ພະເຈົ້າຢູ່ທົ່ວທຸກບ່ອນບໍ?
ຄຳຕອບຈາກຄຳພີໄບເບິນ
ພະເຈົ້າສາມາດເຫັນທຸກສິ່ງທຸກຢ່າງແລະຈະເຮັດຫຍັງຢູ່ໃສກໍໄດ້ທີ່ເພິ່ນຕ້ອງການ. (ສຸພາສິດ 15:3; ເຮັບເຣີ 4:13) ເຖິງຈະເປັນແນວນັ້ນ ຄຳພີໄບເບິນບໍ່ໄດ້ສອນວ່າພະເຈົ້າຢູ່ທົ່ວທຸກບ່ອນຫຼືຢູ່ໃນທຸກອະນູຂອງທຸກສິ່ງ. ແຕ່ຄຳພີໄບເບິນບອກວ່າພະເຈົ້າມີຕົວຕົນແລະເພິ່ນມີບ່ອນຢູ່ໂດຍສະເພາະຂອງເພິ່ນເອງ.
ສະພາບຂອງພະເຈົ້າ: ພະເຈົ້າມີຮ່າງກາຍທີ່ເປັນວິນຍານທີ່ເບິ່ງບໍ່ເຫັນ. (ໂຢຮັນ 4:24) ມະນຸດບໍ່ສາມາດເຫັນເພິ່ນໄດ້. (ໂຢຮັນ 1:18) ໃນຄຳພີໄບເບິນ ເມື່ອມີການບັນທຶກກ່ຽວກັບນິມິດທີ່ເຫັນພະເຈົ້າກໍຈະມີການສະແດງພາບວ່າພະເຈົ້າຢູ່ບ່ອນໃດບ່ອນໜຶ່ງສະເໝີ ບໍ່ເຄີຍສະແດງພາບວ່າເພິ່ນຢູ່ທົ່ວທຸກບ່ອນ.—ເອຊາອີ 6:1, 2; ພະນິມິດ 4:2, 3, 8
ບ່ອນຢູ່ຂອງພະເຈົ້າ: ພະເຈົ້າຢູ່ບ່ອນທີ່ມະນຸດເຮົາເບິ່ງບໍ່ເຫັນ ເປັນບ່ອນທີ່ຕ່າງຈາກໂລກຂອງເຮົາ. ພະເຈົ້າມີ “ບ່ອນຢູ່ຂອງພະອົງໃນສະຫວັນ.” (1 ກະສັດ 8:30, ລ.ມ.) ຄຳພີໄບເບິນເວົ້າເຖິງຕອນທີ່ທູດສະຫວັນ ‘ມາປະຊຸມກັນຕໍ່ໜ້າພະເຢໂຫວາ’ a ສະແດງວ່າພະເຈົ້າມີບ່ອນຢູ່ເຊິ່ງຢູ່ບ່ອນໃດບ່ອນໜຶ່ງໂດຍສະເພາະ.—ໂຢບ 1:6
ຖ້າພະເຈົ້າບໍ່ໄດ້ຢູ່ທົ່ວທຸກບ່ອນ ແລ້ວເພິ່ນຈະປົກປ້ອງເບິ່ງແຍງຂ້ອຍໄດ້ແນວໃດ?
ພະເຈົ້າສົນໃຈເຮົາແຕ່ລະຄົນ. ເຖິງວ່າພະເຈົ້າຈະຢູ່ໃນສະຫວັນ ແຕ່ເພິ່ນກໍສັງເກດຄົນເທິງໂລກທີ່ຢາກເຮັດສິ່ງທີ່ເພິ່ນພໍໃຈ ແລະເພິ່ນຈະປົກປ້ອງເບິ່ງແຍງເຂົາເຈົ້າ. (1 ກະສັດ 8:39; 2 ຂ່າວຄາວ 16:9) ໃຫ້ເຮົາມາເບິ່ງວ່າພະເຢໂຫວາສະແດງຄວາມສົນໃຈຄົນທີ່ນະມັດສະການເພິ່ນດ້ວຍຄວາມຈິງໃຈແນວໃດແດ່:
ເມື່ອເຈົ້າອະທິດຖານ: ພະເຢໂຫວາຈະຟັງຄຳອະທິດຖານຂອງເຈົ້າທັນທີ.—2 ຂ່າວຄາວ 18:31
ເມື່ອເຈົ້າຮູ້ສຶກທໍ້ໃຈ: “ພະເຢໂຫວາຢູ່ໃກ້ຄົນທີ່ຫົວໃຈແຕກສະຫຼາຍ ເພິ່ນຄອຍຊ່ວຍຄົນທີ່ເສົ້າເສຍໃຈ.”—ຄຳເພງ 34:18, ລ.ມ.
