​ໝາຍເຖິງ​ອົງການ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ສະຫວັນ​ເຊິ່ງ​ມີ​ທູດສະຫວັນ​ທີ່​ສັດຊື່​ຕໍ່​ເພິ່ນ. ລູກ​ຂອງ​ລາວ​ມີ​ພະເຢຊູ​ແລະ​ຄລິດສະຕຽນ​ຜູ້​ຖືກ​ເລືອກ 144.000 ຄົນ ເຊິ່ງ​ຄົນເຫຼົ່າ​ນີ້​ມີ​ຄວາມ​ຫວັງ​ທີ່​ຈະ​ໄປ​ສະຫວັນ​ຄື​ກັບ​ໂປໂລ. ຄລິດສະຕຽນ​ຜູ້​ຖືກ​ເລືອກ​ເປັນ “ຊາດ​ທີ່​ບໍລິສຸດ” ເຊິ່ງ​ກໍ​ຄື “ອິດສະຣາເອນ​ຂອງ​ພະເຈົ້າ.”—1ປຕ. 2:9; ຄລຕ. 6:16

ເຢຣູຊາເລັມ​ທີ່​ຢູ່​ທາງ​ເທິງ “ລຸກ​ຂຶ້ນ” ແລະ “ສ່ອງ​ແສງ” ແນວ​ໃດ? ລາວ​ເຮັດ​ແບບ​ນັ້ນ​ຜ່ານ​ທາງ​ຜູ້​ຖືກ​ເລືອກ​ທີ່​ຢູ່​ໃນ​ໂລກ. ໃຫ້​ເຮົາ​ສົມທຽບ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ເຂົາເຈົ້າ​ກັບ​ຄຳ​ພະຍາກອນ​ໃນ​ເອຊາຢາ​ບົດ 60.

ຄລິດສະຕຽນ​ຜູ້​ຖືກ​ເລືອກ​ຕ້ອງ “ລຸກ​ຂຶ້ນ” ຍ້ອນ​ເຂົາເຈົ້າ​ຢູ່ໃນ​ຄວາມ​ມືດ​ທາງ​ຄວາມ​ເຊື່ອ​ຕັ້ງແຕ່​ສະຕະວັດ​ທີ 2 ຫຼັງ​ຈາກ​ພວກ​ອັກຄະສາວົກ​ຕາຍ​ໝົດ​ແລ້ວ​ແລະ​ການ​ທໍລະຍົດ​ພະເຈົ້າ​ໄດ້​ແພ່ລາມ​ອອກ​ໄປ. (ມທ. 13:37-43) ຍ້ອນ​ແນວ​ນີ້ເຂົາເຈົ້າ​ຈຶ່ງ​ເປັນ​ຊະເລີຍ​ຂອງ​ບາບີໂລນ​ໃຫຍ່​ເຊິ່ງ​ກໍ​ຄື​ສາສະໜາ​ປອມ​ທັງໝົດ. ໃນ “ສະໄໝ​ສຸດທ້າຍ​ຂອງ​ໂລກ​ນີ້” ເຊິ່ງ​ເລີ່ມ​ຕົ້ນ​ໃນ​ປີ 1914 ພວກ​ຜູ້​ຖືກ​ເລືອກ​ກໍ​ຍັງ​ເປັນ​ຊະເລີຍ​ຢູ່. (ມທ. 13:39, 40) ແຕ່​ເມື່ອ​ຮອດ​ປີ 1919 ເຂົາເຈົ້າ​ກໍ​ເປັນ​ອິດສະຫຼະ​ແລະ​ເລີ່ມ​ສ່ອງແສງ​ທາງ​ຄວາມ​ເຊື່ອ​ທັນທີ​ໂດຍ​ທຸ່ມເທ​ໃນ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. b ໃນ​ຫຼາຍ​ປີ​ຜ່ານ​ມາ ຄົນ​ຈາກ​ທຸກ​ຊາດ​ໄດ້​ຮັບ​ຄວາມ​ສະຫວ່າງ​ເຊິ່ງ​ລວມ​ເຖິງ​ອິດສະຣາເອນ​ຂອງ​ພະເຈົ້າ​ທີ່​ຍັງ​ເຫຼືອ​ຢູ່​ເຊິ່ງ​ກໍ​ຄື “ພວກ​ກະສັດ” ທີ່​ເວົ້າ​ເຖິງ​ໃນ​ເອຊາຢາ 60:3.—ພນມ. 5:9, 10

ໃນ​ອະນາຄົດ ຄລິດສະຕຽນ​ຜູ້​ຖືກ​ເລືອກ​ຈະ​ແພ່​ກະຈາຍ​ແສງ​ສະຫວ່າງ​ຈາກ​ພະ​ເຢໂຫວາ​ໃນ​ຂອບເຂດ​ທີ່​ໃຫຍ່​ກວ່າ​ນີ້. ໃນ​ແງ່​ໃດ? ຫຼັງ​ຈາກ​ເຂົາເຈົ້າ​ຕາຍ ເຂົາເຈົ້າ​ຈະ​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ “ເຢຣູຊາເລັມ​ໃໝ່” ຫຼື​ເປັນ​ເຈົ້າ​ສາວ​ຂອງ​ພະຄລິດ ແລະ 144.000 ຄົນ​ນີ້​ຈະ​ເປັນ​ທັງ​ກະສັດ​ແລະ​ປະໂລຫິດ.—ພນມ. 14:1; 21:1, 2, 24; 22:3-5

