ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈາກ​ປົກ | ຄຳ​ພີ​ໄບເບິນ​ຢູ່​ລອດ​ມາ​ເຖິງ​ເຮົາ​ໄດ້​ແນວ​ໃດ?

ຄຳ​ພີ​ໄບເບິນ​ລອດ​ຈາກ​ການ​ຕໍ່​ຕ້ານ

ຄຳ​ພີ​ໄບເບິນ​ລອດ​ຈາກ​ການ​ຕໍ່​ຕ້ານ

ສາເຫດ​ທີ່​ສ່ຽງ: ຜູ້​ນຳ​ທາງ​ການ​ເມືອງ​ແລະ​ສາສະໜາ​ຫຼາຍ​ຄົນ​ເຮັດ​ກົງ​ກັນ​ຂ້າມ​ກັບ​ສິ່ງ​ທີ່​ຄຳ​ພີ​ໄບເບິນ​ບອກ​ໄວ້. ເຂົາເຈົ້າ​ມັກ​ຈະ​ໃຊ້​ອຳ​ນາດ​ສັ່ງ​ຫ້າມ​ປະຊາຊົນ​ບໍ່​ໃຫ້​ເປັນ​ເຈົ້າ​ຂອງ ຜະລິດ ຫຼື​ແປ​ຄຳ​ພີ​ໄບເບິນ. ໃຫ້​ເຮົາ​ມາ​ເບິ່ງ 2 ຕົວຢ່າງ:

  • ປະມານ​ປີ 167 ກ່ອນ ຄ.ສ: ກະສັດ​ທີ່​ບັງຄັບ​ຄົນ​ຢິວ​ໃຫ້​ປ່ຽນ​ມາ​ນັບຖື​ສາສະໜາ​ກຣີກ​ເຊິ່ງ​ກໍ​ຄື​ອັນທິໂອກຸດສ໌ ເອພິຟາເນສ໌​ແຫ່ງ​ລາຊະວົງ​ເຊລູຊິດ​ໄດ້​ສັ່ງ​ໃຫ້​ທຳລາຍ​ສຳເນົາ​ຄຳ​ພີ​ໄບເບິນ​ພາກ​ພາສາ​ເຮັບເຣີ​ທັງ​ໝົດ. ນັກ​ປະຫວັດສາດ​ຊື່​ຮາຍຣິກ ເກຣດຊ໌​ຂຽນ​ໄວ້​ວ່າ ເຈົ້າ​ໜ້າ​ທີ່​ຂອງ​ກະສັດ​ອົງ​ນີ້ “ຈີກ​ແລະ​ທຳລາຍ​ມ້ວນ​ໜັງສື​ກົດໝາຍ​ຂອງ​ໂມເຊ​ໃນ​ທຸກ​ບ່ອນ​ທີ່​ພົບ ແລະ​ຂ້າ​ຄົນ​ທີ່​ຢາກ​ໄດ້​ຮັບ​ກຳລັງ​ໃຈ​ແລະ​ການ​ປອບ​ໂຍນ​ຈາກ​ການ​ອ່ານ​ໜັງສື​ນີ້.”

  • ຍຸກ​ກາງ: ຜູ້​ນຳ​ສາສະໜາ​ກາໂຕລິກ​ບາງ​ຄົນ​ໃຈ​ຮ້າຍ​ຫຼາຍ​ທີ່​ສະມາຊິກ​ປະກາດ​ສິ່ງ​ທີ່​ຄຳ​ພີ​ໄບເບິນ​ສອນ​ແທນ​ທີ່​ຈະ​ສອນ​ຫຼັກ​ຄຳ​ສອນ​ຂອງ​ກາໂຕລິກ ໃຜ​ກໍ​ຕາມ​ທີ່​ມີ​ຄຳ​ພີ​ໄບເບິນ​ຫົວ​ອື່ນ​ນອກ​ຈາກ​ປຶ້ມ​ຄຳເພງ​ພາສາ​ລາຕິນ​ຈະ​ຖືກ​ເບິ່ງ​ວ່າ​ເປັນ​ຄົນ​ນອກ​ຮີດ. ສະພາ​ຄລິດຕະຈັກ​ແຫ່ງ​ໜຶ່ງ​ສັ່ງ​ຄົນ​ຂອງ​ເຂົາເຈົ້າ​ໄປ “ຊອກ​ຫາ​ຄົນ​ນອກ​ຮີດ​ໃຫ້​ທົ່ວ​ທຸກ​ແຈ​ທຸກ​ມຸມ​ຢ່າງ​ຈິງ​ຈັງ . . . ໃຫ້​ຄົ້ນ​ເຮືອນ​ທຸກ​ຫຼັງ​ແລະ​ຫ້ອງ​ໃຕ້​ດິນ​ທຸກ​ບ່ອນ​ທີ່​ໜ້າ​ສົງໄສ . . . ເຮືອນ​ຫຼັງ​ໃດ​ທີ່​ມີ​ຄົນ​ນອກ​ຮີດ​ເຮືອນ​ນັ້ນ​ຈະ​ຖືກ​ທຳລາຍ.”

