ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຮູ້​ບໍ?

ເຈົ້າ​ຮູ້​ບໍ?

ການຄົ້ນພົບ​ກ້ອນ​ດິນ​ຈີ່​ໃນ​ເມືອງ​ບາບີໂລນ​ບູຮານ​ແລະ​ວິທີ​ເຮັດ​ກ້ອນ​ດິນ​ຈີ່​ໃນ​ສະໄໝ​ນັ້ນ​ສະໜັບສະໜູນ​ບັນທຶກ​ໃນ​ຄຳພີ​ໄບເບິນ​ແນວ​ໃດ?

ນັກ​ບູຮານຄະດີ​ໄດ້​ຄົ້ນພົບ​ກ້ອນ​ດິນ​ຈີ່​ຫຼາຍ​ລ້ານ​ກ້ອນ​ທີ່​ຖືກ​ໃຊ້​ໃນ​ການ​ສ້າງ​ເມືອງ​ບາບີໂລນ​ບູຮານ. ນັກ​ບູຮານຄະດີ​ທີ່​ຊື່​ໂຣເບີດ ໂຄເດວີ​ບອກ​ວ່າ​ມີ​ການ​ເຜົາ​ກ້ອນ​ດິນ​ຈີ່​ເຫຼົ່າ​ນີ້​ໃນ​ເຕົາ​ເຜົາ “ຢູ່​ນອກ​ເມືອງ​ເຊິ່ງ​ມີ​ດິນ​ທີ່​ເໝາະ​ກັບ​ການ​ເຮັດ​ດິນ​ຈີ່​ແລະ​ມີ​ຕົ້ນໄມ້​ຫຼາຍ​ທີ່​ເອົາ​ມາ​ໃຊ້​ເປັນ​ເຊື້ອ​ໄຟ​ໄດ້.”

ນັກ​ບູຮານຄະດີ​ໄດ້​ຄົ້ນພົບ​ຫຼັກຖານ​ທີ່​ສະແດງ​ວ່າ​ຂ້າລາຊະການ​ຂອງ​ບາບີໂລນ​ໄດ້​ໃຊ້​ເຕົາ​ເຜົາ​ໄປ​ເຮັດ​ສິ່ງ​ອື່ນ​ທີ່​ໂຫດ​ຮ້າຍ​ນຳ. ພໍອາເລນ ໂບຣຽວ ສາດສະດາຈານ​ດ້ານ​ປະຫວັດສາດ​ແລະ​ພາສາ​ຂອງ​ອັດຊີເຣຍ​ບູຮານ​ຈາກ​ມະຫາວິທະຍາໄລ​ໂຕຣອນໂຕ​ບອກ​ວ່າ: “ຂໍ້​ຂຽນ​ຂອງ​ບາບີໂລນ​ຫຼາຍ​ຂໍ້​ສະແດງ​ໃຫ້​ເຫັນ​ວ່າ​ກະສັດ​ໄດ້​ສັ່ງ​ໃຫ້​ເຜົາ​ຄົນ​ທີ່​ກະບົດ ບໍ່​ເຊື່ອຟັງ​ຫຼື​ບໍ່​ເຄົາລົບ​ນັບຖື​ສິ່ງ​ສັກສິດ.” ຂໍ້​ຂຽນ​ໜຶ່ງ​ຈາກ​ສະໄໝ​ກະສັດ​ເນບູກາດເນັດຊາ​ບອກ​ວ່າ: “ທຳລາຍ​ພວກ​ມັນ ເຜົາ​ພວກ​ມັນ ຈູດ​ພວກ​ມັນ​ໃນ​ເຕົາ ໃຫ້​ຄວັນ​ລອຍ​ຂຶ້ນ​ມາ. ເຜົາ​ພວກ​ມັນ​ໃນ​ເຕົາ​ໄຟ​ທີ່​ຮ້ອນ​ໆ​ບໍ່​ໃຫ້​ມັນ​ເຫຼືອ​ຊາກ.”

