ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ທີ 9

ຂ້ອຍ​ຄວນ​ເຊື່ອ​ເລື່ອງ​ວິວັດທະນາການ​ບໍ?

ຂ້ອຍ​ຄວນ​ເຊື່ອ​ເລື່ອງ​ວິວັດທະນາການ​ບໍ?

ເປັນ​ຫຍັງ​ຈຶ່ງ​ສຳຄັນ?

ຖ້າ​ວິວັດທະນາການ​ເປັນ​ເລື່ອງ​ຈິງ ຊີວິດ​ກໍ​ບໍ່​ມີ​ຈຸດ​ມຸ່ງ​ໝາຍ. ແຕ່​ຖ້າ​ການ​ສ້າງ​ເປັນ​ເລື່ອງ​ຈິງ ເຮົາ​ຈະ​ພົບ​ຄຳຕອບ​ທີ່​ໜ້າ​ພໍ​ໃຈ​ສຳລັບ​ຄຳຖາມ​ກ່ຽວ​ກັບ​ຊີວິດ​ແລະ​ອະນາຄົດ.

ເຈົ້າ ຄິດ​ແນວ​ໃດ?

ໃຫ້​ນຶກ​ພາບ​ເຫດການ​ນີ້: ອາ​ເລັກ​ຮູ້ສຶກ​ສັບສົນ. ລາວ​ເຊື່ອ​ມາ​ຕະຫຼອດ​ວ່າ​ພະເຈົ້າ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ. ແຕ່​ມື້​ນີ້​ອາຈານ​ສອນ​ຊີວະ​ພັດ​ເວົ້າ​ຢ່າງ​ໜັກແໜ້ນ​ວ່າ​ວິວັດທະນາການ​ເປັນ​ຄວາມ​ຈິງ ແລະ​ມີ​ຫຼັກ​ຖານ​ການ​ຄົ້ນ​ຄວ້າ​ທາງ​ວິທະຍາສາດ​ທີ່​ສະໜັບສະໜູນ​ເລື່ອງ​ນີ້. ອາ​ເລັກ​ບໍ່​ຢາກ​ຖືກ​ເບິ່ງ​ວ່າ​ເປັນ​ຄົນ​ໂງ່ ລາວ​ຈຶ່ງ​ເວົ້າ​ກັບ​ຕົວ​ເອງ​ວ່າ: “ຖ້າ​ນັກ​ວິທະຍາສາດ​ພິສູດ​ແລ້ວ​ວ່າ​ວິວັດທະນາການ​ເປັນ​ຄວາມ​ຈິງ ແລ້ວ​ຂ້ອຍ​ເປັນ​ໃຜ​ຈຶ່ງ​ກ້າ​ສົງໄສ​ເລື່ອງ​ນີ້?”

ຖ້າ​ເຈົ້າ​ເປັນ​ອາ​ເລັກ ເຈົ້າ​ຈະ​ຍອມ​ຮັບ​ເລື່ອງ​ວິວັດທະນາການ​ພຽງ​ແຕ່​ຍ້ອນ​ປຶ້ມ​ຕຳລາ​ຮຽນ​ບອກ​ວ່າ​ເປັນ​ຄວາມ​ຈິງ​ບໍ?

ຢຸດ​ແລະ​ຄິດ!

ທັງ​ຄົນ​ທີ່​ເຊື່ອ​ເລື່ອງ​ວິວັດທະນາການ​ແລະ​ຄົນ​ທີ່​ເຊື່ອ​ວ່າ​ມີ​ພະເຈົ້າ​ຈະ​ບອກ​ໄດ້​ເລີຍ​ວ່າ​ເຂົາ​ເຈົ້າ​ເຊື່ອ​ຫຍັງ ແຕ່​ອະທິບາຍ​ບໍ່​ໄດ້​ວ່າ​ເປັນ​ຫຍັງ​ຈຶ່ງ​ເຊື່ອ.

  • ບາງ​ຄົນ​ເຊື່ອ​ວ່າ​ພະເຈົ້າ​ສ້າງ​ທຸກ​ສິ່ງ​ກໍ​ຍ້ອນ​ວ່າ​ຢູ່​ໂບດ​ຂອງ​ເຂົາ​ເຈົ້າ​ສອນ​ແບບ​ນັ້ນ.

