ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ທີ 1

ຂ້ອຍ​ຮູ້ຈັກ​ຕົວ​ເອງ​ດີ​ບໍ?

ຂ້ອຍ​ຮູ້ຈັກ​ຕົວ​ເອງ​ດີ​ບໍ?

ເປັນ​ຫຍັງ​ຈຶ່ງ​ສຳຄັນ?

ການ​ຮູ້​ວ່າ​ຕົວ​ເອງ​ແມ່ນ​ໃຜ​ແລະ​ມີ​ຈຸດ​ຢືນ​ແນວ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນ​ໃຈ​ຢ່າງ​ສຸຂຸມ​ເມື່ອ​ຖືກ​ກົດ​ດັນ.

ເຈົ້າ ຈະ​ເຮັດ​ແນວ​ໃດ?

ໃຫ້​ນຶກ​ພາບ​ເຫດການ​ນີ້: ຄາເຣັນ​ອາຍຸ 15 ປີ ຢູ່​ງານ​ປາຕີ້​ບໍ່​ຮອດ 10 ນາທີ ທັນໃດ​ນັ້ນ​ກໍ​ໄດ້​ຍິນ​ສຽງ​ທີ່​ຄຸ້ນໆຫູ​ມາ​ຈາກ​ທາງ​ຫຼັງ​ວ່າ:

“ເປັນ​ຫຍັງ​ຄື​ຢືນ​ຢູ່​ລ້າໆ?”

ເມື່ອ​ຄາເຣັນ​ປິ່ນ​ໜ້າ​ມາ​ກໍ​ເຫັນ​ເຈດຊິກາ​ຖື​ເບຍ​ສອງ​ແກ້ວ​ທີ່​ຫາ​ກໍ​ເປີດ​ຝາ​ແລ້ວ​ຍື່ນ​ໃຫ້​ລາວ​ແກ້ວ​ໜຶ່ງ​ແລະ​ເວົ້າ​ວ່າ: “ຢ່າ​ບອກ​ໄດ໋​ວ່າ​ເຈົ້າ​ຍັງ​ນ້ອຍ​ຢູ່ ກິນ​ເບຍ​ບໍ່​ໄດ້ ຄັນ​ຊັ້ນ​ກະ​ບໍ່​ມ່ວນ​ແຫຼະ.”

ຄາເຣັນ​ບໍ່​ຢາກ​ເອົາ ແຕ່​ເຈດຊິກາ​ກໍ​ເປັນ​ໝູ່​ລາວ. ລາວ​ຈຶ່ງ​ບໍ່​ຢາກ​ໃຫ້​ໝູ່​ຄິດ​ວ່າ​ຕົວ​ເອງ​ເປັນ​ຄົນ​ໜ້າ​ເບື່ອ. ນອກ​ຈາກ​ນັ້ນ ເຈດຊິກາ​ຍັງ​ເປັນ​ຄົນ​ທີ່​ນິດໄສ​ດີ ແລະ​ຖ້າ​ເຈດຊິກາ​ດື່ມ​ໄດ້ ຄາເຣັນ​ກໍ​ໜ້າ​ຈະ​ດື່ມ​ໄດ້. ຄາເຣັນ​ບອກ​ຕົວ​ເອງ​ວ່າ: ‘ມັນ​ກໍ​ເປັນ​ເບຍ​ຊື່ໆ ບໍ່​ແມ່ນ​ຢາເສບຕິດ.’

ຖ້າ​ເຈົ້າ​ຢູ່​ໃນ​ສະຖານະການ​ແບບ​ຄາເຣັນ ເຈົ້າ​ຈະ​ເຮັດ​ແນວ​ໃດ?

ຢຸດ​ແລະ​ຄິດ!

