ຂ້າມໄປທີ່ເນື້ອໃນ

ໜຸ່ມ​ສາວ​ຖາມ​ວ່າ

ເປັນ​ຫຍັງ​ຂ້ອຍ​ຕ້ອງ​ອະທິດຖານ?

ເປັນ​ຫຍັງ​ຂ້ອຍ​ຕ້ອງ​ອະທິດຖານ?

ການສຳຫຼວດ​ໜຶ່ງ​ລາຍງານ​ວ່າ ມີ​ໄວ​ລຸ້ນ 80% ໃນ​ອາເມຣິກາ​ທີ່​ອະທິດຖານ ແຕ່​ມີ​ພຽງ​ເຄິ່ງ​ໜຶ່ງ​ເທົ່າ​ນັ້ນ​ທີ່​ອະທິດຖານ​ທຸກ​ມື້. ບໍ່​ແປກ​ທີ່​ເຂົາເຈົ້າ​ບາງ​ຄົນ​ຈະ​ສົງໄສ​ວ່າ: ‘ການ​ອະທິດຖານ​ພຽງ​ແຕ່​ຊ່ວຍ​ໃຫ້​ຂ້ອຍ​ຮູ້ສຶກ​ດີ​ຂຶ້ນ ຫຼື​ມີ​ຫຍັງ​ຫຼາຍ​ກວ່າ​ນັ້ນ​ບໍ?’

 ການ​ອະທິດຖານ​ແມ່ນ​ຫຍັງ?

ການ​ອະທິດຖານ​ແມ່ນ​ການ​ເວົ້າ​ລົມ​ກັບ​ພະເຈົ້າ​ຜູ້​ທີ່​ສ້າງ​ທຸກ​ສິ່ງ. ລອງ​ຄິດ​ເບິ່ງ​ແມ້​ວ່າ​ນີ້​ມີ​ຄວາມ​ໝາຍ​ສ່ຳ​ໃດ! ພະ​ເຢໂຫວາ​ສູງ​ສົ່ງ​ກວ່າ​ມະນຸດ​ໃນ​ທຸກໆດ້ານ ແຕ່ “ພະອົງ​ບໍ່​ໄດ້​ຢູ່​ໄກ​ຈາກ​ພວກ​ເຮົາ​ແຕ່​ລະ​ຄົນ​ເລີຍ.” (ກິດຈະການ 17:27) ທີ່​ຈິງ ໃນ​ຄຳ​ພີ​ໄບເບິນ​ມີ​ຄຳ​ເຊີນ​ທີ່​ໜ້າ​ປະທັບ​ໃຈ​ທີ່​ວ່າ: “ໃຫ້​ເຂົ້າ​ໄປ​ໃກ້​ຊິດ​ກັບ​ພະເຈົ້າ ແລ້ວ​ພະອົງ​ຈະ​ເຂົ້າ​ມາ​ໃກ້​ຊິດ​ກັບ​ພວກ​ເຈົ້າ.”—ຢາໂກໂບ 4:8

ເຈົ້າ​ຈະ​ເຂົ້າ​ມາ​ໃກ້​ຊິດ​ກັບ​ພະເຈົ້າ​ໄດ້​ແນວ​ໃດ?

  • ວິທີ​ໜຶ່ງ​ແມ່ນ​ການ​ອະທິດຖານ ນີ້​ເປັນ​ວິທີ​ທີ່​ເຈົ້າ​ເວົ້າ​ກັບ​ພະເຈົ້າ.

  • ອີ​ກ​ວິທີ​ໜຶ່ງ​ແມ່ນ​ການ​ຮຽນ​ຄຳ​ພີ​ໄບເບິນ ນີ້​ເປັນ​ວິທີ​ທີ່​ພະເຈົ້າ “ເວົ້າ” ກັບ​ເຈົ້າ.

ທັງ​ການ​ອະທິດຖານ​ແລະ​ການ​ຮຽນ​ຄຳ​ພີ​ໄບເບິນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເປັນ​ໝູ່​ສະໜິດ​ກັບ​ພະເຈົ້າ.

