ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈາກ​ປົກ | ອ່ານ​ຄຳພີ​ໄບເບິນ​ໃຫ້​ມ່ວນ​ແລະ​ໄດ້​ຮັບ​ປະໂຫຍດ

ເປັນ​ຫຍັງ​ເຈົ້າ​ໜ້າ​ຈະ​ອ່ານ​ຄຳ​ພີ​ໄບເບິນ?

ເປັນ​ຫຍັງ​ເຈົ້າ​ໜ້າ​ຈະ​ອ່ານ​ຄຳ​ພີ​ໄບເບິນ?

“ຂ້ອຍ​ຄິດ​ວ່າ​ຄຳ​ພີ​ໄບເບິນ​ໜ້າ​ຈະ​ເຂົ້າ​ໃຈ​ຍາກ​ໄດ໋.”—ຈູວີ

“ຂ້ອຍ​ຮູ້ສຶກ​ວ່າ​ຄຳ​ພີ​ໄບເບິນ​ໜ້າ​ເບື່ອ.”—ຄວີນນີ

“ພຽງ​ແຕ່​ເຫັນ​ຄວາມ​ໜາ​ຂອງ​ຄຳ​ພີ​ໄບເບິນ ຂ້ອຍ​ກໍ​ບໍ່​ຢາກ​ອ່ານ​ແລ້ວ.”—ເອເຊຄຽວ

ເຈົ້າ​ເຄີຍ​ຢາກ​ລອງ​ອ່ານ​ຄຳ​ພີ​ໄບເບິນ ແຕ່​ສຸດ​ທ້າຍ​ກໍ​ຕ້ອງ​ລົ້ມ​ເລີກ​ຄວາມ​ຕັ້ງ​ໃຈ​ຍ້ອນ​ຮູ້ສຶກ​ຄື​ຄົນ​ເຫຼົ່າ​ນີ້​ບໍ? ແມ່ນ​ຢູ່​ວ່າ​ຫຼາຍ​ຄົນ​ບໍ່​ຢາກ​ອ່ານ​ຄຳ​ພີ​ໄບເບິນ. ແຕ່​ຖ້າ​ເຈົ້າ​ຮູ້​ວ່າ​ຄຳ​ພີ​ໄບເບິນ​ຊ່ວຍ​ໃຫ້​ເຈົ້າ​ມີ​ຊີວິດ​ທີ່​ດີ​ແລະ​ມີ​ຄວາມສຸກ​ຫຼາຍ​ຂຶ້ນ​ໄດ້​ເດ? ແລະ​ຖ້າ​ມີ​ວິທີ​ທີ່​ເຮັດ​ໃຫ້​ການ​ອ່ານ​ຄຳ​ພີ​ໄບເບິນ​ມ່ວນ​ຂຶ້ນ​ເດ? ເຈົ້າ​ຢາກ​ຈະ​ລອງ​ອ່ານ​ເບິ່ງ​ບໍ​ວ່າ​ຄຳ​ພີ​ໄບເບິນ​ເປັນ​ປະໂຫຍດ​ກັບ​ເຈົ້າ​ແນວ​ໃດ?

ລອງ​ມາ​ເບິ່ງ​ຄວາມ​ເຫັນ​ຂອງ​ບາງ​ຄົນ​ທີ່​ພົບ​ວ່າ​ການ​ອ່ານ​ຄຳ​ພີ​ໄບເບິນ​ເປັນ​ປະໂຫຍດ​ແທ້ໆ.

ຊາຍ​ໜຸ່ມ​ອາຍຸ 20 ປີ​ຕົ້ນໆ ຊື່​ເອເຊຄຽວ​ບອກ​ວ່າ: “ແຕ່​ກ່ອນ ຂ້ອຍ​ເປັນ​ຄື​ກັບ​ຄົນ​ຂັບ​ລົດ​ທີ່​ຂັບ​ໄປ​ເລື້ອຍໆບໍ່​ມີ​ຈຸດ​ມຸ່ງ​ໝາຍ. ແຕ່​ເມື່ອ​ອ່ານ​ຄຳ​ພີ​ໄບເບິນ​ແລ້ວ​ຊີວິດ​ຂ້ອຍ​ກໍ​ມີ​ຄວາມ​ໝາຍ. ຍ້ອນ​ໃນ​ນັ້ນ​ມີ​ຄຳ​ແນະນຳ​ທີ່​ຂ້ອຍ​ເອົາ​ໄປ​ໃຊ້​ໄດ້​ແທ້​ໃນ​ຊີວິດ​ປະຈຳ​ວັນ.”