ໃນ​ສະຖານະການ​ແບບ​ນີ້ ເພື່ອ​ຈະ​ຕັດສິນ​ໃຈ​ຢ່າງ​ສຸຂຸມ ເຈົ້າ​ຕ້ອງ​ຮູ້ຈັກ​ຕົວ​ເອງ​ດີ. ການ​ຮູ້ຈັກ​ຕົວ​ເອງ​ໝາຍ​ເຖິງ​ການ​ຮູ້​ຄ່າ​ນິຍົມ​ແລະ​ສິ່ງ​ທີ່​ຕົວ​ເອງ​ຍຶດ​ໝັ້ນ. ເມື່ອ​ຮູ້​ແບບ​ນີ້ ເຈົ້າ​ກໍ​ຈະ​ຄວບຄຸມ​ຊີວິດ​ຂອງ​ຕົວ​ເອງ​ໄດ້​ແທນ​ທີ່​ຈະ​ໃຫ້​ຄົນ​ອື່ນ​ມາ​ຄວບຄຸມ.—1 ໂກລິນໂທ 9:26, 27

ເຈົ້າ​ຈະ​ເຮັດ​ໄດ້​ແນວ​ໃດ? ການ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້​ເປັນ​ຈຸດ​ເລີ່ມ​ຕົ້ນ​ທີ່​ດີ.

1 ຂ້ອຍ​ມີ​ຈຸດ​ດີ​ຫຍັງ​ແດ່?

ການ​ຮູ້​ວ່າ​ເຈົ້າ​ມີ​ຄວາມ​ສາມາດ​ແລະ​ມີ​ຈຸດ​ດີ​ອັນ​ໃດ​ແດ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ໝັ້ນ​ໃຈ​ໃນ​ຕົວ​ເອງ.

ຕົວຢ່າງ​ໃນ​ຄຳພີ​ໄບເບິນ: ອັກຄະສາວົກ​ໂປໂລ​ຂຽນ​ວ່າ: “ຂ້ອຍ​ອາດ​ຈະ​ເວົ້າ​ບໍ່​ເກັ່ງ ແຕ່​ຂ້ອຍ​ກໍ​ມີ​ຄວາມ​ຮູ້.” (2 ໂກລິນໂທ 11:6, ລ.ມ.) ເນື່ອງ​ຈາກໂປໂລ​ເຂົ້າ​ໃຈ​ພະ​ຄຳພີ​ດີ ລາວ​ຈຶ່ງ​ບໍ່​ຫວັ່ນໄຫວ​ເມື່ອ​ຖືກ​ຄົນ​ອື່ນ​ທ້າທາຍ. ໂປໂລ​ບໍ່​ໄດ້​ສູນ​ເສຍ​ຄວາມ​ເຊື່ອ​ໝັ້ນ​ຍ້ອນ​ຄວາມ​ຄິດ​ໃນ​ແງ່​ລົບ​ຂອງ​ຄົນ​ອື່ນ.—2 ໂກລິນໂທ 10:10; 11:5

ວິເຄາະ​ເບິ່ງ​ຕົວ​ເອງ: ໃຫ້​ຂຽນ​ຄວາມ​ສາມາດ​ຫຼື​ທັກສະ​ທີ່​ເຈົ້າ​ມີ.

ໃຫ້​ຂຽນ​ຄຸນ​ລັກສະນະ​ທີ່​ດີ​ທີ່​ເຈົ້າ​ມີ. (ຕົວຢ່າງ​ເຊັ່ນ: ເຈົ້າ​ເປັນ​ຄົນ​ຫ່ວງໃຍ​ຄົນ​ອື່ນ​ບໍ? ໃຈ​ກວ້າງ​ບໍ? ໄວ້​ໃຈ​ໄດ້​ບໍ? ກົງ​ຕໍ່​ເວລາ​ບໍ?)

2 ຂ້ອຍ​ມີ​ຈຸດ​ອ່ອນ​ຫຍັງ​ແດ່?

ຖ້າ​ຕ່ອງ​ໂສ້​ຂໍ້​ດຽວ​ບໍ່​ແຂງແຮງ​ກໍ​ຈະ​ເຮັດ​ໃຫ້​ສາຍ​ໂສ້​ໝົດ​ເສັ້ນ​ໃຊ້​ບໍ່​ໄດ້ ຖ້າ​ເຈົ້າ​ຍອມ​ແພ້​ຕໍ່​ຈຸດ​ອ່ອນ​ພຽງ​ຢ່າງ​ດຽວ ເຈົ້າ​ກໍ​ຈະ​ໄດ້​ຮັບ​ຜົນ​ເສຍຫາຍ.