ນີ້​ເຮັດ​ໃຫ້​ຄົນ​ທີ່​ອ່ານ​ຄຳພີ​ໄບເບິນ​ຄິດ​ເຖິງ​ເລື່ອງ​ທີ່​ຢູ່​ໃນ​ດານີເອນ​ບົດ 3 ເຊິ່ງ​ເວົ້າ​ເຖິງ​ກະສັດ​ເນບູກາດເນັດຊາ​ໄດ້​ສ້າງ​ຮູບ​ປັ້ນ​ຄຳ​ທີ່​ໃຫຍ່​ສູງ​ໄວ້​ຢູ່​ທົ່ງພຽງ​ດູຣາ​ທີ່​ຢູ່​ນອກ​ເມືອງ​ບາບີໂລນ. ຄົນ​ເຮັບເຣີ 3 ຄົນ​ນັ້ນ​ກໍ​ຄື​ຊາດຣາກ ເມຊາກ ແລະ​ອາເບດເນໂກ​ບໍ່​ຍອມ​ໝູບ​ໜ້າ​ລົງ​ກາບ​ຮູບ​ປັ້ນ​ນັ້ນ ກະສັດ​ເນບູກາດເນັດຊາ​ກໍ​ໃຈ​ຮ້າຍ​ຫຼາຍ​ແລະ “ສັ່ງ​ໃຫ້​ເພີ່ມ​ຄວາມ​ຮ້ອນ​ໃນ​ເຕົາ​ໄຟ​ຂຶ້ນ​ເປັນ 7 ເທົ່າ” ແລະ​ເອົາ 3 ຄົນ​ນີ້​ໂຍນ​ເຂົ້າ “ໃນ​ເຕົາ​ໄຟ​ທີ່​ຮ້ອນ​ໆ.” ແຕ່​ທູດສະຫວັນ​ກໍ​ມາ​ຊ່ວຍ​ເຂົາ​ເຈົ້າ​ເອົາ​ໄວ້.—ດນອ. 3:1-6, 19-28

© The Trustees of the British Museum. Licensed under CC BY-NC-SA 4.0. Source

ກ້ອນ​ດິນ​ຈີ່​ທີ່​ມີ​ຊື່​ເນບູກາດເນັດຊາ

ກ້ອນ​ດິນ​ຈີ່​ທີ່​ຄົ້ນພົບ​ໃນ​ເມືອງ​ບາບີໂລນ​ຍັງ​ເຮັດ​ໃຫ້​ເຫັນ​ວ່າ​ບັນທຶກ​ໃນ​ຄຳພີ​ໄບເບິນ​ຖືກຕ້ອງ. ກ້ອນ​ດິນ​ຈີ່​ຫຼາຍ​ກ້ອນ​ເຫຼົ່າ​ນີ້​ມີ​ຂໍ້​ຄວາມ​ທີ່​ຍົກຍ້ອງ​ກະສັດ. ມີ​ຂໍ້​ຄວາມ​ໜຶ່ງ​ບອກ​ວ່າ: “ເນບູກາດເນັດຊາ​ກະສັດ​ບາບີໂລນ . . . ວັງ​ທີ່​ເຮົາ​ເຊິ່ງ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່​ໄດ້​ສ້າງ​ໄວ້ . . . ຂໍ​ໃຫ້​ລູກ​ຫຼານ​ຂອງ​ເຮົາ​ໄດ້​ປົກຄອງ​ຢູ່​ທີ່​ນີ້​ຕະຫຼອດ​ໄປ.” ຂໍ້​ຄວາມ​ນີ້​ຄ້າຍຄື​ກັນ​ຫຼາຍ​ກັບ​ຂໍ້​ຄວາມ​ທີ່​ຢູ່​ໃນ​ດານີເອນ 4:30 ທີ່​ເນບູກາດເນັດຊາ​ໂອ້​ອວດ​ວ່າ: “ຂ້ອຍ​ນິແຫຼະ​ເປັນ​ຜູ້​ສ້າງ​ເມືອງ​ບາບີໂລນ​ທີ່​ຍິ່ງໃຫຍ່​ໃຫ້​ເປັນ​ວັງ​ຂອງ​ຂ້ອຍ. ຂ້ອຍ​ສ້າງ​ມັນ​ດ້ວຍ​ກຳລັງ​ແລະ​ອຳນາດ​ຂອງ​ຂ້ອຍ​ເພື່ອ​ຂ້ອຍ​ຈະ​ໄດ້​ຮັບ​ກຽດ​ທີ່​ຍິ່ງໃຫຍ່.”