ເຢຣູຊາເລັມ​ໃໝ່​ຈະ​ມີ​ສ່ວນ​ສຳຄັນ​ໃນ​ການ​ເຮັດ​ໃຫ້​ເອຊາຢາ 60:1 ເກີດຂຶ້ນ​ແທ້. (ສົມທຽບ​ກັບ​ເອຊາຢາ 60:1, 3, 5, 11, 19, 20 ແລະ​ພະ​ນິມິດ 21:2, 9-11, 22-26) ຄື​ກັບ​ທີ່​ເມືອງ​ເຢຣູຊາເລັມ​ໃນ​ສະໄໝ​ແຕ່​ກີ້​ເປັນ​ສູນ​ກາງ​ຂອງ​ລັດຖະບານ​ຂອງ​ຊາດ​ອິດສະຣາເອນ ເຢຣູຊາເລັມ​ໃໝ່​ແລະ​ພະ​ເຢຊູ​ກໍ​ຈະ​ເປັນ​ລັດຖະບານ​ຂອງ​ໂລກ​ໃໝ່. ເຢຣູຊາເລັມ​ໃໝ່ “ລົງ​ມາ​ຈາກ​ສະຫວັນ” ແນວ​ໃດ? ໂດຍ​ໃຫ້​ຄວາມ​ສົນໃຈ​ຄົນ​ທີ່​ຢູ່​ໃນ​ໂລກ ເມືອງ​ນີ້ “ສ່ອງ​ແສງ​ສະຫວ່າງ​ໃສ່​ທາງ​ຍ່າງ” ເພື່ອ​ຄົນ​ທີ່​ຢ້ານຢຳ​ພະເຈົ້າ​ໃນ​ຊາດ​ຕ່າງໆ​ຈະ​ຍ່າງ​ໄປ​ໄດ້. ໃນ​ອະນາຄົດ ຄົນ​ເຫຼົ່າ​ນີ້​ທີ່ຢ້ານຢຳ​ພະເຈົ້າ​ຈະ​ບໍ່​ມີ​ບາບ​ແລະ​ບໍ່​ຕ້ອງ​ຕາຍ. (ພນມ. 21:3, 4, 24) ຜົນ​ກໍ​ຄື “ທຸກ​ສິ່ງ​ຈະ​ໄດ້​ຮັບ​ການ​ຟື້ນຟູ” ຄື​ກັບ​ທີ່​ເອຊາຢາ​ແລະ​ຜູ້​ພະຍາກອນ​ຄົນ​ອື່ນ​ໄດ້​ບອກ​ໄວ້. (ກຈກ. 3:21) ການ​ຟື້ນຟູ​ຄັ້ງ​ຍິ່ງໃຫຍ່​ນີ້​ເລີ່ມ​ຕົ້ນ​ຕອນ​ທີ່​ພະເຢຊູ​ເປັນ​ກະສັດ​ແລະ​ຈະ​ຈົບ​ຕອນ​ທີ່​ການ​ປົກຄອງ 1.000 ປີ​ຂອງ​ເພິ່ນ​ສິ້ນ​ສຸດ​ລົງ.

a ໃນ​ເອຊາຢາ 60:1 ສະບັບ​ແປ​ໂລກ​ໃໝ່ໃຊ້​ຄຳ​ວ່າ “ຜູ້​ຍິງ” ແທນ​ທີ່​ຈະ​ໃຊ້​ຄຳ​ວ່າ “ຊີໂອນ” ຫຼື “ເມືອງ​ເຢຣູຊາເລັມ” ຍ້ອນ​ຄຳ​ກິລິຍາ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ລຸກ​ຂຶ້ນ” ແລະ “ສ່ອງ​ແສງ” ເປັນ​ຄຳ​ກິລິຍາ​ທີ່​ເປັນ​ເພດ​ຍິງ.

b ນອກ​ຈາກ​ນັ້ນ ເອເຊກຽນ 37:1-14 ແລະ​ພະ​ນິມິດ 11:7-12 ກໍ​ເວົ້າ​ເຖິງ​ເລື່ອງ​ການ​ຟື້ນຟູ​ການ​ນະມັດສະການ​ທີ່​ເກີດຂຶ້ນ​ແທ້​ໃນ​ປີ 1919 ຄື​ກັນ. ເອເຊກຽນ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ມີ​ການ​ຟື້ນຟູ​ຄລິດສະຕຽນ​ຜູ້​ຖືກ​ເລືອກ​ທັງໝົດ​ຫຼັງ​ຈາກ​ທີ່​ເຂົາເຈົ້າ​ເປັນ​ຊະເລີຍ​ມາ​ດົນ​ແລ້ວ. ຄຳ​ພະຍາກອນ​ໃນ​ພະ​ນິມິດ​ກໍ​ເວົ້າ​ເຖິງ​ການ​ກັບ​ມາ​ມີ​ຊີວິດ​ຂອງ​ຜູ້​ຖືກ​ເລືອກ​ກຸ່ມ​ນ້ອຍໆ​ທີ່​ນຳໜ້າ​ໃນ​ອົງການ​ຂອງ​ພະເຈົ້າ​ຫຼັງ​ຈາກ​ທີ່​ເຂົາເຈົ້າ​ຕິດ​ຄຸກ​ແບບ​ບໍ່​ຍຸຕິທຳ​ຈົນ​ເຮັດ​ໃຫ້​ເຂົາເຈົ້າ​ບໍ່​ສາມາດ​ເຮັດ​ວຽກ​ຮັບໃຊ້​ໄດ້​ໄລຍະ​ໜຶ່ງ. ໃນ​ປີ 1919 ເຂົາເຈົ້າ​ຖືກ​ແຕ່ງຕັ້ງ​ເປັນ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ.”—ມທ. 24:45; ເບິ່ງ​ປຶ້ມ​ການ​ນະມັດສະການ​ທີ່​ບໍລິສຸດ​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ການ​ຟື້ນຟູ​ແລ້ວ! ໜ້າ 118. (ພາສາ​ໄທ)