ເມື່ອເຈົ້າຕ້ອງການຄຳແນະນຳ: ພະເຢໂຫວາໃຫ້ຄຳແນະນຳທີ່ຢູ່ໃນຄຳພີໄບເບິນເພື່ອ ‘ຊ່ວຍເຈົ້າໃຫ້ມີຄວາມເຂົ້າໃຈແລະບອກທາງທີ່ເຈົ້າຄວນໄປ.’—ຄຳເພງ 32:8, ລ.ມ.
ຄວາມເຊື່ອຜິດໆເລື່ອງພະເຈົ້າຢູ່ທົ່ວທຸກບ່ອນ
ບາງຄົນເຊື່ອວ່າ: ພະເຈົ້າຢູ່ທົ່ວທຸກບ່ອນໃນທຸກສິ່ງທີ່ເພິ່ນສ້າງ.
ຄວາມຈິງແມ່ນ: ພະເຈົ້າບໍ່ໄດ້ຢູ່ເທິງໂລກຫຼືບ່ອນອື່ນໆໃນເອກະພົບ. (1 ກະສັດ 8:27) ແມ່ນຢູ່ວ່າດວງດາວແລະສິ່ງອື່ນໆທີ່ພະເຈົ້າສ້າງ “ປະກາດສະຫງ່າລາສີຂອງພະເຈົ້າ.” (ຄຳເພງ 19:1, ລ.ມ.) ແຕ່ພະເຈົ້າບໍ່ໄດ້ອາໄສຢູ່ໃນສິ່ງທີ່ເພິ່ນສ້າງ ຄືກັບທີ່ນັກແຕ້ມຮູບບໍ່ໄດ້ຢູ່ໃນຮູບທີ່ລາວແຕ້ມ. ແຕ່ຮູບແຕ້ມກໍບອກໃຫ້ເຮົາຮູ້ກ່ຽວກັບຄົນທີ່ແຕ້ມ. ຄ້າຍຄືກັນ ໂລກທີ່ເຮົາເຫັນຢູ່ນີ້ບອກເຮົາກ່ຽວກັບ “ຄຸນລັກສະນະຕ່າງໆ” ຂອງຜູ້ທີ່ສ້າງ ເຊັ່ນ ພະລັງອຳນາດ ສະຕິປັນຍາ ແລະຄວາມຮັກຂອງເພິ່ນ.—ໂຣມ 1:20
ບາງຄົນເຊື່ອວ່າ: ພະເຈົ້າຈະຕ້ອງຢູ່ທົ່ວທຸກບ່ອນເພື່ອຈະຮູ້ທຸກສິ່ງທຸກຢ່າງແລະເພື່ອຈະໄດ້ເປັນຜູ້ທີ່ມີພະລັງອຳນາດຫຼາຍທີ່ສຸດ.
ຄວາມຈິງແມ່ນ: ພະເຈົ້າສາມາດຮູ້ວ່າມີຫຍັງເກີດຂຶ້ນໂດຍໃຊ້ພະລັງບໍລິສຸດຂອງເພິ່ນເຊິ່ງເປັນພະລັງອຳນາດທີ່ເພິ່ນໃຊ້ໃນການເຮັດສິ່ງຕ່າງໆ ແລະເພິ່ນສາມາດໃຊ້ພະລັງບໍລິສຸດຂອງເພິ່ນໃຫ້ເຮັດອັນໃດ ຢູ່ໃສ ແລະຕອນໃດກໍໄດ້ໂດຍທີ່ໂຕເພິ່ນບໍ່ຕ້ອງຢູ່ບ່ອນນັ້ນ.—ຄຳເພງ 139:7
ບາງຄົນເຊື່ອວ່າ: ໃນຄຳເພງ 139:8, ລ.ມ. ບອກວ່າ: “ເຖິງຂ້ອຍຂຶ້ນໄປເທິງສະຫວັນ ພະອົງກໍຢູ່ບ່ອນນັ້ນ ເຖິງຂ້ອຍລົງໄປນອນໃນຫຼຸມຝັງສົບ ພະອົງກໍຢູ່ບ່ອນນັ້ນນຳ” ສະແດງວ່າພະເຈົ້າຢູ່ທົ່ວທຸກບ່ອນ.
ຄວາມຈິງແມ່ນ: ຂໍ້ຄຳພີນີ້ບໍ່ໄດ້ຕ້ອງການບອກວ່າພະເຈົ້າຢູ່ບ່ອນໃດ. ແຕ່ຂໍ້ຄຳພີນີ້ຊ່ວຍເຮົາໃຫ້ຮູ້ວ່າ ບໍ່ມີບ່ອນໃດຢູ່ໄກເກີນກວ່າທີ່ພະເຈົ້າຈະຊ່ວຍເຫຼືອເຮົາໄດ້.
a ເຢໂຫວາເປັນຊື່ຂອງພະເຈົ້າຕາມທີ່ບອກໄວ້ໃນຄຳພີໄບເບິນ.