“ການ​ເວົ້າ​ລົມ​ກັບ​ພະ​ເຢໂຫວາ​ພະເຈົ້າ​ອົງ​ສູງ​ສຸດ​ຖື​ວ່າ​ເປັນ​ສິດທິ​ພິເສດ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ເທົ່າ​ທີ່​ມະນຸດ​ຈະ​ມີ​ໄດ້.”—ເຈເຣມີ

“ການ​ໄດ້​ອະທິດຖານ​ບອກ​ຄວາມ​ຮູ້ສຶກ​ເລິກໆໃນ​ໃຈ​ຂອງ​ຂ້ອຍ​ໃຫ້​ພະ​ເຢໂຫວາ​ຟັງ ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ໃກ້​ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ.”ມິແຣນດາ

 ພະເຈົ້າ​ຟັງ​ຢູ່​ບໍ?

ເຖິງ​ວ່າ​ເຈົ້າ​ຈະ​ເຊື່ອ​ໃນ​ພະເຈົ້າ​ແລະ​ອະທິດຖານ​ເຖິງ​ເພິ່ນ ບາງເທື່ອ​ມັນ​ກໍ​ອາດ​ຍາກ​ທີ່​ຈະ​ຍອມ​ຮັບ​ວ່າ​ເພິ່ນ​ກຳລັງ​ຟັງ​ຢູ່​ແທ້ໆ. ແຕ່​ຄຳ​ພີ​ໄບເບິນ​ເອີ້ນ​ພະ​ເຢໂຫວາ​ວ່າ​ເປັນ “ຜູ້​ຟັງ​ຄຳ​ອະທິດຖານ.” (ຄຳເພງ 65:2, ລ.ມ.) ແລະ​ຍັງ​ໄດ້​ເຊີນ​ເຈົ້າ​ໃຫ້ “ຝາກ​ຄວາມ​ອຸກ​ໃຈ​ທັງ​ໝົດ​ໄວ້​ກັບ​ພະອົງ.” ຍ້ອນ​ຫຍັງ? “ເພາະ​ພະອົງ​ຫ່ວງໃຍ​ພວກ​ເຈົ້າ.”1 ເປໂຕ 5:7

ລອງ​ຄິດ​ເບິ່ງ: ເຈົ້າ​ໃຊ້​ເວລາ​ເວົ້າ​ລົມ​ກັບ​ໝູ່​ສະໜິດ​ເປັນ​ປະຈຳ​ບໍ? ເຈົ້າ​ສາມາດ​ເຮັດ​ແບບ​ນີ້​ກັບ​ພະເຈົ້າ​ໄດ້. ອະທິດຖານ​ລົມ​ກັບ​ເພິ່ນ​ເລື້ອຍໆແລະ​ເວົ້າ​ຊື່​ຂອງ​ເພິ່ນ ເຊິ່ງ​ກໍ​ຄື​ເຢໂຫວາ ຕອນ​ທີ່​ອະທິດຖານ. (ຄຳເພງ 86:5-7; 88:9) ທີ່​ຈິງ ຄຳ​ພີ​ໄບເບິນ​ເຊີນ​ເຈົ້າ​ໃຫ້ “ອະທິດຖານ​ເປັນ​ປະຈຳ.”—1 ເທຊະໂລນິກ 5:17

“ການ​ອະທິດຖານ​ເປັນ​ການ​ລົມ​ກັນ​ລະຫວ່າງ​ຂ້ອຍ​ກັບ​ພະເຈົ້າ​ຜູ້​ເປັນ​ພໍ່​ໃນ​ສະຫວັນ ນີ້​ເປັນ​ການ​ເວົ້າ​ລະບາຍ​ຄວາມ​ໃນ​ໃຈ​ຂອງ​ຂ້ອຍ.”—ມົວເສດສ໌

“ຂ້ອຍ​ບອກ​ເລື່ອງ​ໃນ​ໃຈ​ກັບ​ພະ​ເຢໂຫວາ ຄື​ກັບ​ທີ່​ຂ້ອຍ​ບອກ​ແມ່​ຫຼື​ບອກ​ໝູ່​ສະໜິດ​ຂອງ​ຂ້ອຍ.”ຄາເຣັນ

 ຂ້ອຍ​ຈະ​ອະທິດຖານ​ເລື່ອງ​ຫຍັງ​ໄດ້​ແດ່?