ຟຣີ​ດາ​ອາຍຸ​ປະມານ 20 ປີ​ປາຍ​ເລົ່າ​ວ່າ: “ແຕ່​ກ່ອນ​ຂ້ອຍ​ເປັນ​ຄົນ​ໃຈ​ຮ້າຍ​ງ່າຍ. ແຕ່​ເມື່ອ​ອ່ານ​ຄຳ​ພີ​ໄບເບິນ ຂ້ອຍ​ກໍ​ຄວບຄຸມ​ອາລົມ​ໄດ້​ດີ​ຂຶ້ນ. ຕອນ​ນີ້​ໃຜໆກໍ​ຢາກ​ລົມ​ກັບ​ຂ້ອຍ ເຮັດ​ໃຫ້​ຂ້ອຍ​ມີ​ໝູ່​ຫຼາຍ​ຂຶ້ນ.”

ຢູນິດສ໌​ອາຍຸ 50 ປີ​ປາຍ​ເວົ້າ​ເຖິງ​ຄຳ​ພີ​ໄບເບິນ​ວ່າ “ຄຳ​ພີ​ໄບເບິນ​ຊ່ວຍ​ໃຫ້​ຂ້ອຍ​ເຊົາ​ນິດໄສ​ທີ່​ບໍ່​ດີ​ແລະ​ເປັນ​ຄົນ​ທີ່​ດີ​ຂຶ້ນ.”

ຖ້າ​ເຈົ້າ​ອ່ານ​ຄຳ​ພີ​ໄບເບິນ ຊີວິດ​ເຈົ້າ​ຈະ​ມີ​ຄວາມສຸກ​ຫຼາຍ​ຂຶ້ນ​ຄື​ກັບ​ເຂົາເຈົ້າ​ແລະ​ຄື​ກັບ​ຜູ້​ອ່ານ​ອີ​ກ​ຫຼາຍ​ລ້ານ​ຄົນ. (ເອຊາອີ 48:17, 18) ນອກ​ຈາກ​ນັ້ນ ຄຳ​ພີ​ໄບເບິນ​ຍັງ​ຊ່ວຍ​ໃຫ້​ເຈົ້າ (1) ຕັດສິນ​ໃຈ​ໄດ້​ດີ​ຂຶ້ນ (2) ມີ​ໝູ່​ແທ້ (3) ຫຼຸດ​ຄວາມ​ເຄັ່ງ​ຕຶງ ແລະ (4) ໄດ້​ຮຽນ​ຄວາມ​ຈິງ​ເລື່ອງ​ພະເຈົ້າ​ເຊິ່ງ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ. ຄຳ​ແນະນຳ​ໃນ​ຄຳ​ພີ​ໄບເບິນ​ມາ​ຈາກ​ພະເຈົ້າ ດັ່ງນັ້ນ ຖ້າ​ເຈົ້າ​ເຮັດ​ຕາມ​ຊີວິດ​ເຈົ້າ​ຈະ​ບໍ່​ມີ​ວັນ​ລົ້ມເຫຼວ ຍ້ອນ​ວ່າ​ພະເຈົ້າ​ໃຫ້​ຄຳ​ແນະນຳ​ທີ່​ດີ​ສະເໝີ.

ສິ່ງ​ສຳຄັນ​ແມ່ນ​ການ​ເລີ່ມ​ຕົ້ນ. ແລ້ວ​ມີ​ວິທີ​ຫຍັງ​ທີ່​ຊ່ວຍ​ໃຫ້​ການ​ເລີ່ມ​ອ່ານ​ຄຳ​ພີ​ໄບເບິນ​ເປັນ​ເລື່ອງ​ງ່າຍ​ຂຶ້ນ​ແລະ​ມ່ວນ​ນຳ?