  • ບາງ​ຄົນ​ເຊື່ອ​ເລື່ອງ​ວິວັດທະນາການ​ກໍ​ຍ້ອນ​ວ່າ​ອາຈານ​ຢູ່​ໂຮງ​ຮຽນ​ສອນ​ແບບ​ນັ້ນ.

6 ຄຳຖາມ​ທີ່​ໜ້າ​ຄິດ

ຄຳພີ​ໄບເບິນ​ບອກ​ວ່າ: ‘ເຮືອນ​ທຸກ​ຫຼັງ​ຕ້ອງ​ມີ​ຜູ້​ສ້າງ ແຕ່​ຜູ້​ທີ່​ສ້າງ​ທຸກ​ສິ່ງ​ຄື​ພະເຈົ້າ.’ (ເຫບເລີ 3:4) ມີ​ເຫດຜົນ​ບໍ​ທີ່​ຈະ​ເຊື່ອ​ແບບ​ນັ້ນ?

ການ​ເວົ້າ​ວ່າ​ບໍ່​ມີ​ຜູ້​ສ້າງ​ຊີວິດ​ເປັນ​ເລື່ອງ​ແປກ​ຄື​ກັບ​ການ​ເວົ້າ​ວ່າ​ເຮືອນ​ຫຼັງ​ນີ້​ບໍ່​ມີ​ຜູ້​ສ້າງ

ຂໍ້​ອ້າງ: ທຸກ​ຢ່າງ​ໃນ​ເອກະພົບ​ເກີດ​ຈາກ​ການ​ລະເບີດ​ຄັ້ງ​ໃຫຍ່​ທີ່​ບໍ່​ມີ​ການ​ຄວບຄຸມ​ເຊິ່ງ​ເອີ້ນ​ວ່າ​ບິກແບງ.

1. ໃຜ​ຫຼື​ສິ່ງ​ໃດ​ເຮັດ​ໃຫ້​ເກີດ​ບິກແບງ?

2. ອັນ​ໃດ​ຟັງ​ມີ​ເຫດຜົນ​ຫຼາຍ​ກວ່າ​ກັນ​ລະຫວ່າງ ທຸກ​ສິ່ງ​ເກີດ​ມາ​ຈາກ​ຄວາມ​ຫວ່າງ​ເປົ່າ ຫຼື​ທຸກ​ສິ່ງ​ເກີດ​ມາ​ຈາກ​ບາງ​ຄົນ?

ຂໍ້​ອ້າງ: ມະນຸດ​ວິວັດທະນາການ​ມາ​ຈາກ​ສັດ.

3. ຖ້າ​ມະນຸດ​ເກີດ​ມາ​ຈາກ​ສັດ ເຊັ່ນ: ຈາກ​ລີງ ເປັນ​ຫຍັງ​ມະນຸດ​ຈຶ່ງ​ສະຫຼາດ​ຫຼາຍ​ກວ່າ​ລີງ?

4. ເປັນ​ຫຍັງ​ສິ່ງ​ມີ​ຊີວິດ​ທີ່​ມີ​ໂຄງ​ສ້າງ “ແບບ​ງ່າຍ” ທີ່​ສຸດ​ກໍ​ຍັງ​ຊັບຊ້ອນ​ແບບ​ບໍ່​ໜ້າ​ເຊື່ອ?

ຂໍ້​ອ້າງ: ວິວັດທະນາການ​ເປັນ​ຄວາມ​ຈິງ​ທີ່​ໄດ້​ຮັບ​ການ​ພິສູດ​ແລ້ວ.

5. ຄົນ​ທີ່​ເວົ້າ​ແບບ​ນີ້​ໄດ້​ກວດ​ສອບ​ເບິ່ງ​ຫຼັກ​ຖານ​ດ້ວຍ​ຕົວ​ເອງ​ແລ້ວ​ບໍ?

6. ມີ​ຈັກ​ຄົນ​ທີ່​ເຊື່ອ​ເລື່ອງ​ວິວັດທະນາການ​ຍ້ອນ​ມີ​ຄົນ​ບອກ​ວ່າ ຄົນ​ທີ່​ສະຫຼາດ​ກໍ​ພາ​ກັນ​ເຊື່ອ​ເລື່ອງ​ນີ້​ໝົດ?

