ຂ້າມໄປທີ່ເນື້ອໃນ

ໜຸ່ມ​ສາວ​ຖາມ​ວ່າ

ຄຳ​ພີ​ໄບເບິນ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ? ຕອນ 2: ເຮັດ​ໃຫ້​ການ​ອ່ານ​ຄຳ​ພີ​ໄບເບິນ​ເປັນ​ເລື່ອງ​ມ່ວນ

ຄຳ​ພີ​ໄບເບິນ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ? ຕອນ 2: ເຮັດ​ໃຫ້​ການ​ອ່ານ​ຄຳ​ພີ​ໄບເບິນ​ເປັນ​ເລື່ອງ​ມ່ວນ

ໄວ​ລຸ້ນ​ຄົນ​ໜຶ່ງ​ຊື່​ວິວ​ບອກ​ວ່າ “ການ​ອ່ານ​ຄຳ​ພີ​ໄບເບິນ​ເບິ່ງ​ຄື​ເປັນ​ເລື່ອງ​ໜ້າ​ເບື່ອ​ຖ້າ​ເຈົ້າ​ບໍ່​ຮູ້​ວິທີ​ອ່ານ​ແທ້ໆ.”

ເຈົ້າ​ຢາກ​ຮູ້​ເຄັດ​ລັບ​ທີ່​ເຮັດ​ໃຫ້​ການ​ອ່ານ​ຄຳ​ພີ​ໄບເບິນ​ເປັນ​ເລື່ອງ​ມ່ວນ​ບໍ? ບົດ​ຄວາມ​ນີ້​ຊ່ວຍ​ເຈົ້າ​ໄດ້.

 ເຮັດ​ໃຫ້​ຂໍ້​ຄຳ​ພີ​ມີ​ຊີວິດ

ພະຍາຍາມ​ມີ​ສ່ວນ​ຮ່ວມ​ກັບ​ເລື່ອງ​ທີ່​ເຈົ້າ​ໄດ້​ອ່ານ. ລອງ​ວິທີ​ເຫຼົ່າ​ນີ້​ເບິ່ງ:

  1. ເລືອກ​ເລື່ອງ​ໃນ​ຄຳ​ພີ​ໄບເບິນ​ທີ່​ເຈົ້າ​ຢາກ​ຈະ​ສຶກສາ. ເຈົ້າ​ອາດ​ເລືອກ​ບາງ​ເລື່ອງ​ໃນ​ຄຳ​ພີ​ໄບເບິນ​ຫຼື​ເລືອກ​ເລື່ອງ​ຈາກ​ປຶ້ມ​ກ່ຽວ​ກັບ​ຊີວິດ​ຂອງ​ພະ​ເຢຊູ ຫຼື​ເຈົ້າ​ອາດ​ຈະ​ເລືອກ​ເລື່ອງ​ທີ່​ມີ​ຢູ່​ໃນ​ຫົວ​ຂໍ້​ການ​ອ່ານ​ຄຳ​ພີ​ໄບເບິນ​ແບບ​ລະຄອນ​ເຊິ່ງ​ມີ​ຢູ່​ໃນ​ເວັບໄຊ jw.org.

  2. ອ່ານ​ເລື່ອງ​ທີ່​ເຈົ້າ​ເລືອກ. ເຈົ້າ​ຈະ​ອ່ານ​ດ້ວຍ​ໂຕ​ເອງ ຫຼື​ເຈົ້າ​ຈະ​ອ່ານ​ອອກ​ສຽງ​ກັບ​ໝູ່​ຫຼື​ຄອບຄົວ​ຂອງ​ເຈົ້າ​ກໍ​ໄດ້. ເຈົ້າ​ອາດ​ເລືອກ​ຄົນ​ໜຶ່ງ​ໃຫ້​ອ່ານ​ເປັນ​ຜູ້​ບັນຍາຍ​ເຫດການ ສ່ວນ​ຄົນ​ອື່ນ​ກໍ​ອ່ານ​ເປັນ​ຕົວ​ລະຄອນ​ຕ່າງໆ.

  3. ລອງ​ໃຊ້​ຄຳ​ແນະນຳ​ຕໍ່​ໄປ​ນີ້​ຈັກ​ໜຶ່ງ​ຂໍ້​ຫຼື​ຫຼາຍ​ກວ່າ​ນັ້ນ:

    • ແຕ້ມ​ຮູບ​ເຫດການ​ທີ່​ໄດ້​ອ່ານ. ຫຼື​ແຕ້ມ​ຮູບ​ງ່າຍໆທີ່​ອະທິບາຍ​ເລື່ອງ​ລາວ​ເປັນ​ສາກໆເພື່ອ​ສະແດງ​ລຳດັບ​ເຫດການ​ທີ່​ເກີດຂຶ້ນ. ໃຊ້​ຂໍ້​ຄວາມ​ສັ້ນໆເພື່ອ​ອະທິບາຍ​ສິ່ງ​ທີ່​ເກີດຂຶ້ນ​ໃນ​ແຕ່​ລະ​ສາກ.

    • ແຕ້ມ​ແຜນ​ພາບ. ຕົວຢ່າງ​ເຊັ່ນ ເມື່ອ​ເຈົ້າ​ອ່ານ​ກ່ຽວ​ກັບ​ບຸກຄົນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ ໃຫ້​ເຊື່ອມ​ໂຍງ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ບຸກຄົນ​ນັ້ນ​ກັບ​ພອນ​ທີ່​ລາວ​ໄດ້​ຮັບ​ຍ້ອນ​ສິ່ງ​ທີ່​ລາວ​ເຮັດ.