ຕົວຢ່າງ​ໃນ​ຄຳພີ​ໄບເບິນ: ໂປໂລ​ຮູ້​ຈຸດອ່ອນ​ຂອງ​ຕົວ​ເອງ. ລາວ​ຂຽນ​ວ່າ: “ຂ້ອຍ​ມັກ​ກົດ​ໝາຍ​ຂອງ​ພະ ເຈົ້າ ແຕ່​ຂ້ອຍ​ເຫັນ​ກົດ​ອີກ​ຢ່າງ​ໜຶ່ງ​ໃນ​ຮ່າງກາຍ​ທີ່​ຕໍ່​ສູ້​ກັບ​ກົດ​ໃນ​ໃຈ​ຂອງ​ຂ້ອຍ​ແລະ​ເຮັດ​ໃຫ້​ຂ້ອຍ​ຕົກ​ຢູ່​ໃຕ້​ບັງຄັບ​ຂອງ​ບາບ.” —ໂລມ 7:22, 23, ລ.ມ.

ວິເຄາະ​ເບິ່ງ​ຕົວ​ເອງ: ມີ​ຈຸດ​ອ່ອນ​ຫຍັງ​ແດ່​ທີ່​ເຈົ້າ​ຕ້ອງ​ຄວບຄຸມ?

3 ເປົ້າ​ໝາຍ​ຂອງ​ຂ້ອຍ​ແມ່ນ​ຫຍັງ?

ເຈົ້າ​ຈະ​ຂີ່​ລົດ​ວົນ​ໄປ​ວຽນ​ມາ​ຫຼາຍໆຮອບ​ຈົນ​ນໍ້າມັນ​ໝົດ​ບໍ? ບໍ່​ສະຫຼາດ​ເລີຍ​ທີ່​ຈະ​ເຮັດ​ແບບ​ນັ້ນ ເປືອງ​ນໍ້າມັນ​ລ້າໆ!

ເຮົາ​ໄດ້​ບົດຮຽນ​ຫຍັງ? ການ​ມີ​ເປົ້າ​ໝາຍ​ຈະ​ເຮັດ​ໃຫ້​ຊີວິດ​ຂອງ​ເຈົ້າ​ມີ​ທິດ​ທາງ​ແລະ​ບໍ່​ວົນ​ວຽນ​ຢູ່​ບ່ອນ​ເກົ່າ. ເມື່ອ​ເຈົ້າ​ຮູ້​ວ່າ​ຈະ​ໄປ​ໃສ ເຈົ້າ​ກໍ​ວາງ​ແຜນ​ເພື່ອ​ຈະ​ໄປ​ເຖິງ​ທີ່​ນັ້ນ.

ຕົວຢ່າງ​ໃນ​ຄຳພີ​ໄບເບິນ: ໂປໂລ​ຂຽນ​ວ່າ: “ເຮົາ​ແລ່ນ​ເສັງ​ເອົາ​ຊະນະ​ເປັນ​ແນ່.” (1 ໂກລິນໂທ 9:26) ແທນ​ທີ່​ໂປໂລ​ຈະ​ໃຊ້​ຊີວິດ​ແບບ​ບໍ່​ມີ​ຈຸດ​ໝາຍ ແຕ່​ລາວ​ຕັ້ງ​ເປົ້າ​ໝາຍ​ໄວ້​ແລະ​ເຮັດ​ຕາມ​ນັ້ນ.—ຟີລິບ 3:12-14

ວິເຄາະ​ເບິ່ງ​ຕົວ​ເອງ: ໃຫ້​ຂຽນ​ເປົ້າ​ໝາຍ 3 ຢ່າງ​ທີ່​ເຈົ້າ​ຢາກ​ເຮັດ​ໃຫ້​ສຳເລັດ​ໃນ​ປີ​ໜ້າ

4 ຂ້ອຍ​ມີ​ຄວາມ​ເຊື່ອ​ໝັ້ນ​ແນວ​ໃດ?