ຄຳ​ພີ​ໄບເບິນ​ບອກ​ວ່າ: “ໃຫ້​ຂໍ​ທຸກ​ສິ່ງ​ຈາກ​ພະເຈົ້າ​ດ້ວຍ​ການ​ອະທິດຖານ​ແລະ​ການ​ອ້ອນ​ວອນ ແລະ​ໃຫ້​ຂອບໃຈ​ພະອົງ​ນຳ.”—ຟີລິບປອຍ 4:6

ນີ້​ໝາຍ​ຄວາມ​ວ່າ​ເຈົ້າ​ຈະ​ອະທິດຖານ​ກ່ຽວ​ກັບ​ບັນຫາ​ຂອງ​ເຈົ້າ​ໄດ້​ແມ່ນ​ບໍ? ແມ່ນ​ແລ້ວ! ທີ່​ຈິງ ຄຳ​ພີ​ໄບເບິນ​ບອກ​ວ່າ: “ມອບ​ພາລະ​ຂອງ​ເຈົ້າ​ໄວ້​ກັບ​ພະ​ເຢໂຫວາ​ເຖີ້ນ ແລ້ວ​ເພິ່ນ​ຈະ​ຊ່ວຍ​ເຈົ້າ.”—ຄຳເພງ 55:22, ລ.ມ.

ເມື່ອ​ອະທິດຖານ​ເຖິງ​ພະເຈົ້າ ເຈົ້າ​ບໍ່​ຄວນ​ເວົ້າ​ເຖິງ​ບັນຫາ​ຂອງ​ເຈົ້າ​ເທົ່າ​ນັ້ນ. ຜູ້​ຍິງ​ໄວ​ລຸ້ນ​ຊື່​ຈັນເທວ​ບອກ​ວ່າ “ຖ້າ​ຂ້ອຍ​ມີ​ແຕ່​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ ເພິ່ນ​ຄື​ຊິ​ບໍ່​ຢາກ​ສະໜິດ​ກັບ​ຂ້ອຍ​ປານ​ໃດ. ຂ້ອຍ​ຮູ້ສຶກ​ວ່າ​ເຮົາ​ຄວນ​ຈະ​ຂອບໃຈ​ພະ​ເຢໂຫວາ​ກ່ອນ ແລະ​ເລື່ອງ​ທີ່​ຈະ​ຂອບໃຈ​ກໍ​ໜ້າ​ຈະ​ມີ​ຫຼາຍໆຢ່າງ.”

ລອງ​ຄິດ​ເບິ່ງ: ເຈົ້າ​ຢາກ​ຂອບໃຈ​ເລື່ອງ​ຫຍັງ​ແດ່? ເຈົ້າ​ລອງ​ຄິດ​ຈັກ 3 ເລື່ອງ​ທີ່​ຈະ​ຂອບໃຈ​ພະ​ເຢໂຫວາ​ໃນ​ມື້​ນີ້​ໄດ້​ບໍ?

“ແມ່ນ​ແຕ່​ບາງ​ຢ່າງ​ທີ່​ເບິ່ງ​ຄື​ທຳມະດາ ເຊັ່ນ​ຕອນ​ທີ່​ເຮົາ​ເຫັນ​ດອກ​ໄມ້​ງາມໆ ເຮົາ​ກໍ​ສາມາດ​ອະທິດຖານ​ຂອບໃຈ​ພະ​ເຢໂຫວາ​ໄດ້.”—ອານິຕາ

“ລອງ​ຄິດ​ເຖິງ​ສິ່ງ​ທີ່​ພະເຈົ້າ​ສ້າງ​ທີ່​ເຈົ້າ​ຮູ້ສຶກ​ປະທັບ​ໃຈ​ຫຼື​ຄິດ​ເຖິງ​ຂໍ້​ຄຳ​ພີ​ທີ່​ຖືກ​ໃຈ​ເຈົ້າ ແລ້ວ​ກໍ​ໃຫ້​ຂອບໃຈ​ພະ​ເຢໂຫວາ​ສຳລັບ​ສິ່ງ​ນັ້ນ.”—ໄບຣອັນ