    • ລອງ​ສົມມຸດ​ວ່າ​ເຈົ້າ​ເປັນ​ນັກ​ຂ່າວ. ໃຫ້​ລາຍງານ​ເຫດການ​ຈາກ​ເລື່ອງ​ທີ່​ເຈົ້າ​ອ່ານ​ໃນ​ຫຼາຍ​ແງ່​ມຸມ ແລະ “ສຳ​ພາດ” ຄົນ​ທີ່​ເປັນ​ຕົວ​ຫຼັກ​ແລະ​ຄົນ​ອື່ນໆທີ່​ຢູ່​ໃນ​ເຫດການ.

    • ຖ້າ​ມີ​ໃຜ​ໃນ​ເຫດການ​ນັ້ນ​ທີ່​ເຮັດ​ການ​ຕັດສິນ​ໃຈ​ບໍ່​ສະຫຼາດ ລອງ​ຈິນຕະນາການ​ເຖິງ​ຕອນ​ຈົບ​ອີ​ກ​ແບບ​ໜຶ່ງ. ຕົວຢ່າງ​ເຊັ່ນ ຕອນ​ທີ່​ເປໂຕ​ປະຕິເສດ​ພະ​ເຢຊູ. (ມາຣະໂກ 14:66-72) ໃຫ້​ລອງ​ຄິດ​ວ່າ​ເປໂຕ​ຈະ​ຮັບ​ມື​ກັບ​ສະຖານະການ​ແບບ​ນັ້ນ​ໃຫ້​ດີ​ຂຶ້ນ​ໄດ້​ແນວ​ໃດ?

    • ຖ້າ​ເຈົ້າ​ມີ​ຄວາມ​ຄິດ​ສ້າງ​ສັນ​ເປັນ​ພິເສດ ລອງ​ຂຽນ​ບົດ​ລະຄອນ​ຂອງ​ໂຕ​ເຈົ້າ​ເອງ​ໂດຍ​ໃຊ້​ເຫດການ​ທີ່​ເຈົ້າ​ອ່ານ​ເປັນ​ພື້ນຖານ. ລວມ​ທັງ​ຂຽນ​ບົດ​ຮຽນ​ທີ່​ໄດ້​ຮັບ​ຈາກ​ເຫດການ​ນັ້ນ.—ໂຣມ 15:4

      ເຈົ້າ​ເຮັດ​ໃຫ້​ຄຳ​ພີ​ໄບເບິນ​ມີ​ຊີວິດ​ໄດ້!

 ຄົ້ນ​ຄວ້າ​ໃຫ້​ລະອຽດ!

ຖ້າ​ເຈົ້າ​ຄົ້ນ​ຄວ້າ​ຢ່າງ​ລະອຽດ ເຈົ້າ​ຈະ​ພົບ​ຄວາມ​ຮູ້​ທີ່​ມີ​ຄ່າ​ໃນ​ເຫດການ​ນັ້ນ. ທີ່​ຈິງ ບາງເທື່ອ​ພຽງ​ແຕ່​ຄຳເວົ້າ​ໜຶ່ງ​ຫຼື​ສອງ​ຄຳ​ໃນ​ຄຳ​ພີ​ໄບເບິນ​ກໍ​ສຳຄັນ​ຫຼາຍ.

ຕົວຢ່າງ​ເຊັ່ນ ໃຫ້​ທຽບ​ມັດທາຍ 28:7 ກັບ​ມາຣະໂກ 16:7.

  •   ເປັນ​ຫຍັງ​ມາຣະໂກ​ໃຫ້​ລາຍ​ລະອຽດ​ວ່າ​ພະ​ເຢຊູ​ຈະ​ປາກົດ​ໂຕ​ກັບ​ພວກ​ລູກສິດ “ແລະ​ເປໂຕ”?

  • ຂໍ້​ມູນ: ມາຣະໂກ​ບໍ່​ໄດ້​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ຢູ່​ຫັ້ນ​ແທ້ໆ ມີ​ຫຼັກ​ຖານ​ວ່າ ລາວ​ໄດ້​ຮັບ​ຂໍ້​ມູນ​ມາ​ຈາກ​ເປໂຕ.

  • ຄວາມ​ຮູ້​ທີ່​ມີ​ຄ່າ: ເປັນ​ຫຍັງ​ເປໂຕ​ຕ້ອງ​ຮູ້ສຶກ​ໄດ້​ກຳລັງ​ໃຈ​ຫຼາຍ​ເມື່ອ​ໄດ້​ຍິນ​ວ່າ​ພະ​ເຢຊູ​ຢາກ​ພົບ​ລາວ​ອີ​ກ? (ມາຣະໂກ 14:66-72) ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ເປັນ​ໝູ່​ແທ້​ຂອງ​ເປໂຕ? ເຈົ້າ​ຈະ​ຮຽນ​ແບບ​ພະ​ເຢຊູ​ແລະ​ເປັນ​ໝູ່​ແທ້​ກັບ​ຄົນ​ອື່ນ​ໄດ້​ແນວ​ໃດ?

ເມື່ອ​ເຈົ້າ​ເຮັດ​ໃຫ້​ຂໍ້​ຄຳ​ພີ​ທີ່​ອ່ານ​ມີ​ຊີວິດ​ແລະ​ຄົ້ນ​ຄວ້າ​ຢ່າງ​ລະອຽດ ການ​ອ່ານ​ຄຳ​ພີ​ໄບເບິນ​ກໍ​ຈະ​ເປັນ​ເລື່ອງ​ທີ່​ມ່ວນ​ຫຼາຍ!