ຖ້າ​ເຈົ້າ​ຮູ້ຈັກ​ຕົວ​ເອງ​ດີ ເຈົ້າ​ກໍ​ຈະ​ເປັນ​ຄື​ຕົ້ນ​ໄມ້​ທີ່​ມີ​ຮາກ​ແຂງແຮງ​ເຊິ່ງ​ສາມາດ​ຕ້ານ​ທານ​ລົມ​ພະ​ຍຸ​ທີ່​ຮຸນແຮງ​ໄດ້

ຖ້າ​ເຈົ້າ​ບໍ່​ມີ​ຄວາມ​ເຊື່ອ​ໝັ້ນ ເຈົ້າ​ຈະ​ເປັນ​ຄົນ​ທີ່​ບໍ່​ແນ່ນອນ​ຄື​ກັບ​ໂຕ​ກະປອມ​ທີ່​ປ່ຽນ​ສີ​ເພື່ອ​ໃຫ້​ເຂົ້າ​ກັບ​ໝູ່​ໄດ້​ເຊິ່ງ​ສະແດງ​ວ່າ​ເຈົ້າ​ບໍ່​ຮູ້ຈັກ​ຕົວ​ເອງ​ດີ.

ຖ້າ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ສິ່ງ​ທີ່​ເຈົ້າ​ເຮັດ ເຈົ້າ​ກໍ​ຈະ​ມີ​ຈຸດ​ຢືນ​ຂອງ​ຕົວ​ເອງ​ບໍ່​ວ່າ​ຄົນ​ອື່ນ​ຈະ​ເຮັດ​ອັນ​ໃດ​ກໍ​ຕາມ.

ຕົວຢ່າງ​ໃນ​ຄຳພີ​ໄບເບິນ: ຕອນ​ເປັນ​ໄວໜຸ່ມ ຜູ້​ພະຍາກອນ​ດານຽນ “ຕັ້ງ​ໃຈ” ທີ່​ຈະ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະເຈົ້າ ເຖິງ​ວ່າ​ລາວ​ຈະ​ຖືກ​ແຍກ​ອອກ​ຈາກ​ຄອບຄົວ. (ດານຽນ 1:8) ຍ້ອນ​ຄວາມ​ຕັ້ງ​ໃຈ ດານຽນ​ຈຶ່ງ​ມີ​ຈຸດ​ຢືນ​ຂອງ​ຕົວ​ເອງ ແລະ​ໃຊ້​ຊີວິດ​ສອດຄ່ອງ​ກັບ​ຄວາມ​ເຊື່ອ​ຂອງ​ລາວ.

ວິເຄາະ​ເບິ່ງ​ຕົວ​ເອງ: ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ແນວ​ໃດ? ຕົວຢ່າງ​ເຊັ່ນ: ເຈົ້າ​ເຊື່ອ​ວ່າ​ມີ​ພະເຈົ້າ​ບໍ? ຖ້າ​ເຊື່ອ ຍ້ອນ​ຫຍັງ? ມີ​ຫຼັກ​ຖານ​ອັນ​ໃດ​ທີ່​ເຮັດ​ໃຫ້​ເຈົ້າ​ເຊື່ອ​ວ່າ​ພະເຈົ້າ​ມີ​ແທ້?

ເຈົ້າ​ເຊື່ອ​ບໍ​ວ່າ​ມາດຕະຖານ​ດ້ານ​ສິນລະທຳ​ຂອງ​ພະເຈົ້າ​ເປັນ​ປະໂຫຍດ​ຕໍ່​ເຈົ້າ? ຖ້າ​ເຊື່ອ ຍ້ອນ​ຫຍັງ?

ສະຫຼຸບ​ແລ້ວ ເຈົ້າ​ຢາກ​ເປັນ​ຄື​ກັບ​ຫຍັງ ໃບ​ໄມ້​ທີ່​ປິວ​ໄປ​ມາ​ຕາມ​ລົມ​ຫຼື​ຕົ້ນ​ໄມ້​ທີ່​ທົນ​ຕໍ່​ພາຍຸ​ທີ່​ຮຸນແຮງ? ໃຫ້​ພະຍາຍາມ​ຮູ້ຈັກ​ຕົວ​ເອງ​ໃຫ້​ຫຼາຍ​ຂຶ້ນ ແລ້ວ​ເຈົ້າ​ຈະ​ເປັນ​ຄື​ຕົ້ນ​ໄມ້​ນັ້ນ​ເຊິ່ງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕອບ​ຄຳຖາມ​ທີ່​ວ່າ ຂ້ອຍ​ຮູ້ຈັກ​ໂຕ​ເອງ​ດີ​ບໍ?