“ຖ້າ​ເຈົ້າ​ກຳລັງ​ຍ່າງ​ຢູ່​ໃນ​ປ່າ​ແລ້ວ​ກໍ​ເຈິ​ເຮືອນ​ໄມ້​ຫຼັງ​ໜຶ່ງ​ທີ່​ງາມໆ ເຈົ້າ​ຈະ​ຄິດ​ບໍ​ວ່າ: ‘ໂອ້​ຄື​ຄັກ​ແທ້! ຕົ້ນ​ໄມ້​ໄດ້​ລົ້ມ​ລົງ​ໃສ່​ບ່ອນ​ນີ້ ແລ້ວ​ກໍ​ກາຍ​ເປັນ​ເຮືອນ​ຫຼັງ​ນີ້.’ ເຈົ້າ​ບໍ່​ຄິດ​ແບບ​ນັ້ນ​ດອກ! ມັນ​ໄຮ້​ສາລະ​ໂພດ. ດັ່ງ​ນັ້ນ ເຮົາ​ຈະ​ເຊື່ອ​ໄດ້​ແນວ​ໃດ​ວ່າ​ທຸກ​ສິ່ງ​ໃນ​ໂລກ​ນີ້​ເກີດ​ຂຶ້ນ​ໂດຍ​ບັງເອີນ?”—ຈູເລຍ

“ລອງ​ນຶກ​ພາບ​ເບິ່ງ​ວ່າ ຖ້າ​ມີ​ຄົນ​ບອກ​ເຈົ້າ​ວ່າ​ເກີດ​ລະເບີດ​ຄັ້ງ​ໃຫຍ່​ຢູ່​ໂຮງ​ພິມ​ແຫ່ງ​ໜຶ່ງ ນໍ້າ​ໝຶກ​ຟົ້ງ​ຊະ​ໃສ່​ຝາ​ແລະ​ເພດານ​ຂອງ​ໂຮງ​ພິມ ແລ້ວ​ກໍ​ເກີດ​ເປັນ​ວັດຈະນານຸກົມ​ຫົວ​ໜຶ່ງ​ທີ່​ສົມບູນ​ແບບ. ເຈົ້າ​ຈະ​ເຊື່ອ​ບໍ?”—ເກັນ

ເປັນ​ຫຍັງ​ຈຶ່ງ​ເຊື່ອ​ເລື່ອງ​ພະເຈົ້າ?

ຄຳພີ​ໄບເບິນ​ບອກ​ເຮົາ​ໃຫ້​ໃຊ້ “ຄວາມ​ສາມາດ​ໃນ​ການ​ຄິດ​ຫາ​ເຫດຜົນ.” (ໂລມ 12:1, ລ.ມ.) ເຮົາ​ບໍ່​ຄວນ​ເຊື່ອ​ພຽງ​ຍ້ອນ​ວ່າ

  • ຄວາມ​ຮູ້ສຶກ (ຂ້ອຍ​ຮູ້ສຶກ​ວ່າ​ຕ້ອງ​ມີ​ອັນ​ໃດ​ບາງ​ຢ່າງ​ທີ່​ເໜືອ​ທຳມະຊາດ)

  • ເຮັດ​ຕາມ​ຄົນ​ອື່ນ (ໝູ່​ເຊື່ອ ຂ້ອຍ​ກໍ​ເລີຍ​ເຊື່ອ​ນຳ)

  • ຖືກ​ກົດ​ດັນ (ພໍ່​ແມ່​ບັງຄັບ​ໃຫ້​ເຊື່ອ)

ແທນ​ທີ່​ຈະ​ເປັນ​ຍ້ອນ​ເຫດຜົນ​ທີ່​ກ່າວ​ມາ​ນີ້ ເຈົ້າ​ຄວນ​ເຊື່ອ​ດ້ວຍ​ຕົວ​ເອງ​ວ່າ​ພະເຈົ້າ​ມີ​ແທ້.

