ຂ້າມໄປທີ່ເນື້ອໃນ

ທ່ານ​ຄິດ​ແນວ​ໃດ​ກ່ຽວ​ກັບ​ອະນາຄົດ?

ທ່ານ​ຄິດ​ແນວ​ໃດ​ກ່ຽວ​ກັບ​ອະນາຄົດ?

ທ່ານ​ອາດ​ຈະ​ຕອບ​ວ່າ . . .

  • ເປັນ​ຄື​ເກົ່າ

  • ຮ້າຍ​ແຮງ​ກວ່າ​ເກົ່າ

  • ບໍ່​ຮູ້

ຄຳພີ​ໄບເບິນ​ກ່າວ​ວ່າ

“ພະເຈົ້າ . . . ຈະ​ເຊັດ​ນ້ຳ​ຕາ​ທັງ​ຫຼາຍ​ຈາກ​ຕາ​ຂອງ​ເຂົາ ແລະ​ຄວາມ​ຕາຍ​ຈະ​ບໍ່​ມີ​ຕໍ່​ໄປ ແລະ​ຄວາມ​ທຸກ​ໂສກ ແລະ​ຮ້ອງໄຫ້ ແລະ​ເຈັບ​ປວດ​ຈະ​ບໍ່​ມີ​ຕໍ່​ໄປ. ເຫດ​ວ່າ​ສິ່ງ​ທັງ​ຫຼາຍ​ທີ່​ເປັນ​ເມື່ອ​ກ່ອນ​ນັ້ນ​ກໍ​ລ່ວງ​ໄປ​ແລ້ວ.”—ຄຳປາກົດ 21:3, 4

ເຮົາ​ຈະ​ໄດ້​ຫຍັງ?

ໄດ້​ວຽກ​ທີ່​ມີ​ຄວາມ​ໝາຍ​ແລະ​ຖືກ​ໃຈ.—ເອຊາອີ 65:21-23

ຈະ​ບໍ່​ມີ​ຄວາມ​ເຈັບ​ປ່ວຍ​ແລະ​ບໍ່​ທຸກ​ລຳບາກ​ເລີຍ.—ເອຊາອີ 25:8; 33:24

ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ກັບ​ຄອບຄົວ​ແລະ​ໝູ່​ເພື່ອນ​ຢ່າງ​ມີ​ຄວາມ​ສຸກ.—ຄຳເພງ 37:11, 29

ເຮົາ​ຈະ​ເຊື່ອ​ໄດ້​ແທ້ໆບໍ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ກ່າວ​ໄວ້?

ເຊື່ອ​ໄດ້​ແທ້ ຢ່າງ​ໜ້ອຍ​ມີ​ເຫດຜົນ​ສອງ​ຢ່າງ:

  • ພະເຈົ້າ​ສາມາດ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ພະອົງ​ເກີດ​ຂຶ້ນ. ຄຳພີ​ໄບເບິນ​ກ່າວ​ວ່າ ພະ​ເຢໂຫວາ​ເປັນ “ຜູ້​ມີ​ລິດເດດ​ອັນ​ໃຫຍ່​ທີ່​ສຸດ.” (ຄຳປາກົດ 15:3) ດັ່ງ​ນັ້ນ ພະອົງ​ສາມາດ​ປ່ຽນ​ແປງ​ໂລກ​ນີ້​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ​ຕາມ​ທີ່​ພະອົງ​ໄດ້​ສັນຍາ​ໄວ້. ຄຳພີ​ໄບເບິນ​ຍັງ​ກ່າວ​ຕື່ມ​ອີກ​ວ່າ “ຝ່າຍ​ພະເຈົ້າ​ອາດ​ກະທຳ​ສັບພະ​ທຸກ​ສິ່ງ​ໄດ້.”—ມັດທາຍ 19:26

  • ພະເຈົ້າ​ປາຖະໜາ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ພະອົງ​ເກີດ​ຂຶ້ນ. ຕົວຢ່າງ: ພະ​ເຢໂຫວາ​ມີ “ຄວາມ​ປາຖະໜາ” ທີ່​ຈະ​ເຮັດ​ໃຫ້​ຄົນ​ຕາຍ​ຟື້ນ​ຄືນ​ມາ​ມີ​ຊີວິດ​ອີກ.—ໂຢບ 14:14, 15

ຄຳພີ​ໄບເບິນ​ຍັງ​ກ່າວ​ວ່າ​ພະ​ເຍຊູ​ລູກ​ຂອງ​ພະເຈົ້າ​ເຄີຍ​ປິ່ນປົວ​ຄົນ​ເຈັບ​ປ່ວຍ. ເປັນ​ຫຍັງ​ພະອົງ​ຈຶ່ງ​ເຮັດ​ເຊັ່ນ​ນັ້ນ? ເພາະ​ວ່າ​ພະອົງ​ມີ​ນ້ຳໃຈ​ຢາກ​ເຮັດ. (ມາລະໂກ 1:40, 41) ພະ​ເຍຊູ​ສະທ້ອນ​ຄຸນ​ລັກສະນະ​ຂອງ​ພໍ່​ໄດ້​ຢ່າງ​ຄົບ​ຖ້ວນ ໂດຍ​ຕ້ອງການ​ຊ່ວຍ​ຄົນ​ທີ່​ມີ​ຄວາມ​ທຸກ​ເດືອດຮ້ອນ.—ໂຢຮັນ 14:9

ດັ່ງ​ນັ້ນ ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ທັງ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຢາກ​ຊ່ວຍ​ພວກ​ເຮົາ​ໃຫ້​ມີ​ອະນາຄົດ​ທີ່​ມີ​ຄວາມ​ສຸກ!—ຄຳເພງ 72:12-14; 145:16; 2 ເປໂຕ 3:9

ສິ່ງ​ທີ່​ຄວນ​ຄິດ​ເຖິງ

ພະເຈົ້າ​ຈະ​ປ່ຽນ​ແປງ​ໂລກ​ນີ້​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ​ໄດ້​ແນວ​ໃດ?

ຄຳພີ​ໄບເບິນ​ມີ​ຄຳ​ຕອບ​ໃນ​ພະທຳ​ມັດທາຍ 6:9, 10 ແລະ ດານຽນ 2:44