ຖ້າ​ສັດຕູ​ຂອງ​ຄຳ​ພີ​ໄບເບິນ​ສາມາດ​ທຳລາຍ​ຄຳ​ພີ​ໄບເບິນ​ໄດ້​ສຳເລັດ ຂ່າວ​ສານ​ຂອງ​ຄຳ​ພີ​ໄບເບິນ​ກໍ​ຈະ​ສູນ​ຫາຍ​ໄປ.

ຄຳ​ພີ​ໄບເບິນ​ສະບັບ​ພາສາ​ອັງກິດ​ຂອງ​ວິນລຽມ ທິນເດວ​ລອດ​ມາ​ໄດ້​ທັງໆທີ່​ມີ​ການສັ່ງ​ຫ້າມ ການ​ຈູດ​ຄຳ​ພີ​ໄບເບິນ ແລະ​ການ​ປະຫານ​ທິນເດວ​ໃນ​ປີ 1536

ຄຳ​ພີ​ໄບເບິນ​ຢູ່​ລອດ​ມາ​ໄດ້​ແນວ​ໃດ: ກະສັດ​ອັນທິໂອກຸດສ໌​ເລັງ​ເປົ້າ​ການ​ກວາດ​ລ້າງ​ທີ່​ອິດສະຣາເອນ ແຕ່​ກໍ​ມີ​ຊຸມຊົນ​ຄົນ​ຢິວ​ອີກ​ຫຼາຍ​ແຫ່ງ​ຢູ່​ໃນ​ປະເທດ​ອື່ນ. ທີ່​ຈິງ ຜູ້​ຊ່ຽວຊານ​ຫຼາຍ​ຄົນ​ຄາດ​ວ່າ​ໃນ​ສະຕະວັດ​ທຳ​ອິດ​ຂອງ​ຄລິດຕະສັກກະຫຼາດ ມີ​ຄົນ​ຢິວ​ຫຼາຍ​ກວ່າ 60 ເປີເຊັນ​ອາໄສ​ຢູ່​ນອກ​ອິດສະຣາເອນ. ໃນ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ຫຼາຍ​ບ່ອນ ເຂົາເຈົ້າ​ໄດ້​ເກັບ​ສຳເນົາ​ພະ​ຄຳ​ພີ​ໄວ້​ຫຼາຍ​ສະບັບ ເຊິ່ງ​ເປັນ​ສຳເນົາ​ທີ່​ຄົນ​ລຸ້ນ​ຕໍ່ມາ​ໄດ້​ໃຊ້ ລວມ​ເຖິງ​ຄລິດສະຕຽນ​ນຳ.—ກິດຈະການ 15:21

ຊ່ວງ​ຍຸກ​ກາງ ຄົນ​ທີ່​ຮັກ​ຄຳ​ພີ​ໄບເບິນ​ກ້າ​ປະເຊີນ​ໜ້າ​ກັບ​ການ​ຂົ່ມເຫງ ເຂົາເຈົ້າ​ຍັງ​ແປ​ແລະ​ເຮັດ​ສຳເນົາ​ພະ​ຄຳ​ພີ​ຕໍ່​ໄປ. ເມື່ອ​ເຖິງ​ຊ່ວງ​ກາງ​ສະຕະວັດ​ທີ 15 ມີ​ການແປ​ຫຼາຍ​ສ່ວນ​ຂອງ​ຄຳ​ພີ​ໄບເບິນ​ຫຼາຍ​ເຖິງ 33 ພາສາ ກ່ອນ​ທີ່​ຈະ​ມີ​ການປະດິດ​ແທ່ນ​ພິມ​ດ້ວຍ​ຊ້ຳ. ຕໍ່ມາ ມີການແປ​ແລະ​ຜະລິດ​ຄຳ​ພີ​ໄບເບິນ​ຢ່າງ​ຕໍ່​ເນື່ອງ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

ຜົນ​ກໍ​ຄື: ເຖິງ​ວ່າ​ຈະ​ຖືກ​ຄຸກຄາມ​ຈາກ​ກະສັດ​ທີ່​ມີ​ອຳ​ນາດ​ແລະ​ຈາກ​ນັກ​ເທດ​ນັກ​ບວດ​ທີ່​ນຳ​ປະຊາຊົນ​ໄປ​ຜິດ​ທາງ ແຕ່​ຄຳ​ພີ​ໄບເບິນ​ກໍ​ຍັງ​ເປັນ​ປຶ້ມ​ທີ່​ແຈກ​ຢາຍ​ແລະ​ແປ​ຫຼາຍ​ທີ່​ສຸດ​ໃນ​ປະຫວັດສາດ. ໃນ​ບາງ​ປະເທດ ປຶ້ມ​ນີ້​ສົ່ງ​ຜົນ​ຕໍ່​ກົດໝາຍ ພາສາ ແລະ​ຊີວິດ​ຂອງ​ຫຼາຍ​ລ້ານ​ຄົນ.