“ຕອນ​ທີ່​ຮຽນ​ເລື່ອງ​ຮ່າງກາຍ​ມະນຸດ ຂ້ອຍ​ເຊື່ອ​ເລີຍ​ວ່າ​ຕ້ອງ​ມີ​ພະເຈົ້າ​ສ້າງ ເພາະ​ອະໄວຍະວະ​ແຕ່​ລະ​ສ່ວນ​ເຮັດ​ວຽກ​ຕາມ​ໜ້າ​ທີ່ ແມ່ນ​ແຕ່​ສ່ວນ​ທີ່​ນ້ອຍ​ທີ່​ສຸດ​ກໍ​ມີ​ໜ້າ​ທີ່​ຂອງ​ມັນ ແລະ​ບາງ​ສ່ວນ​ເຮັດ​ວຽກ​ໂດຍ​ທີ່​ເຮົາ​ບໍ່​ຮູ້​ຕົວ​ຊໍ້າ. ຮ່າງກາຍ​ມະນຸດ​ໜ້າ​ງຶດ​ແທ້ໆ!”—ເທເຣຊາ

“ເມື່ອ​ເຫັນ​ຕຶກ​ສູງໆ ເຮືອ​ລຳ​ໃຫຍ່ໆ ຫຼື​ລົດ​ໃຫຍ່ ຂ້ອຍ​ກໍ​ຈະ​ຄິດ​ວ່າ ‘ໃຜ​ສ້າງ​ສິ່ງ​ນີ້?’ ຄົນ​ທີ່​ສ້າງ​ລົດ​ຕ້ອງ​ສະຫຼາດ​ແທ້ໆ ເພາະ​ຊີ້ນ​ສ່ວນ​ນ້ອຍໆຕ້ອງ​ເຮັດ​ວຽກ​ຖືກ​ເປະໆ. ຖ້າ​ຕ້ອງ​ມີ​ຄົນ​ທີ່​ສະຫຼາດ​ສ້າງ​ລົດ ດັ່ງ​ນັ້ນ​ກໍ​ຕ້ອງ​ມີ​ຜູ້​ທີ່​ສ້າງ​ມະນຸດ​ຄື​ກັນ.”—ຣິຊາດ

“ແຮ່ງ​ຮຽນ​ວິຊາ​ວິທະຍາສາດ​ຂ້ອຍ​ກໍ​ແຮ່ງ​ຮູ້ສຶກ​ວ່າ​ວິວັດທະນາການ​ເປັນ​ເລື່ອງ​ທີ່​ບໍ່​ເປັນ​ຕາ​ເຊື່ອ. . . . ສຳລັບ​ຂ້ອຍ​ແລ້ວ ຖ້າ​ຈະ​ໃຫ້​ເຊື່ອ​ເລື່ອງ​ນີ້ ເລື່ອງ​ພະເຈົ້າ​ສ້າງ​ຍັງ​ເປັນ​ຕາ​ໜ້າ​ເຊື່ອ​ຖື​ຫຼາຍ​ກວ່າ.”—ແອນໂທນີ

ລອງ​ຄິດ​ເບິ່ງ

ທັງໆທີ່​ມີ​ການ​ຄົ້ນ​ຄວ້າ​ມາ​ຫຼາຍ​ສິບ​ປີ ແຕ່​ນັກ​ວິທະຍາສາດ​ຍັງ​ບໍ່​ສາມາດ​ຫາ​ຄຳຕອບ​ເລື່ອງ​ວິວັດທະນາການ​ທີ່​ຈະ​ໃຫ້​ທຸກ​ຄົນ​ເຫັນ​ດີ​ນຳ​ໄດ້. ຖ້າ​ເຂົາ​ເຈົ້າ​ເຊິ່ງ​ໜ້າ​ຈະ​ຮູ້​ເລື່ອງ​ນີ້​ດີ​ທີ່​ສຸດ​ກໍ​ຍັງ​ມີ​ຄວາມ​ເຫັນ​ທີ່​ບໍ່​ກົງ​ກັນ ແລ້ວ​ມັນ​ຜິດ​ບໍ​ຖ້າ​ເຈົ້າ​ຈະ​ສົງໄສ​ເລື່ອງ​ວິວັດທະນາການ?